ເດັກນ້ອຍແມ່ຍິງ ຫຼາຍຄົນ ສ້າງຄອບຄົວ ກ່ອນວັຍ ອັນຄວນ
2022.10.12
ວັນທີ 11 ຕຸລາ ເຊິ່ງເປັນວັນທີ່ ສະມັດຊາໃຫຍ່ ແຫ່ງສະຫະປະຊາຊາຕ ປະກາດໃຫ້ເປັນວັນເດັກນ້ອຍແມ່ຍິງສາກົລ ຫຼື International day of a girl ນັບແຕ່ປີ 2011 ເປັນຕົ້ນມາ ເພື່ອສນັບສນູນໃຫ້ເດັກນ້ອຍແມ່ຍິງ ມີສິທທິດ້ານຄວາມເທົ່າທຽມ ແລະປົກປ້ອງເດັກນ້ອຍແມ່ຍິງ ຈາກຄວາມຮຸນແຮງ ແລະປີ 2022 ນີ້ ກໍຄົບຮອບ 10 ປີ ວັນເດັກນ້ອຍແມ່ຍິງສາກົລ.
ອີງຕາມຂໍ້ມູນຫຼ້າສຸດ ຂອງກອງທຶນ ປະຊາກອນ ແຫ່ງສະຫະປະຊາຊາຕ ຫຼື United Nation Population Fund (UNFPA) ຊີ້ໃຫ້ເຫັນວ່າ ປີ 2020 ເດັກນ້ອຍແມ່ຍິງ 2 ໃນ 10 ຄົນ ຢູ່ປະເທດລາວ ແຕ່ງດອງ ໃນລະຫວ່າງທີ່ພວກເຂົາເຈົ້າ ຍັງເປັນເດັກນ້ອຍ ອາຍຸລະຫວ່າງ 15-19 ປີ ສົ່ງຜົລເຮັດໃຫ້ເດັກນ້ອຍແມ່ຍິງ ພົບບັນຫາ ດ້ານສຸຂພາບ ທັງຮ່າງກາຍ ແລະຈິຕໃຈ ແລະຄວາມເປັນຢູ່ ເຊິ່ງເປັນພັຍຂົ່ມຂູ່ ທີ່ເດັກນ້ອຍແມ່ຍິງ ຕ້ອງຜະເຊີນ.
ຢູ່ແຂວງເຊກອງ ໂດຍສະເພາະເມືອງກະລຶມ ແລະເມືອງດາກຈຶງ ຈະມີເດັກນ້ອຍ ແມ່ຍິງຊົນເຜົ່າ ອາຍຸຕໍ່າກວ່າ 18 ປີ ຈໍານວນນຶ່ງ ແຕ່ດອງກ່ອນວັຍອັນຄວນ ເຮັດໃຫ້ເດັກນ້ອຍແມ່ຍິງ ຊົນເຜົ່ານັ້ນ ເປັນແມ່ສ່ຽງພັຍ ແລະລູກທີ່ຈະເກີດມາ ກໍຂາດສານອາຫານ ເນື່ອງຈາກເດັກນ້ອຍ ແມ່ຍິງຜູ້ທີ່ຈະເປັນແມ່ ບໍ່ມີຄວາມພ້ອມ ທີ່ຈະສ້າງຄອບຄົວ ໂດຍສະເພາະ ດ້ານເສຖກິຈ ແມ່ນຍັງທຸກຍາກ.
ດັ່ງເຈົ້າໜ້າທີ່ ຜແນກສາທາຣະນະສຸຂ ແຂວງເຊກອງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 12 ຕຸລາ ນີ້ວ່າ:
“ມັນກໍຍັງພົບເດັກນ້ອຍ ຊົນເຜົ່າແຕ່ງດອງ ຫັ້ນແຫຼ້ວ ບົນຫຼັກການ ມັນກໍວັຍຈະເຣີນພັນ ກໍຕໍ່າກວ່າ 18 ປີ ເຮົາກໍບໍ່ໃຫ້ແຕ່ງງານ ແລ້ວພົບວ່າ ໄລຍະນີ້ ໄລຍະທີ່ເດັກນ້ອຍ ກໍາລັງຂຍາຍໂຕ ແລະຍັງບໍ່ທັນມີຄວາມພ້ອມຈັ່ງຊີ້ນ່າ ແມ່ຍັງນ້ອຍ ເກີດມາ ກໍເບິ່ງບໍ່ໄດ້ຫັ້ນແຫຼະ ເພິ່ນຍັງບໍ່ທັນມີຄວາມຮູ້ ເກີດລູກກໍບໍ່ຖ້ວນເດືອນ ຈະສ່ຽງ ເດັກຕາຍໃນທ້ອງຈັ່ງຊີ້ ເດັກຕາຍເວລາເກີດ ເດັກກໍນໍ້າໜັກຕໍ່າຈັ່ງຊີ້ ບໍ່ໄດ້ມາຕຖານ.”
ຍານາງກ່າວຕື່ມວ່າ ຄອບຄົວຂອງແມ່ຍິງເດັກນ້ອຍຊົນເຜົ່າ ບາງຄອບຄົວ ມີຮີດຄອງປະເພນີ ທີ່ພໍ່ແມ່ຢາກໃຫ້ແຕ່ດອງແຕ່ນ້ອຍ ເພື່ອມີລູກ-ຫຼານ ໄວ້ເປັນແຮງງານ ໃນການເຮັດໄຮ່, ເຮັດສວນ, ຂະນະດຽວກັນ ອີງຕາມຂໍ້ມູນ ຂອງອົງການສາກົລ ໃນປີ 2012-2017 ພົບວ່າ ຖ້າເດັກນ້ອຍແຕ່ງດອງ ລະຫວ່າງການຮຽນ ຄື ແຕ່ຊັ້ນ ມ.1-ມ.7 ແລ້ວຖືພາທັນທີ ຫຼັງຈາກແຕ່ງດອງນັ້ນ ຈະເຮັດໃຫ້ລູກທີ່ເກີດມາ ຂາດສານອາຫານ.
ເດັກນ້ອຍແມ່ຍິງລາວລຸ່ມ ບ້ານບຶງຂາມ ແລະເດັກນ້ອຍແມ່ຍິງຊົນເຜົ່າ ບ້ານກະສະ ເມືອງສາຣະວັນ ແຂວງສາຣະວັນ ຈໍານວນນຶ່ງ ອາຍຸລະຫວ່າງ 17-18 ປີ ກໍຈະພາກັນເອົາຜົວ ແລ້ວອາຈເຮັດໃຫ້ມີຄວາມສ່ຽງ ເປັນພຍາດຕິດຕໍ່ທາງເພດສັມພັນ ຫຼື ພຕພ ຍ້ອນບໍ່ຮູ້ວິທີປ້ອງກັນ ຮວມທັງເຮັດໃຫ້ລູກທີ່ເກີດມາ ເປັນເດັກນ້ອຍ ຂາດສານອາຫານນໍາດ້ວຍ ຍ້ອນການດູແລລ້ຽງດູ ແບບປະຖົມ ປະຖານຕາມຖານະຂອງຄອບຄົວ.
ດັ່ງເຈົ້າໜ້າທີ່ ຫ້ອງການສາທາຣະນະສຸຂ ເມືອງສາຣະວັນ ແຂວງສາຣະວັນ ກ່າວໃນມື້ດຽວກັນນີ້ວ່າ:
“ສ່ວນຫຼາຍຫັ້ນ 17-18 ປີິ ແລ້ວເອົາຜົວ ຢູ່ແຖວຫັ້ນ, ຄື ພວກພຍາດ ພຕພ ອີ່ຫຍັງນີ້ນ່າ ຖ້າວ່າເຮົາບໍ່ມີ ກໍແລ້ວໄປ ຄັນມັນມີ ມັນກໍມີຄວາມສ່ຽງຫັ້ນນ່າ, ລົງເຫັນໂຕຈິງຫັ້ນ ເປັນຕາດູຕົນດອກ ເດັກນ້ອຍມັນມະຍຸມະຍະອິຫຍັງນິ່ແຫຼະ ບາງທີກໍຂາດສານອາຫານ ເພາະວ່າກິນແຕ່ນົມ ບາງທີນົມບໍ່ພຽງພໍ ບາງທີແມ່ໜີໄປໄທຍບໍ່ຊິນ່າ ບາງທີກິນນົມ ນົມລາຄາຖືກຕິໄທບ້ານນອກ ຈັກນົມອີ່ຫຍັງ ບາງຄົນກໍໃຫ້ນົມກາໝີອີຫຍັງນີ້ນ່າ ຄົນໃສ່ນໍ້າແລ້ວກໍໃຫ້ມັນກິນເດັກນ້ອຍ ແລ້ວກໍຫຍໍ້າເຂົ້າອິ່ຫຍັງນີ້ນ່າ ຕາມປະສາແຖວນອກນີ້ແຫຼະ.”
ຜົລກະທົບທີ່ເດັກນ້ອຍແມ່ຍິງ ຕ້ອງປະເຊີນ ຫາກຍັງແຕ່ງດອງ ກ່ອນວັຍອັນຄວນ ຈະມີຜົລກະທົບທາງດ້ານຈິຕໃຈ ທີ່ຈະເກີດບັນຫາ ຜິດຖຽງກັນໃນຄອບຄົວ ເນື່ອງຈາກຍັງເປັນເດັກນ້ອຍ ແລ້ວພາກັນແຕ່ງດອງ ການຫາເງິນ ລ້ຽງຄອບຄົວກໍຫຍຸ້ງຍາກ.
ດັ່ງເຈົ້າໜ້າທີ່ ຫ້ອງການສາທາຣະນະສຸຂ ເມືອງສາຣະວັນ ແຂວງສາຣະວັນ ຜູ້ດຽວກັນນີ້ ກ່າວຕື່ມວ່າ:
“ບາງທີເອົາກັນໄວ ເດັກນ້ອຍກັບເດັກນ້ອຍຫັ້ນນ່າ ຜູ້ຊາຍບາງຄົນກໍເຮັດຢາເຮັດຫຍັງ ເຮົາກໍບໍ່ຮູ້ຈັກນໍາເຂົາຫັ້ນນ່າ ກໍຜິດຖຽງຕີກັນຫັ້ນນ່າ ພັທນາຍາກ ເພາະທຸກມື້ນີ້ ເສຖກິຈແບບນີ້ ແຮງເຂົາບໍ່ມີໝ້ອງຊິຫາເງິນ ແຕ່ກ່ອນ ຢູ່ສາຣະວັນ ຢູ່ກະສະຫັ້ນ ມັນມີໂຮງງານຫຼາຍນ່າ ເຂົາເອົາກັນ ແລ້ວເຂົາກໍໄປເປັນກັມມະກອນ ກໍພໍໄດ້ໃຊ້ເງິນ ຄືທຸກມື້ນີ້ ເວົ້າໝ້ອງໝົດເໝິດ ເປັນຕາດູຕົນເຂົາເຈົ້າ ຄືມາສຸຂສາລານີ້ ມັນກະແບບບໍ່ມີຮອດເງິນ.”
ຢູ່ບ້ານທ່າເຈົ້າ ເມືອງກາສີ ແຂວງວຽງຈັນ ເດັກນ້ອຍແມ່ຍິງຊົນເຜົ່າມົ້ງ ອາຍຸລະຫວ່າງ 15-19 ປີ ຍັງແຕ່ງດອງກ່ອນວັຍອັນຄວນ, ແຕ່ຂະນະດຽວກັນ ໂຄງການໂພສະນາການ ຕິດຕາມແມ່ ແລະລູກ ຕັ້ງແຕ່ເຣີ່ມຖືພາ ຈົນຮອດ 1 ປີ 6 ເດືອນ ຂອງປະເທດອອສເຕເຣັຽ ກໍສນັບສນູນງົປມານ ໃຫ້ເດັກນ້ອຍແມ່ຍິງຊົນເຜົ່າມົ້ງ ບ້ານທ່າເຈົ້າ ໄປຝາກທ້ອງຢູ່ສຸຂສາລາ 4 ເທື່ອ ຕໍ່ການຖືພາ ເພື່ອຫຼຸດຜ່ອນອັດຕຣາການເສັຍຊີວິຕຂອງແມ່ ທີ່ສືບເນື່ອງມາຈາກເດັກນ້ອຍ ແມ່ຍິງແຕ່ງດອງແຕ່ຍັງນ້ອຍ.
ສໍາລັບການແກ້ໄຂບັນຫາ ເດັກນ້ອຍແມ່ຍິງລາວ ແຕ່ງດອງກ່ອນວັຍອັນຄວນນັ້ນ ທາງພາກສ່ວນທີ່ກ່ຽວຂ້ອງ ຕ້ອງໄດ້ມີງົປມານ ລົງໂຄສະນາ ໃຫ້ສຸຂສຶກສາເຄື່ອນທີ່ ກ່ຽວກັບການວາງແຜນຄອບຄົວ ຕາມພື້ນທີ່ເປົ້າໝາຍ.
ດັ່ງນາງຜະດຸງຄັນ ຢູ່ສຸຂສາລາ ເມືອງກາສີ ແຂວງວຽງຈັນ ກ່າວໃນມື້ດຽວກັນນີ້ວ່າ:
“ສ່ວນຫຼາຍ ແມ່ນແມ່ອາຍຸນ້ອຍ ທີ່ມາເກີດຢູ່ນີ້ຫັ້ນແມ່ນ ເກີດຍາກຜິດປົກກະຕິ ຫຼືວ່າ ເກີດໄວໂພດ ເກີດຊ້າໂພດ ຖ້າເກີດມາກໍມີເລືອດໄຫຼຫຼັງເກີດ ຖ້າວ່າແຕ່ງງານແຕ່ຍັງນ້ອຍ ເຮົາກໍບໍ່ໄດ້ຢາກໃຫ້ມີລູກ ຖ້າວ່າບໍ່ຢາກເອົາລູກເທື່ອ ກໍຕ້ອງມາວາງແຜນຄອບຄົວ ຖ້າບໍ່ກິນຢາ ກໍໃສ່ຫ່ວງໄວ້ກະໄດ້ ຫ້າມບໍ່ໃຫ້ແຕ່ງງານນີ້ເຮັດບໍ່ໄດ້ເນາະ ຖ້າວ່າແຕ່ງານ ແຕ່ວ່າອາຍຸຍັງນ້ອຍເນາະ ເຮົາກໍສາມາດວາງແຜນຄອບຄົວໄດ້ກ່ອນ ຖ້າວ່າກິນຢາມັນຢ້ານ ມັນເປັນຮໍໂມນ ເຮົາກະບໍ່ໃຫ້ກິນ ກໍມີວີທິຫຼາຍຢ່າງ ກໍຄືວ່າ ໃສ່ຖົງຢາງອະນາມັຍກໍໄດ້ ຫຼືວ່າ ໃສ່ຫ່ວງອະນາມັຍ ຖ້າວ່າຢາກໄດ້ລູກ ກໍສາມາດເອົາອອກແລ້ວກໍຖືພາໄດ້ເລີຍ.”
ຢູ່ໂຮງຮຽນ ມັທຍົມສຶກສາແຫ່ງນຶ່ງ ໃນເມືອງຜາອຸດົມ ແຂວງບໍ່ແກ້ວ ພາຍໃນໂຮງຮຽນ ຈະມີກົດລະບຽບ ຫາກນັກຮຽນແມ່ຍິງຜູ້ໃດ ອອກໂຮງຮຽນໄປເອົາຜົວ ຕ້ອງໄດ້ຈ່າຍຄ່າປັບໃໝ 1,000,000-2,000,000 ກີບ ເພື່ອປ້ອງກັນ ນັກຮຽນແຕ່ງດອງ ກ່ອນວັຍອັນຄວນ, ຂະນະດຽວກັນ ພາຍໃນບົດຮຽນຂອງນັກຮຽນຊັ້ນມັທຍົມສຶກສາ ຈະມີບົດຮຽນ ທີ່ສອນກ່ຽວກັບ ການວາງແຜນຄອບຄົວ ເພື່ອໃຫ້ນັກຮຽນບໍ່ພາກັນ ສ້າງຄອບຄົວແຕ່ຍັງນ້ອຍ ນໍາດ້ວຍ.
ດັ່ງນັກສຶກສາ ຊົນເຜົ່າກຶມມຸ ຊັ້ນປີທີ່ 1 ຈາກແຂວງອຸດົມໄຊ ກ່າວໃນມື້ດຽວກັນນີ້ວ່າ:
“ນາຍຄຣູມັກເຕືອນຢູ່ ແບບມີກົດລະບຽບເນາະ ຖ້າວ່າ ອອກເອົາຜົວ ແມ່ນຈະປັບໃໝ ຈັກ 1-2 ລ້ານ ກີບ ອີກຢ່າງ ອາຈານກໍວ່າ ຖ້າບໍ່ຮອດອາຍຸ 18 ປີ ບໍ່ໃຫ້ສ້າງຄອບຄົວ ແບບຢ້ານບາງເທື່ອ ເຂົາອາຈເອົາເຂົາປະລະແບບເອີ່ຮ້າງຈະນີ້ ແບບເອີ່ ເຂົາບໍ່ພ້ອມແລ້ວເຮົາພ້ອມ ແມ່ນຢູ່ ເຮົາພ້ອມ ເທື່ອທໍາອິດແລ້ວ ເຂົາເອົາກັນຮອດ 1 ປີ ຫຼື 2 ປີ ເຂົາມັກຮ້າງກັນ.”
ນອກຈາກນີ້ ເນື່ອງໃນວັນເດັກນ້ອຍ ແມ່ຍິງສາກົລ ນີ້, ອົງການຢູນິເຊັປລາວ ກໍໄດ້ຮຽກຮ້ອງ ໃຫ້ມີການສົ່ງເສີມ ເດັກນ້ອຍແມ່ຍິງ ທົ່ວທຸກແຫ່ງ ໃຫ້ສາມາດບັນລຸ ສັກກະຍະພາບ ຂອງພວກເຂົາເຈົ້າ ໄດ້ເຕັມທີ່ ທັງທາງດ້ານ ການສຶກສາ, ສຸຂພາບ, ຈິຕໃຈ ແລະການຄຸ້ມຄອງ ທີ່ຈໍາເປັນ ສໍາລັບຊີວິຕ ທີ່ມາຈາກຄວາມຮຸນແຮງ.