ຄວາມຄຶດຄວາມເຫັນ ກ່ຽວກັບ ແມ່ຍິງລາວ ເຮັດວຽກ ຢູ່ຄິງສ໌ໂຣມັນສ໌ ຍັງລໍຖ້າການຊ່ອຍເຫຼືອ, ປະຊາຊົນຄົນທັມດາ ຮ້ອງທຸກ ບໍ່ໄດ້ຮັບການແກ້ໄຂ ແລະ ຄົນຂັບຣົຖ ຂົນສົ່ງສິນຄ້າຄົນລາວ ຕີກັນກັບຄົນຈີນ.
ຄວາມເຫັນບາງຕອນ:
ກ່ຽວກັບຂ່າວ"ແມ່ຍິງລາວ ເຮັດວຽກ ຢູ່ຄິງສ໌ໂຣມັນສ໌ ຍັງລໍຖ້າການຊ່ອຍເຫຼືອ"
“ພາຍຫຼັງ ປະເທດຊາດ ໄດ້ຮັບການປົດປ່ອຍ ພັກລັດ ໄດ້ປາບປາມ ສີ່ງອະບາຍຍະມຸກທັງຫຼາຍ ທີ່ເສດເຫຼືອມາຈາກ ລະບອບເກົ່າ, ແຕ່ມາເຖີງປະຈຸບັນ ໃຫ້ນາຍທືນ ຕ່າງຊາດມາສຳປະທານ ທີ່ດີນ ບ້ານເຮືອນ, ໄຮ, ນາ, ຮົ້ວສວນ ຂອງປະຊາຊົນ ມາສ້າງເປັນເຂດເສດຖະກິດພິເສດ ພວກເຂົາ ໄດ້ນຳເອົາສີ່ງອະບາຍຍະມຸກ ເຂົ້າມາ ບົ່ມເມົາ ໄວໜູ່ມລາວ ນີ້ ແລະ ຢາກໃຫ້ປະເທດຊາດຈະເລີນໄວ ມັນຍອ່ມຈະມີຜົນໄດ້ຜົນເສັຽ ຕາມໆກັນມາ ບໍ່ມີນາຍທືນໜ້າໃດດອກ ທີ່ ຈະມາສ້າງໃຫ້ ໂດຍທີບໍ່ຫວັງຜົນກຳໄລ…”
…
( ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)
ຕິດຕາມມາດ້ວຍ ເພງ ຫາດຊາຍ ສວັນ, ຈາກສຽງຂັບຮ້ອງ ຂອງຍານາງ ວິໄລວັນ ສີສຸນົນ, ສິລປິນ ຈາກປະເທດ ອັອສເຕຣເລັຽ.