ໃນເດືອນດຽວ ລາວ ຂາດດຸນການຄ້າ 264 ລ້ານໂດລ້າຣ໌

ສຸພັດຕາ
2023.11.27
ໃນເດືອນດຽວ ລາວ ຂາດດຸນການຄ້າ 264 ລ້ານໂດລ້າຣ໌ ການຊື້-ຂາຍເຄື່ອງອຸປະໂພກ-ບໍຣິໂພກ ທີ່ຕລາດສົດແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ທີ່ສິນຄ້າຫຼາຍຢ່າງ ຂຶ້ນລາຄາຢ່າງເນື່ອງນິດ (TS) ວັນທີ 18 ເດືອນສິງຫາ ປີ 2023.
RFA

ມູນຄ່າການນໍາເຂົ້າ ແລະສົ່ງອອກສິນຄ້າ ຂອງ ສປປ ລາວ ປະຈໍາເດືອນຕຸລາ 2023 ນີ້ ລວມທັງໝົດ 985 ລ້ານໂດລ້າຣ໌ສະຫະຣັຖ ໃນນີ້ ມູນຄ່າການນໍາເຂົ້າ ຈໍານວນ 625 ລ້ານໂດລ້າຣ໌, ມູນຄ່າການສົ່ງອອກ ຈໍານວນ 361 ລ້ານໂດລ້າຣ໌ະຫະຣັຖ, ຂາດດຸນການຄ້າ ຈໍານວນ 264 ລ້ານໂດລ້າຣ໌ສະຫະຣັຖ.

ມູນຄ່າ ການຂາດດຸນການຄ້າ ຂອງລາວເພີ່ມຂຶ້ນເລີອຍໆ ໃນໄລຍະ 3 ເດືອນທີີ່ຜ່ານມາ ຄື ເດືອນຕຸລາ ຂາດດຸນການຄ້າ ຈໍານວນ 264 ລ້ານໂດລ້າຣ໌ສະຫະຣັຖ ໃນເດືອນກັນຍາ ຂາດດຸນ 218 ລ້ານໂດລ້າຣ໌ສະຫະຣັຖ ແລະເດືອນສິງຫາ ຂາດດຸນ 88 ລ້ານໂດລ້າສະຫະຣັຖ.

ສາເຫດ ທີ່ເຮັດໃຫ້ ສປປ ລາວ ຂາດດຸນການຄ້າ ເປັນຈໍານວນຫຼາຍ ເກີດຈາກປັດໄຈຫຼາຍຢ່າງ ເຊັ່ນ ເງິນກີບອ່ອນຄ່າ, ອັດຕຣາເງິນເຟີ້, ອັດຕຣາແລກປ່ຽນ ລະຫວ່າງເງິນກີບ ກັບບາທ, ກີບກັບໂດລ້າຣ໌ ແລະ ກີບກັບຢວນ ແລະ ສປປ ລາວ ຍັງເສັຍປຽບເຣື່ອງການສົ່ງອອກສິນຄ້າ ທີ່ຍັງມີຈໍານວນໜ້ອຍ ຂະນະທີ່ນໍາເຂົ້າສິນຄ້າ ມີຈໍານວນຫຼາຍ.

ເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະການຄ້າ ແຂວງບໍຣິຄໍາໄຊ ທ່ານນຶ່ງ ກ່າວວ່າ ບໍ່ໄດ້ແປກໃຈ ທີ່ ສປປລາວ ຈະຂາດດຸນການຄ້າເພີ່ມຂຶ້ນທຸກເດືອນ ເພາະສິນຄ້າ ເກືອບທຸກໝວດໝູ່ ແມ່ນຍັງນໍາເຂົ້າມາຈາກຕ່າງປະເທດເປັນຫຼັກ ເຊັ່ນ: ໄທຍ, ວຽດນາມ ແລະຈີນ , ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ຍຸເອເຊັຽເສຣີ ໃນມື້ວັນທີ 27 ພຶສຈິກາ ນີ້ວ່າ:

ສ່ວນຫຼາຍ ເປັນແຕ່ເຄື່ອງສໍາອາງ ຂອງຄົນລາວ ເພິ່ນຈະນິຍົມ ເຄື່ອງໃຊ້ນີ້ຈະບໍ່ຫຼາຍ ແບບອັນກິນອັນຫຍັງ ກະບໍ່ສູ້ມີ (ໝາກໄມ້) ສ່ວນຫຼາຍກະມີແຕ່ໝາກກ້ວຍ ຈະເປັນຂອງບ້ານເຮົາເອງ ກັບໝາກສົ້ມໂອ ມີແຕ່ນໍາເຂົ້າໝົດ ຊ່ວງນີ້ (ຜລິດສິນຄ້າເອງ) ກະເຮັດ ແຕ່ວ່າ ບໍ່ຍືນຍົງ.”

ທ່ານກ່າວອີກວ່າ ຣັຖບານລາວກໍພຍາຍາມ ທີ່ຈະຊຸກຍູ້-ສົ່ງເສີມ ໃຫ້ປະຊາຊົນລາວທົ່ວໄປເທດ ຜລິດສິນຄ້າ ເປັນສະບຽງອາຫານ ເພື່ອນໃຊ້ພາຍໃນປະເທດ ແລະເປັນສິນຄ້າສົ່ງອອກ ເພື່ອຫຼຸດຜ່ອນການນໍາເຂົ້າສິນຄ້າໂດຍບໍ່ຈໍາເປັນ ແຕ່ແນວທາງແກ້ໄຂດັ່ງກ່າວ ບໍ່ໄດ້ມີການເອົາໃຈໃສ່ເທົ່າທີ່ຄວນ, ບາງເຂດ ມີປະຊາຊົນລາວຜລິດສິນຄ້າ ເພື່ອນໍາໃຊ້ພາຍໃນ ແຕ່ສິນຄ້າເຫຼົ່ານັ້ນຜລິດບໍ່ໄດ້ມາຕຖານ, ບໍ່ມີຄວາມຍືນຍົງ ຈຶ່ງເຮັດໃຫ້ສິນຄ້າບໍ່ເປັນທີ່ນິຍົມ.

ຊາວລາວຜູ້ນຶ່ງ ໃນແຂວງອັດຕະປື ກ່າວວ່າ ຕາມການສັງເກດໂດຍລວມ ສິນຄ້າໃນຕລາດ ແລະຮ້ານຄ້າທົ່ວໄປ ຈະເຫັນແຕ່ສິນຄ້າຂອງຕ່າງປະເທດ ທີ່ນໍາເຂົ້າມາຂາຍ ເຊັ່ນ ສິນຄ້າວຽດນາມ ແລະໄທຍເປັນສ່ວນໃຫຍ່, ສ່ວນສິນຄ້າລາວ ກໍມີແຕ່ພືດຜັກ ກັບໝາກໄມ້ ຈໍານວນນຶ່ງເທົ່ານັ້ນ.

ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ມີຢູ່ (ສິນຄ້າລາວ) ແຕ່ວ່າມີໜ້ອຍ ແຕ່ສ່ວນຫຼາຍ ແມ່ນສິນຄ້າ ຂອງວຽດນາມ, ຂອງໄທຍ ຍັງເຫັນຫຼາຍຢູ່, ຢູ່ແຂວງອັດຕະປືນີ້ ຍັງໆຊໍ່າເກົ່າ ເພາະວ່າ ຜູ້ຂາຍຫັ້ນ ສ່ວນຫຼາຍແມ່ນຄົນວຽດ ຂອງລາວກະຊິມີຢູ່ ເປັນຈໍານວນນຶ່ງ ແຕ່ຊິເປັນສ່ວນໜ້ອຍ.”

ຊາວລາວອີກຜູ້ນຶ່ງ ໃນແຂວງບໍ່ແກ້ວ ກ່າວວ່າ ສິນຄ້າ ທີ່ຄົນລາວຜລິດມາຂາຍໃນຕລາດ ແລະຮ້ານຄ້າທົ່ວໄປ ຖືວ່າມີໜ້ອຍຫຼາຍ ເມື່ອທຽບໃສ່ສິນຄ້ານໍາເຂົ້າ, ສະເພາະສິນຄ້າລາວ ທີ່ສັງເກດເຫັນ ກໍຈະມີແຕ່ພືດຜັກ, ເກືອ, ໝາກໄມ້ຕາມລະດູການ ສ່ວນສິນຄ້າອື່ນໆ ແມ່ນນໍາເຂົ້າຈາກໄທຍເກືອບທັງໝົດ.

ສ່ວນເຣື່ອງທີ່ວ່າ ຄົນລາວ ບໍ່ນິຍົມນໍາໃຊ້ສິນຄ້າລາວນັ້ນ ກໍເປັນອີກນຶ່ງເຫດຜົນ ເນື່ອງຈາກ ສິນຄ້າທີ່ນໍາເຂົ້າຈາກຕ່າງປະເທດ ມີຄຸນນະພາບ ແລະມາຕຖານດີກວ່າ ສິນຄ້າລາວ ຫາກຈະໃຫ້ຄົນລາວຫັນມາໃຊ້ສິນຄ້າລາວເພີ່ມຂຶ້ນ ກໍຕ້ອງຜລິດສິນຄ້າຂອງລາວ ໃຫ້ໄດ້ຄຸນນະພາບ ແລະມາຕຖານ, ລາຄາຖືກ ແລະປະຊາຊົນຫາຊື້ໄດ້ງ່າຍ.

ດັ່ງຊາວລາວ ຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ກະພໍຜລິດໄດ້ຢູ່ ນີ້ຢູ່ ແຕ່ພາກສ່ວນນຶ່ງກະນໍາເຂົ້າ ປະເພດພືດຜັກອີ່ຫຍັງ ແຕ່ສ່ວນໃຫຍ່ ມັນກະບໍ່ມີຂອງລາວເຮົາມາຂາຍ ກະເລີຍວ່າ ຜູ້ໃດກະນິຍົມ ກັນໃຊ້ຂອງໄທຍ ເຫັນໂຄສະນາຢູ່ ແຕ່ບໍ່ເຫັນວາງຂາຍ.”

ເຈົ້າໜ້າທີ່ຫ້ອງການລຶບລ້າງ ຄວາມທຸກຍາກ ແຂວງຫົວພັນ ກ່າວວ່າ ຄວາມພຍາຍາມ ຂອງຣັຖບານລາວ ທີ່ຈະຊຸກຍູ້-ສົ່ງເສີມ ໃຫ້ປະຊາຊົນລາວທົ່ວປະເທດ ຜລິດສິນຄ້າເປັນສະບຽງອາຫານ ເພື່ອນໍາໃຊ້ພາຍໃນປະເທດ ແລະເປັນສິນຄ້າສົ່ງອອກ ເພື່ອຫຼຸດຜ່ອນການນໍາເຂົ້າສິນຄ້າ ໂດຍບໍ່ຈໍາເປັນ ຖືວ່າ ມີຄວາມຫຍຸ້ງຍາກຫຼາຍສົມຄວນ ເພາະງົປມານມີໜ້ອຍ, ຂາດຄວາມຕໍ່ເນື່ອງ ແລະຂາດຄວາມຮູ້ ເຣື່ອງຂອງເຕັກນິກ, ວິຊາການ ຈຶ່ງເຮັດໃຫ້ການຜລິດສິນຄ້າຂອງຄົນລາວ ຍັງບໍ່ປະສົບຜົນສໍາເຣັດເທົ່າທີ່ຄວນ.

ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ດຽວນີ້ນ່າ ພວກເຮົາ ຍັງລະດົມກັນຍັງບໍ່ທັນໄດ້ນ່າ ກະສິກອນລາວນີ້ນ່າ ເວົ້າເຣື່ອງປູກຜັກນີ້ນ່າ ສົ່ງເຂົ້າໄທຍ ສົ່ງເຂົ້າຕ່າງປະເທດ ຢາກໄດ້ແນວພັນມາເຮັດ ຂະເຈົ້າກະຍັງບໍ່ທັນເກີດຫຍັງນ່າດຽວນີ້ມີແຕ່ເຮົາຝຶກເຮົາເວົ້າ ເຮົາບໍ່ຈັບຕີນຈັບມືຂະເຈົ້າ ກະບໍ່ໄດ້.”

ຂະນະທີ່ ທ່ານ ຄໍາມ່ວນ ຊົມສີຫາປັນຍາ ສະມາຊິກສະພາແຫ່ງຊາຕ ແຂວງຜົ້ງສາລີ ໄດ້ກ່າວສເນີບັນຫາ ແລະຂໍ້ແນະນໍາ ຢູ່ກອງປະຊຸມສໄມສາມັນ ເທື່ອທີ 6 ຂອງສະພາແຫ່ງຊາຕຊຸດທີ 9 ໃນມື້ວັນທີ 2 ພຶສຈິກາ ທີ່ຜ່ານມາ ວ່າ ມາຕການ ຫຼຸດຜ່ອນການນໍາເຂົ້າສິນຄ້າ ແລະມາຕການສົ່ງເສີມ ການຜລິດຢູ່ພາຍໃນ ທີ່ຣັຖບານລາວ ພຍາຍາມຊຸກຍູ້, ສົ່ງເສີມໃນປັດຈຸບັນນີ້ ຍັງບໍ່ເຫັນການປະຕິບັດໂຕຈິງ ແລະບໍ່ເຫັນພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ເທົ່າທີ່ຄວນ ເຊິ່ງຣັຖບານລາວ ຕ້ອງນໍາເອົາບັນຫານີ້ ໄປແກ້ໄຂຢ່າງຮີບດ່ວນ.

ສ່ວນປະເພດສິນຄ້າ ທີ່ນໍາມາຂາຍຢູ່ໃນຕລາດ ແລະຮ້ານຄ້າທົ່ວໄປ ສ່ວນໃຫຍ່ ກໍຍັງເຫັນ ເປັນສິນຄ້າທີ່ນໍາເຂົ້າຈາກໄທຍ, ຈີນ ແລະ ວຽດນາມ ເປັນຫຼັກ ສ່ວນສິນຄ້າລາວ ແທບຈະບໍ່ເຫັນນໍາມາຂາຍ.

ດັ່ງທ່ານກ່າວ ໃນຕອນນຶ່ງວ່າ:

ເວົ້າກັນວ່າ ດຽວນີ້ ພວກເຮົາຕ້ອງສົ່ງເສີມການຜລິດພາຍໃນ ຫຼຸດຜ່ອນການນໍາເຂົ້າ ແຕ່ວ່າດຽວນີ້ ອັນເຮັດໂຕຈິງນີ້ ມັນແມ່ນອິຫຍັງກັນແທ້ ຂ້າພະເຈົ້າມາເບິ່ງນີ້ ສິນຄ້ານໍາເຂົ້າ ປາແດກແທ້ໆນີ້ ກະຍັງນໍາເຂົ້າມາ ທັ້ງໆທີ່ບ້ານເຮົາບໍ່ອຶດຈັກໜ້ອຍ ປາແດກນີ້ ແປ້ງນົວໃນລາວ ເຮົາກະເຮັດໄດ້ ນໍ້າປາ ລາວເຮົາກະເຮັດໄດ້ ແລ້ວກໍບໍ່ເຫັນວ່າ ໃຜຊິສົ່ງເສີມ.”

ປະເທດທີ່ ສປປ ລາວ ນໍາເຂົ້າສິນຄ້າຫຼາຍທີ່ສຸດ 5 ອັນດັບ ໃນເດືອນຕຸລານີ້ ປະກອບມີ ໄທຍ ຈໍານວນ 273 ລ້ານໂດລ້າຣ໌ສະຫະຣັຖ, ຈີນ ຈໍານວນ 224 ລ້ານໂດລ້າຣ໌ສະຫະຣັຖ, ວຽດນາມ ຈໍານວນ 23 ລ້ານໂດລ້າຣ໌ສະຫະຣັຖ, ສະຫະຣັຖອະເມຣິກາ ຈໍານວນ 23 ລ້ານໂດລ້າຣ໌ສະຫະຣັຖ ແລະອອສເຕຣເລັຍ ຈໍານວນ 16 ລ້ານໂດລ້າຣ໌ສະຫະຣັຖ.

ສ່ວນປະເທດ ທີ່ ສປປ ລາວ ສົ່ງອອກຫຼາຍທີ່ສຸດ 5 ອັນດັບ ປະກອບມີ ຈີນ ຈໍານວນ 154 ລ້ານໂດລ້າຣ໌ສະຫະຣັຖ, ວຽດນາມ ຈໍານວນ 71 ລ້ານໂດລ້າຣ໌ສະຫະຣັຖ, ໄທຍ ຈໍານວນ 39 ລ້ານໂດລ້າຣ໌ສະຫະຣັຖ, ອອສເຕຣເລັຍ ຈໍານວນ 36 ລ້ານໂດລ້າຣ໌ສະຫະຣັຖ ແລະສະວິດເຊີແລນ ຈໍານວນ 11 ລ້ານໂດລ້າຣ໌ສະຫະຣັຖ.

ສິນຄ້າສົ່ງອອກ ຂອງ ສປປ ລາວ ສ່ວນໃຫຍ່ ເປັນຄໍາປະສົມ, ຄໍາແທ່ງ, ເຈັ້ຍ ແລະເຄື່ອງທີ່ເຮັດດ້ວຍເຈັ້ຍ, ແຮ່ທອງ, ຢາງພາຣາ, ເຍື່ອໄມ້ ແລະເສດເຈັ້ຍ, ເຄື່ອງດື່ມ ປະເພດນໍ້າອັດລົມ, ໝາກກ້ວຍ, ເຄື່ອງນຸ່ງຫົ່ມ, ນໍ້າຕານ ແລະຊິ້ນສ່ວນກ້ອງບັນທຶກພາບ.

ສ່ວນສິນຄ້ານໍາເຂົ້າ ຂອງ ສປປ ລາວ ສ່ວນໃຫຍ່ ເປັນນໍ້າມັນກາຊວນ, ຊິ້ນສ່ວນອາໄຫຼ່ຣົຖ, ພາຫະນະທາງບົກ, ອຸປະກອນກົນຈັກ, ເຫຼັກ ແລະເຄື່ອງທີ່ເຮັດດ້ວຍເຫຼັກ-ເຫຼັກກ້າ, ເຄື່ອງໃຊ້ໄຟຟ້າ ແລະອຸປະກອນໄຟຟ້າ, ນໍ້າມັນແອັດຊັງ, ເຄື່ອງທີ່ເຮັດດ້ວຍພລາສຕິກ ແລະເຄື່ອງດື່ມຊູກໍາລັງ.

ຫາກທຽບໃສ່ ມູນຄ່າການນໍາເຂົ້າ ແລະສົ່ງອອກສິນນຄ້າ ໄລຍະ 10 ເດືອນ ຂອງປີ 2022 ຈະຢູ່ປະມານ 1,026 ລ້ານໂດລ້າຣ໌ສະຫະຣັຖ ຂະນະທີ່ ໄລຍະ 10 ເດືອນ ຂອງປີ 2023 ມູນຄ່າຂາດດຸນການຄ້າ ຈະຢູ່ປະມານ 939 ລ້ານໂດລ້າຣ໌ສະຫະຣັຖ ຖືວ່າ ມູນຄ່າຂາດດຸນການຄ້າຫຼຸດລົງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.