ຣັຖບານ ຂາດເງິນຈຳນວນມະຫາສານ ໃນການພັທນາປະເທດ

ອາວະຣີ
2024.02.16
ຣັຖບານ ຂາດເງິນຈຳນວນມະຫາສານ ໃນການພັທນາປະເທດ ສະພາບໂຄງຮ່າງພື້ນຖານທີ່ ໃນແຂວງຈຳປາສັກ. ເດືອນກໍຣະກະດາ ປີ 2023.
RFA

ກອງປະຊຸມສະພາ ແຫ່ງຊາຕ ຄັ້ງສຸດທ້າຍ ຮັບຮອງເອົາແຜນການພັທນາເສຖກິຈ-ສັງຄົມສຳລັບປີ 2024 ນີ້ວ່າ ປະເທດລາວ ຕ້ອງການເງິນຈຳນວນມະຫາສານ ເພື່ອພັທນາປະເທດຊາຕ ສະເພາະປີນີ້ ສປປລາວຕ້ອງເງິນທຶນ ເພື່ອພັທນາເສຖກິຈ ແລະສັງຄົມທັງໝົດເຖິງ 56,784 ຕື້ກີບ ຊຶ່ງເທົ່າກັບ 19 ສ່ວນຮ້ອຍຂອງລວມຍອດຜລິຕພັນພາຍໃນ ຫລື ຈີດີພີ ຂອງປະເທດ. ຣັຖບານລາວ ແລະສະພາແຫ່ງຊາຕ ຫວັງວ່າ ເງິນທຶນ ທີ່ຕ້ອງການເພື່ອການພັທນານັ້ນ ສ່ວນຫລາຍມາຈາກພາກເອກກະຊົນ ພາຍໃນ ແລະຕ່າງປະເທດ ທີ່ຄາດວ່າ ຈະລົງທຶນເຖິງ 32,435 ຕື້ກີບ ຫລືປະມານ 57 ສ່ວນຮ້ອຍຂອງການລົງທຶນ ທັງໝົດ; ຮອງລົງມາກໍຈະແມ່ນທຶນຊ່ວຍເຫລືອສາກົນ ຊຶ່ງຄາດວ່າຈະມີເຖິງ 15,449 ຕື້ກີບ ຫລືເທົ່າກັບ 27 ສ່ວນຮ້ອຍ ຂອງການລົງທຶນທັງໝົດ; ສ່ວນຣັຖບານລາວ ຄາດວ່າ ຈະລົງທຶນປະມານ 5,000 ຕື້ກີບຫລື 8.8 ສ່ວນຮ້ອຍຂອງການລົງທຶນ ທັງໝົດ.

ກ່ຽວກັບເຣື່ອງນີ້ ຊາວນະຄອນຫລວງວຽງຈັນ ທ່ານນຶ່ງ ທີ່ຂໍສງວນຊື່ ໃຫ້ຄຳຄິດຄຳເຫັນກັບວິທະຍຸເອເຊັຽເສຣີ ໃນວັນທີ່ 15 ກຸມພາ 2024 ນີ້ວ່າ ການດຶງດູດນັກລົງທຶນເອກກະຊົນ ທັງພາຍໃນ ແລະຕ່າງປະເທດ ໃຫ້ມາລົງທຶນຢູ່ລາວນັ້ນ ອາດຍາກຂື້ນ ເພາະໃນໄລຍະນີ້ ເສຖກິຈຂອງລາວ ກຳລັງຖອຍຫລັງ ເງິນກີບລາວ ຍັງອ່ອນຄ່າລົງເລື້ອຍໆ ແລະການຂາດເຂີນຄົນງານ. ຊາວນະຄອນຫລວງວຽງຈັນຜູ້ນີ້ກ່າວອີກວ່າ:

ເຮົາຄິດວ່າມັນຊິຍາກໜ້ອຍນຶ່ງແຫລະ ເພາະວ່າເສຖກິຈມັນຖົດຖອຍ ເຮັດໃຫ້ນັກລົງທຶນບໍ່ຢາກລົງທຶນເທົ່າທີ່ຄວນ. ເວົ້າງ່າຍໆ ຄືມັນຊື້ຂາຍຍາກ ເງິນກີບມັນເຟີ້ຈັງຊີ້ນ່າ. ເວລາເຖິງກີບມັນເຟີ້ແລ້ວກໍເຮັດໃຫ້ການລົງທຶນຍາກໜ້ອຍນຶ່ງຢູ່ໃນປະເທດນັ້ນໆ ກໍຮູ້ຢູ່ແລ້ວວາເງິນມັນເຟີ້ຫັ້ນໜາ.

ເຖິງຢ່າງໃດກໍດີ ຊາວລາວຜູ້ນີ້ ກ່າວວ່າ ນັກລົງທຶນໂດຍສະເພາະນັກລົງທຶນຈາກຕ່າງ ປະເທດ ຍັງຈະສົນໃຈມາລົງທຶນ ໃນໂຄງການໃຫຍ່ໆຢູ່ລາວຢູ່ ເປັນຕົ້ນໃນການສ້າງເຂື່ອນໄຟຟ້າ ແລະຂຸດຄົ້ນບໍ່ແຮ່ ເພາະວ່າ ໂຄງການໃຫຍ່ໆນີ້ ເປັນໂຄງການໄລຍະຍາວ ແລະຈະຮັບປະກັນໃຫ້ຜົລຕອບແທນທີ່ສູງ ແລະທີ່ແນ່ນອນ. ສ່ວນຣັຖບານລາວນັ້ນ ມີແຜນຈະລົງທຶນໃນໂຄງການ ພັທນາໃຫຍ່ໆຫລາຍໂຄງການ ເປັນຕົ້ນຈະລົງທຶນປະມານ 300 ຕື້ກີບ ເພື່ອໂຄງການຟື້ນຟູພື້ນຖານໂຄງຮ່າງ ຖນົນຫົນທາງ ທີ່ໄດ້ຮັບຜົນກະທົບຈາກໄພທັມມະຊາຕ, ຈະລົງທຶນ 200 ຕື້ກີບເພື່ອສ້າງຣະບົບປ້ອງກັນຕາຝັ່ງເຈື່ອນ, ຈະຈັດທຶນ 192 ຕື້ກີບເພື່ອປະຕິບັດຕາມໂຄງການພັທນາ ເມືອງແລະແຂວງ, ຈະໃຊ້ງົບປະມານ 168 ຕື້ກີບສຳລັບແຜນງານປັບປຸງຄຸນນະພາບ ການສຶກສາ ແລະສາທາຣະນະສຸຂ, ແລະຈະໃຊ້ເງິນ 160 ຕື້ກີບ ເພື່ອໂຄງການພັທນາ ຊົນນະບົດ ແລະຫລຸດຜ່ອນ ຄວາມທຸກຍາກໃນທົ່ວປະເທດ.

ເຖິງຣັຖບານລາວ ຈະຈັດງົບປະມານຫລາຍພັນຕື້ກີບ ເພື່ອການພັທນາ ແຕ່ຣັຖບານ ກໍຍັງຂາດງົບປະມານຢ່າງຫລວງຫລາຍ ໂດຍສະເພາະງົບປະມານເພື່ອພັທນາພື້ນຖານ ໂຄ່ງຮ່າງ ຖນົນຫົນທາງ ທີ່ໄດ້ຮັບຜົລກະທົບຈາກໄພນ້ຳຖ້ວມ, ໄຟໄໝ້ປ່າ ແລະແຜ່ນດິນໄຫວ.

ດັ່ງເຈົ້າໜ້າທີ່ທ່ານນຶ່ງ ຂອງແຂວງໄຊຍະບູຣີ ທີ່ບໍ່ປະສົງບອກຊື່ ແລະຕຳແໜ່ງ ກ່າວວ່າ ຜ່ານມາ ແຂວງໄຊຍະບູຣີ ໄດ້ຮົບຜົນກະທົບຈາກພາຍຸຫລາຍກວ່າ 4 ເທື່ອ ທີ່ເຮັດໃຫ້ພື້ນຖານໂຄງຮ່າງ ເປັນຕົ້ນຂົວ ຖນົນຫົນທາງ ແລະບ້ານເຮືອນຂອງປະຊາຊົນ ໄດ້ຮັບຜົລກະທົບເສັຍຫາຍຢ່າງໜັກ ແຕ່ບໍ່ມີເງິນງົບປະມານເພື່ອສ້າງ ແລະສ້ອມແປງຄືນໃໝ່.

ແມ່ນ ສ່ວນຫລາຍຈະເປັນນ້ຳຖ້ວມ, ທາງຂາດ, ທໍ່ຂາດ, ຂົວຂາດ, ດິນເຈື່ອນ. ພວກໄຟໄໝ້ ກໍສ່ວນຫລາຍມັນບໍ່ມີເງິນກໍໄດ້ເຮັດໄປກ່ອນ ເພາະວຽກນີ້ເປັນວຽກເຮົາແນມບໍ່ເຫັນ. ບາດນີ້ເງິນຂັ້ນເທິງກໍບໍ່ໄດ້ມີໄວ້ໃຫ້ເຮົາ. ເງິນບໍ່ພໍກໍສັງລວມໄວ້ ຍົກຕົວຢ່າງ ຄືວ່າ ປີນີ້ຂາດຢູ່ຫ້າຈຸດ ແລ້ວເພິ່ນຈະແກ້ໃຫ້ບາງເທື່ອເພິ່ນກໍບໍ່ແກ້ເຕັມເນາະ.”

ສ່ວນເຈົ້າໜ້າທີ່ ຫ້ອງການສຶກສາເມືອງວຽງໄຊ ກ່າວວ່າ ເຖິງວ່າຜ່ານມາ ຈະມີອົງການສາກົນເຂົ້າມາຊ່ວຍເຫລືອໃຫ້ງົບປະມານ ແລະອຸປະກອນການຮຽນ ແຕ່ກໍຍັງຈຳກັດ ການຊ່ວຍເຫລືອບໍ່ທົ່ວເຖິງ; ໂຮງຮຽນຫລາຍແຫ່ງ ໂດຍສະເພາະໃນເຂດຊົນນະບົດ ຍັງບໍ່ມີລະບົບນ້ຳລິນ ແລະຫ້ອງນ້ຳ.

ດັ່ງທ່ານໄດ້ກ່າວຕື່ມວ່າ:

ອັນເຣື່ອງຂາດເຂີນ ກໍແມ່ນແທ້ ຂາດເຂີນແທ້ ປື້ມແບບຮຽນບໍ່. ອາຄານຮຽນກໍມີຫລາຍແຫ່ງທີ່ວ່າຍັງເປັນຊົ່ວຄາວຢູ່ຫັ້ນໜາ. ມີອົງການໃດທີ່ວ່າມາຊ່ວຍກໍຢາກໃຫ້ມີແທ້ ພື້ນຖານໂຄງຮ່າງຫັ້ນນ່າ.”

ນະຄອນໄກສອນ ພົມວິຫານ ແຂວງສວັນນະເຂດ ທີ່ຢູ່ໃກ້ກັບແມ່ນ້ຳຂອງ ກໍຍັງປະສົບກັບບັນຫາຕາຝັ່ງເຈື່ອນ ເພພັງຢູ່ຫລາຍໆບ່ອນ. ທາງການ ໄດ້ສ້າງລະບົບຕາຝັ່ງເຈື່ອນ ໄລຍະນຶ່ງ ສຳເຣັດໄປແລ້ວ 980 ແມັດ; ສ່ວນໄລຍະສອງ ສ້າງກັນເຈື່ອນແລ້ວ 1,200 ແມັດ ແຕ່ຍັງເຫລືອໄລຍະທີ່ສາມ ຊຶ່ງມີຄວາມຍາວປະມານນຶ່ງຮ້ອຍແມັດ ຣັຖບານ ຍັງບໍ່ມີເງິນສ້າງເທື່ອ. ຕາຝັ່ງເຈື່ອນທັງສາມໄລຍະນີ້ ເກີດຂຶ້ນຢູ່ບໍຣິເວນແຫລ່ງທ່ອງທ່ຽວ; ສຳລັບຕາຝັ່ງຂອງບ່ອນອື່ນໆ ຣັຖບານ ຍັງບໍ່ມີເງິນທີ່ຈະສ້າງປ້ອງກັນຕາຝັ່ງເຈື່ອນເທື່ອ  ປະໃຫ້ຕາຝັ່ງເຈື່ອນຕລອດມາ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງທ່ານນຶ່ງ ກ່າວກັບວິທະຍຸເອເຊັຽເສຣີວ່າ:

ກໍບໍ່ໄດ້ທົ່ວໄປດອກ ມັນຢູ່ໂຊນເຮົາເຮັດເປັນແຫລ່ງທ່ອງທ່ຽວ ທີ່ວ່າແນມເຫັນກັບຝັ່ງໄທຍ ເພິ່ນກໍເຮັດທົ່ວເບິດແລ້ວທາງໄທຍ. ທາງລາວເຮົາມີແຕ່ເຮົາໂຊນທີ່ວ່າ ເອົາແຫລ່ງທ່ອງທ່ຽວທີ່ສຳຄັນຫັ້ນແຫລະ ແຕ່ເວົ້າເຣື່ອງງົບປະມານ ການສ້າງນີ້ແຫລະ ຍັງມີຫລາຍ. ຍັງມີຫລາຍໆດຽວນີ້ເຮົາສຳຣວດຫັ້ນ ຍັງມີຫລາຍຢູ່ ແຕ່ເວົ້າເຣື່ອງງົບປະມານນີ່ ເພິ່ນຊິເລັ່ງໃຫ້ຕົວໃດກ່ອນ ເຣື່ອງຂຶ້ນແຜນເຮົາກໍຂຶ້ນແຜນໄປເລື້ອຍໆ ເພາະວ່າມັນເຈື່ອນເຂົ້າແຕ່ລະປີນີ່ ບໍ່ເວົ້າຈັກຫ້າແມັດ ເປັນ 10 ແມັດ 10 ກວ່າແມັດຫັ້ນນ່າແຕ່ລະປີນີ່.”

ໃນແຕ່ລະປີ ສປປລາວ ໄດ້ຮັບເງິນທຶນຊ່ວຍເຫລືອ ຈາກອົງການສາກົນເປັນເງິນ ຈຳນວນຫລາຍເພື່ອການພັທນາ ເພາະຣັຖບານລາວ ບໍ່ມີເງິນພຽງພໍທີ່ຈະປະຕິບັດຕາມແຜນການ ແລະໂຄງການພັທນາຕ່າງໆ.

ດັ່ງເຈົ້າໜ້າທີ່ ພັທນາເຂດຊົນນະບົດ ທ່ານນຶ່ງກ່າວວ່າ:

ກໍຫລາຍຢູ່ໄດ໋ ໝາຍຄວາມວ່າ ອົງການສາກົນມາຊ່ວຍໃນຂແນງການຕ່າງໆ ຊິແມ່ນສຶກສາ, ສາທາ ເພາະວ່າປະເທດລາວ ຕ້ອງການຊ່ວຍເຫລືອ ຈາກສາກົນ. ລາຍຮັບແທ້ໆມັນບໍ່ໄດ້ພໍໃຊ້ ລາວຫັ້ນນ່າ ດຽວນີ້ ກໍຍັງລືກັນວ່າຊິວິກິດ. ຊິລົ້ມ, ເງິນເຟີ້, ລາຍຮັບຂອງຣັຖບານ ມັນບໍ່ສາມາດພັທນາໄດ້ເນາະ. ເງິນພັທນາສ່ວນຫລາຍ ມີແຕ່ແມ່ນສາກົນໝົດ. ສາກົນບໍ່ຊ່ວຍເຂົາ (ຣັຖບານ) ກໍເອົາງົບປະມານ ຊ່ວຍ ກໍພໍຖູໄຖໄປຫັ້ນແຫລະ.”

ເພື່ອພັທນາເສຖກິຈ ໃຫ້ຂຍາຍຕົວ ຣັຖບານລາວ ໄດ້ມີນະໂຍບາຍໃຫ້ເງິນກູ້ຢືມ ດ້ວຍດອກເບັ້ຍຕ່ຳເປັນພິເສດ ແກ່ທຸຣະກິຈຂນາດນ້ອຍ ແລະຂນາດກາງ ເປັນຕົ້ນທຸຣະກິຈ ດ້ານກະສິກັມປູກຝັງ ແລະລ້ຽງສັດ ອຸດສາຫະກັມປຸງແຕ່ງ, ຫັດຖະກັມ, ບໍຣິການ-ທ່ອງທ່ຽວ ແລະ ການຄ້າ ແຕ່ບັນຫາມີຢູ່ວ່າ ນັກທຸຣະກິຈຂນາດນ້ອຍ ຫລາຍຄົນ ບໍ່ສາມາດເຂົ້າເຖິງແຫລ່ງທຶນ ດັ່ງກ່າວໄດ້.

ສ່ວນທາງດ້ານການລົງທຶນ ຈາກຕ່າງປະເທດນັ້ນ ປັດຈຸບັນ ຈີນເປັນປະເທດທີ່ລົງທຶນຫລາຍທີ່ສຸດ ໃນລາວ ຄືຫລາຍເຖິງ 13.67 ຕື້ໂດລ້າຣ໌ສະຫະຣັຖ ຊຶ່ງສ່ວນຫລາຍເປັນການລົງທຶນ ໃນການສັມປະທານທີ່ດິິນແລະການລົງທຶນ ໃນເຂດເສຖກິຈພິເສດ ລວມທັງໝົດ 933 ໂຄງການ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.