ໂຮງງານຂ້າສັດປ່ອຍນ້ຳເສັຽ ຊາວບ້ານເດືອດຮ້ອນ

ໄຊຍາ
2022.01.18
ໂຮງງານຂ້າສັດປ່ອຍນ້ຳເສັຽ ຊາວບ້ານເດືອດຮ້ອນ ເຂດບໍຣິເວນທີ່ ໂຮງງານຂ້າສັດ ປ່ອຍນ້ຳເສັຽລົງ
ຮູບພາບ: ຊາວບ້ານ ນາສ້ຽວ

ນໍ້າເປື້ອນທີ່ເນົ່າເສັຽ ຈາກໂຮງງານຂ້າສັດໄດ້ສົ່ງກິ່ນເໝັນ ກະທົບຊີວິດການເປັນຢູ່ຂອງຊາວ ບ້ານໃນເຂດບ້ານນາສ້ຽວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ມາດົນເປັນປີແລ້ວບັນ ຫາດັ່ງກ່າວບໍ່ສາມາດແກ້ໄຂໄດ້ເທື່ອ. ມາຮອດທຸກມື້ນີ້ພວກຊາວບ້ານຍັງຕ້ອງທົນຢູ່ກັບກິ່ນເໝັນນັ້ນຢ່າງຕໍ່ເນື່ອງເຮັດໃກ້ກິນເຂົ້າບໍ່ແຊບນອນບໍ່ເຕັມອີ່ມຈຶ່ງໄດ້ພາກັນແຈ້ງບັນຫາດັ່ງກ່າວ ໃຫ້ສື່ສັງຄົມອ໋ອນລາຍນ໌ ແລະ ຂັ້ນເມືອງຮັບຮູ້ເຖີງຜົລກະທົບນີ້ເພື່ອແກ້ໄຂໃຫ້ໄວທີ່ສຸດ. ດັ່ງຊາວບ້ານຢູ່ບ້ານນາສ້ຽວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 17 ມົກກະຣານີ້ວ່າ.

ຢາກໃຫ້ຂັ້ນເທີງລົງໄປເບິ່ງອີຫຍັງໃຫ້ໄປກວດຕື່ມຫັ້ນນ່າມັນເໝັນກິນເຂົ້າບໍ່ແຊບນອນບໍ່ລັບນອນບໍ່ເຕັມອີ່ມປະມານນີ້ມັນມາເປັນບາງບາດນ່າບາງບາດກ່າແຮງອີ່ຫຼີເຂົາຫາກໍສ່ອງແສງນ່າອົດບໍ່ໄດ້ມັນໄດ້ກິ່ນຕອນນັ້ນກໍບໍ່ແຮງປານໃດດອກມັນກໍຫາກໍເປັນຫວ່າງນຶ່ງນ່າ 3-4 ເດືອນຫວ່າງນຶ່ງນີ້.

ທີ່ຜ່ານມາທາງເຈົ້າໜ້າທີ່ ຂັ້ນເມືອງກໍລົງມາຮີບໂຮມລາຍຊື່ບ້ານ, ລາຍຊື່ເຮືອນ ທີ່ໄດ້ຮັບຜົລກະທົບແຕ່ບັນຫານໍ້າເສັຽຈາກໂຮງງານຂ້າສັດກໍບໍ່ສາມາດແກ້ໄຂໃຫ້ດີຂື້ນໄດ້. ຈົນມາຮອດມື້ນີ້ກິ່ນເໝັນຈາກນໍ້າເໜົ່າເສັຽກໍຍັງເໝັນອີ່ຫຼີຊຶ່ງມັນກະທົບເວລາພັກຜ່ອນຂອງຊາວບ້ານຈຳ ນວນຫຼາຍທີ່ຕ້ອງການນອນລັບຢ່າງສງົບພາຍຫຼັງເຮັດວຽກມາໝົດມື້ແລ້ວ. ດ່ັງຊາວບ້ານຢູ່ ບ້ານນາສ້ຽວອີກຜູ້ນຶ່ງໄດ້ກ່າວໃນມື້ດຽວກັນວ່າ.

ກິ່ນແຮງຫຼາຍແລ້ວແຕ່ລະເຮືອນກໍໄດ້ຮັບຜົລກະທົບຈັ່ງສິໝົດປີກາຍນີ້ເຂົາກໍມາຈົດຈົດໄປເນາະວ່າບ້ານໃດອັນຖືກກິ່ນເໝັນຈັ່ງສິແນ່ຫັ້ນນ່າມີຜົລກະທົບແຮງແລ້ວເຂົາກໍຈົດໄປກໍບໍ່ມີອີ່ ຫຍັງບໍ່ມີໃຜລົງມາກໍບໍ່ເຫັນແກ້ໄຂອີ່ຫຍັງຍັງກິ່ນແຮງຄືເກົ່າຄືວ່ານອນບາງຄົນຈົນຈົນຝັນວ່າໂຕເອັງຕາຍຂື້ນອືດແລ້ວເໝັນເຈົ້າຂອງວ່າຊັ້ນ

ຊາວບ້ານຈາກບ່ອນອື່ນທີ່ໄດ້ຂີ່ຣົຖໄປຫາໝູ່ຢູ່ບ້ານນາສ້ຽວເມື່ອສັປດາທີ່ຜ່ານມາແລະໄດ້ກິ່ນ ເໝັນແຮງກໍຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງແກ້ໄຂບັນຫານີ້ຍ້ອນກິ່ນເໝັນດັ່ງກ່າວເຮັດໃຫ້ຄົນພາຍໃນບ້ານຢູ່ຍາກແລະທຸກຄົນບໍ່ສາມາດລົບຫຼີກລົມທີ່ພັດເອົາອາກາດເໝັນນັ້ນມານຳໄດ້. ດັ່ງຊາວບ້ານຢູ່ເມືອງນາຊາຍທອງກ່າວໃນມື້ດຽວກັນນີ້ວ່າ.

ມີແຕ່ເກິ່ນເໝັນໂອ້ກໍບໍ່ຮູ້ຈັກສິວ່າແບບຄືຄາວ ໆ ນີ້ນ່າມັນເປັນກິ່ນແບບນັ້ນໂອ້ຢູ່ຍາກຄັນຄົນຢູ່ແຖວນັ້ນຈັກສິຊໍ່າໃດແຫຼະເຮົາກາຍໄປສື່ ໆ ເອົາແວ່ນຣົຖລົງກາບໍ່ໄດ້

ຊາວບ້ານຈຳນວນຫຼາຍຄອບົວພາຍໃນບ້ານນາສ້ຽວໄດ້ສ່ອງແສງບັນຫານໍ້າເສັຽຈາກໂຮງງານ ຂ້າສັດສົ່ງກິ່ນເໝັນລົບກວນຊີວິດການເປັນຢູ່ຂອງພວກເຂົາເຈົ້າຈົນເຮັດໃຫ້ອຳນາດການປົກຄອງຂັ້ນບ້ານດຳເນີນເອກະສານຄຳຮ້ອງທຸກຂອງຊາວບ້ານໄປໃຫ້ຫ້ອງການວ່າການປົກຄອງເມືອງ ເມືອງນາຊາຍທອງໃນວັນທີ 17 ມົກກະຣາ 2022 ແລ້ວ.

ຕາມປົກກະຕິພາຍໃນບ້ານນາສ້ຽວຊາວບ້ານສ່ວນໃຫຍ່ຕ້ອງການໃຫ້ໂຮງງານຂ້າສັດຢຸດຕິກິຈການຊົ່ວຄາວເພື່ອສ້າງລະບົບບຳບັດນໍ້າເສັຽໃຫ້ສຳເຣັດຮຽບຮ້ອຍກ່ອນເນື່ອງຈາກທີ່ຜ່ານມາໂຮງງານບໍ່ເຮັດຕາມສັນຍາທີ່ໃຫ້ໄວ້ນຳຊາວບ້ານກ່ຽວກັບເຣື່ອງຈະສ້າງລະບົບນໍ້າເສັຽໃຫ້ສຳເຣັດໂດຍໄວແລະຫຼຸດຜ່ອນການຜລິດລົງ. ມາຮອດມື້ນີ້ຫາງສຽງຊາວບ້ານນາສ້ຽວສ່ວນໃຫຍ່ມີຄວາມຕ້ອງການໃຫ້ໂຮງງານຂ້າສັດຢຸດຕິກິຈການຊົ່ວຄາວຈົນກວ່າໂຮງງານຈະມີມາຕຖານດ້ານສີ່ງແວດລ້ອມຕໍ່ຊຸມຊົນ. ດັ່ງອຳນາດການປົກຄອງຂັ້ນບ້ານກ່າວໃນມື້ດຽວກັນນີ້ວ່າ.

ອັນໂຕນີ້ຫັ້ນພວກເຮົາໄດ້ເຮັດບົດຣາຍງານຂື້ນສເນີການຈັດຕັ້ງໝົດແລ້ວກໍພາກສ່ວນທີ່ກ່ຽວຂ້ອງເປັນຜູ້ຕັດສີນໃຈເນາະຖ້າມາຕຖານໂຮງງານມີແຕ່ສັ່ງໂຮງງານໃຫ້ປິດໂລດຂໍປິດກິຈການກ່ອນຖ້າວ່າມາຕຖານໄດ້ແລ້ວໂຮງງານມີຄວາມພ້ອມບໍ່ສົ່ງຜົລກະທົບປົນເປື້ອນກໍ ເປີດໄດ້ແຫຼະກໍຮູ້ຢູ່ວ່າມາຕຖານເພິ່ນບໍ່ໄດ້ແຫຼະໄດ້ລົມນຳເພິ່ນເພິ່ນກໍວ່າເພິ່ນກຳລັງປັບປຸງແຕ່ ວ່າສິໄດ້ຫຍັງຄຳຕອບຫຍັງແມ່ນບໍ່.

ເຈົ້າໜ້າທີ່ຂັ້ນເມືອງໄດ້ຮັບຊາບແລະໄດ້ຮັບຄຳຮ້ອງຮຽນຈາກຊາວບ້ານຜ່ານອຳນາດການປົກ ຄອງຂັ້ນບ້ານແລ້ວຈຶ່ງໄດ້ມອບໝາຽໃຫ້ຫ້ອງການຊັພຍາກອນທັມຊາດແລະສີ່ງແວດລ້ອມກຽມກວດສອບພື້ນທີ່ໂຕຈີງພາຍໃນສັປດານີ້.

ທີ່ຜ່ານມາພາກສ່ວນກ່ຽວຂ້ອງກໍໄດ້ເຮັດບົດບັນທຶກນຳໂຮງງານຂ້າສັດດັ່ງກ່າວແລ້ວແຕ່ໂຮງ ງານຂ້າສັດກໍຍັງສືບຕໍ່ສ້າງຜົລກະທົບໃຫ້ຊາວບ້ານຕື່ມ. ທາງເຈົ້າໜ້າທີ່ທີ່ກ່ຽວຂ້ອງຂັ້ນເມືອງກໍມີຄວາມປະສົງໃຫ້ໂຮງງານຂ້າສັດຢຸດກິຈການຊົ່ວຄາວຕາມຄຳຮຽກຮ້ອງຂອງຊາວບ້ານແຕ່ທັງນີ້ຍັງບໍ່ໄດ້ຂໍ້ສລຸປຄັກແນ່ ແລະ ຕ້ອງລໍຖ້າລົງພື້ນທີ່ໂຕຈິງເພື່ອຫາແນວທາງແກ້ໄຂກັບທຸກພາກສ່ວນທີ່ກ່ຽວຂ້ອງນຳກັນກ່ອນ. ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງເມືອງນາຊາຍທອງກ່າວໃນມື້ດຽວກັນນີ້ວ່າ.

ກໍຍ້ອນວ່າທາງບໍຣິສັດນີ້ແຫຼະເນາະເພິ່ນບໍ່ປະຕິບັດຕາມບົດບັນທຶກຂອງພວກເຮົາເຮັດໃນຄັ້ງກ່ອນນັ້ນແຕ່ວາບັນຫາໂຕນີ້ພວກເຮົາກໍຊິໄປລົງຄືກັນແຕ່ງຕັ້ງຄະນະກັມມະການລົງໄປເບິ່ງໂຕຈິງເຈົ້າດຽວນີ້ລາວວ່າລາວເຮັດໂຮງແກັສແຕ່ວ່າລາວສິເຮັດໄດ້ບໍ່ດຽວລົງໄປເບິ່ງໂຕຈິງອີກບາດນຶ່ງເດີ້

ໂຮງງານຂ້າສັດແຫ່ງນີ້ເປັນຂອງນັກທຸຣະກິຈລາວຕັ້ງຢູ່ເຂດບ້ານນາສ້ຽວແລະຕັ້ງຢູ່ຫ່າງຊຸມຊົນທີ່ເຮືອນຂອງປະຊາຊົນອາສັຍຢູ່ບໍ່ກາຍ 1 ກິໂລແມັດ ແລະ ໄດ້ຮັບອະນຸຍາດຈາກຂັ້ນເທີງໃຫ້ສາມາດຕັ້ງເປັນໂຮງງານຂ້າສັດໄດ້ເປັນເວລາປະມານ 1 ປີແລ້ວ. ທີ່ຜ່ານມານໍ້າ

ເໜົ່າເສັຽຈາກໂຮງງານຂ້າສັດແຫ່ງນີ້ກໍໄດ້ສົ່ງກິ່ນເໝັນຢ່າງຕໍ່ເນື່ອງຕັ້ງແຕ່ມີໂຮງງານແຫ່ງນີ້ ມາຕັ້ງຢູ່ພາຍໃນບ້ານແຕ່ 2-3 ເດືອນຜ່ານມານີ້ຖືວ່ານໍ້າເສັຽຈາກໂຮງງານນີ້ໄດ້ສ້າງກິ່ນ

ເໝັນລົບກວນຊາວບ້ານພາຍໃນບ້ານນາສ້ຽວແລະປະຊາຊົນເຂດອື່ນທີ່ສັນຈອນ ໄປ-ມາ ແຮງກວ່າເກົ່າແລະຖືວ່າເປັນບັນຫາທີ່ຍັງແກ້ບໍ່ຕົກ.

 ນອກຈາກນີ້ວິທຍຸເອເຊັຽເສຣີໄດ້ປະສານງານເພື່ອຕິດຕໍ່ຫາເຈົ້າຂອງໂຮງງານຂ້າສັດນີ້ແຕ່ບໍ່ ສາມາດຕິດຕໍ່ໄດ້. ທັງນີ້ຂໍ້ມູນກ່ຽວກັບການເຈຣະຈາເພື່ອແກ້ໄຂບັນຫານໍ້າເສັຽຈາກໂຮງງານຂ້າສັດແມ່ນເຈົ້າໜ້າທີ່ຂັ້ນບ້ານ ປະຊາຊົນ ເຈົ້າໜ້າທີ່ຂັ້ນເມືອງ ແລະ ໂຮງງານຂ້າສັດຈະໄດ້ຮ່ວມກັນແກ້ໄຂພາຍໃນສັປດານີ້. ອີງຕາມຂໍ້ມູນຈາກຫ້ອງການວ່າການປົກຄອງເມືອງນາຊາຍທອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.