ເຣື້ອງທີ່ເກັບບັນທຶກໄວ້
2022-10-15
ລະເບີດລູກຫວ່ານ ຫຼາຍລ້ານລູກ ທີ່ກະຈາຍ ຢູ່ປະເທດລາວ ຍັງຄົງເປັນອຸປະສັກ ແລະ ໃນແຕ່ລະປີ ມີຜູ້ເຄາະຮ້າຍ ຈາກລະເບີດ ບໍ່ທັນແຕກ ຫຼາຍ 100 ຢູ່ປະເທດລາວ, ກັມພູຊາ ແລະ ວຽດນາມ.
2022-10-15
ການປຕິບັດ ສັນຍາ ວ່າດ້ວຍ ການຖືກຕ້ອງປອງດອງ ລະຫວ່າງ ລາວທຸກຝ່າຍ.
2022-10-15
ຄ່າຄອງຊີພສູງ, ຄ່າແຮງງານຕ່ຳ ເຮັດໃຫ້ ຄົນງານລາວ ເລືອກໄປເຮັດວຽກ ຢູ່ໄທຍ ຫຼາຍກວ່າ ປະເທດອື່ນ.
2022-10-14
ຕລາດແຮງງານ ເກົາຫລີໃຕ້ ເປີດໂອກາດ ໃຫ້ຄົນງານລາວ ເຂົ້າໄປເຮັດວຽກ ຫຼາຍຂຶ້ນ ເພື່ອແກ້ໄຂຄວາມຫຍຸ້ງຍາກ ດ້ານເສຖກິຈ ອັດຕຣາການຫວ່າງງານ ແລະ ຊ່ອຍຄອບຄົວ ໃຫ້ມີລາຍຮັບ ທີ່ດີຂຶ້ນພ້ອມທັງຍົກລະດັບ ທັກສະສີມີແຮງງານ.
2022-10-14
ຊາວບ້ານຄອບຄົວນຶ່ງ ຢູ່ເມືອງບໍຣິຄັນ ແຂວງບໍຣິຄໍາໄຊ ຮ້ອງຂໍຄວາມເປັນທັມ ຈາກຂັ້ນຣັຖບານ ຍ້ອນຖືກເຈົ້າໜ້າທີ່ ທະຫານ ແຂວງບໍຣິຄໍາໄຊ ຍຶດເອົາທີ່ດິນໄປຂາຍ ແລະຖືກສານຕັດສິນ ໃຫ້ເປັນຜູ້ບໍ່ຊະນະຄະດີ.
2022-10-14
ວິທະຍາລັຍ ແຫ່ງຊາຕ ປະກາດຮັບສມັກນັກຮຽນ ທີ່ຈົບຊັ້ນ ມ.7 ໃນສົກຮຽນ ປີ 2021-2022 ແລະສົກຮຽນທີ່ຜ່ານມາ ເຂົ້າຮຽນ ໃນ 55 ສາຂາວິຊາ ຈໍານວນ 1,530 ຄົນ ໂດຍບໍ່ຈຳເປັນຕ້ອງສອບເສັງ ຍ້ອນມີນັກຮຽນສມັກ ເຂົ້າສາຂາດັ່ງກ່າວ ເປັນຈຳນວນໜ້ອຍ.
2022-10-14
ອັຕຣາການເສັຽຊີວິຕ ຂອງແມ່ຍິງຊົນເຜົ່າ ທີ່ຢູ່ຫ່າງໄກ ສອກຫລີກ ໃນລະຫວ່າງຖືພາ ແລະໃນຂະນະ ເກີດລູກຍັງສູງ ເຮັດໃຫ້ ສປປລາວ ບໍ່ສາມາດບັນລຸ ຕາມເປົ້າໝາຍ ທີ່ຈະເຮັດໃຫ້ ອັຕຣາ ການເສັຽຊີວິຕ ເຫຼືອສູນ.
2022-10-14
ໃນການລົງຄະແນນສຽງ ຢູ່ໃນກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາຕ ປະນາມຣັສເຊັຽ ທີ່ຍຶດເອົາດິນແດນບາງສ່ວນ ຂອງຢູເຄຣນ ໂດຍມີ 183 ປະເທດເຂົ້າຮ່ວມ, ມີ 143 ປະເທດ ເຫັນດີປະນາມ, 5 ປະເທດຄັດຄ້ານ ແລະ 35 ປະເທດ ບໍ່ອອກສຽງ ຊຶ່ງໃນນັ້ນ ລວມທັງ ສປປ ລາວ ນໍາດ້ວຍ.
2022-10-13
ການສັກວັກຊິນ ປ້ອງກັນໂຄວິດ-19 ໃຫ້ກັບກຸ່ມຊົນເຜົ່າລາວ ຈໍານວນນຶ່ງ ກາຍເປັນເຣື່ອຍາກ ເພາະເຂົາເຈົ້າບໍ່ເຂົ້າໃຈ ເຖິງຄວາມສໍາຄັນ ຂອງການສັກວັກຊິນ ຍ້ອນເຂົ້າໃຈຜິດວ່າ ເມື່ອສັກໄປແລ້ວ ຈະເປັນອັນຕຣາຍຕໍ່ຊີວິຕ ຫລືຈະມີບັນຫາ ສຸຂພາບຕາມມາ.
2022-10-13
ການປ່ຽນແປງ ຂອງສະພາບ ດິນຟ້າອາກາດ ໃນລາວ ນັບມື້ເພີ່ມ ຄວາມຮຸນແຮງຂຶ້ນ ໂດຍສະເພາະ ບັນຫາພັຍແລ້ງ ແລະນໍ້າຖ້ວມ ເຮັດໃຫ້ຊາວກະສິກອນ ຜລິຕໄດ້ ໃນປະຣິມານ ທີ່ໜ້ອຍລົງ ເຊິ່ງສົ່ງຜົລກະທົບ ຕໍ່ຄວາມໝັ້ນຄົງ ທາງດ້ານສະບຽງ ອາຫານ ພາຍໃນປະເທດລາວ ໃນອະນາຄົຕ.
2022-10-13
ການລົງທຶນ ຂອງວຽດນາມ ຢູ່ໃນອັນດັບ 3 ຈາກທັງໝົດ 54 ປະເທດ ທີ່ລົງທຶນໃນລາວ ແລະມີ 417 ໂຄງການ, ມູນຄ່າການລົງທຶນ 4.3 ຕື້ໂດລ້າຣ໌ສະຫະຣັຖ ແຕ່ມີໂຄງການ ຈໍານວນນຶ່ງ ບໍ່ໂປ່ງໃສ, ມີຜົນກະທົບ ຕໍ່ປະຊາຊົນ ແລະຄ່າຊົດເຊີຍ ຄວາມເສັຍຫາຍ ກໍບໍ່ທັນຈ່າຍ.
2022-10-13
ຣັຖບານລາວ ອະນຸຍາດໃຫ້ ນັກລົງທຶນ ຈີນ ສັມປະທານ ແຫຼ່ງທ່ອງທ່ຽວ ຍອດນິຍົມ 2 ແຫ່ງ ຢູ່ເມືອງໂຂງ ຄື ນໍ້າຕົກຕາດ ຄອນພະເພັງ ແລະນໍ້າຕົກຕາດ ສົມພະມິດ ເພື່ອພັທນາ ໃຫ້ມີຄວາມທັນສໄມ ແລະ ສິ່ງອໍານວຍຄວາມສະດວກ ຂະນະທີ່ ປະຊາຊົນ ທີ່ຢູ່ອ້ອມຂ້າງ ມີຄວາມກັງວົນໃຈ ໃນເຣື່ອງນີ້ສົມຄວນ.
2022-10-12
ອີງຕາມຂໍ້ມູນ ຂອງກອງທຶນ ປະຊາກອນ ແຫ່ງສະຫະປະຊາຊາຕ ຊີ້ໃຫ້ເຫັນວ່າ ປີ 2020 ເດັກນ້ອຍແມ່ຍິງ 2 ໃນ 10 ຄົນ ຢູ່ປະເທດລາວ ແຕ່ງດອງ ກ່ອນວັຍອັນຄວນ ຄືລະຫວ່າງ 15-19 ປີ ສົ່ງຜົລເຮັດໃຫ້ເດັກນ້ອຍແມ່ຍິງ ພົບບັນຫາດ້ານສຸຂພາບ ແລະຊີວິຕຄອບຄົວ ຫຼາຍຢ່າງຕາມມາ.
2022-10-12
ຄົນງານມາເລເຊັຽ 7 ຄົນທີ່ຖືກຫລອກ ໄປເຮັດວຽກເປັນ ສແກັມເມີຣ໌ ຢູ່ເຂດເສຖກິຈ ພິເສດສາມ ຫລ່ຽມຄໍາ ໄດ້ຮັບການຊ່ອຍເຫລືອແລ້ວ, ແຕ່ກໍຍັງມີອີກຫລາຍຄົນ ທີ່ຖືກກັກໂຕ ຢູ່ໃນເຂດດັ່ງກ່າວ ອີງຕາມຂໍ້ມູນ ຈາກອົງການ ເພື່ອມະນຸສທັມ ລະຫວ່າງປະເທດ ຂອງມາເລເຊັຽ ອາຈມີ 50-100 ຄົນ ທີ່ຍັງບໍ່ໄດ້ຮັບ ການຊ່ອຍເຫຼືອ.
2022-10-12
ບັນຫາຢາເສບຕິດໃນລາວ ຍາກທີ່ຈະປາບປາມໄດ້ ເນື່ອງຈາກ ການບັງຄັບໃຊ້ ກົດໝາຍ ຍັງບໍ່ເຂັ້ມງວດ ດ້ວຍເຫດນີ້ ຢາເສບຕິດ ຈຶ່ງເພີ່ມຂຶ້ນຫຼາຍ ທຽບໃສ່ໄລຍະ 2-3 ປີທີ່ຜ່ານມາ ເຫັນໄດ້ຈາກ ການຈັບຜູ້ຄ້າ-ຂາຍ ແລະຈໍານວນຢາເສບຕິດ ທີ່ຍຶດໄດ້ຫຼາຍຂຶ້ນ.