ອັຕຣາເງິນກີບ ອ່ອນຄ່າ ກະທົບ ປະຊາ ຜູ້ຊື້ຂາຍ
2022.01.19

ໃນປີ 2021 ຜ່ານມາອັຕຣາ ເງິນເຟີ້ ໃນປະເທດລາວ ແມ່ນເພີ່ມຂຶ້ນເລື້ອຍໆ ໂດຍອີງຕາມເວັບໄສຕ໌ຂອງທະນາຄານ ແຫ່ງ ສປປລາວ ໄດ້ຣາຍງານພົບເຫັນວ່າ ເຣີ່ມແຕ່ເດືອນມົກຣາ ອັຕຣາເງິນເຟີ້ຢູ່ທີ່ 2.01% ຈົນມາເຖີງເດືອນພຶສຈິກາອັຕຣາເງິນເຟີ້ເພີ່ມຂຶ້ນມາຢູ່ທີ່ 5.04%.
ຕໍ່ກັບກໍຣະນີອັຕຣາເງິນເຟີ້ ທີ່ເພີ່ມຂຶ້ນຕລອດປີ 2021 ມັນໄດ້ສົ່ງຜົລກະທົບຕໍ່ກັບຜູ້ປະ ກອບທຸຣະກິຈ, ຄ້າ-ຂາຍ ລາຍຍ່ອຍ ແລະ ຜູ້ຊື້ຈຳເປັນຕ້ອງໄດ້ທົນແບກຫາບກັບລາຍຈ່າຍ ໃນຊີວິດປະຈຳວັນທີ່ເພີ່ມຂຶ້ນແບບບໍ່ເຄີຍມີມາກ່ອນ. ດັ່ງຊາວຄ້າຂາຍຜູ້ນຶ່ງໄດ້ກ່າວຕໍ່ RFA ໃນວັນທີ 18 ມົກກະຣາວ່າ: ອັຕຣາແລກປ່ຽນຂຶ້ນແຮງຈຳເປັນຕ້ອງໄດ້ຂາຍແພງ.
“ເຣດເງິນຂຶ້ນກະຢ່າສີນຄ້າບາງຢ່າງມັນກໍຍັງຂາຍຢູ່ໃນລາຄາເກົ່າໂຕໃດທີ່ວ່າເຮົາໄດ້ມາລາຄາເກົ່າເຮົາກາຈະຂາຍໃນລາຄາເກົ່າໃຫ້ໂຕໃດທີ່ຊື້ມາແພງກໍຈຳເປັນໄດ້ຂາຍແພງ.”
ສ່ວນຜູ້ໃຊ້ແຮງງານທີ່ອາສັຍກິນເງິນເດືອນຈາກການເຮັດວຽກແຕ່ລະເດືອນກໍໄດ້ກ່າວວ່າໃນຍຸກນີ້ທີ່ໂຄວິດ-19 ຣະບາດມັນເຂົ້າມາປ່ຽນແປງຊີວິດເຮົາໄປຫຼາຍ. ເມື່ອກ່ອນເງິນນຶ່ງແສນຊື້ ອາຫານກຸ້ມຄອບຄົວແຕ່ມາໃນທຸກມື້ນີ້ກັບປ່ຽນແປງໄປຫຼາຍເງິນ 1 ແສນກີບອອກຕລາດຊື້ອາຫານກັບບໍ່ກຸ້ມນຶ່ງຄາບໃນຄອບຄົວ.
“ບອກເລີຍວ່າທຸກຢ່າງຄືແພງແຮງເນາະທຸກຢ່າງຂຶ້ນລາຄາແຮງຕອນນີ້ບໍ່ໄຫວທຸກຄົນທຸກຢ່າງຂຶ້ນລາຄາຄ່າຄອງຊີບແພງເພາະສະນັ້ນຖ້າທຽບໃສ່ເມື່ອກ່ອນນຶ່ງແສນກີບກີນໝົດຄອບ ຄົວກິນຮອດສອງສາມມື້ຍັງບໍ່ໝົດເງິນແສນກີບໂຄວິດເຂົ້າມາມັນມາປ່ຽນແປງ.”
ທາງດ້ານຜູ້ປະກອບການຜລິດສນອງສີນຄ້າພາຍໃນແຫ່ງນຶ່ງທີ່ບໍ່ປະສົງອອກສື່ແລະຕຳແໜ່ງ ໄດ້ໃຫ້ຄຳເຫັນຜ່ານສື່ມວນຊົນທ້ອງຖີ່ນວ່າມາເຖີງປັດຈຸບັນການນຳເອົາວັດຖຸດິບຈາກຕ່າງປະ ເທດເຂົ້າມາຜລິດໃນໂຮງງານຖືວ່າພົບກັບຄວາມຫຍຸ້ງຍາກຍ້ອນອັຕຣາເງິນເຟີ້ເພີ່ມສູງຂຶ້ນ ຫຼາຍຈຳເປັນຕ້ອງໄດ້ຫຼຸດຜ່ອນປະຣິມານການຜລິດລົງເພື່ອລໍຖ້າໃຫ້ທາງຂແນງການກ່ຽວຂ້ອງ ຄວບຄຸມສະພາບການຜັນຜວນຂອງອັຕຣາແລກປ່ຽນ.
“ລາຄາເງິນແຕ່ເກົ່າກາປະມານ 260 ແຕ່ດຽວນີ້ກາ 330 ລະກະຖືວ່າການຜລິດກາໄດ້ຫຼຸດຜ່ອນລົງຖືວ່າມີຜົລກະທົບໜັກໜ່ວງສົມຄວນແຕ່ນີ້ຕໍ່ໄປກາຈັກສິດຳເນີນການແນວໃດຍັງ ບໍ່ທັນຮູ້ຢູ່ວ່າສີນຄ້າວັດຖຸດິບມາຈາກປະເທດໃດ.”
ທ່ານໄດ້ກ່າວຕື່ມວ່າເຖີງແມ່ນວ່າພວກເຮົາຈະນຳເຂົ້າວັດຖຸດິບກັບບັນດາປະເທດເພື່ອນມິດແຕ່ກໍສຳລະດ້ວຍເງິນຕຣາຕ່າງປະເທດເປັນຕົ້ນສະກຸນເງິນໂດລາສະຫະຣັຖທີີ່ມີອັດຣາເປັນກາງຊຶ່ງພວກດຳເນີນທຸຣະກິຈກໍຍັງປະເຊີນກັບຄວາມລຳບາກຍ້ອນວັດຖຸດິບບ້ານເຮົາບໍ່ມີ.
ໃນຕອນທ້າຍທ່ານໄດ້ຮຽກຮ້ອງໄປຍັງຂແນງການທີ່ກ່ຽວຂ້ອງຊ່ອຍແກ້ໄຂເລັ່ງດ່ວນໂດຍສະເພາະການຄວບຄຸມອັຕຣາແລກປ່ຽນໃຫ້ຄົງທີ່ເພື່ອຊ່ອຍໃຫ້ຜູ້ປະກອບການສາມາດ ກຳນົດທິດທາງຂອງງົບປະມານກະກຽມຊື້ວັດຖຸດິບມາປ້ອນໂຮງງານຜລິດ.
ບັນຫາເງິນເຟີ້ຕລອດປີ 2021 ຜ່ານມາຖືວ່າຮຸນແຮງຊຶ່ງມັນເປັນໂຕຖ່ວງດຶງເຮັດໃຫ້ແຜນພັທນາເສຖກິຈ-ສັງຄົມຂອງປະເທດລາວຂຍາຍໂຕຊ້າລົງ. ດັ່ງວິຊາການດ້ານການເງິນທີ່ຂໍສງວນສື່ແລະສຽງໃຫ້ຄຳເຫັນວ່າ ນັບຕັ້ງແຕ່ມີການເປີດປະເທດມາທະນາຄານແຫ່ງ ສປປ ລາວເຣີ້ມກຳນົດອັຕຣາແລກປ່ຽນຢູ່ທີ່ 452,5 ກີບຕໍ່ໂດລາ. ຈາກນັ້ນເງິນກີບກໍໄດ້ອ່ອນຄ່າລົງຢ່າງຕໍ່ເນື່ອງດັ່ງໃນປີ 2005 ອ່ອນຄ່າສູງສຸດກໍຄືໃນວັນທີ 18 ເມສາ ອັຕຣາ ແລກປ່ຽນຢູ່ 10,510 ກີບ/ໂດລາ. ຈາກນັ້ນເງິນກີບກໍເຣີ້ມແຂງຄ່າຂຶ້ນແຕ່ກໍມາເຣີ້ມອ່ອນຄ່າອີກຄັ້ງນຶ່ງໃນປີ 2017 ເປັນຕົ້ນມາ ແລະ ເຣີ້ມອ່ອນຄ່າຢ່າງຊັດເຈັນແມ່ນໄລຍະທີ່ໂຄວິດ-19 ຣະບາດຊຶ່ງເງິນກີບອ່ອນຄ່າໄປເຖີງ 15% . ຈາກການກຳນົດອັຕຣາຊື້-ຂາຍທີ່ທາງທະນາຄານກາງໄດ້ນຳເອົາອັຕຣາແລກປ່ຽນ 10,510 ກີບ/ໂດລາໄປກຳນົດເປັນອັຕຣາແລກປ່ຽນອ້າງອີງທະນາຄານທຸຣະກິຈແລະຮ້ານແລກປ່ຽນຢູ່ນອກແນ່ນອນຜົລກະທົບທີ່ເກີດ ຂຶ້ນແມ່ນອັຕຣາແລກປ່ຽນຢູ່ນອກຈະສູງຂຶ້ນຕາມ. ຕົ້ນທືນນຳເຂົ້າສີນຄ້າຈາກຕ່າງປະເທດກໍແພງຂຶ້ນແລະມີຜົລກະທົບຕໍ່ກຸ່ມທຸຣະກິຈແລະຄົນບໍຣິໂພກໃນການໃຊ້ເງິນກີບສຳລະສີນຄ້າແລະບໍຣິການຕ່າງ ໆ .
ທັງນີ້ເງິນກີບອ່ອນຄ່າບໍ່ໄດ້ສົ່ງຜົລກະທົບຕໍ່ກັບທຸຣະກິຈສົ່ງອອກເພາະຫຍີ່ງເຮັດໃຫ້ການສົ່ງອອກຂອງລາວເພີ່ມຂຶ້ນແລະມີຍອດສັ່ງຊື້ເຂົ້າມາຫຼາຍຂຶ້ນ. ແນວໃດກໍຕາມທ້າຍປີ 2021 ຜ່ານມາປະເທດລາວຂາດດຸນການຄ້າເຖີງ 131 ລ້ານໂດລາສະຫະຣັຖຈາກການຢັ້ງຢືນໂຕເລກການຂາດດຸນສະແດງໃຫ້ເຫັນວ່າອັຕຣາແລກປ່ຽນຍັງຜັນຜວນຍ້ອນການນຳເຂົ້າສີນຄ້າມາຊົມໃຊ້ພາຍໃນປະເທດຕ້ອງສຳລະເປັນເງິນຕຣາຕ່າງປະເທດ.
ປັດຈັຍທີ່ສົ່ງຜົລຕໍ່ເງິນກີບອ່ອນຄ່ານັກທຸຣະກິຈທາງການເງິນຂອງລາວໃຫ້ຄຳເຫັນວ່າເງິນກີບອ່ອນຄ່າ ຫຼື ເງິນເຟີ້ມີສ່ວນພົວພັນກັນແຕ່ບໍ່ແມ່ນອັນດຽວກັນ. ເງິນກີບອ່ອນຄ່າແມ່ນກ່ຽວກັບອັຕຣາແລກປ່ຽນຂອງສະກຸນເງິນລາວກັບສາກົລ. ແຕ່ເງິນເຟີ້ໝາຍເຖີງສະພາບທີ່ຣະດັບລາຄາສີນຄ້າແລະການບໍຣິການຮວມຢູ່ພາຍໃນປະເທດເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ.
ກໍຄືດັ່ງໃນປີ 2021 ຜ່ານມາປະເທດລາວໄດ້ຮັບຜົລກະທົບຈາກໂຄວິດ-19 ຣະບາດຢ່າງໜັກໄດ້ສົ່ງຜົລກະທົບຕໍ່ເສຖກິຈໂດຍກົງ. ໃນສະພາບການຄວາມບໍ່ແນ່ນອນຂອງເສຖກິຈໃນລາວໄດ້ສົ່ງຜົລເຮັດໃຫ້ລາຄາເຄື່ອງອຸປະໂພກແລະບໍຣິໂພກເພີ່ມສູງຂຶ້ນເປັນປວັດການແລະເຮັດໃຫ້ຄ່າຄອງຊີບຂອງປະເທດລາວແພງທີ່ສຸດ.
ຕາມການຣາຍງານຂອງສື່ໃນລາວເມື່ອວັນທີ 16 ມົກກະຣາ 2022 ອ້າງອີງຕາມການຈັດອັນດັບຄ່າຄອງຊີບທົ່ວໂລກຊຶ່ງປະເທດລາວເງິນເດືອນສະເລັ່ຽ 202 ໂດລາ/ເດືອນໃນຂະນະທີ່ຄ່າຄອງຊີບ 871 ໂດລາ/ເດືອນ ສ່ວນບັນດາປະເທດທີ່ມີເສຖກິຈຂນາດໃຫຍ່ກວ່າລາວກັບພົບວ່າມີຄ່າຄອງຊີບຕໍ່າກວ່າລາວຫຼາຍເຊັ່ນຈີນເງິນເດືອນ 576 ໂດລາ ຄ່າຄອງຊີບ 815 ໂດລາ/ເດືອນ, ໄທຍ໌ເງິນເດືອນ 866 ໂດລາ/ເດືອນ ຄ່າຄອງຊີບ 736ໂດລາ/ເດືອນ, ຈາກການສົມທຽບຄ່າຄອງຊີບປະຊາຊົນລາວຈຳນວນຫຼາຍກໍຕັ້ງຄຳຖາມວ່າຈະຢູ່ໄດ້ແນວໃດ ມີພາກສ່ວນໃດທີ່ຈະເຂົ້າມາແກ້ໄຂບັນຫານີ້ຢ່າງຈິີງຈັງ.
ຕາມການຣາຍງານຂອງຂແນງການຄ້າໄດ້ໃຫ້ຮູ້ວ່າສະເພາະປີ 2021 ຜ່ານຍ້ອນສະພາບດ້ານອັຕຣາແລກປ່ຽນຜັນຜວນເຮັດໃຫ້ແຫຼ່ງເງິນຕຣາຕ່າງປະເທດໄຫຼເຂົ້າມາປະເທດລາວມີຈຳກັດ. ນອກຈາກນີ້ໃນຫຼາຍໂຄງການລົງທືນໃຫຍ່ນັ້ນກໍເຫັນວ່າມີກະແສເງິນລົງທືນໂດຍກົງ ໃນຮູບແບບເງິນຮ່ວມຮຸ້ນບໍ່ເກີນ 40% ແລະ 60% ຂອງມູນຄ່າການລົງທືນນັ້ນເປັນການກູ້ຢືມທີ່ຕ້ອງມີພັນທະໃນການສຳລະໜີ້ຕ່າງປະເທດ ແລະ ທີ່ສຳຄັນທະນາຄານທຸຣະກິຈເກັບຊື້ ເງິນຕຣາຕ່າງປະເທດຈາກລູກຄ້າຫຼຸດລົງຫຼາຍ
ຈາກສະພາບການອ່ອນຄ່າຂອງເງິນກີບລາວເມື່ອທຽບໃສ່ກັບເງິນໂດລາແລະທຽບກັບເງິນບາດປະກອບກັບໃນເງື່ອນໄຂການຜລິດພາຍໃນຍັງບໍ່ສາມາດຕອບສນອງຄວາມຕ້ອງການ ຂອງການຊົມໃຊ້ຍັງຈຳເປັນຕ້ອງນຳເຂົ້າສີນຄ້າທີ່ຈຳເປັນຕໍ່ການດຳຣົງຊີວິດສ່ວນໃຫຍ່ຈາກ ຕ່າງປະເທດແນ່ນອນວ່າຕົ້ນທືນໃນການນຳເຂົ້າສີນຄ້າເຫຼົ່ານັ້ນກໍຍ່ອມໄດ້ຮັບຜົລກະທົບຢ່າງຫຼີກລ້ຽງບໍ່ໄດ້ໃນອະນາຄົດ.
ປັດຈຸບັນນີ້ການອ່ອນຄ່າຂອງອັຕຣາແລກປ່ຽນບໍ່ແມ່ນປັດຈັຍຕົ້ນຕໍ່ທີ່ສົ່ງຜົລກະທົບຕໍ່ຣະດັບລາຄາກໍຄືອັຕຣາເງິນເຟີ້ຂອງລາວ. ໃນການຄິດໄລ່ດັດສະນີລາຄາຊົມໃຊ້ຮວມຂອງນັ້ນລາຍການສີນຄ້ານຳເຂົ້າປະມານ 200 ປາຍຣາຍການຈາກທັງໝົດ 485 ຣາຍການທີ່ຈະໄດ້ຮັບຜົລກະທົບຈາກການອ່ອນຄ່າຂອງອັຕຣາແລກປ່ຽນນັ້ນກວມເອົາເຖີງ 30% ໃນການຄິດໄລ່ດັດສະນີລາຄາໃນການຊົມໃຊ້ຮວມ.
ເມື່ອເວົ້າເຖີງເງິນກີບອ່ອນຄ່າວິຊາການຣະບຸວ່າ ໃນປີ 2022 ນີ້ເສຖກິຈລາວຍັງຕ້ອງປະ ເຊີນກັບຄວາມສ່ຽງດ້ານອັຕຣາແລກປ່ຽນຢ່າງໜັກ. ເນື່ອງຈາກປະເທດລາວເປັນປະເທດທີ່ ມີເສຖກິຈຂຍາຍໂຕແບບເພີ່ງພາຍັງບໍ່ສາມາດຜລິດສີນຄ້າອຸປະໂພກ ແລະ ບໍຣິໂພກ ນັບແຕ່ຕົ້ນນໍ້າເຖີງປາຍນໍ້າໄດ້. ຖ້າເບີ່ງພາບຮວມແລ້ວແມ່ນນໍາເຂົ້າຫຼາຍກວ່າ-ສົ່ງອອກ. ພ້ອມກັນນີ້ໃນຍາມໂຄວິດຣະບາດເສຖກິຈຍັງບໍ່ທັນໄດ້ເປີດເຕັມທີ່ເນື່ອງຈາກເປີດປະເທດຮັບເອົາ ການລົງທືນບໍ່ໄດ້ເຕັມທີ່ຊຶ່ງມັນອາດຈະເຮັດໃຫ້ເງີນຕຣາຕ່າງບໍ່ໄຫຼເຂົ້າມາມີແຕ່ໄຫຼອອກຫຍີ່ງ ເຮັດໃຫ້ເງິນກີບມີຄວາມສ່ຽງອ່ອນຄ່າລົງໄປອີກ. ຫຍີ່ງຈະເຮັດໃຫ້ສີນຄ້າໃນທ້ອງຕລາດແພງ ຂຶ້ນໄປອີກຄືກັບມີຜ່ານມາ.
ໜີ້ສີນສາທາຣະນະຕ່າງປະເທດ ພາກຣັຖ ແລະ ພາກເອກະຊົນ ແລະ ໜີ້ສີນພາກປະຊາຊົນ ຍັງເປັນຄວາມກົດດັນຕໍ່ພາກຣັຖນີ້ຄືຄວາມຊ່ຽງທີ່ເຮັດໃຫ້ຣັັຖບານບໍ່ສາມາດ ດຳເນີນນະໂຍບາຍໄດ້ຢ່າງຄ່ອງໂຕ. ດັ່ງໜີ້ສີນພາກເອກະຊົນໂດຍເບີ່ງຈາກຣາຍງານ ທະນາຄານ ພົບວ່າໄຕຣມາຕທີ 3 ຂອງປີ 2021 ໜີ້ເສັຽຂອງທະນາຄານເພີ່ມ ຂຶ້ນຢ່າງຊັດເຈັນ. ນັ້ນສະແດງໃຫ້ເຫັນວ່າໜີ້ພາກເອກະຊົນເພີ່ມຂຶ້ນແລະຄວາມສາມາດຫາ ເງິນມາໃຊ້ໜີ້ຕໍ່າລົງ. ພາກທຸຣະກິຈຂນາດກາງ ແລະ ຂນາດນ້ອຍ ມີຄວາມຫຍຸ້ງຍາກໃນ ການເຂົ້າເຖີງແຫຼ່ງທືນ ຖ້າສະພາບແບບນີ້ຍັງແກ່ຍາວໃນປີ 2022 ຂແນງທຸຣະກິຈໃນລາວ ຈະຫຼຸດລົງ ແລະ ຈະມີການຢຶດຊັບເກີດຂຶ້ນຫຼາຍ.