ສລອງ ວັນພັກ, ດຣ. ມາຣ໌ຕິນ ລູເທີຣ໌ ຄິງ ຈູເນັຽ

ຈຳປາທອງ
2022.01.17
ສລອງ ວັນພັກ, ດຣ. ມາຣ໌ຕິນ ລູເທີຣ໌ ຄິງ ຈູເນັຽ ຄຸນງາມຄວາມດີຂອງ ດຣ. ມາຣ໌ຕິນ ລູເທີຣ໌ ຄິງ ຈູເນັຽ (Dr. Martin Luther King, Jr.) ທີ່ຕໍ່ສູ້ເພື່ອ ຄວາມສເມີພາບ ຂອງມະນຸສຊົນ.
Capitolview

ດຣ. ມາຣ໌ຕິນ ລູເທີຣ໌ ຄິງ ຈູເນັຽ (Dr. Martin Luther King Jr.) ຊາວອາເມຣິກັນຜິວດໍາ ເຈົ້າອະທິການໂບດ ບັບຕິສ ອາເມຣິກັນ ຜູ້ນໍາພາຂະບວນການສິດທິພົລເຮືອນ ທີ່ຕໍ່ສູ້ແບບສັນຕິວິທີ ເພື່ອບໍ່ໃຫ້ມີການຈໍາແນກເຊື້ອຊາດ ແລະຜິວພັນຢູ່ສະຫະຣັຖອາເມຣິກາ ເກີດທີ່ນະຄອນແອັດ ແລັນຕາ ຣັຖຈໍເຈັຍ ເມື່ອວັນທີ 15 ມົກກະຣາ 1929 ແລະໄດ້ເສັຍຊີວິດໃນມື້ວັນທີ 4 ເມ ສາ 1968 ຍ້ອນຖືກລອບຄາຕກໍາ.

ຜົລງານອັນດີເດັ່ນ ໃນການນໍາພາຂະບວນຕໍ່ສູ້ ຈົນໄດ້ມາຊຶ່ງສິດເສຣີພາບ ແລະຄວາມສເມີພາບສໍາລັບທຸກຄົນ ທີ່ຊາວອາເມຣິກັນຈົດຈໍາແບບ ບໍ່ມີວັນຈະຫລົງລືມໄດ້ນັ້ນ ເຮັດໃຫ້ຣັຖບານສະຫະຣັຖອາເມຣິກາ ອອກກົດໝາຍຮອງຮັບໃຫ້ວັນເກີດຂອງທ່ານ ເປັນມື້ພັກແຫ່ງຊາດ ໂດຍກໍານົດເອົາມື້ວັນຈັນອາທິດທີ 3 ຂອງເດືອນມົກກະຣາທຸກປີ ແລະມີການສເລີມ ສລອງກັນທົ່ວສະຫະຣັຖ ເພື່ອເປັນກຽດໃຫ້ແກ່ທ່ານ.

ທ່ານເປັນຜູ້ນໍາພາ ຂະບວນການສິດທິພົລເຮືອນ ຕໍ່ສູ້ເພື່ອລຶບລ້າງການຈໍາແນກເຊື້ອຊາດ ແລະຜິວພັນ, ເພື່ອສິດ ແລະຄວາມສເມີພາບຕໍ່ໜ້າກົດໝາຍ ບົນພື້ນຖານຂອງສິດທິມະນຸດ, ສິດໃນການປ່ອນບັດເລືອກຕັ້ງ ທັງສໍາລັບຊາວຜິວດໍາ.

ຜົລງານອັນໂດດເດັ່ນ ທີ່ສືບທອດມາຈາກທ່ານ ຊຶ່ງນໍາພາຂະບວນການຕໍ່ສູ້ເພື່ອສິດ ແລະ

ເສຣີພາບມານານຫລາຍປີນັ້ນ ໄດ້ເປີດປະຕູທີ່ເຕັມໄປດ້ວຍແສງສວ່າງອັນສົດໃສ ໃຫ້ແກ່ປວງຊົນເຊື້ອຊາດຕ່າງໆໃນທົ່ວໂລກ ຮວມທັງຊຸມຊົນຊາວລາວຫລາຍແສນຄົນ ທັງທີ່ເປັນ ແລະບໍ່ເປັນຜູ້ອົພຍົບ ທີ່ຕ້ອງການຊີວິດໃໝ່ ສົດໃສ ປາສຈາກການຖືກອໍານາດການປົກຄອງໃນລາວ ປາບປາມ ບັງຄັບ ຂົ່ມເຫັງ ໄດ້ເຂົ້າມາຕັ້ງຖິ່ນຖານຢູ່ໃນສະຫະຣັຖອາເມຣິກາ ແລະປະເທດອື່ນໆ ທີ່ຜູ້ຄົນມີສິດ ແລະອິສຣະພາບ ເທົ່າທຽມກັນໃນທຸກດ້ານ ແລະເປີດໂອ ກາດໃຫ້ທຸກຄົນໃນສັງຄົມ ສແວງຫາຄວາມກ້າວໜ້າຂອງຕົນ.

ການຕໍ່ສູ້ເພື່ອໃຫ້ມີການຮັບຮູ້ຜົລງານອັນດີເດັ່ນຂອງ ດຣ. ມາຣ໌ຕິນ ລູເທີຣ໌ ຄິງ ເຮັດໃຫ້ວັນເກີດຂອງທ່ານ ກາຍເປັນວັນພັກແຫ່ງຊາດຂອງສະຫະຣັຖນີ້ ກໍໃຊ້ເວລາເຖິງ 32 ປີ. ມາເຖິງປີ 1983 ປະທານາທິບໍດີ ໂຣແນວ ຣິແກັນ ໄດ້ລົງນາມໃນຮ່າງກົດໝາຍໃຫ້ວັນຄ້າຍວັນເກີດຂອງທ່ານ ເປັນວັນພັກແຫ່ງຊາດຂອງສະຫະຣັຖ ໂດຍກໍານົດເອົາເປັນວັນຈັນ ອາ ທິດທີ 3 ຂອງເດືອນອົກກະຣາທຸກປີ ຊຶ່ງໃນປີ 2022 ນີ້ ແມ່ນຄົບຮອບ 93 ປີ ຕົກໃສ່ມື້ວັນທີ 17 ມົກກະຣາ.

ການສລອງວັນຄ້າຍວັນເກີດຂອງທ່ານ ເລີ່ມຂຶ້ນຄັ້ງທໍາອິດໃນປີ 1986, ມີແຕ່ 17 ຣັຖ ຮັບຮູ້ ແລະໄດ້ຈັດພິທີສລອງ. ຈົນມາເຖິງປີ 2000 ການສລອງວັນດັ່ງກ່າວຈຶ່ງໄດ້ຖືກຈັດຂຶ້ນໃນທົ່ວ 50 ຣັຖຂອງສະຫະຣັດອາເມຣິກາ ແລະໄດ້ກາຍເປັນວັນປວັດສາດທີ່ສໍາຄັນແຫ່ງການຕໍ່ສູ້ຂອງຊາວຜິວດໍາ ໃນການທວງເອົາສິດທິພື້ນຖານຂອງພວກຕົນ. ພິທີສລອງຣະຣຶກເຖິງຄຸນງາມຄວາມດີອັນຍິ່ງໃຫຍ່ຂອງທ່ານ ມີຢູ່ໃນທຸກຣະດັບການຈັດ ຕັ້ງຂອງຣັຖບານກາງ ຣັຖບານຣັຖ, ອໍານາດການປົກຄອງທ້ອງຖິ່ນ ຕລອດເຖິງອົງການຈັດຕັ້ງທາງສັງຄົມ ແລະທັງມວນຊົນນໍາດ້ວຍ.

ໃນປີ 2022 ນີ້ ສໍາລັບຢູ່ນະຄອນ Atlanta ຣັຖ ຈໍເຈັຍ ຊຶ່ງເປັນບ່ອນທີ່ທ່ານເກີດ ມີການສເລີມສລອງ 4 ມື້ ຄືເລີ້ມແຕ່ມື້ວັນສຸກທີ 14 ຈົນຮອດມື້ວັນຈັນ ທີ 17 ມົກກະຣາ.

ສໍາລັບຊຸມຊົນຊາວລາວ-ອາເມຣິກັນ ຢູ່ຣັຖຕ່າງໆ ກໍຖືໂອກາດວັນພັກແຫ່ງຊາດ ຄືວັນຈັນ ເປັນອາທິດທີ່ໄດ້ພັກຍາວເຖິງ 3 ມື້ ສເລີມສລອງຢ່າງມີຄວາມໝາຍ ຮ່ວມກັບຊາວອາເມຣິກັນທັງມວນ ທີ່ມີຫລາຍເຊື້ອຊາດ ຫລາຍສາສນາ. ຊາວລາວ-ອາເມຣິກັນຈໍານວນນຶ່ງ ກໍຈັດກິຈກໍາ ຕາມແບບປະເພນີລາວ, ຈໍານວນນຶ່ງກໍເຂົ້າຮ່ວມສລອງກັບຊຸມຊົນເຊື້ອຊາດອື່ນໆ. ແລະບາງຈໍານວນ ກໍໃຊ້ວັນພັກນີ້ ສລອງພາຍໃນຄອບຄົວ.

ໃນໂອກາດວັນພັກແຫ່ງຊາດຂອງສະຫະຣັຖນີ້ ຂ້າພະເຈົ້າ ຈໍາປາທອງ ໄດ້ສໍາພາດທ່ານ ພູພຽງ ຫລື ແດັນນີ ວໍຣະຈິດ ອາດີດນັກຮຽນນາຍຮ້ອຍ ລຸ້ນທີ 22 ທີ່ຈິນາຍໂມ້ ນະຄອນ ຫລວງວຽງຈັນ, ຫລັງມີການປ່ຽນແປງຣບອບຢູ່ປະເທດລາວ ທ່ານໄດ້ຖືກໄປສໍາມະນາຢູ່ເຂດທາງເລກ 9 ໃນຂະນະທີ່ທ່ານມີຍົດຮ້ອຍໂທ, ປີ 1978 ໄດ້ພາຄອບຄົວອົພຍົບມາຕັ້ງຖິ່ນຖານໃໝ່ຢູ່ສະຫະຣັຖອາເມຣິກາ, ທ່ານເປັນຄະນະນໍາອົງການມໍຣະດົກລາວ, ເຄື່ອນໄຫວເພື່ອສິດທິມະນຸດໃນລາວ ຢູ່ເມືອງ Raleigh ຣັຖ ນໍ ຄາໂຣລີນາ. ໃນເບື້ອງຕົ້ນ ທ່ານກ່າວເຖິງຄວາມສໍາຄັນ ແລະການສເລີມສລອງວັນຄ້າຍວັນເກີດຂອງ ດຣ. ມາຣ໌ຕິນ ລູເທີຣ໌ ຄິງ ວ່າ ສລອງຢູ່ພາຍໃນຄອບຄົວ ຍ້ອນໂຄວິດ-19 ຣະບາດ.

ເວົ້າເຖິງການສລອງວັນສໍາຄັນນີ້ ຢູ່ເຂດທີ່ທ່ານຢູ່ ທ່ານກ່າວວ່າ ໄດ້ຍິນຂ່າວເພິ່ນກະກຽມ ສລອງ, ສ່ວນຫລາຍເພິ່ນສລອງກັນຢູ່ໂບດ.

ໃນຕອນທ້າຍຂອງການສໍາພາດ ທ່ານ ພູພຽງ ວໍຣະຈິດ ໄດ້ກ່າວເທີດທູນນໍ້າໃຈ, ການ ເຄື່ອນໄຫວ ແລະຜົລງານຂອງ ດຣ. ມາຣ໌ຕິນ ລູເທີຣ໌ ຄິງ ວ່າ.

ແມ່ນໃນສມັຍປະທານາທິບໍ Lyndon Johnson ທີ່ເກີດເຫດການປະທ້ວງຄັ້ງໃຫຍ່ ທີ່ກ່ຽວຂ້ອງກັນການລອບຄາຕກໍາ ດຣ. ມາຣ໌ຕິນ ລູເທີຣ໌ ຄິງ ນໍ.

ນັບເປັນເວລາ 40 ປາຍປີ ທີ່ປະຊາຊົນລາວເປັນຈໍານວນຫລວງ ທັງຍິງແລະຊາຍ ເດັກ ນ້ອຍ ແລະຜູ້ໃຫຍ່ ທັງລາວລຸ່ມ ລາວສູງ ແລະລາວເທິງ ຈໍາຕ້ອງໄດ້ອົບພະຍົບຫລົບໜີອອກຈາກ ສາທາຣະນະຣັຖ ປະຊາທິປະໄຕ ປະຊາຊົນລາວ ທີ່ມີການປົກຄອງດ້ວຍຣະບອບຜະເດັດການພັກດຽວຜູກຂາດອໍານາດ ເຂົ້າມາຕັ້ງຖິ່ນຖານຢູ່ສະຫະຣັຖອາເມຣິກາ ທີ່ມີປະຊາທິປະໄຕ ໄດ້ຮັບການຊ່ອຍເຫລືອເປັນຢ່າງດີ ໃນການຕັ້ງຊີວິດໃໝ່ ແລະມີສິດ ເສຣີພາບທຸກຢ່າງ ຕາມທີ່ໄດ້ບົ່ງໄວ້ຢູ່ໃນຣັຖທໍາມະນູນ ແລະກົດໝາຍຂອງສະຫະຣັຖ.

ປັດຈຸບັນ ຊາວອົພຍົບລາວ ໄດ້ກາຍເປັນຊາວລາວ-ອາເມຣິກັນ, ເປັນຄົນອາເມຣິກັນ, ເປັນເຈົ້າຂອງປະເທດ ສະຫະຣັຖອາເມຣິກາ, ມີການຈັດຕັ້ງທາງສັງຄົມ ແລະການເມືອງ, ມີວັດ, ມີໂບດແລະອື່ນໆ. ເວົ້າເຖິງສ່ວນບຸກຄົນ ກໍມີຜູ້ໄດ້ຮັບການສຶກສາສູງ, ມີວຽກເຮັດງານທໍາດີທັງພາກຣັຖ ເປັນພະນັກງານ ຕໍາຣວດ ທະຫານ ແລະພາກເອກກະຊົນ, ມີທຸຣະກິດ ຫ້າງຮ້ານ, ຮົ້ວສວນ. ເວົ້າລວມແລ້ວ ຊາວລາວຢູ່ອາເມຣິກາ ແມ່ນມີຊີວິດການເປັນຢູ່ດີ. ມີປະ ກັນສັງຄົມ, ຣັຖບານຊ່ອຍເຫລືອ, ເມື່ອເຖົ້າແກ່ກໍໄດ້ຮັບການເບິ່ງແຍງ, ເວລາເຈັບປ່ວຍກໍໄດ້ປິ່ນປົວຢູ່ໂຮງໝໍ.

ສິ່ງທີ່ກ່າວມານັ້ນ ສ່ວນນຶ່ງກໍເປັນຍ້ອນຜົລສະທ້ອນຈາກຜົລງານຂອງ ດຣ. ມາຣ໌ຕິນ ລູເທີຣ໌ ຄິງ ທີ່ມີໄວ້ໃຫ້ຊາວອາເມຣິກັນທັງຫລາຍ. ທ່ານມີແຮງບັນດານໃຈຈາກຄວາມເຊື່ອຖືສາ ສນາຄຣິສຕຽນຂອງທ່ານ ແລະການເຄື່ອນໄຫວແບບສັນຕິວິທີ ເພື່ອຄວາມເປັນທໍາຂອງມະຫາຕະມະ ຄານທີ. 

ທ່ານເປັນຜູ້ນໍາຂະບວນການສິດທິພົລເຮືອນອາເມຣິກັນ ມາຕັ້ງແຕ່ປີ 1955 ເຖິງປີ 1968 ຊຶ່ງເປັນປີທີ່ທ່ານຖືກລອບຄາຕກໍາ.

ທ່ານເປັນຄົນໜຸ່ມທີ່ສຸດທີ່ໄດ້ຮັບລາງວັນ ໂນແບວ ຂແນງສັນຕິພາບ ໃນປີ 1964 ເວລາທີ່ທ່ານມີອາຍຸພຽງ 35 ປີ. ນອກຈາກນີ້ກໍໄດ້ຮັບຫລຽນອິສຣະພາບຂອງປະທານາທິບໍດີ ແລະຫລຽນຄໍາຂອງຣັຖສະພາສະຫະຣັຖ. ອະນຸສາວະຣີຂອງທ່ານ ຕັ້ງຢູ່ຂ້າງສວນສາທາຣະນະແຫ່ງຊາດ National Mall ທີ່ນະຄອນຫລວງ ວໍຊິງຕັນ ດີຊີ.  ສະບາຍດີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.