ກວດພົບ ພນັກງານ ພັກ-ຣັຖ ສໍ້ລາດ ບັງຫລວງ

ໄຊຍາ
2022.01.18
ກວດພົບ ພນັກງານ ພັກ-ຣັຖ ສໍ້ລາດ ບັງຫລວງ ໂຕຢ່າງ ການລົງທຶນ ທີ່ເພີ່ມຂຶ້ນ, ການສໍ້ໂກງກໍເພີ່ມຂຶ້ນນໍາ.
ນັກຂ່າວ ພົລເມືອງ

ທາງການ ແຂວງສວັນນະເຂດ ໄດ້ເປີດກອງປະຊຸມ ສໄມສາມັນເທື່ອທີ 2 ຂອງສະພາປະຊາ ຊົນແຂວງສວັັນນະເຂດ ຊຸດທີ 2 ລະຫວ່າງວັນທີ 12-14 ມົກກະຣາ 2022 ນີ້ເພື່ອຮັບຟັງ ບົດຣາຍງານ, ຄົ້ນຄວ້າ, ພິຈາຣະນາ ແລະ ຮັບຮອງເອົາຫຼາຍບັນຫາ.

ໃນກອງປະຊຸມຄັ້ງນີ້ ທ່ານ ລຳທອງ ຂອບສີລາວົງ ກັມມະການປະຈຳພັກແຂວງ, ປະທານ ອົງການກວດພັກ-ຣັຖແຂວງໄດ້ຣາຍງານວຽກງານເຄື່ອນໄຫວປະຈຳປີ 2021 ຂອງແຂວງ ສວັນນະເຂດໃນມື້ວັນທີ 13 ມົກກະຣາ 2022 ລະບຸວ່າໄດ້ພົບເຫັນພະນັກງານ ພັກ-ຣັຖ ຈຳນວນນຶ່ງສໍ້ລາດບັງຫຼວງໂຄງການລົງທືນຂອງຣັຖຈຳນວນ 9 ເປົ້າໝາຽສ້າງຄວາມເສັຽຫາຍໃຫ້ຣັຖເປັນຈຳນວນເງິນ 34 ຕື້ກີບ, 52 ລ້ານບາດ ແລະ 1 ແສນໂດລາສະຫະຣັຖ ແຕ່ບໍ່ມີການເປີດເຜີຍຣາຍລະອຽດໃດ ໆ ໃຫ້ສັງຄົມໄດ້ຮັບຮູ້້.

ກ່ຽວກັບເຣຶ້ອງນີ້ຊາວບ້ານໃນແຂວງສວັນນະເຂດກ່າວວ່າຫາກມີການກວດກາບັນດາໂຄງການຕ່າງ ໆ ຢ່າງເຂັ້ມງວດກໍຈະພົບອີກຫຼາຍໂຄງການທີ່ບໍ່ສອດຄ່ອງກັບສະພາບໂຕຈີງ. ດັ່ງຊາວບ້ານຜູ້ນຶ່ງໃນເມືອງໄກສອນພົມວິຫານ ແຂວງສວັນນະເຂດກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 18 ມົກກະຣານີ້ວ່າ.

ໂຄງການແບບສະຫະປະຊາຊາດບໍ່ຫຼືວ່າອົງການຕ່າງປະເທດເຂົາລົງມາຊ່ອຍເຫຼືອແຕ່ວ່າມັນບໍ່ມາຮອດມືປະຊາຊົນໄດ້ເຕັມ 100 ມັນບໍ່ໂປ່ງໃສບໍ່ຕ່າງຫຍັງກັບຖນົນຫົນທາງຫັ້ນແຫຼະ ເຮັດແລ້ວຮຽບຮ້ອຍເອີແລ້ວກາມີວິຊາການລົງມາກວດປຸບເງິນໃສ່ຊອງປ່ອນປຸບໂອເຄເຊັນຜ່ານແລ້ວວ່າຊັ້ນເດ້ເອົາມາໃຊ້ແທ້ ໆ ບໍ່ພໍຮອດ 2 ປີ 3 ປີ ມຸ່ນ.

ຊາວບ້ານຜູ້ນີ້ໄດ້ກ່າວອີກວ່າຫຼາຍໂຄງການທີ່ພົບເຫັນວ່າບໍ່ມີຄວາມໂປ່ງໃສ່ໂດຍສະເພາະໂຄງການກໍ່ສ້າງພື້ນຖານໂຄງຮ່າງຖນົນຫົນທາງ, ນໍ້າປະປາ ຫຼື ໂຄງການຊຸກຍູ້ສົ່ງເສີມອາ ຊີບໃຫ້ກັບຊາວບ້ານທີ່ມີການພັທນາໄປແລ້ວບໍ່ມີຄວາມໝັ້ນຄົງ ບໍ່ມີຄວາມຍືນຍົງເຮັດໃຫ້ເສັຽ ງົບປະມານໄປລ້າ ໆ .

ຂະນະທີ່ຊາວບ້ານໃນແຂວງສວັນນະເຂດອີກຜູ້ນຶ່ງກ່າວວ່າຜ່ານມາຊາວບ້ານບໍ່ມີສ່ວນກ່ຽວ ຂ້ອງໃນການຕິດຕາມກວດກາບັນດາໂຄງການຕ່າງ ໆ ວ່າມີການສໍ້ລາດບັງຫຼວງໄປຫຼາຍເທົ່າໃດແຕ່ທີ່ຜ່ານມາກໍເຫັນວ່າບັນດາໂຄງການກໍ່ສ້າງຖນົນຫົນທາງພາຍໃນເຂດບ້ານຕ່າງ ໆ ກໍບອກວ່າເປັນງົບປະມານຂອງຣັຖບານຫຼືເງິນຊ່ອຍເຫຼືອລ້າຈາກຕ່າງປະເທດບາດສ້າງ ສຳເຣັດແລ້ວພັດມາເກັບເງິນນຳຊາວບ້ານແລະອ້າງວ່າເປັນຄ່າຜ່ານທາງຊຶ່ງສ້າງຄວາມສັບສົນແລະບໍ່ມີຄວາມໂປ່ງໃສໃຫ້ກັບຊາວບ້ານແຕ່ຢ່າງໃດ.ດັ່ງຊາວບ້ານຜູ້ນຶ່ງໃນເມືອງທ່າປາງທອງ ແຂວງສວັນນະເຂດກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 18 ມົກຣາ ນີ້ວ່າ

ມາເບິ່ງຄັກ ໆ ກາເອົາເງິນປະຊາຊົນຄືເກົ່າຫັ້ນແຫຼະເຮັດວ່າຊັ້ນສະທາງກາພັດເກັບຂນາດ ເຂົາສັມປະທານເຮັດແລ້ວເຂົາກາເກັບເງິນນຳເຮົາຄືເກົ່າຄ່າຂ້າມຄ່າຫຍັງຫັ້ນນ່າ

ສ່ວນຊາວລາວຜູ້ນຶ່ງເຫັນວ່າຣັຖບານລາວຄວນຕິດຕາມກວດກາບັນດາໂຄງການຕ່າງ ໆ ຢ່າງຈິງຈັງແລະຕ້ອງປະຕິບັດຢ່າງເຂັ້ມງວດຫາກພົບເຫັນວ່າມີພະນັກງານພັກ-ຣັຖຄົນໃດ ກໍຕາມທີ່ຕິດພັນໃນການສໍ້ລາດບັງຫຼວງກໍຄວນຈະປະຕິບັດວິນັຍໄປຕາມກົດໝາຽຢ່າງເຂັ້ມງວດ ບໍ່ໃຫ້ລະເວັ້ນເພື່ອສ້າງຄວາມໜ້າເຊື່ອຖືໃຫ້ສັງຄົມແລະເປັນແບບຢ່າງໃຫ້ພະນັກງານພັກ-ຣັຖ ຄົນອື່ນ ໆ ນຳດ້ວຍ. ດັ່ງຊາວລາວຜູ້ນຶ່ງໃນນະຄອນຫຼວງວຽງຈັນກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 18 ມົກກະຣາ ນີ້ວ່າ.

ຈັບໄດ້ຜູ້ໃດເຈົ້າຕ້ອງກວດກາຄືນວ່າເງິນສ່ວນທີ່ມັນສໍ້ລາດບັງຫຼວງເອົາໄປມັນເອົາໄປເຮັດຫຍັງຕ້ອງຢຶດເອົາໝົດຖືກແທ້ນີ້ມາເປັນສົມບັດຂອງຣັຖອັນນີ້ແຫຼະມັນກໍເປັນເຫດໃຫ້ຣັຖບານເຮົານີ້ ມັນເປັນໜີ້ນັບມື້ນັບຫຼາຍກາຍ້ອນແນວນີ້ແຫຼະ.

ຕໍ່ກັບວຽກງານການຕິດຕາມກວດກາບັນດາໂຄງການລົງທືນຂອງຣັຖບານໃນທົ່ວປະເທດ, ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຮີໄດ້ກ່າວໃນກອງປະຊຸມສມັຍສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ 9 ໃນມື້ວັນທີ 01 ພືສຈິກາ 2021 ລະບຸວ່າຣັຖບານແຕ່ລະ

ສມັຍໄດ້ມີການລົງທືນໄປຈຳນວນຫຼາຍໃນຣັຖວິສາຫະກິຈຕ່າງ ໆ ເພື່ອພັທນາເສຖກິຈ-ສັງຄົມຂອງປະເທດແລະຍັງເປັນຖານຣາຍຮັບສຳຄັນໃຫ້ກັບຣັຖບານແຕ່ມີຣັຖວິສາຫະກິຈຈຳນວນນຶ່ງໄດ້ສ້າງໜີ້ສີນຢ່ງມະຫາສານຕົກເປັນພາຣະໃຫ້ແກ່ຣັຖບານລາວມາຮອດປັດຈຸ ບັນນີ້.

ນອກຈາກນີ້ບັນດາໂຄງການລົງທືນຂອງຣັຖບານໃນເຂດທ້ອງຖີ່ນກໍມີອີກຫຼາຍໂຄງການດຳເນີນການບໍ່ສາມາດສອດຄ່ອງກັບສະພາບໂຕຈິງຍ້ອນມີພະນັກງານພັກ-ຣັຖ ສໍ້ລາດບັງ ຫຼວງສວຍໃຊ້ໜ້າທີ່ຕຳແໜ່ງຂອງຕົນເພື່ອຫວັງປໂຍດສ່ວນໂຕຈົນສ້າງຄວາມເສັຽຫາຍໃຫ້ ແກ່ຣັຖບານຢ່າງມະຫາສານຊຶ່ງຣັຖບານຢັ້ງຢືນວ່າຈະພະຍາຍາມຕິດຕາມກວດກາແກ້ໄຂ ບັນຫາການສໍ້ລາດບັງຫຼວງຢ່າງຈີງຈັງແລະເຂັ້ມງວດທີ່ສຸດ. ດັ່ງທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີແຫ່ງ ສປປ ລາວ ກ່າວຕໍ່ກອງປະຊຸມສມັຍສາມັນເທື່ອທີ 2 ຂອງສະພາ ແຫ່ງຊາດຊຸດທີ 9 ໃນຕອນນຶ່ງວ່າ.

ວິທີການໃນຕໍ່ໜ້າແມ່ນຈະໄດ້ດຳເນີນການປະຕິຮູບໄປຄຽງຄູ່ກັບການກວດກາໝາຽຄວາມວ່າຈະບໍ່ຖ້າໃຫ້ການກວດກາສຳເຣັດແລ້ວຈັ່ງປັບປຸງຈະດຳເນີນຄູ່ຂນານກັນໄປເວລາໃດຜົລການກວດກາພົບເຫັນບັນຫາທີ່ຕິດພັນກັບພະນັກງານບຸກຄະລາກອນກໍຈະດຳເນີນການແກ້ ໄຂຕາມກົດໝາຽຢ່າງເຂັ້ມງວດ

ສຳລັບແຂວງສວັນນະເຂດທີ່ມີການກວດພົບພະນັກງານຈຳນວນນຶ່ງສໍ້ລາດບັງຫຼວງນັ້ນ ທ່ານ ລຳທອງ ຂອບສີລາວົງ ໄດ້ຣາຍງານວ່າເປັນສືບຕໍ່ຕິດຕາມກວດກາການລົງທືນຂອງຣັຖຈຳນວນ 7 ໂຄງການ, ໂຄງການລົງທືນຂອງຕ່າງປະເທດແລະທືນກູ້ຢືມຮວມມູນຄ່າ 47,740,000 ໂດລາສະຫະຣັຖ ແລະ ອີກ 6 ໂຄງການເປັນການລົງທືນຢູ່ພາຍໃນຮວມມູນຄ່າ 1,067 ຕື້ກີບ.

ຜ່ານການຕິດຕາມກວດກາເຫັນວ່າມີໂຄງການຈຳນວນນຶ່ງບໍ່ທັນສອດຄ່ອງກັບຣະບຽບກົດ

ໝາຽ, ທາງອົງການກວດກາພັກ-ຣັຖ ແຂວງສວັນນະເຂດກໍໄດ້ແນະນຳໃຫ້ເຈົ້າຂອງໂຄງ ການ ແລະ ບໍຣິສັດຜູູ້ຮັບເໝົາກໍ່ສ້າງປັງປຸງແກ້ໄຂຄືນຕໍ່ບັນຫາທີ່ຄົງຄ້າງ. ໄດ້ດຳເນີນການ ກວດາການບໍຣິຫານຣັຖ, ການສືບສວນ-ສອບສວນຊຶ່ງພົບເຫັນພຶດຕິກັມການສວຍໃຊ້ໜ້າທີ່ ຕຳແໜ່ງຂອງສະມາຊິກພັກ, ພະນັກງານ ສໍ້ລາດບັງຫຼວງຈຳນວນ 9 ເປົ້າໝາຽສ້າງຄວາມເສັຽຫາຍທັງໝົດ 34 ຕື້ກີບ, 52 ລ້ານປາຍບາດ ແລະ 1 ແສນໂດລາສະຫະຣັຖ. ສາມາດເກັບກູ້ຄືນໄດ້ແລ້ວ 3.383 ຕື້ກີບ ຍັງຄ້າງອີກ 31,507 ຕື້ກີບ, 52 ລ້ານປາຍບາດ ແລະ 1 ແສນໂດລາສະຫະຣັຖ.

ເມື່ອປາຍປີ 2021ທີ່ຜ່ານມາອົງການກວດກາແຫ່ງຣັຖແລະອົງການຕ້ານການສໍ້ລາດບັງຫຼວງໄດ້ຣາຍງານວ່າສະເພາະປີ 2020 ຜ່ານມາໄດ້ກວດກາບັນດາໂຄງການຕ່າງ ໆ ຈຳນວນ 650 ເປົ້າໝາຽໃນທົ່ວປະເທດໂດຍພົບເຫັນຫຼາຍໂຄງການບໍ່ປະຕິບັດຕາມຣະບຽບກົດໝາຽສ້າງຄວາມເສັຽຫາຍໃຫ້ແກ່ຣັຖບານເຖີງ 1,561 ຕື້ປາຍກີບແລະພົບເຫັນຜູ້ກະທັມຜິດ 24 ຄົນ ໃນນັ້ນເປັນພະນັກງານພັກ-ຣັຖຈຳນວນ 16 ຄົນ ມູນຄ່າເສັຽຫາຍຈຳນວນ 208 ຕື້ກີບ, 331 ລ້ານບາດ ແລະ 14 ລ້ານໂດລາສະຫະຣັຖ ສ່ວນປີ 2021 ຍັງບໍ່ທັນມີຣາຍງານ ສລຸປຈາກທາງການລາວເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.