ເງິນກີບເຟີ້ ເພີ່ມຂຶ້ນ 24.4% ສົ່ງຜົລກະທົບ ຕໍ່ການດໍາຣົງຊີວິດ
2024.01.30
ອັດຕຣາເງິນເຟີ້ ໃນລາວ ຂອງເດືອນມົກກະຣາ ປີ 2024 ເພີ່ມຂຶ້ນ 24.4% ເມື່ອທຽບໃສ່ເດືອນມົກກະຣາ ປີ 2023 ເຊິ່ງໂດຍລວມແລ້ວ ການເໜັງຕີງ ບໍ່ແຕກຕ່າງຈາກເດືອນທັນວາ ປີ 2023 ທີ່ຜ່ານມາ ເຊິ່ງທີ່ຢູ່ໃນລະດັບ 24.37%, ອີງຕາມການຣາຍງານ ຂອງສູນສະຖິຕິແຫ່ງຊາຕ ກະຊວງແຜນການ ແລະການລົງທຶນ.
ຂະນະທີ່ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 30 ມົກຣາ ນີ້ວ່າ ສາເຫດຂອງການເພີ່ມຂຶ້ນ ຂອງອັດຕຣາເງິນເຟີ້ ໃນເດືອນມົກຣາ ປີ 2024 ມາຈາກຫຼາຍປັດໄຈ, ສ່ວນນຶ່ງມາຈາກຄວາມຕ້ອງການ ຂອງສັງຄົມເພີ່ມຂຶ້ນ ແຕ່ການຜລິດໃນລາວ ຍັງໜ້ອຍ, ການຄຸ້ມຄອງສິນຄ້າ ຍັງບໍ່ທັນໄດ້ຜົລດີ ເພາະສິນຄ້າສ່ວນຫຼາຍ ມີແຕ່ນໍາເຂົ້າຈາກຕ່າງປະເທດ ເຮັດໃຫ້ລາຄາສິນຄ້າ ຍັງມີລາຄາເພີ່ມຂຶ້ນ ສົ່ງຜົລຕໍ່ຄ່າຄອງຊີບ ທີ່ສູງຂຶ້ນ ແລະການແລກປ່ຽນເງິນຕຣາ ໃນລາວ ຍັງບໍ່ທັນເຂົ້າໃນລະບົບ ຍັງມີການແລກປ່ຽນເງິນຕຣານອກລະບົບ ຍ້ອນທະນາຄານໃນລາວ ມີເງິນຕຣາຕ່າງປະເທດບໍ່ຫຼາຍ.
ດັ່ງທ່ານກ່າວວ່າ:
“ເຣື່ອງເງິນຕຣານີ້ແລ້ວ ມັນບໍ່ນອນຢູ່ໃນລະບົບ. ມັນກໍຍັງມີການແລກປ່ຽນເຖື່ອນຢູ່. ເງິນມັນບໍ່ເຂົ້າຢູ່ໃນທະນາຄານ ມັນກະເງິນກີບເຮົາອ່ອນຄ່າ. ໂດຍລວມແລ້ວ ຖືວ່າຢູ່ໃນທະນາຄານຫັ້ນ ເງິນຕຣາເຮົາ ມັນກະບໍ່ຫຼາຍວ່າຊັ້ນສາ. ສິນຄ້າເຮົາກໍມີແຕ່ນໍາເຂົ້າ ການຊົມໃຊ້ພັດຫຼາຍຫັ້ນນ່າ. ເຮັດໃຫ້ຄ່າຄອງຊີບນີ້ ກະສູງຂຶ້ນ ສິນຄ້າມັນກໍແພງຂຶ້ນ ຜົລມັນແນວນັ້ນເນາະ ເພາະເຮົາຜລິດບໍ່ໄດ້ເອງ. ຢູ່ໃນບ້ານເຮົາວ່າຊັ້ນສ່າ ເພິ່ນກໍແກ້ ສ່ວນຫຼາຍກໍບໍ່ໄດ້ຫັ້ນແຫຼະ.”
ທ່ານກ່າວຕື່ມວ່າ ທີ່ຜ່ານມາ ທາງການລາວ ພະຍາຍາມແກ້ໄຂມາໂດຍຕລອດ ແຕ່ສ່ວນຫຼາຍ ກໍຍັງແກ້ໄຂບໍ່ໄດ້ເທື່ອ ຈຶ່ງເຮັດໃຫ້ຍັງຄວບຄຸມບໍ່ໄດ້ ເຊິ່ງໃນຄວາມຄິດຂອງທ່ານ ທ່ານຄິດວ່າ ຄວນຈະແກ້ໄຂໃຫ້ຈິງຈັງ ຈຶ່ງຈະໄດ້ຜົລດີ ໂດຍການສົ່ງເສີມການຜລິດພາຍໃນ ໃຫ້ຫຼາຍຂຶ້ນ ຈະເຮັດໃຫ້ສິນຄ້າພາຍໃນ ລາຄາຖືກລົງ ເງິນກີບລາວ ກໍຈະແຂງຄ່າຂຶ້ນ:
“ທັມມະດາ ສິນຄ້າເຮົາ ຕ້ອງເອົາຢູ່ພາຍໃນໃຫ້ຫຼາຍ ມັນຈຶ່ງຈະເຮັດໃຫ້ເງິນກີບເຮົາແຂງຄ່າຂຶ້ນ. ແກ້ໄຂມາຢູ່ ແຕ່ວ່າ ການຜລິດເຮົານີ້ ມັນເຮັດບໍ່ໄດ້ຫຼາຍ ສ່ວນຫຼາຍແມ່ນເຮົາຕາມລາຄາໂລກ ຕ້ອງຜລິດ ສົ່ງເສີມການຜລິດພາຍໃນນີ້ໃຫ້ຫຼາຍ. ຫຼາຍເທົ່າໃດ ກໍຍິ່ງເຮັດໃຫ້ສິນຄ້າເຮົາຖືກລົງ.”
ໃນຂະນະດຽວກັນ ເຈົ້າໜ້າທີ່ກົມນະໂຍບາຍເງິນຕຣາ ທະນາຄານແຫ່ງ ສປປ ລາວ ທ່ານນຶ່ງ ກໍກ່າວວ່າ ການທີ່ປະຊາຊົນ ນໍາເງິນກີບໄປແລກປ່ຽນເງິນຕຣາຕ່າງປະເທດ ກັບທະນາຄານທຸຣະກິຈ ຍັງສາມາດແລກໄດ້ປົກກະຕິ ທາງທະນາຄານ ແຫ່ງ ສປປ ລາວ ບໍ່ໄດ້ມີນະໂຍບາຍ ຫ້າມວ່າ ເອົາເງິນກີບ ໄປແລກເງິນຕຣາຕ່າງປະເທດ ສ່ວນໃຫຍ່ ຂຶ້ນຢູ່ກັບນະໂຍບາຍ ຂອງທາງທະນາຄານທຸຣະກິຈ ແຕ່ລະແຫ່ງ.
“ໃນເບື້ອງຂອງນິຕິກັມ ເຮົາບໍ່ໄດ້ມີລະບຽບໂຕໃດ. ຫ້າມບໍ່ໃຫ້ທະນາຄານທຸຣະກິຈ ບໍ່ສນອງເງິນຕຣາຕ່າງປະເທດໃຫ້ສັງຄົມ. ມັນກໍຂຶ້ນກັບ ການບໍຣິຫານພາຍໃນ ຂອງແຕ່ລະທະນາຄານເອງ.”
ສ່ວນໃຫຍ່ ມາຮອດປັດຈຸບັນນີ້ ທະນາຄານທຸຣະກິຈ ໃນລາວ ຍັງບໍ່ໃຫ້ຊາວລາວ ເອົາເງິນກີບ ໄປແລກເງິນຕຣາຕ່າງປະເທດໄດ້ ຈະມີພຽງທະນາຄານ ບໍ່ເທົ່າໃດແຫ່ງເທົ່ານັ້ນ ເຊັ່ນ ທະນາຄານພົງສະຫວັນ ທີ່ໃຫ້ປະຊາຊົນ ສາມາດນໍາເອົາເງິນກີບ ໄປແລກເງິນຕຣາຕ່າງປະເທດໄດ້ ແຕ່ວ່າ ຕ້ອງແລກໃນຈໍານວນຈໍາກັດ ເຊິ່ງແລກໄດ້ໜ້ອຍແຮງ ບາງຄົນແລກໄດ້ ບໍ່ເກີນ 1,000-3,000 ບາທໄທຍ ຈຶ່ງເຮັດໃຫ້ຊາວລາວຫຼາຍຄົນ ຍັງແລກປ່ຽນເງິນກັນນອກລະບົບຄືເກົ່າ.
ແລະຣັຖບານ ກໍບໍ່ເຫັນຈະແກ້ໄຂອັນໃດ ໃຫ້ດີຂຶ້ນ ສິນຄ້າພາຍໃນແພງຂຶ້ນ ເຊັ່ນ ໝູ ຢູ່ໜ້າຟາມ ແຕ່ກ່ອນລາຄາ 45,000 ກີບ ຕໍ່ກິໂລກະຣາມ ປັດຈຸບັນ 54,000 ກີບ ຕໍ່ກິໂລກະຣາມ ແລະນອກຈາກນັ້ນ ຍັງມີເຄື່ອງປຸງອາຫານ ທີ່ເພີ່ມຂຶ້ນເທື່ອລະ 2,000-3,000 ກີບ ຕາມອັດຕຣາແລກປ່ຽນ ທີ່ບໍ່ຄົງທີ່ ບາງເທື່ອແມ່ຄ້າ ຕ້ອງຍອມຂາຍ ແບບບໍ່ໄດ້ກໍາໄລ ຂາດທຶນກັນໄປກໍມີ.
ດັ່ງແມ່ຄ້າທ່ານນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າ:
“ຄືເກົ່າ ຍັງເອົາເຖື່ອນຢູ່ຄືເກົ່າ. ກໍກະທົບຫັ້ນແລ້ວ ກໍປາກບໍ່ໄດ້ ຄືເກົ່າຫັ້ນແຫຼະ. ເພິ່ນປະຊຸມກໍມີແຕ່ເວົ້າ ຊື້ກິນກໍອົດອອມເອົາ. ຂາຍເຮົາກໍຕ້ອງໄດ້ຫຼຸດລົງຫັ້ນນ່າ ກໍາໄລກໍຫຼຸດລົງ. ໝູກໍເຣີ່ມຂຶ້ນລາຄາແລ້ວເດ້ ໜ້າຟາມ 40 ປາຍ ດຽວນີ້ 54 ສິນຄ້າພວກເຄື່ອງປຸງເບາະ. ແຮ່ງຂຶ້ນ ຕາມເຣດເງິນໂຫຼດແຫຼະ. ເທື່ອລະ 2, 3 ພັນ.”
ອີງຕາມ ອັດຕຣາແລກປ່ຽນ ຂອງທະນາຄານພົງສະຫວັນ ໃນວັນທີ 30 ມົກຣາ 2024 ໂດຍອັດຕຣາແລກປ່ຽນເງິນບາທ 1 ບາທ ເທົ່າກັບ 649 ກີບ ເງິນໂດລ້າຣ໌ ເທົ່າກັບ 20,796 ກີບ ສ່ວນອັດຕຣາແລກປ່ຽນ ເງິນກີບນອກລະບົບ ເງິນບາທ 1 ບາທ ເທົ່າກັບ 650-660 ກີບ.
ພ້ອມດຽວກັນນີ້ ຜູ້ປະກອບການທ່ານນຶ່ງ ກໍກ່າວວ່າ ເງິນເຟີ້ຂຶ້ນນີ້ ສິນຄ້າທີ່ນໍາເຂົ້າຈາກຕ່າງປະເທດ ກໍແຫ່ງລາຄາແພງຂຶ້ນ ຊາວຄ້າຂາຍ ບໍ່ໄດ້ຮັບຜົລກະທົບປານໃດ ຜູ້ຈະໄດ້ຮັບຜົລກະທົບ ຄືພວກພະນັກງານຣັຖ ທີ່ກິນເງິນເດຶືອນໜ້ອຍໆ ແລະບັນດາຜູ້ຫາເຊົ້າກິນຄໍ່າ ທີ່ຕ້ອງສູ້ຊົນ ກັບຄ່າຄອງຊີບທີ່ສູງຫຼາຍ ຫາເງິນມາໄດ້ ກໍບໍ່ພໍໃຊ້ຈ່າຍ ຈຶ່ງເຮັດໃຫ້ເຂົາເຈົ້າຫຼາຍຄົນ ພາກັນຫຼັ່ງໄຫຼໄປຫາເຮັດວຽກ ຢູ່ຕ່າງປະເທດກັນຫຼາຍ ເຊັ່ນ: ໄທຍ, ເກົາຫຼີໃຕ້ ແລະຢີ່ປຸ່ນ ເພາະເມື່ອໄດ້ເງິນມາແລກເງິນກີບ ຈະໄດ້ເງິນຫຼາຍ ຄຸ້ມຄ່າ ຕໍ່ຄອງຄອງຊີບໃນລາວ ປັດຈຸບັນນີ້ ຢູ່ເຂດນອກ ບໍ່ຄ່ອຍມີຄົນວັຍໜຸ່ມສາວປານໃດ ມີແຕ່ຜູ້ເຖົ້າຜູ້ແກ່ ເພາະຄົນວັຍໜຸ່ມ ພາກັນໄປເຮັດຢູ່ຕ່າງປະເທດໝົດ.
“ເຄື່ອງນໍາເຂົ້າຈາກຕ່າງປະເທດ ມັນກໍຂຶ້ນໝົດ ຊາວຄ້າຂາຍ ມັນກໍບໍ່ກະທົບຫຼາຍປານໃດ ມັນກໍກະທົບພວກພະນັກງານ ກິນເງິນເດືອນຫັ້ນແຫຼະ ຄ່າຄອງຊີບສູງ ເຂົາກໍບໍ່ກຸ້ມກິນ ພະນັກງານຣັຖ ບາງຄົນກໍລາອອກ ພະນັກງານເອື້ອຍກໍລາອອກ ກະໄປເຮັດວຽກຕ່າງປະເທດໝົດ ດຽວນີ້ນ່າ ເຂດນອກຊົນນະບົດ ມີແຕ່ຜູ້ເຖົ້າຜູ້ແກ່ ວັຍຣຸ້ນໄປຕ່າງປະເທດໝົດ ບ່ອນທີ່ວ່າມັນຈະໄດ້ເງິນນ່າ.”
ດ້ານຊາວລາວ ທ່ານນຶ່ງ ກໍກ່າວວ່າ ທ່ານເອງ ກໍໄດ້ຮັບຜົລກະທົບຫຼາຍຢ່າງ ໂດຍສະເພາະ ເຣື່ອງຄ່າໃຊ້ຈ່າຍ ຕ້ອງຈ່າຍເງິນເພີ່ມຂຶ້ນຫຼາຍເທົ່າ ເຊັ່ນ: ຊີ້ນໝູ ຕາມຕລາດນີ້ ລາຄາ 90,000 ກີບຕໍ່ກິໂລກຣາມແລ້ວ ຈາກແຕ່ກ່ອນ 80,000 ກີບຕໍ່ກິໂລກຣາມ ລວມເຖິິງສິນຄ້າອື່ນໆ ກໍແພງຂຶ້ນຫຼາຍ ເຊັ່ນ: ແພມເພິດລູກ ຍີ່ຫໍ້ ມາມີ່ໂປະໂກະ ຈາກແຕ່ກ່ອນ ລາຄາ 95,000 ປາຍກີບ ປັດຈຸບັນນີ້ ລາຄາ 2 ແສນປາຍກີບ ການຫາເງິນກໍຍາກ ຈຶ່ງເຮັດໃຫ້ຫຼາຍຄົນ ໄປຫາເຮັດວຽກຢູ່ຕ່າງປະເທດກັນຫຼາຍ ເພາະເງິນກີບລາວ ຕົກຕໍ່າແຮງ:
“ຕອນນີ້ ເງິນແສນກີບນີ້ ຊື້ຊີ້ນບໍ່ໄດ້ຮອດໂລຊໍ້າ ຊີ້ນໝູ ຊີ້ນສົດ ກໍໂລ 90 ຂຶ້ນແຮງຫຼາຍ ຈັກນົມ, ຈັກແພມເພິດ ຕອນນັ້ນຖົງໃຫຍ່ຫັ້ນນ່າ ຖົງນຶ່ງ 95 ເນາະ ຕອນນີ້ຖົງນຶ່ງ 2 ແສນປາຍພຸ້ນແຫຼະ ບໍ່ມີການແກ້ໄຂໃດໆເລີຍ ສ່ວນຫຼາຍ ດຽວນີ້ ເຂົາກໍໄປເຮັດວຽກ ຢູ່ຕ່າງປະເທດຫັ້ນແຫຼະ ເພາະວ່າເງິນລາວເຮົາ ມັນຕົກເດ້.”
ຢ່າງໃດກໍຕາມ ໝວດສິນຄ້າທີ່ເຮັດໃຫ້ ອັດຕຣາເງິນເຟີ້ເພີ່ມຂຶ້ນ ແມ່ນໝວດຮ້ານອາຫານ ແລະໂຮງແຮມ ເພີ່ມຂຶ້ນ 35.9%, ໝວດເຄື່ອງນຸ່ງຫົ່ມ ແລະເກີບ ເພີ່ມຂຶ້ນ 33.4%, ໝວດສຸຂພາບ ແລະຢາ ເພີ່ມຂຶ້ນ 31%, ໝວດສະບຽງອາຫານ ແລະເຄື່ອງດື່ມ ທີ່ບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 22% ແລະການບໍຣິການອື່ນໆ ເພີ່ມຂຶ້ນ 21.1%.