ການແຕ່ງດອງ ແຕ່ອາຍຸຍັງນ້ອຍ ຍັງມີ ຈຳນວນຫຼາຍຢູ່

ພອນ ພູມມີທອນ
2022.10.20
ການແຕ່ງດອງ ແຕ່ອາຍຸຍັງນ້ອຍ ຍັງມີ ຈຳນວນຫຼາຍຢູ່ ເດັກນ້ອຍ ຄວນໄດ້ຮັບສານອາຫານ ທີ່ເປັນປະໂຫຍດຕໍ່ຮ່າງກາຍ ເພື່ອການພັທນາ ໃນດ້ານຕ່າງໆ.
Photo: RFA

ມາຮອດປັຈຸບັນ ການຖືພາ ແລະ ການແຕ່ງດອງ ແຕ່ອາຍຸຍັງນ້ອຍ ຂອງຊາວໜຸ່ມ ແລະ ເດັກນ້ອຍໃນປະເທດລາວ ຍັງມີອັດຕຣາສູງຫລາຍກວ່າໝູ່ ເມື່ອທຽບໃສ່ປະເທດອື່ນໆ ພາຍໃນກຸ່ມ ປະເທດອາຊ້ຽນ ເຮັດໃຫ້ຊາວໜຸ່ມ ແລະ ເດັກນ້ອຍ ທີ່ມີອາຍຸລະຫວ່າງ 15-19 ປີ ຖືພາແບບບໍ່ພ້ອມ ແລະ ຕົກຢູ່ໃນສະພາບສ່ຽງ ທີ່ຈະເສັຽຊີວິຕ ຍ້ອນບໍ່ສາມາດເຂົ້າເຖິງ ການບໍຣິການ ສາທາຣະນະສຸຂ.

ດັ່ງ ເຈົ້າໜ້າທີ່ ທີ່ເຮັດວຽກ ກ່ຽວກັບສຸຂພາບ ຈະເລີນພັນ ຢູ່ເມືອງຍອດອູ ແຂວງຜົງສາລີ ນາງນຶ່ງກ່າວຕໍ່ ວິທຍຸ ເອເຊັຽເສຣີ ເມື່ອວັນທີ 28 ກັນຍາ 2022 ນີ້ວ່າ:

“ສ່ວນຫລາຍ ມັນກໍ່ປະມານ 18-19 ປີພຸ້ນແຫລະເຂົາເອົາກັນ. ເສັ້ນທາງມັນບໍ່ສະດວກ ມັນຫ່າງໄກຈາກຕົວເມືອງແດ່ ແລ້ວກໍ່ບໍ່ຊ່າງຊິໄປຢູ່ໃສ ກໍ່ມີແຕ່ບ້ານດຽວກັນແລ້ວກໍ່ເອົາກັນ. ບໍ່ ເຂົາບໍ່ເຂົ້າລະບົບ ເຂົາຍຶດທັມມະຊາຕເລີຍ ມີຢາພື້ນເມືອງໃຫ້ກິນແນ່ ຢາພື້ນເມືອງ ຂອງຄົນຊົນເຜົ່າຫັ້ນ ນີ້ແຫລະ ຊົນເຜົ່າຍ້າວຢູ່ເມືອງຍອດອູ.”

ທີ່ຜ່ານມາ ຊາວໜຸ່ມ ແລະ ເດັກນ້ອຍ ຈຳນວນຫລາຍ ໂດຍສະເພາະ ຄອບຄົວທຸກຍາກ ບໍ່ມີໂອກາດໄດ້ຮຽນໜັງສື ຕໍ່ໃນລະດັບສູງ ຍ້ອນພໍ່ແມ່ຜູ້ປົກຄອງ ບໍ່ມີເງິນຄຳສົ່ງຮຽນ ແລະ ຕ້ອງການໃຫ້ບັນ ດາຊາວໜຸ່ມ ແລະ ເດັກນ້ອຍ ອອກມາຊ່ວຍເຮັດໄຮ່ ເຮັດນາ ເພື່ອຫາລາຍໄດ້ ໃນຂະນະທີ່ ພວກເຂົາເຈົ້າເອງ ກໍ່ບໍ່ເຫັນຄວາມສຳຄັນ ຂອງການຮຽນ ຍ້ອນຜູ້ທີ່ມີໂອກາດຮຽນຕໍ່ ໃນລະດັບສູງ ຈຳນວນຫລາຍ ພັດບໍ່ມີວຽກເຮັດງານທຳ ແລະ ຕ້ອງເມືອບ້ານ ເພື່ອເຮັດໄຮ່ ເຮັດນາ ແລະ ແຕ່ງດອງ ແຕ່ອາຍຸຍັງນ້ອຍ.

ດັ່ງທ່ານຄູ ຜູ້ຮັບຜິດຊອບ ສອນໜັງສືໃຫ້ເດັກນ້ອຍ ໃນຊັ້ນປະຖົມສຶກສາ ແລະ ມັທຍົມສຶກສາ ຕອນຕົ້ນ ຢູ່ເຂດພູດອຍ ພາຍໃນເມືອງຊຳເໜືອ ແຂວງຫົວພັນ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ມີ ກໍຍັງມີຢູ່ ທັມມະດາແລ້ວ ຕ້ອງອາຍຸ 18 ປີຂຶ້ນເນາະ ບາງຄົນນີ້ 15-16 ນີ້ເຂົາກໍ່ແຕ່ງແລ້ວ. ບາງຄົນເຂົາ 14 ເຂົາກໍ່ເເຕ່ງກໍ່ມີ ຂຶ້ນກັບສະພາບຄອບຄົວ ຫັ້ນນ່າເນາະ ຄອບຄົວທຸກຍາກ ຮຽນໄປກໍ່ບໍ່ໄດ້ຫຍັງ ເພາະວ່າ ບໍ່ມີຜູ້ຄໍ້າຊູຊ່ອຍເຫລືອ ຈຳເປັນຕ້ອງໄດ້ອອກ. ອອກມາແລ້ວ ກໍ່ມາເຮັດໄຮ່ ເຮັດນາ ອອກມາແລ້ວກໍ່ມີຜູ້ມັກ ຜູ້ອັນນັ້ນ ເຂົາກໍ່ແຕ່ງໄປ.”

ໃນບັນດາຊາວໜຸ່ມ ແລະ ເດັກນ້ອຍ ຖືພາ ຫລືແຕ່ງດອງໄປ ໄດ້ໄລຍະນຶ່ງ ພວກເຂົາເຈົ້າມັກປະສົບບັນຫາ ໃນການໃຊ້ຊີວິຕຄອບຄົວ ເປັນຕົ້ນບໍ່ຮູ້ວິທີ່ຊອກຫາເງິນຄຳ ເພື່ອມາໃຊ້ ໃນການເບິ່ງແຍງ ລູກນ້ອຍ ຈຶ່ງຈຳເປັນຕ້ອງ ແຍກກັນໄປຊອກວຽກເຮັດ ຢູ່ບ່ອນອື່ນ ແລະ ບາງຄູ່ຈຳເປັນຕ້ອງໄດ້ ຢ່າຮ້າງ ຍ້ອນບໍ່ຮູ້ກ່ຽວກັບ ວາງແຜນຄອບຄົວ ແລະ ບໍ່ຮູ້ວ່າຊິໄປປືກສາ ບັນຫາຄອບຄົວ ນຳຜູ້ໃດ ຫລື ພາກສ່ວນໃດ.

ດັ່ງທ່ານຄູ ຜູ້ດຽວກັນນີ້ກ່າວວ່າ:

“ມີບັນຫາຄອບຄົວມາ ກໍ່ບໍ່ຮູ້ວ່າຊິສເນີ ເປັນຂັ້ນເປັນຕອນ ຫັ້ນນ່າ ແລ້ວກໍ່ເຮັດໃຫ້ເກີດ ມີບັນຫາຢ່າຮ້າງກັນ ກໍ່ມີ. ສອງມາ ກໍ່ເຂົາບໍ່ຮູ້ຊອກຫາເງິນຄຳ ມາລ້ຽງລູກລ້ຽງເຕົ້າຫັ້ນ ພາໃຫ້ເກີດເປັນເດັກທີ່ວ່າ ເດັກທຸກຍາກ ມາໂຮງຮຽນ ແລ້ວກໍ່ພໍ່ແມ່ຫັ້ນຢາກແຕ່ງງານແລ້ວ ພໍ່ແມ່ ກໍ່ແບ່ງອອກໄປຢູ່ຄົນລະບ່ອນ ເປັນກັມມະກອນ ເຝົ້າສວນກ້ວຍ.”

ທ່ານກ່າວຕື່ມວ່າ ມາຮອດປັຈຸບັນ ຍັງມີເດັກນ້ອຍຊົນເຜົ່າມົ້ງ ແລະ ຊົນເຜົ່າລາວເທິງ ອີກຈຳນວນຫລາຍ ທີ່ຫລຸດອອກຈາກ ລະບົບການສຶກສາ ຍ້ອນແຕ່ງດອງ ແລະ ມີລູກແຕ່ອາຍຸ ຍັງນ້ອຍ ແລະ ເຖິງແມ່ນວ່າ ພວກເຂົາເຈົ້າ ຈະອອກລູກແລ້ວ ແຕ່ກໍ່ບໍ່ສາມາດ ກັບມາຮຽນໜັງສື ຕໍ່ຈົນຈົບໄດ້ ຍ້ອນຜູ້ອຳນວຍການໂຮງຮຽນ, ທ່ານຄຣູ ແລະ ຄົນໃນຊຸມຊົນ ຈຳນວນຫລາຍ ເຫັນຕຣົງກັນວ່າ ເປັນເຣຶ່ອງທີ່ບໍ່ງາມ ແລະ ຍັງບໍ່ທັນໄດ້ຮັບ ການຍອມຮັບພໍເທົ່າໃດ ພາຍໃນສັງຄົມລາວ.

ໃນຂະນະດຽວກັນ ບັນຫາການຖືພາ ແລະ ການແຕ່ງດອງ ແຕ່ຍັງນ້ອຍ ຂອງຊາວໜຸ່ມ ແລະ ເດັກນ້ອຍນັ້ນ ບໍ່ໄດ້ເກີດຂຶ້ນ ແຕ່ສະເພາະໃນພື້ນທີ່ຫ່າງໄກ ສອກຫລີກ ແຕ່ເຫດການໃນລັັກສະນະ ດຽວກັນນີ້  ຍັງເກີດຢູ່ໃນເຂດໂຕເມືອງຄືກັນ ໂດຍສະເພາະກຸ່ມຊາວໜຸ່ມ ທີ່ມີເພດສັມພັນ ໂດຍບໍ່ຮູ້ວິທີການປ້ອງກັນ ເຮັດໃຫ້ພວກເຂົາເຈົ້າ ຈຳເປັນຕ້ອງສ້າງຄອບຄົວ ໂດຍບໍ່ໄດ້ມີການວາງແຜນ.

ດັ່ງຜູ້ປົກຄອງ ຂອງເດັກນັກຮຽນຊັ້ນ ມ.4 ຢູ່ນະຄອນຫລວງວຽງຈັນ ນາງນຶ່ງ ກ່າວວ່າ:

“ຄັນຖ້າວ່າ ຢູ່ໃນເມືອງ ຢູ່ໃນໂຕເມືອງ ຢູ່ໃນໂຕນະຄອນຫລວງ ຄັນຖ້າວ່າແຕ່ງງານ ກ່ອນວັຍອັນຄວນ ມັນກໍ່ຄືເວົ້າເຣື່ອງ ວັຍຮຸ່ນເນາະ ຂະເຈົ້າຫລິ້ນ ແບບທີ່ວ່າຂະເຈົ້າ ບໍ່ມີການປ້ອງກັນເນາະ ບໍ່ມີການປ້ອງກັນ ແລ້ວເຮັດໃຫ້ເກີດ ມີການຜິດພາດແລ້ວກໍ່ເວົ້າ ເຣຶ່ອງການຍອມຮັບ ຂອງແຕ່ລະຄອບຄົວ ແຕ່ລະຄອບຄົວ ວ່າ ຂະເຈົ້າມີຫຍັງຍອມຮັບວ່າ ສາມາດຮັບເຫດການໄດ້ ຂະເຈົ້າກໍ່ຮັບ.”

ເມື່ອວັນທີ 26 ກັນຍາ ທີ່ຜ່ານມາ ເນຶ່ອງໃນວາຣະ ວັນຄຸມກຳເນີດສາກົລ ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງຣັຖມົນຕຣີ ກະຊວງສາທາຣະນະສຸຂ ໄດ້ກ່າວວ່າ ປະເທດລາວຖືເປັນ 1 ໃນ 3 ປະເທດ ທີ່ບັນລຸເປົ້າໝາຍ ສະຫັດສວັດ ເພື່ອການພັທນາ ຫລື Millennium Development Goal 5: Improve Maternal Health (MDG5) ເຊິ່ງໄດ້ສແດງເຖິງ ການຫລຸດຜ່ອນ ອັດຕຣາການຕາຍ ຂອງແມ່ ແລະເດັກ, ແຕ່ເຖິງຢ່າງໃດກໍ່ຕາມ ອັດຕຣາການຕາຍ ຂອງເດັກ ແລະ ອັດຕຣາການຕາຍ ຂອງແມ່ ຍັງຢູ່ໃນລະດັບສູງ ເມື່ອທຽບໃສ່ປະເທດອື່ນໆ ໃນເອເຊັຽ ຕາເວັນອອກສ່ຽງໃຕ້, ອີງຈາກຂໍ້ມູນທາງສະຖິຕິ ໃນປີ 2017 ລະບຸວ່າ ປະເທດລາວ ມີອັຕຣາການຕາຍ ຂອງເດັກ ທີ່ມີອາຍຸຕໍ່າກວ່າ 5 ປີ ຈຳນວນ 47 ຄົນ ຕໍ່ 1,000 ຄົນທີ່ເກີດມາມີຊີວິຕ ແລະ ອັດຕຣາການຕາຍ ຂອງແມ່ ຈຳນວນ 185 ຄົນຕໍ່ 1,000 ຄົນ ຂອງກຸ່ມເດັກຍິງ ທີ່ມີອາຍຸລະຫວ່າງ15-19 ປີ.

ສຳລັບຊາວໜຸ່ມ ແລະ ເດັກນ້ອຍ ທີ່ແຕ່ງດອງ ແຕ່ອາຍຸບໍ່ຮອດ 18 ປີນັ້ນເມື່ອຕົກ ຢູ່ໃນສະພາບສ່ຽງອັນຕຣາຍ ຈາກຄວາມຮຸນແຮງ ພວກເຂົາເຈົ້າ ຈະຕ້ອງມີຜູ້ຕາງໜ້າ ເປັນຕົ້ນ ພໍ່ແມ່ຜູ້ປົກຄອງ ຫລືທະນາຍຄວາມ ດຳເນີນການຮ້ອງຟ້ອງ ເພຶ່ອຮຽກຮ້ອງຄວາມຍຸຕິທັມ ຂະນະທີ່ພາກສ່ວນ ທີ່ກ່ຽວຂ້ອງ ຍັງບໍ່ທັນມີແຜນ ໃຫ້ການຊ່ອຍເຫລືອ ຜູ້ຖືກເຄາະຮ້າຍ ຢ່າງເປັນຮູບປທັມເທຶ່ອ.

ດັ່ງນັກກົດໝາຍ ທີ່ເຮັດວຽກກ່ຽວກັບ ສິທທິແມ່ຍິງ ແລະ ເດັກນ້ອຍ ທ່ານນຶ່ງກ່າວວ່າ:

“ຍັງຄາບ່ອນທີ່ວ່າ ບໍ່ມີອົງການໃດ ທີ່ວ່າຈະເຂົ້າໄປຊ່ອຍເຫລືອ ໃນເມື່ອບໍ່ມີຜູ້ໃດ ໄປຮຽກຮ້ອງເນາະ. ທັມມະດາ ກໍຣະນີມັນເກີດຂຶ້ນ ປະມານ 2 ອາທິດຫລັງນີ້ແຫລະ ຂະເຈົ້າເອົາແມ່ແລະລູກອ່ອນເນາະ ໄປມັດໃສ່ເສົາ ຕີເນາະ ກໍຣະນີແບບນີ້ ທັມມະດາທາງການ ກໍ່ຕ້ອງເປັນຜູ້ຕາງໜ້າສ່າ ບໍ່ແມ່ນຕ້ອງລໍຖ້າຜູ້ຖືກເຄາະຮ້າຍນັ້ນ ເປັນຜູ້ໄປຫາຜູ້ປົກປ້ອງ ຫລືວ່າທະນາຍໄປຊ່ອຍລາວ ຄືວ່າຍັງບໍ່ໄດ້ຮັບ ການຊ່ວຍເຫລືອເທຶ່ອຫັ້ນນ່າ.”

ອີງຕາມກົດໝາຍ ວ່າດ້ວຍການສະກັດກັ້ນ ແລະ ຕ້ານການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກນ້ອຍ ປີ 2014 ຕາມມາດຕຣາ 13 ຫາ ມາດຕຣາ 16 ລະບຸວ່າ ການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແມ່ນເປັນພຶດຕິກັມ ທີ່ເຮັດໃຫ້ເກີດອັນຕຣາຍ ແລະ ເສັຽຫາຍຕໍ່ແມ່ຍິງ ແລະ ເດັກນ້ອຍ ທາງຮ່າງກາຍ, ຈິຕໃຈ, ທາງເພດ, ແລະ ຊັພສິນ ເຊິ່ງຜູ້ຖືກເຄາະຮ້າຍ ມີສິທທິ ໃນການຮຽກຮ້ອງ ຫລື ໄດ້ຮັບໄດ້ຮັບການຊ່ວຍເຫລືອ ຈາກສັງຄົມ, ດຳເນີນການແຈ້ງ ຫລື ຣາຍງານ ກ່ຽວກັບການໃຊ້ຄວາມຮຸນແຮງ ໃຫ້ອົງການທີ່ກ່ຽວຂ້ອງ ຊ່ອຍຊອກຫາ ວິທີການແກ້ໄຂໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.