ແມ່ຍິງລາວ ຊົນເຜົ່າມົ້ງ ຖືກທຳຮ້າຍ ຈົນເສັຽຊີວິດ

ສຸພັດຕາ
2022.01.19
ແມ່ຍິງລາວ ຊົນເຜົ່າມົ້ງ ຖືກທຳຮ້າຍ ຈົນເສັຽຊີວິດ ແມ່ຍິງລາວ ຊົນເຜົ່າມົ້ງ ເສັຍຊີວິດໃນຄ້າຍຄຸມຂັງ ປກສ ເມືອງທ່າໂທມ ແຂວງໄຊສົມບູນ, ວັນທີ 18 ມົກກະຣາ 2022.
ຮູບພາບຈາກວິດີໂອ: ຍາດຜູ້ເສັຽຊີວິດ

ນາງອ້າຍຢ່າງ ແມ່ຍິງລາວ ຊົນເຜົ່າມົ້ງ ຖືກເຈົ້າໜ້າທີ່ໜ້າທີ່ ປກສ ເມືອງທ່່າໂທມ ແຂວງໄຊສົມບູນທໍາຮ້າຍຮ່າງກາຍຈົນເສັຍຊີວິດ ໃນຄ້າຍຄຸມຂັງ ປກສ ເມືອງທ່າໂທມ ເມື່ອວັນທີ່ 18 ມົກກະຣາ ທີ່ຜ່ານມາ, ດັ່ງເຈົ້າຂອງສຽງຈາກຄຣິບວິດິໂອ ທີ່ເຜີຍແຜ່ຢູ່ສື່ສັງຄົມອອນລາຍນ໌ ເຟສບຸກ ໂດຍຊາວບ້ານ ຢູ່ໃນເຫດການ ເປັນຄົນເລົ່າເຫດການດັ່ງກ່າວ ໃນວັນທີ່ 18 ມົກກະຣາ ທີ່ຜ່ານມານີ້ວ່າ:

“ນາງອ້າຍຢ່າງນີ້ ອັນເຂົາເຈົ້າໄດ້ເອົາມາຂັງຢູ່ຄ້າຍຄຸມຂັງ ກອງບັນຊາການ ປກສ ຢູ່ເມືອງນີ້ເດີ້ ແລ້ວເສັຍຊີວິດ ແລ້ວພວກເຈົ້າໜ້າທີ່ເອົາມາກັກຂັງ ກໍບໍ່ແມ່ນເອົາມາກັກຂັງຢູ່ໃນຄ້າຍຄຸມຂັງນີ້ເດີ້ ເຂົາເຈົ້າເອົາມາປະຢູ່ນີ້ຊື່ໆ ເຂົາວ່ານ່າ ຕາມເຂົາເຈົ້າຣາຍງານ ລະລາວຕາຍຢູ່ນີ້.”

ນອກຈາກນີ້, ສະມາຊິກຄອບຄົວ ຜູ້ເສັຍຊີວິດ ກໍໄດ້ກ່າວຜ່ານ ວິດິໂອ ທີ່ໂພສລົງສື່ສັງຄົມອອນລາຍນ໌ ໃນລັກສະນະສົງໄສ ຕອນນຶ່ງວ່າ ເອື້ອຍຂອງລາວ ຖືກເຈົ້າໜ້າທີ່ຂ້າຕາຍ.

ນາງກ່າວວ່າ:

ເຂົາຂ້າຕາຍຢູ່ເຮືອນນ້ອຍໆນີ້ເດີ້ (ປ້ອມຕຳຣວດ). ເຈົ້າໜ້າທີ່ເປັນຜູ້ຂ້າເດີ້, ຂ້າເອື້ອຍເຮົາເດີ້, ຕາຍຢູ່ເຮືອນນ້ອຍໆນີ້ເດີ້.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຢູ່ເມືອງທ່າໂທມ ແຂວງໄຊສົມບູນ ໄດ້ຢືນຢັນວ່າ ນາງອ້າຍຢ່າງ ພົລເມືອງ ຢູ່ເມືອງທ່າໂທມ ແມ່ນເສັຍຊີວິດຢູ່ເຂດຄ້າຍຄຸມຂັງ ປກສ ເມືອງທ່າໂທມແທ້ ເຊິ່ງສາເຫດຂອງການເສັຍຊີວິດ ທີ່ມີຫາງສຽງຈາກສັງຄົົມ ວ່າແມ່ນຍ້ອນເຈົ້າໜ້າທີ່ ປກສ ເມືອງທ່າໂທມ ທໍາຮ້າຍຮ່າງກາຍລາວ ຈົນເສັຍຊີວິດນັ້ນ ແມ່ນບໍ່ມີມູນຄວາມຈິງ ແລະຍັງຢູ່ລະຫວ່າງການສືບສວນ-ສອບສວນ ພະຍານທີ່ກ່ຽວຂ້ອງຢູ່ ຮວມເຖິງຍັງຮວບຮວມຫຼັກຖານຕ່າງໆ ເພື່ອແຈ້ງການກ່ຽວກັບເຣື່ອງນີ້ ໃຫ້ສັງຄົມຮັບຮູ້ຕາມຫຼັງຕື່ມ.

ດັ່ງເຈົ້າໜ້າທີ່ຫ້ອງການ ປກສ ເມືອງທ່າໂທມ ກ່າວໃນມື້ດຽວກັນນີ້ວ່າ:

“ບໍ່ແມ່ນເຣື່ອງກ່ຽວກັບເຈົ້າໜ້າທີ່ເນາະ ອັນນັ້ນ ເຂົາໃສ່ຮ້າຍຊື່ໆ ບໍ່ທັນມີຄວາມຈິງເດີ້ ກໍຍັງສືບສວນ-ສອບສວນຢູ່ ບໍ່ທັນໄດ້ລາຍຣະອຽດເທື່ອ.”

ທ່ານກ່າວຕື່ມວ່າ ຂໍ້ຫາ ທີ່ ນາງອ້າຍຢ່າງ ມາຢູ່ໃນຄ້າຍຄຸມຂັງນັ້ນ ເປັນຂໍ້ຫາ ທີ່ທາງຄອບຄົວ ຂອງລາວ ພາລາວມາຢູ່ໃນຄ້າຍຄຸມຂັງ ຍ້ອນ ນາງອ້າຍຢ່າງ ມີຊູ້ ເຊິ່ງລາຍຣະອຽດແມ່ນຍັງບໍ່ຮູ້ຄັກແນ່ເທື່ອ ຕ້ອງລໍຖ້າໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ສົ່ງບົດຣາຍງານທັງໝົດມາໃຫ້ກ່ອນ.

ດ້ານທະນາຍຄວາມ ຈາກແຂວງ ຈໍາປາສັກ ເຊິ່ງເປັນຜູ້ຕິດຕາມຂ່າວ ແລະເຫັນ ວິດິໂອ ເຜີຍແຜ່ການເສັຍຊີວິດ ຂອງນາງ ອ້າຍຢ່າງ ແມ່ຍິງລາວ ຊົນເຜົ່າມົ້ງ ຢູ່ສື່ສັງຄົມອອນລາຍນ໌ນັ້ນ ກ່າວຕໍ່ວິທຍຸເອເຊັຽເສຣີວ່າ ຕາມສະພາບການແລ້ວ ທາງທະນາຍ ບໍ່ສາມາດຮູ້ລາຍຣະອຽດທີ່ຊັດເຈນ ວ່ານາງອ້າຍຢ່າງ ແມ່ນເສັຍຊີວິດ ຢູ່ຄ້າຍຄຸມຂັງ ປກສ ເມືອງທ່າໂທມ ແທ້ບໍ ຫຼືຖືກເຈົ້າໜ້າທີ່ ປກສ ເມືອງ ເອົາມາປະໄວ້ຢູ່ຫ້ອງພັກ ໃນເຂດຄ້າຍຄຸມຂັງ ພາຍຫຼັງຖືກຈັບໃນຂໍ້ຫາໃດຂໍ້ຫານຶ່ງ ແລ້ວເສັຍຊີວິດ ເນື່ອງຈາກເຈົ້າໜ້າທີ່ ປກສ ເມືອງທ່າໂທມ  ຍັງບໍ່ເປີດເຜີຍລາຍຣະອຽດທີ່ຄັກແນ່.
ແຕ່ເມື່ອເວົ້າເຖິງວ່າ ຖ້າຫາກມີຮ່ອງຮອຍ ຈາການທໍາຮ້າຍຮ່າງກາຍ ນັກໂທດຍິງ ຈົນເສັຍຊີວິດໃນຄ້າຍຄຸມຂັງ ຫຼືໃນເຂດຄ້າຍຄຸມຂັງນັ້ນ ກໍຈະຕ້ອງມີການສືບສວນ-ສອບສວນຢ່າງຣະອຽດ ເນື່ອງຈາກ ອາຈກາຍເປັນຂໍ້ຫາໃຫຍ່ ໃນລະດັບທີ່ວ່າ ເຈົ້າໜ້າທີ່ຣັຖ ຄາດຕະກັມພົລເມືອງໄດ້ຫາກເຈົ້າໜ້າທີ່ ທໍາຮ້າຍຮ່າງກາຍນັກໂທດຍິງ ໃນຄ້າຍຄຸມຂັງແທ້ ໂດຍສະເພາະການສືບສວນ-ສອບສວນພະຍານ ຈາກຄົນໃນຄອບຄົວ ຂອງຜູ້ເສັຍຊີວິດ ແລະຮວບຮວມຫຼັກຖານ ຈາກທ່ານໝໍ ທີ່ວິເຄາະແລະຢັ້ງຢືນສາເຫດ ຂອງການເສັຍຊີວິດ ຂອງນາງອາຢ່າງ ຢ່າງຈະແຈ້ງ ຈະເປັນຫຼັກຖານຢ່າງດີ ເພື່ອຊອກຄວາມຈິງຂອງສາເຫດການເສັຍຊີວິດ ແລະຜູ້ເຮັດຜິດມາດໍາເນີນຄະດີຕາມກົດໝາຍ.

ດັ່ງທະນາຍຄວາມ ຈາກແຂວງ ຈໍາປາສັກ ກ່າວວ່າ:

“ເຈົ້າໜ້າທີ່ ເຂົາຄິດວ່າ ເປັນບຸກຄົນອື່ນເຂົ້າມາຂົ່ມຂືນບໍ ຫຼືວ່າ ເປັນເຂົ້າມາທໍາຮ້າຍຮ່າງກາຍລາວຫັ້ນນ່າ ຢ້ານວ່າ ເຂົາຄິດໄປຈັ່ງຊັ້ນ ແຕ່ວ່າເຮົາ ບໍ່ຮູ້ລາຍຣະອຽດ ວ່າສະຖານທີ່ບ່ອນປະເປັນຈັ່ງໃດໆ ແຕ່ວ່າເຮົາເບິ່ງການຕາຍດັ່ງກ່າວນີ້ ເຈົ້າໜ້າທີ່ຕ້ອງເປີດເຜີຍ ມີຄວາມຮັບຜິດຊອບ ຢ່າງຈະແຈ້ງ ລໍເບິ່ງ ການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ ວ່າເຂົາຊິສລຸບ ວ່າອອກມາເປັນແນວໃດຫັ້ນນ່າ ຄັນວ່າເຮົາຮູ້ຂໍ້ມູນຣະອຽດ ວ່າເຂົາໄດ້ທໍາຮ້າຍຮ່າງກາຍແທ້ ເປັນເຈົ້າໜ້າທີ່ ມັນກະຜິດແຫຼະເນາະ ຂໍ້ຫາຄາດຕະກັມ.”

ພາຍຫຼັງເຈົ້າໜ້າທີ່ ສູນກາງແນວລາວສ້າງຊາດ ໄດ້ຮັບຮູ້ເຖິງ ກໍຣະນີ ນາງອ້າຍຢ່າງ ທີ່ເສັຍຊີວິດນັ້ນ ກໍມີຄວາມເຫັນ ຕໍ່ວິທຍຸເອເຊັຽເສຣີວ່າ ຫ້ອງການແນວລາວສ້າງຊາດ ເມືອງທ່າໂທມ ຈະຕ້ອງສົມທົບກັບ ຫ້ອງການແມ່ຍິງເມືອງທ່າໂທມ ເພື່ອຣາຍງານຫາສາຍຕັ້ງຂັ້ນແຂວງ ແລ້ວຫາແນວທາງ ປົກປ້ອງສິດຜົລປໂຍດ ຂອງນາງ ອ້າຍຢ່າງ ແລະຄອບຄົວ ທີ່ສູນເສັຍ ນາງ ອ້າຍຢ່າງໄປ ໃນເຂດຄ້າຍຄຸມຂັງ ກອງບັນຊາການ ປກສ ເມືອງທ່າໂທມ.
ເຊິ່ງການເສັຍຊີວິດ ຂອງນາງ ອ້າຍຢ່າງ ນີ້ ແມ່ນຕ້ອງໄດ້ມີການ ສືບສວນ-ສອບສວນ ຢ່າງຣະອຽດ ວ່າສາເຫດ ທີ່ລາວເສັຍຊີວິດນັ້ນ ແມ່ນຍ້ອນຫລັງ ແລະຮ່າງກາຍຂອງລາວ ທີ່ຖືກທໍາຮ້າຍຮ່າງກາຍນັ້ນ ແມ່ນເກີດຂຶ້ນກ່ອນຫຼືຫຼັງ ທີ່ຢູ່ໃນຄ້າຍຄຸມຂັງ ຍ້ອນຄະດີນີ້ ເຈົ້າໜ້າທີ່ ປກສ ເມືອງທ່າໂທມ ຈະຕ້ອງປົກປ້ງອົງກອນຂອງໂຕເອງຢູ່ແລ້ວ ທາງຫ້ອງການແນວລາວສ້າງຊາດ ແລະຫ້ອງການແມ່ຍິງ ປະຈໍາເມືອງ ຕ້ອງໄດ້ເຂົ້າຊ່ອຍແກ້ໄຂ ຮວບຮວມຂໍ້ມູນການເສັຍຊີວິດ ຂອງນາງ ອ້າຍຢ່າງໃຫ້ໄດ້ຫຼາຍທີ່ສຸດ.

ດັ່ງເຈົ້າໜ້າທີ່ ແນວລາວສ້າງຊາດ ກ່າວໃນມື້ດຽວກັນນີ້ວ່າ:

“ແຕ່ວ່າ ເຮົາຕ້ອງກວດກາ ເບິ່ງໂຕຈິງຂອງລາວ ລາວເສັຍຊີວິດຍ້ອນຫຍັງ ຖ້າວ່າ ຕົນໂຕຂອງລາວເສັຍ ຍ້ອນວ່າມີການທຸບຕີ ທໍລະມານ ອັນນີ້ມັນຕ້ອງໄດ້ດໍາເນີນຄະດີ ໃຫ້ເຈົ້າໜ້າທີ່ຕໍາຣວດເນາະ ຕ້ອງໄດ້ເອົາກົດໝາຍ ມາວາງໃສ່ເຈົ້າໜ້າທີ່ຕໍາຣວດ ວ່າຍ້ອນເຫດຜົລຫຍັງ ເຂົາຈຶ່ງທຸບຕີ ທໍລະມານນັກໂທດ ແນ່ນອນວ່າ ເຈົ້າໜ້າທີ່ຕໍາຣວດ ເຂົາຈະມີວິທີປ້ອງກັນເຂົາຢູ່ແລ້ວ ເຮົາຕ້ອງພຍາຍາມຫາຂໍ້ມູນ.”

ໃນສ່ວນຂອງຄອບຄົວຜູ້ເສັຍຊີວິດ ຫາກຕ້ອງການຮຽກຮ້ອງຄວາມເປັນທັມ ໃຫ້ນາງ ອ້າຍຢ່າງນັ້ນ ທາງຄອບຄົວ ຈໍາເປັນຕ້ອງດໍາເນີນເອກສານ ໄປຫາອັຍການເມືອງ ເພື່ອຟ້ອງຄູ່ກໍຣະນີ ຄື ເຈົ້າໜ້າທີ່ ປກສ ເມືອງທ່າໂທມ ແລະທາງຄອບຄົວ ຕ້້ອງໃຫ້ການທີ່ເປັນປໂຍດ ຕໍ່ອັຍການເມືອງ ແລະຮວບຮວມຫຼັກຖານການເສັຍຊີວິດ ຂອງນາງ ອ້າຢ່າງ ໃຫ້ຫຼາຍເທົ່າທີ່ຈະຊອກຫາໄດ້ ໄປໃຫ້ອັຍການຂັ້ນເມືອງທັງໝົດ ເພື່ອໃຫ້ອັຍການເມືອງ ພິຈາຣະນາ ແລະດໍາເນີນການສືບສວນ-ສອບສວນ ໂດຍຜ່ານຂບວນການຍຸຕິທັມຂອງສານ ແລະໃຫ້ຄວາມຍຸຕິທັມ ໃຫ້ກັບທັງສອງຝ່າຍ ຄື ຝ່າຍຄອບຄົວຜູ້ເສັຍຊີວິດ ແລະຝ່າຍເຈົ້າໜ້າທີ່ ປກສ ເມືອງທ່າໂທມ, ອີງຕາມຄວາມເວົ້າ ຂອງທະນາຍຄວາມ ຈາກແຂວງຈໍາປາສັກ ຜູ້ດຽວກັນນີ້ ກ່າວມ້ວນທ້າຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.