ສານທະຫານພະມ້າ ຕັດສິນໂທດຍານາງ ອອງຊານ ຊູຈີ

ສິດນີ້
2022.01.16
ສານທະຫານພະມ້າ ຕັດສິນໂທດຍານາງ ອອງຊານ ຊູຈີ ຍານາງ ອອງຊານ ຊູຈີ ແລະ ທ່ານ ວິນມິນ ປາກົດໂຕໃນສານ ທີ່ກຸງເນປິດໍ ເທື່ອທຳອິດ ໃນວັນທີ 24 ເດືອນເມສາ ປີ 2021.
AFP

ສານທະຫານພະມ້າ ໄດ້ຕັດສິນລົງໂທດ ຍານາງ ອອງຊານ ຊູຈີ (Aung San Suu Kyi) ຜູ້ນຳພັກນິບາດເພື່ອປະຊາທິປະຕັຍ ໃນພະມ້າ ໃນມື້ວັນຈັນອາທິດນີ້ເພີມອີກ 4 ປີ ເປັນ 6 ປີ ໃນຂໍ້ກ່າວຫາວ່າ ແຈກຢາຍເຄື່ອງສັນຍາວິທະຍຸມືຖື ຫລື Walkie-Talkie ໃຫ້ແກ່ປະຊາຊົນ ເພື່ອປຸກຣະດົມໃນການສື່ສານຕໍ່ຕ້ານກຸ່ມຜເດັດການ ຝ່າຝຶນກົດຣະບຽບທາງການກ່ຽວກັບ ມາຕການປ້ອງກັນໂຄວິດ-19 ໃນການວ່າຄວາມແບບບໍ່ເປີດເຜີຍຂອງສານທະຫານພະມ້າ ອີງຕາມຂໍ້ມູນຈາກຜູ້ທີ່ີຮູ້ເຫດການຂອງຄະດີຂອງຍານາງ.

ເກືອບຮອດນຶ່ງປີ ທີ່ຣັຖບານຂອງຍານາງ ຖືກໂຄ້ນຫລົ້ມ ແລະຖືກຈັບຈາກກຸ່ມຜເດັດການ ທະຫານ ຍານາງ ອອງຊານ ຊູຈີ, ອາຍຸ 75 ປີ ຖືກສານຕັດສິນກ່ອນໜ້ານີ້ ໃຫ້ຖືກຄຸກເປັນເວລາສອງປີໃນຂໍ້ກ່າວຫາ ນຳເຂົ້າເຄື່ອງສັນຍານ ມືຖື ແລະ ຣະເມີດກົດໝາຍວ່າ ດ້ວຍພັຍພິບັດແຫ່ງຊາດ.

ການຕັດສິນຂອງສານທະຫານ ໃນມື້ວັນຈັນ ແລະໃນໄລຍະຜ່ານມາ ເປັນການຕັດສິນທີ່ບໍ່ຍຸດຕິທັມ ທີ່ຈະເພີ້ມໂທດຂອງຍານາງໃຫ້ຕິດຄຸກເຖີງ 100 ປີ ອີງຕາມຂໍ້ມູນຜູ້ທີ່ຮູ້ເຫດການໃນສານກ່າວຕໍ່ວິທະຍຸເອເຊັຽເສຣີ ຜແນກພາສາພະມ້າ.

ນັກວິຊການພະມ້າ ທ່ານນຶ່ງເວົ້າວ່າ:

ທ່ານວ່າ ການຕັດສິນຄະດີ ຂອງສານທະຫານພະມ້າເທື່ອນີ້ ແມ່ນເພື່ອເຮັດໃຫ້ຍານາງ ອອງຊານ ຊູຈີ້ ອອກຈາກບັດບາດທາງ ການເມືອງໄປ ເປັນເວລາດົນນານເທົ່າທີ່ຈະເປັນໄປໄດ້.

ໃນວັນທີ 6 ທັນວາ ຜ່ານມາ ຍານາງ ອອງຊານ ຊູຈີ ພ້ອມທັງ ທ່ານ ວິມີນ ຖືກສານທະຫານພະມ້າຕັດສິນຈຳຄຸກເປັນເວລາ 2 ປີ ໃນຂໍ້ກ່າວຫາ ປຸກຣະດົມ ໃຫ້ມີການຕໍ່ຕ້ານກຸ່ມຜເດັດການ ທະຫານ ແລະ 2 ປີ ຣະເມີດຂໍ້ຫ້າມກ່ຽວກັບມາຕການ ປ້ອງກັນໂຄວິດ-19 ຊື່ງກຸ່ມຜເດັດການທະຫານໄດ້ຜ່ອນໂທດລົງເປັນສອງປີ ໂດຍການຈຳກັດບໍຣິເວນ.

ທະນາຍຄວາມຂອງຍານາງ ອອງຊານ ຊູຈີ ຖືກຫ້າມວ່າຄວາມໃນສານຈາກຜູ້ນຳຜເດັດການ ທະຫານ ແຕ່ເດືອນຕຸລາ ຜ່ານມາ ຫລັງຈາກທີ່ທ່ານ ເປີດເຜີຍຂໍ້ມູນຕໍ່ປະຊາຊົນກ່ຽວກັບຄະດີຂອງຍານາງ.

ຍານາງ ອອງຊານ ຊູຈີ ໄດ້ປະຕິເສດຕໍ່ຂໍ້ກ່າວຫາຕ່າງໆ ທີ່ກຸ່ມທະຫານຕູ່ໃສ່ນາງ ແລະກຸ່ມທີ່ສນນັບສນູນຍານາງ ເປັນຕົ້ນ ປະຊາຊົນໂດຍທົ່ວໄປ, ກຸ່ມປົກປ້ອງສິດທິມະນຸດແລະ ຣັຖບານ ອົງການຕ່າງຊາດກໍປະນາມການກະທຳດັ່ງກ່າວຂອງທະຫານ ກຸ່ມດັ່ງກ່າວ ເວົ້າວ່າ ເປັນຄະດີທີ່ມີການເມືອງແບບແຝງ.

ທ່ານ ກໍ້ທະເວ ສມາຊິກ ວົງໃນ ຂອງພັກສັນນິບາດເພື່ອປະຊາທິປະຕັຍ ຂອງຍານາງ ອອງຊານ ຊູຈີ ປະນາມການຕັດສິນຂອງສານທະຫານພະມ້າໂດຍເວົ້າວ່າ ເປັນການຕັດສິນທີ່ບໍ່ຍຸດຕິທັມ. ທ່ານເວົ້າວ່າ:

ຂ້າພະເຈົ້າຮູ້ມາແຕ່ຕົ້ນວ່າ ສານທະຫານພະມ້າໄດ້ຕັດສິນຄະດີຂອງນາງ ຫລັງຈາກຍານາງຖືກຈັບ ບໍ່ແມ່ນຫລັງຈາກຂື້ນສານ, ສານທະຫານແລະຂຸນສານ ປະຕິບັດຕາມຄຳສັ່ງຂອງຜູ້ນຳຜເດັດການທະຫານຕ້ອງການແທນທີ່ຈະຕັດສິນຄະດີຕາມກົດໝາຍບັນທຸກໃວ້.

ທ່ານ ກິມີນ ທະນາຍຄວາມອາວູໂສ ພະມ້າເວົ້າວ່າ  ສານພະມ້າແລະກຸ່ມຜູ້ນຳຜເດັດການທະຫານຕ້ອງແຍກອອກຈາກກັນໃນການຕັດສິນຄະດີ ອີງຕາມກົດໝາຍຣັຖທັມມະນູນສບັບປີ 2008 ຊື່ງກຸ່ມທະຫານກໍຮັບຮູ້ກົດໝາຍດັ່ງກ່າວ. ທ່ານວ່າ:

ກຸ່ມທະຫານບອກວ່າ ພວກເພີ່ນຣັຖປະຫານໃນວັນທີ 1 ກຸມພາຜ່ານມາ ແມ່ນປະຕິບັດຕາມກົດໝາຍຣັຖທັມມະນູນສບັບປີ 2008 ແຕ່ບໍ່ເຫັນການປະຕິບັດຂອງກຸ່ມທະຫານໃນກົດໝາຍດັ່ງກ່າວແຕ່ຢ່າງໃດ ໃນຄະດີຂອງຍານາງ ອງງຊານຊູຈີ້.

ການຕັດສິນຄະດີ ຂອງສານທະຫານພະມ້າ ເຕັມໄປດ້ວຍຄວາມລັບແລະຂໍ້ກ່າວຫາຕ່າງໆນາໆ ເພື່ອຢາກກອງຄວາມຜິດໃສ່ຍານາງອອງຊານ ຊູຈີ ເພື່ອໃຫ້ນາງຖືກຄຸກໄປຕຣອດ ທ່ານ ຟຽວ ໂຣເບີດຊັນ ຮອງຜູ້ອຳນວຍການ ອົງການສີ້ງຊອມດ້ານສິດທິມະນຸດປະຈຳຂົງເຂດກ່າວ.

ທ່ານເວົ້າວ່າ ຄວາມຢ້ານກົວທີ່ຍານາງ ຈະສືບຕໍ່ມີອຳນາດທາງດ້ານການເມືອງ ເຮັດໃຫ້ກຸ່ມຜເດັດການທະຫານຫາເຣື້່ອງໃສ່ນາງເພື່ອເອົານາງຂື້ນສານ Kangaroo Court ຂອງກຸ່ມທະຫານທີ່ສ້າງຄວາມຫົວເຣາະຈາກສາກົນ ໃນຂໍ້ກ່າວຫາຕ່າງໆນາໆ ທີ່ມີການເມືອງແອບແຝງ.

ກຸ່ມຜເດັດການທະຫານ ຣະເມີດສິດທິມະນຸດຂອອງທຸກຄົນ ໃນພະມ້າ ເລີ້ມຈາກຍານາງ ອອງຊານ ຊູຈີໄປຮອດນັກການເມືອງຄົນອື່ນໆໃນສມັຍຣັຖບານເກົ່າ ແລະກຸ່ມນັກເຄື່ອນໄຫວເພື່ອປະຊາທິປະຕັຍໃນທ້ອງຖນົນ.

ທ່ານ ຟຽວ ໂຣເບີດຊັນ ກ່າວຜ່ານ ວິດີໂອ ຈາກບາງກອກ ປະເທດໄທວ່າ:

ທ່ານວ່າ ຕາມທີ່ຫລາຍຄົນຮູ້ ບໍ່ມີຄວາມອັບອາຍຂາຍໜ້າແຕ່ຢ່າງໃດ ມັນເປັນສານ kangaroo court ທີ່ກຸງ ເນປາດໍ ຕັດສິນຕໍ່ນາງ.
ທ່ານ Charles Santiago ສມາຊິກສພາມາເລເຊັຽ ພ້ອມທັງເປັນສມາຊິກສພາອາຊຽນ ທາງດ້ານສິດທິມະນຸດກ່າວກ່ຽວກັບການຕັດສິນຄະຂອງຍານາງ ອອງຊານ ຊູຈີ ຂອງສານທະຫານພະມ້າໃນມື້ວັນຈັນຜ່ານມາວ່າ ຣະບົບຍຸທຕິທັມ ຂອງພະມ້າ ສແດງໃຫ້ເຫັນເປັນເຄື່ອງມືຂອງກຸ່ມທະຫານແລະກໍເປັນການສແດງອອກ ເຖີງເຈດຈຳນົງ ທີ່ກຸ່ມຜເດັດການທະຫານພະມ້າ ຕອ້ງການຢາກລຶບລ້າງ ຝ່າຍຕົງກັນຂ້າມທາງດ້ານການເມືອງຫລັງຈາກກຸ່ມດັ່ງກ່າວຊນະການເລືອກຕັ້ງໃນປີ 2020.

ໃນທີ່ສຸດ ທ່ານ ຟຽວ ໂຣເບີດຊັນເວົ້າວ່າ:

ທ່ານວ່າ ພວກເຮົາຈະເຫັນການຕັດສິນອແລະລົງໂທດໃນຄະດີຕ່າງໆ ຂອງນາງ ໃນອານາຄົດ.”

ຍານາງ ອອງຊານ ຊູຈີ ເປັນນຶ່ງໃນຈຳນວນກວ່າ 8 ພັນຄົນ ທີ່ຖືກກຸ່ມທະຫານຈັບຫລັງຈາກການຣັຖປະຫານໃນວັນທີ 1 ກຸ່ມພາຜ່ານມາທີ່ໂຄ້ນລົ້ມຣັຖບານພົລເຮືອນຂອງຍານາງ ອອງຊານ ຊູຈີ, ທ່ານ ຊັງຕິໂກ ກ່າວ ທ່ານວ່າ:

ປະຊາຄົມສາກົນ ຕ້ອງໃຊ້ມາຕການເດັດຂາດຕໍ່ກຸ່ມຜເດັດການທະຫານພະມ້າເພື່ອປົກປອ້ງປະຊາຊົນແລະຣະບອບປະຊາທິປະຕັຍໃນພະມ້າ ໃນນັ້ນ ຮ່ວມດ້ວຍການຮ່ວມຂວ້ມບາດທາງດ້ານອາວຸດຍຸດທະພັນທີ່ທະຫານໄດ້ຮັບ, ຮອງຮັບຣັຖບານພົລເຮືອນໃໝ່ພະມ້າ ທີ່ຕັ້ງຂື້ນໂດຍປະຊາຊົນແລະກຸ່ມຜູູ້ນຳທີ່ປະຊາຊົນເລືອກມາ.

ອີງຕາມຂໍ້ມູນຈາກສມາຄົມຊ່ອຍເຫລືອນັກໂທດທາງດ້ານການເມືອງທີ່ຖືກກັກຂັງໃນພະມ້າ ທີ່ມີສູນກາງຢູ່ປະເທດໄທ, ສານທະຫານພະມ້າໄດ້ຕັດສິນລົງໂທດ ຜູ້ທີ່ຖືກຈັບ ກວ່າ 577 ຄົນຊື່ງໃນຈຳນວນ ຜູ້ທີ່ຖືກຈັບກວ່າ 8,500 ຄົນແມ່ນພົລເຮືອນ ຫລັງຈາກການຣັຖປະຫານໃນວັນທີ 1 ກຸມພາ ເປັນຕົ້ນມາແລະກຸ່ມທະຫານໄດ້ຂ້າປະຊາຊົນເຖີງແລ້ວຈຳນວນ 1,459 ຄົນ. ສບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.