ການສົ່ງອອກ ກາເຟ ໄປຕ່າງປະເທດ ຫລຸດລົງ

ຈຳປາທອງ
2022.01.18
ການສົ່ງອອກ ກາເຟ ໄປຕ່າງປະເທດ ຫລຸດລົງ ໂຕຢ່າງ ກາເຟທີ່ປູກຢູ່ພູພຽງບໍລະເວນ ເມືອງປາກຊ່ອງ ແຂວງຈໍາປາສັກ
ຮູບພາບຈາກ ວິດີໂອ: ກາເຟດາວ

ສະມາຄົມກາເຟລາວ ຣາຍງານໃນມື້ວັນທີ 14 ມົກກະຣານີ້ວ່າ ປີ 2021 ລາວສົ່ງກາເຟອອກໄປຂາຍຕ່າງປະເທດໄດ້ 30,000 ຕັນ ແລະຄາດວ່າໃນປີນີ້ ການສົ່ງອອກຈະຫລຸດລົງມາເປັນ 20,000 ຕັນ ຍ້ອນວ່າລາຄາ ກາເຟຕໍ່າຫລາຍ, ຊາວສວນກາເຟຫລາຍຄົນຫັນໄປປູກພືດອື່ນແທນ ເຊັ່ນ ຍາງພາລາ, ມັນຕົ້ນ.

ດັ່ງເຈົ້າໜ້າທີ່ສະມາຄົມກາເຟລາວທ່ານນຶ່ງ ຜູ້ຂໍສງວນຊື່ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 18 ມົກກະຣານີ້ວ່າ:

ປີນີ້ກາເຟມັນໜ້ອຍ ມີບໍ່ຫລາຍຫັ້ນນະ ຫລຸດລົງເພາະວ່າ ສ່ວນຫລາຍເຂົ້າເຈົ້າປູກພືດຢ່າງອື່ນ ເຊັ່ນວ່າອັນມັນຕົ້ນຊິນະ ປູກຜັກ ປູກພືດຢ່າງອື່ນ ຊ່ວງລາຄາມັນຕໍ່າຫລາຍ ກາເຟມັນບໍ່ເປັນລາຄານະ.”

ທ່ານກ່າວຕື່ມວ່າ ປັດຈຸບັນ ລາຄາກາເຟເຣີ່ມສູງຂຶ້ນຈາກກິໂລນຶ່ງ 2,000-3,000 ກີບເປັນ 9,000 ກີບ ອັນຈະເຮັດໃຫ້ຊາວສວນຫັນມາປູກກາເຟເພິ່ມຂຶ້ນໃນປີນີ້ ແຕ່ກໍຕ້ອງໃຊ້ເວລາກ່ອນຈະໄດ້ເກັບກ່ຽວຜົລຜລິດ.

ການທີ່ຊາວສວນກາເຟຫັນໄປປູກພືດອື່ນແທນນັ້ນ ກໍຍ້ອນວ່າ ເມື່ອເວລາລາຄາກາເຟຕົກຕໍ່າທາງການບໍ່ຮັບປະກັນລາຄາໃຫ້. ຫາກລາຄາກາເຟດີຄືໃນປີນີ້ ແນ່ນອນຊາວສວນກາເຟ ກໍຈະກັບມາປູກກາເຟ ເພື່ອຂາຍເອົາເງິນມາລ້ຽງຄອບຄົວ.

ດັ່ງຊາວສວນກາເຟຜູ້ນຶ່ງເວົ້າໃນມື້ດຽວກັນນີ້ວ່າ:

ມັນສັນຍານບົ່ງບອກວ່າ ລາຄາຮັບປະກັນຂອງຜູ້ສົ່ງອອກກາເຟກະບໍ່ມີໃຫ້ ກຸ່ມການຜລິດທີ່ມັນແນ່ນອນໃຫ້ປະຊາຊົນທີ່ມີຄວາມຫວັງນັ້ນ ມັນບໍ່ມີລາຄາຄໍ້າປະກັນ ຄັນມັນເປັນລາຄາດີຄືປີນີ້ ຊາວສວນເຮົາກໍມີຄວາມກະຕືລືລົ້ນ ທຸບງົບປະມານໃສ່ໂຕນີ້ ມາບໍລິບັດສວນເກົ່າຄືນ.”  

ທ່ານກ່າວຕື່ມວ່າ ສະພາບອາກາດຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ເໝາະແກ່ການປູກກາເຟກວ່າເຂດອື່ນໆຂອງລາວ, ອາກາດເຢັນຕລອດປີ, ເມື່ອລາຄາກາເຟດີ ຊາວສວນກໍກັບມາປູກກາເຟຄືນ ແລະທາງການຄວນຮັບປະກັນລາຄາກາເຟນີ້ໃຫ້.

ເຣື່ອງການປູກກາເຟໃນປັດຈຸບັນ ຊາວສວນກາເຟຈໍານວນນຶ່ງ ຍັງຂາດການສົ່ງເສີມດ້ານວິຊາການ ດັ່ງນັ້ນຈຶ່ງເຮັດໃຫ້ໄດ້ຮັບຜົລຜລິດໜ້ອຍ ເຖິງຈະໄດ້ໃຊ້ຕົ້ນທຶນຮອນສູງ.

ດັ່ງຊາວສວນກາເຟຜູ້ນຶ່ງເວົ້າວ່າ:

ຍ້ອນວ່າ ງານນໍາໃຊ້ຂອງສະມາຊິກ ຂອງພໍ່ແມ່ປະຊາຊົນນັ້ນ ບໍ່ເຖິງວິຊາການ ມັນຈຶ່ງເຮັດໃຫ້ຜົລຜລິດຫລຸດລົງ ຜູ້ມີຫລາຍຕ້ອງໄດ້ເບິ່ງແຍງ ແຮງງານນໍ ເຮົາກໍຕ້ອງໄດ້ຕິດຕາມເອົາໃຈໃສ່.”         

ຊາວສວນກາເຟຢູ່ເມືອງປາກຊ່ອງຜູ້ນຶ່ງເວົ້າຕໍ່ວິທຍຸເອເຊັຍເສຣີໃນມື້ດຽວກັນນີ້ວ່າ ທີ່ຜ່ານມາ ລາຄາກາເຟຕົກຕໍ່າຫລາຍ, ຍ້ອນແນວນັ້ນຈຶ່ງເຮັດໃຫ້ຊາວສວນຫັນໄປປູກພືດອື່ນ ທີ່ໃຊ້ເວ ລາສັ້ນແທນ ເຊັ່ນມັນຕົ້ນ ແລະຜັກຕ່າງໆ, ຊາວສວນຈໍານວນນຶ່ງຂາຍສວນຂອງຕົນໄປລົງ ທຶນແນວອື່ນ ຍ້ອນວ່າປູກກາເຟໄປກໍຂາດທຶນ.

ຄືຂອງຂ້ອຍເອງສອງເຮັກຕາ ຂ້ອຍກະຂາຍເອົາເງິນໄປເຮັດແນວອື່ນ ບໍ່ມີກໍາໄລ ເພາະວ່າເຮົາໃສ່ປຸຍ ໃສ່ຝຸ່ນ ຈ້າງຄົນເສັຍຫຍ້າ ຈ້າງຄົນສີດຢາ ເງິນບໍ່ເຫລືອ ບາງຄົນກະຂາຍມາກິນນີ້ແຫລະ ກາເຟບໍ່ມີລາຄາ ຕັກຕໍ່າຫລາຍ ເຂົາກໍໄປປູກແນວອື່ນ ໂຕມັນໄດ້ເງິນກວ່າ ບາງຄົນກໍຍັງປູກກາເຟຄືເກົ່າ ແຕເຂົາບໍ່ໄດ້ຮັກສາເອົາ ເຂົາກໍໄປປູກມັນຕົ້ນແທນ ເຂົາເລີ້ມມາປູກຄືນແລ້ວ ເພາະວ່າກາເຟມັນມີລາຄາດຽວນີ້ ກິໂລນຶ່ງ 7-8 ພັນກີບພຸ້ນເດ ແຕ່ກ່ອນມີແຕ່ 2 ພັນ-3 ພັນກີບ.”  

ແລະຊາວສວນກາເຟອີກຜູ້ນຶ່ງກໍເວົ້າວ່າ ຜູ້ທີ່ໄດ້ຮັບຜົລກະທົບຍ້ອນລາຄາກາເຟຕົກຕໍ່າ ສ່ວນໃຫຍ່ແມ່ນຊາວສວນ ທີ່ມີພື້ນທີ່ປູກປາເຟກວ້າງໆ ທີ່ຕ້ອງໄດ້ຈ້າງຄົນງານຊ່ອຍ ແລະມີບັນ ຫາເຣື່ອງແມງໄມ້ກັດຕົ້ນກາເຟ.

ເຮັດຫລາຍນັ້ນ ໄດ້ຮັບຜົລກະທົບນ່າ ມີແຕ່ວ່າພື້ນຫລັກກໍປູກກາເຟຄືເກົ່າຫັ້ນລະ 3 ປີຈັ່ງໄດ້ເກັບຫັ້ນນະ ສ່ວນຫລາຍມັນຈະເຈິບັນຫາອັນໂຕແມງໄມ້ໄປກັດຕົ້ນມັນ ແລ້ວມັນຕາມ ແກ້ບໍ່ໄດ້ມີແຕ່ຕັດຖິ້ມແລ້ວປູກໃໝ່ ບາງເຂດເຂົາເຈົ້າປູກມັນຕົ້ນຕື່ມ ສ້າງລາຍໄດ້ເພິ່ມ.”                                                                                       

ກາເຟລາວ ເປັນສິນຄ້າທີ່ຕລາດຕ່າງປະເທດຕ້ອງການຫລາຍ. ແຕ່ທີ່ຜ່ານມາ ການສົ່ງອອກຍັງບໍ່ບັນລຸເປົ້າໝາຍ ຍ້ອນຍັງຂາດການສົ່ງເສີມການຜລິດ, ເຖິງມີການສົ່ງເສີມກໍບໍ່ສມໍ່າສເມີ ແລະລາຄາກາເຟກໍຕົກຕໍ່າ.

ລາວສົ່ງກາເຟອອກໄປຂາຍຕ່າງປະເທດ ໄດ້ໃນຈໍານວນທີ່ບໍ່ສມໍ່າສເມີ, ບາງປີກໍໄດ້ຂາຍຫລາຍ, ບາງປີກໍໜ້ອຍ ຄືໃນປີ 2015 ຂາຍໄດ້ 21,159 ຕັນ, ປີ 2016 – 51,383 ຕັນ, ປີ 2017 – 28,320 ຕັນ ແລະປີ 2018 – 31,495 ຕັນ.

ຕ່າງປະເທດ ທີ່ລາວສົ່ງກາເຟໄປຂາຍ ສ່ວນຫລາຍແມ່ນປະເທດໃນຢູໂຣບແລະອາເມຣິກາ, ໄດ້ຂຍາຍຕລາດໄປຈີນ, ວຽດນາມ ແລະໄທຍ.

ຢູ່ປະເທດລາວ ມີເນື້ອທີ່ທີ່ປູກກາເຟທັງໝົດ 97,400 ເຮັກຕາ, ແຕ່ປູກໄດ້ 82,980 ເຮັກ ຕາ ແລະສາມາດຜລິດໄດ້ 154,435 ຕັນ, ອີງຕາມການຣາຍງານຂອງກະຊວງກະສິກັມ ແລະປ່າໄມ້ຂອງລາວ ໃນປີ 2018.

ໃນຫລາຍປີຜ່ານມານີ້ ນອກຈາກກາເຟແລ້ວ ລາວຍັງໄດ້ສົ່ງຜົລຜລິດກະສິກັມ ອອກໄປຂາຍຕ່າງປະເທດອີກ. ສະເພາະເດືອນທັນວາ 2021 ກໍມີມັນຕົ້ນ ມູນຄ່າ 60 ລ້ານໂດລາຣ໌ສະຫະຣັຖ, ຍາງພາລາ 46 ລ້ານ, ກ້ວຍ 15 ລ້ານ, ນໍ້າຕານ 12 ລ້ານ, ສາລີ 6 ລ້ານ, ກາເຟ ທີ່ຍັງບໍ່ທັນປຸງແຕ່ງ 6 ລ້ານໂດລາຣ໌ສະຫະຣັຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.