5 ປະເທດອະນຸພາກລຸ່ມນ້ຳຂອງ ເປັນທີ່ໝາຍປອງ
2022.01.16
ອະນຸພາກເຂດລຸ່ມແມ່ນ້ຳຂອງ ຊຶ່ງປະກອບດ້ວຍ 5 ປະເທດ ຄື ລາວ, ໄທຍ ພະມ້າ, ວຽດນາມ ແລະກັມພູຊາ ເປັນເຂດທີ່ອຸດົມສົມບູນ ດ້ວຍຊັພຍາກອນທັມມະຊາດ ແລະຊັພຍາກອນມະນຸດ ມີປະຊາກອນເຖິງ 250 ລ້ານຄົນ ຊຶ່ງສ່ວນຫຼາຍ ເປັນຄົນຢູ່ໃນໄວອອກແຮງງານ. ສະນັ້ນ ຫຼາຍປະເທດ ເປັນຕົ້ນສະຫະຣັຖອະເມຣິກາ ແລະຈີນ ກໍຢາກມາຮ່ວມມື ລົງທຶນ ແລະຄ້າຂາຍ. ນັ້ນແມ່ນຄຳຄິດຄຳເຫັນ ຂອງນັກວິຊາການ ຫຼາຍທ່ານ ທີ່ໄດ້ກ່າວໃນກອງປະຊຸມ ສັມມະນາ ທາງໄກ ກ່ຽວກັບການຮ່ວມມື ລະຫວ່າງສະຫະຣັຖ ແລະເຂດລຸ່ມແມ່ນ້ຳຂອງ ເມື່ອວັນທີ 10 ມົກກະຣາ 2022.
ຍານາງ ອາຣຸນ ຣຸ້ງໂພທອງ ເຈົ້າໜ້າທີ່ຂັ້ນສູງ ຂອງກະຊວງການຕ່າງປະເທດໄທຍ ກ່າວໃນກອງປະຊຸມສັມມະນານັ້ນ ຕອນນຶ່ງວ່າ:
“ເຂດລຸ່ມແມ່ນ້ຳຂອງມີປະຊາກອນລວມປະມານ 250 ລ້ານຄົນ ຊຶ່ງສ່ວນຫຼາຍ ຢູ່ໃນໄວເຮັດວຽກ ເປັນຖານການຜລິດຂອງຍີ່ປຸ່ນແລະເກົາຫຼີໃຕ້ ແລະກໍເປັນໜ້າບ້ານຫຼືຫຼັງບ້ານຂອງຈີນ. ປັດຈຸບັນ ເຂດລຸ່ມແມ່ນ້ຳຂອງນີ້ ມີໂຄງການຮ່ວມມື ເຖິງ 13 ໂຄງການ ເຊັ່ນໂຄງການຮ່ວມມືກັບສະຫະຣັຖ ຈີນ ອິນເດັຍ ຍີ່ປຸ່ນແລະເກົາຫຼີໃຕ້.”
ທ່ານ ນະຣົງໄຊ ອັກຄະຣະສານີ ປະທານກັມມະການ ເພື່ອການພັທນາເສຖກິຈ ເຂດລຸ່ມແມ່ນ້ຳຂອງ ກໍກ່າວວ່າ ຫຼັງໂຄວິດ ສະຫະຣັຖ ອາດສາມາດຊ່ອຍສົ່ງເສີມການຄ້າ ເປັນຕົ້ນການສົ່ງອອກຂອງໄທຍ ແລະວຽດນາມ, ໃຫ້ການຊ່ວຍເຫຼືອທາງດ້ານສັງຄົມແກ່ລາວ ແລະກັມພູຊາ ສ່ວນທາງດ້ານເສຖກິຈນັ້ນ ສອງປະເທດນີ້ຂຶ້ນກັບຈີນ, ຕໍ່ພະມ້າ ສະຫະຣັຖ ອາດຊ່ອຍຫຍັງບໍ່ໄດ້ຫຼາຍ ພຽງແຕ່ຫວັງວ່າ ພະມ້າຈະຈັດໃຫ້ມີການເລືອກຕັ້ງພາຍໃນປີໜ້າ. ໃນໄລຍະຍາວ ສະຫະຣັຖ ຄວນຊ່ອຍຫຼຸດຜ່ອນຄວາມທຸກຍາກໃນເຂດລຸ່ມແມ່ນ້ຳຂອງ ແກ້ໄຂບັນຫາສິ່ງແວດລ້ອມ ປັບປຸງແລະຂຍາຍອິນເຕີແນັດ ແລະສົ່ງເສີມການຜລິດໄຟຟ້າດ້ວຍພະລັງອາທິດແລະລົມ ຊຶ່ງເປັນການພັທນາແບບຍືນຍົງ.
ທ່ານ ວາຣິນ ສັດເດວ ຊຶ່ງເປັນຜູ້ດຳເນີນການສັມມະນາ ກ່າວວ່າ ເຂດລຸ່ມແມ່ນ້ຳຂອງ ເປັນເຂດພູມມີຣັຖສາດ ທີ່ທັງສະຫະຣັຖແລະຈີນ ກຳລັງພຍາຍາມຂຍາຍບົດບາດ ຢ່າລືມວ່າ ທັງສອງປະເທດ ອາດມາຊ່ອຍເຫຼືອ ແຕ່ການຊ່ອຍເຫຼືອນັ້ນ ອາດມີເງື່ອນໄຂໃດນຶ່ງ. ເວົ້າສະເພາະ ສະຫະຣັຖ ມີການຮ່ວມມືກັບເຂດລຸ່ມແມ່ນ້ຳຂອງມາແຕ່ດົນນານແລ້ວ ນັບແຕ່ຂໍ້ລິເລີ້ມສະຫະຣັຖ-ແມ່ນ້ຳຂອງ ຂອງປະທານາທິບໍດີ ບາຣັກ ໂອບ່າມ່າ ຈົນເຖິງປັດຈຸບັນ ກໍມີ ຄູ່ຮ່ວມພັທນາເຂດລຸ່ມແມ່ນ້ຳຂອງ.
ຕໍ່ຄຳຖາມທີ່ວ່າ ສະຫະຣັຖ ຈະໃຫ້ການຊ່ວຍເຫຼືອຫຍັງແດ່ຫຼັງໂຄວິດ?
ຍານາງ ອາຣຸນ ຣຸ້ງໂພທອງ ຈາກກະຊວງການຕ່າງປະເທດໄທຍ ຕອບວ່າ:
“ສະຫະຣັຖ ອາດຊ່ວຍສ້າງໂຄງຮ່າງພື້ນຖານ ການຄົມມະນາຄົມ ແລະພັທນາໂຄງຮ່າງພື້ນຖານດີຈີໂຕລທີ່ມີຄຸນນະພາບ. ນອກຈາກນີ້ ສະຫະຣັຖ ກໍສາມາດໃຫ້ຄວາມຮູ້ທາງດ້ານແທກໂນໂລຈີແລະການສື່ສານ, ຊ່ວຍການຮັກສາສຸຂພາບ, ຊ່ວຍພັທນາຊັພຍາກອນມະນຸດ ແລະຊ່ວຍພັທນາສີຂຽວຫລືພັທນາແບບຍືນຍົງ.”
ສ່ວນຮອງສາສດາຈານ ພູເພັດ ກ້ຽວພິລາວົງ ຄະນະບໍດີຄະນະເສຖສາດແລະວິໃຈການບໍຣິຫານທຸຣະກິຈ ຈາກມະຫາວິທະຍາລັຍແຫ່ງຊາດລາວ ກໍໃຫ້ຄຳເຫັນວ່າ:
“ເຮົາໂຊກຮ້າຍ ຍັງຖືກຜົລກະທົບຈາກໂຄວິດ ຊຶ່ງເຮັດໃຫ້ຫຼາຍປະເທດ ມີການຂຍາຍຕົວທາງດ້ານເສຖກິຈຕິດລົບ ລວມທັງລາວ ການຄ້າລະຫວ່າງປະເທດແລະການລົງທຶນຫຼຸດລົງ. ຕໍ່ການແກ້ໄຂ ຣັຖບານລາວ ກໍມີແຜນຍຸທສາດພັທນາເສຖກິຈແບບຍືນຍົງ ແຕ່ພວກເຮົາຍັງໂຊກດີ ທີ່ທາງຣົຖໄຟລາວ-ຈີນ ໄດ້ສຳເຣັດທ້າຍປີກາຍນີ້. ການລົງທຶນຈາກພາກເອກຊົນຈາກສະຫະຣັຖອະເມຣິກາ ຢູ່ປະເທດລາວ ຂ້ອນຂ້າງຕ່ຳ ການຄ້າລະຫວ່າງລາວ ແລະອະເມຣິກາ ກໍຂ້ອນຂ້າງຕ່ຳເຊັ່ນດຽວກັນ. ຖ້າວ່າການຮ່ວມມືດັ່ງກ່າວນີ້ ສາມາດດືງເອົານັກລົງທຶນ ການຄ້າລະຫວ່າງສະຫະຣັຖ ແລະເຂດລຸ່ມແມ່ນ້ຳຂອງ ກໍຈະເປັນຜົລດີ ແນ່ນອນການຮ່ວມມື ຕ້ອງເປັນແບບສ້າງສັນແລະເປັນມິດ.”
ກ່ຽວກັບເຣື່ອງແມ່ນ້ຳຂອງ, ອາຈານ ສັນຕິ ໄຊສີສວັດສຸກ ຜູ້ອຳນວຍການຫຼັກສູດເສຖສາດແລະການບໍຣິການການພັທນາເສຖກິຈຂອງໄທຍ ກ່າວວ່າ:
“ການປ່ຽນແປງທີ່ວ່ານີ້ ກະທົບເຖິງຊຸມຊົນ ແມ່ນ້ຳຂອງກໍມີການພັທນາໃນພື້ນທີ່ຕົ້ນນ້ຳ ແລ້ວກໍສົ່ງຜົລກະທົບ ເຖິງພື້ນທີ່ກາງນ້ຳ ແລະປາຍນ້ຳ ທັງທາງດ້ານເສຖກິຈ ສັງຄົມແລະສິ່ງແວດລ້ອມ. ປັດຈຸບັນ ແມ່ນ້ຳຂອງປ່ຽນສີ ແຕ່ກ່ອນເປັນສີຂຸ້ນ ດຽວນີ້ນ້ຳໃສ. ການພັທນາໃນພາກລຸ່ມ ອີງຕາມການພັທນາຂອງຈີນ ບາງປະເທດໃກ້ຊິດກັບຈີນ. ການພັທນາກໍມີຢູ່ແຕ່ໃນທາງພາກເໜືອ ແຕ່ພາກໃຕ້ບໍ່ມີ ຕົວຢ່າງ ແຂວງອຸບົນຂອງໄທຍ ບໍ່ມີທາງດ່ວນ ຫຼືທາງຣົຖໄຟ ຜ່ານລາວ ອອກໄປຫາວຽດນາມ ຊຶ່ງມີໄລຍະທາງພຽງແຕ່ 450 ກິໂລແມັດເທົ່ານັ້ນ; ຖ້າມີທາງດ່ວນ ຫຼືທາງຣົຖໄຟ ການຂົນສົ່ງສິນຄ້າ ກໍຈະໄວຂຶ້ນ ແລະໄທຍ ກໍສາມາດສົ່ງສິນຄ້າໄປຍີ່ປຸ່ນ ແລະເກົາຫຼີໃຕ້ງ່າຍຂຶ້ນ. ນອກຈາກນີ້ ອາຈານ ສັນຕິ ໄຊສີສວັດສຸກ ກໍໄດ້ສເນີໃຫ້ສະຫະຣັຖ ຊ່ອຍຮັກສາສັນຕິພາບ ຄວາມໝັ້ນຄົງ ຊ່ອຍການສຶກສາ ຊ່ອຍດ້ານມະນຸສທັມແລະຊ່ວຍຕ້ານໂຄວິດ ໃຫ້ມີປະສິດທິພາບໃນເຂດລຸ່ມແມ່ນ້ຳຂອງ.”
ໃນພາກຖາມ-ຕອບ ຄົນຟັງຂຽນເຂົ້າມາຖາມວ່າ ປະເທດລຸ່ມແມ່ນ້ຳຂອງ ຈະເລືອກຮ່ວມມືກັບໃຜດີ ສະຫະຣັຖຫຼືຈີນ?
ອາຈານ ພູເພັດ ກ້ຽວພິລາວົງ ຈາກມະຫາວິທະຍາລັຍແຫ່ງຊາດລາວ ຕອບວ່າ:
“ການຮ່ວມມືລະຫວ່າງສະຫະຣັຖ ແລະ ເຂດລຸ່ມແມ່ນ້ຳຂອງ ຫຼືການຮ່ວມມືລ້ານຊ້າງ ກໍມີຈຸດດີ; ໃຫ້ພວກເຮົາເລືອກ ມັນກໍເປັນການຍາກ ເພາະວ່າ ປະເທດອະເມຣິກາ ກໍທະໜັດເສຖກິຈດີຈີໂຕລ ແລະບັດນີ້ທາງຈີນ ກໍອາດມີການສ້າງໂຄງຮ່າງພື້ນຖານ ຫຼືການລົງທຶນທາງດ້ານການຄ້າເປັນຫຼັກ. ປະເທດລຸ່ມແມ່ນ້ຳຂອງ ຕ້ອງຮູ້ຈັກຮ່ວມມື ແລະເລືອກເອົາສິ່ງທີ່ມີຜົນປໂຍດ ຄືແບບສັງສັນແລະເປັນມິດ.”
ຕໍ່ຄຳຖາມທີ່ວ່າ ບັນດາປະເທດໃນເຂດລຸ່ມແມ່ນ້ຳຂອງເອງ ກໍແຕກແຍກກັນ ບໍ່ສາມັກຄີກັນ ຈະເຮັດແນວໃດ ຊຶ່ງຮ່ວມມືກັບປະເທດອື່ນໄດ້ຢ່າງມີປະສິດທິພາບ?
ຍານາງ ອາຣຸນ ຣຸ້ງໂພທອງ ຈາກກະຊວງການຕ່າງປະເທດໄທຍ ຕອບສັ້ນໆວ່າ ຖ້າພາກພື້ນແມ່ນ້ຳຂອງ ສາມັກຄີກັນ ກໍຈະເຮັດໄດ້ຫຼາຍຢ່າງ.
ຫຼັງຈາກນັ້ນ ກໍມີຄົນຖາມເຂົ້າມາອີກວ່າ ປະເທດພາກພື້ນແມ່ນ້ຳຂອງຫຼືອາຊ່ຽນ ຈະຊ່ອຍແກ້ໄຂບັນຫາພະມ້າແນວໃດ? ປະກົດວ່າ ມິດງຽບ ບໍ່ມີໃຜຕອບຄຳຖາມດັ່ງກ່າວ. ຈາກນັ້ນ ຜູ້ຈັດຣາຍການ ກໍອ່ານຄຳຄິດຄຳເຫັນຂອງຜູ້ຕາງໜ້າ ສະມາຄົມແມ່ນ້ຳຂອງເຈັດແຂວງໃນພາກອີສານຂອງໄທຍ ຊຶ່ງມີເນື້ອໃນວ່າ ຢາກໃຫ້ມີການພັທນາ ພູມີພາກແມ່ນ້ຳຂອງແບບຍືນຍັງຢ່າງແທ້ຈິງ ຄວນເປີດໃຫ້ປະຊາຊົນທ້ອງຖິ່ນມີສ່ວນຮ່ວມ. ໃນໄລຍະຫ້າປີທີ່ຜ່ານມາ ແມ່ນ້ຳຂອງ ມີບັນຫານ້ຳໃສ ຂາດຝຸ່ນອາຫານ ສຳລັພືດແລະສັດ ແລະປະຣິມານນ້ຳກໍຫຼຸດລົງກວ່າເຄິ່ງ ເກີດປະກົດການ ຖ້ວມຍາມແລ້ງ ແຫ້ງຍາມຝົນ ຜິດທັມມະຊາດ ນ້ຳຂອງກາຍເປັນສີຄາມ ກະທົບລະບົບນິເວດ ຊັພຍາກອນທັມມະຊາດ ສິ່ງແວດລ້ອມ ແລະປາ.
ໃນມື້ດຽວກັນ ອີງຕາມຣາຍງານ ຂອງໂທຣະພາບແຫ່ງຊາດລາວ, ກະຊວງການຕ່າງປະເທດລາວ ກໍເປັນເຈົ້າພາບຈັດກອງປະຊຸມສັມມະນາ ວ່າດ້ວຍການຮ່ວມມືພາກພື້ນ ແລະສາກົລທ່າມກາງການຣະບາດຂອງໂຄວິດ-19 ຊຶ່ງໄດ້ຮັບການສນັບສນູນຈາກຈີນ ແລະທີມີຈຸດປະສົງ ເພື່ອແລກປ່ຽນຂໍ້ມູນຜົລກະທົບຂອງໂຄວິດ-19 ແລະຫາລືກັນ ກ່ຽວກັບການຟື້ນຟູເສຖກິຈ ໃນຫ້າປະເທດລຸ່ມແມ່ນ້ຳຂອງ ແລະຈີນ.