ເດັກນ້ອຍ ແມ່ຍິງລາວ ແຕ່ງດອງ ກ່ອນວັຍອັນຄວນ
2022.07.27

ຢູ່ໃນກອງປະຊຸມສັມມະນາ ການຈົດທະບຽນແຕ່ງດອງ ແລະການແຕ່ງດອງແຕ່ອາຍຸຍັງນ້ອຍ ທີ່ກອງທຶນປະຊາກອນ ສະຫະປະຊາຊາຕ ປະຈໍາລາວ ຫຼື UNFPA Laos ແລະພາກສ່ວນທີ່ກ່ຽວຂ້ອງ ທັງອົງກອນສາກົລ ແລະພາຍໃນ ໄດ້ຈັດຂຶ້ນ ໃນວັນທີ່ 22 ກໍຣະກະດາທີ່ຜ່ານມາ, ຍານາງ ທໍາມາ ເພັດວິໄຊ ຮອງປະທານຄະນະ ບໍຣິຫານງານ ສູນກາງສະຫະພັນແມ່ຍິງລາວ ສໄມ ທີ 8 ໄດ້ຣາຍງານວ່າ 1 ໃນ 5 ຂອງເດັກນ້ອຍລາວ ທີ່ອາຍຸຕັ້ງແຕ່ 15-19 ປີ ແມ່ນແຕ່ງດອງ ແຕ່ຍັງນ້ອຍ ເຊິ່ງອີງຕາມກົດໝາຍລາວ ແມ່ນຜິດກົດໝາຍ ທີ່ເດັກນ້ອຍອາຍຸບໍ່ທັນເຖິງກະສຽ (ບໍ່ເຖິງວັຍຜູ້ໃຫຍ່) ຄືນ້ອຍກວ່າ 18 ປີ ແຕ່ງດອງກ່ອນວັຍອັນຄວນ ເຮັດໃຫ້ມີຄວາມສ່ຽງຫຼາຍຢ່າງ ແລະສົ່ງຜົລກະທົບຕໍ່ສຸຂພາບ ຂອງແມ່ແລະເດັກ ແລະສັງຄົມ ເປັນຕົ້ນ ເດັກນ້ອຍແມ່ຍິງລາວ ຈະກາຍເປັນແມ່ ທີ່ບໍ່ມີຄວາມພ້ອມ ທາງດ້ານຮ່າງກາຍ ແລະຈິຕໃຈ ຕໍ່ການຖືພາ ແຕ່ອາຍຸຍັງນ້ອຍ ແລ້ວຈະເຮັດໃຫ້ເປັນແມ່ ສ່ຽງພັຍນໍາດ້ວຍ.
ດັ່ງຍານາງ ທໍາມາ ເພັດວິໄຊ ຮອງປະທານຄະນະ ບໍຣິຫານງານ ສູນກາງສະຫະພັນແມ່ຍິງລາວ ສໄມທີ 8 ກ່າວໃນກອງປະຊຸມ ສັມມະນາ ຕອນນຶ່ງວ່າ:
“ສັງລວມແລ້ວ ກໍເຫັນວ່າ ການແຕ່ງງານກ່ອນວັຍນີ້ ແມ່ນຈະສົ່ງຜົລກະທົບ ບໍ່ສະເພາະແຕ່ຜູ້ກ່ຽວເອງ ແຕ່ອາຈສົ່ງຜົລກະທົບຕໍ່ຄົນລຸ້ນຕໍ່ລຸ້ນ ເພາະວ່າຂະເຈົ້ານັ້ນ ຈະໄດ້ເປັນຜູ້ທີ່ຖືພາ ເຂົາເຈົ້າຈະເປັນຜູ້ທີ່ໃຫ້ກໍາເນີດລູກ ເຂົາເຈົ້າຈະເປັນຜູ້ລ້ຽງດູເດັກເນາະ ຫຼືລູກຂອງຂະເຈົ້າ ແລະເຂົາເຈົ້າຈະຕ້ອງເປັນຜູ້ໃຫ້ໂອກາດ ແກ່ລູກຂອງເຂົາເຈົ້າ ວ່າຈະໄດ້ຮັບການສຶກສາທີ່ດີບໍ່ ຈະໄດ້ມີວຽກເຮັດງານທໍາບໍ່ ຈະໄດ້ຝຶກວິຊາຊີບບໍ່ ຈະໄດ້ມີໂອກາດ ປະກອບສ່ວນເຂົ້າໃນວຽກງານອື່ນໆບໍ່ ເຊິ່ງວ່າເປັນກໍາລັງແຮງທີ່ສໍາຄັນ ໃນການພັທນາເສຖກິຈສັງຄົມ ຂອງປະເທດຊາຕ.”
ຢູ່ແຂວງຫົວພັນ ສະຖິຕິແຕ່ເດືອນມິນາ ຫາເດືອນ ມິຖຸນາ ປີ 2022 ກ່ຽວກັບເດັກນ້ອຍ ອາຍຸຕໍ່າກວ່າ 15 ປີ ເຂົ້າຝາກທ້ອງຢູ່ສຸຂສາລາ ແລະຢູ່ໂຮງໝໍເມືອງໃນແຂວງ ມີເຖິງ 158 ຄົນ ແລະເດັກນ້ອຍອາຍຸແຕ່ 15-19 ປີ ເຂົ້າຝາກທ້ອງ ມີເຖິງ 3,389 ຄົນ.
ໂດຍສະເພາະ ແມ່ນເດັກນ້ອຍຊົນເຜົ່າມົ້ງ ຈະແຕ່ງດອງແຕ່ອາຍຸຍັງນ້ອຍ ແລ້ວຈະຖືພາທັນທີ ໂດຍເດັກນ້ອຍຜູ້ຍິງຜູ້ນຶ່ງ ຈະເກີດລູກ 4-6 ຄົນ ຕາມຮີດຄອງປະເພນີ ທີ່ຍຶດຖືວ່່າ ມີລູກຫຼາຍຈະຊ່ອຍໃຫ້ມີແຮງງານທໍາມາຫາກິນ ແຕ່ເຂົາເຈົ້າບໍ່ເຂົ້າໃຈວ່າ ແຫ່ງຈະທຸກຍາກລໍາບາກກວ່າເກົ່າ ເປັນຕົ້ນ ບໍ່ຮູ້ວິທີລ້ຽງລູກໃຫ້ເຕີບໃຫຍ່ ແບບມີຄຸນນະພາບ ຂາດເຂີນອາຫານການກິນ ເພື່ອໃຊ້ບໍຣິໂພກພາຍໃນຄອບຄົວ ແລະບໍ່ມີເງິນຊື້ເຄື່ອງນຸ່ງຫົ່ມ ໃຫ້ລູກ.
ດັ່ງເຈົ້າໜ້າທີ່ ຜແນກສາທາຣະສຸຂ ແຂວງຫົວພັນ ກ່າວໃນວັນທີ່ 27 ກໍຣະກະດາ ນີ້ວ່າ:
“ອັນມີບາງບ້ານ ເຂົາກໍຍັງວ່າ ເອີ່ເອົາລູກຫຼາຍ ພໍມີຜູ້ເຮັດໄຮ່ເຮັດນາຊ່ວຍ ແຕ່ຄວາມຈິງເຂົາບໍ່ເຂົ້າໃຈ ວ່າເອີ່ ເອົາມາຫຼາຍແຮງທຸກ ບໍ່ມີອັນຊິໃຫ້ເຂົາກິນເນາະ ອັນຊິວ່າໃຫ້ຮູ້ລ້ຽງລູກ ກໍຍັງບໍ່ຮູ້ຊໍ້າ ກໍຮູ້ວ່າ ຫຍຸ້ງແຫຼະເນາະ ນັບແຕ່ເສຖກິຈເຂົາບໍ່ມີຫຍັງ ນັບແຕ່ເຄື່ອງນຸ່ງຫົ່ມ ຊິໃຫ້ພຽງພໍມັນກໍບໍ່ພຽງພໍດອກ ອັນເຣື່ອງເຂົ້ານໍ້າຄືກັນເນາະ ເຂົາເຮັດເຂົາກະບໍ່ພໍກິນ ສົມມຸດວ່າ ບາງພື້ນທີ່ບໍ່ໄດ້ມີ ທີ່ວ່ານາເຮັດໄຮ່ ແບບເລື່ອນລອຍ ມັນກໍແນ່ນອນອາຈບໍ່ພໍ.”
ຍານາງກ່າວຕື່ມວ່າ ທີ່ຜ່ານມາ ທາງຜແນກ ສາທາຣະນະສຸຂແຂວງ ກໍໄດ້ຈັດກອງປະຊຸມ ຮ່ວມກັນຜແນກສຶກສາທິການ ແລະກິລາ ເພື່ອແກ້້ໄຂບັນຫາເດັກນ້ອຍ ພາຍໃນແຂວງ ແຕ່ງດອງແຕ່ອາຍຸຍັງນ້ອຍ ໂດຍໃຫ້ເອົາຫຼັກສູດເພດສຶກສາ, ສຸຂພາບຈະເລີນພັນ ເຂົ້າຢູ່ໃນໂມງສອນວິຊາສຸຂສຶກສາ ໂດຍສະເພາະ ການຮູ້ຈັກວາງແຜນຄອບຄົວ ທີ່ບໍ່ແມ່ນຫ້າມໃຫ້ມີເພດສັມພັນ ແຕ່ຕ້ອງຮູ້ຈັກວິທີການຄຸມກໍາເນີດ ເພື່ອປ້ອງກັນການຖືພາ ກ່ອນຈົບການສຶກສາຊັ້ນ ມ.7 ແລະປ້ອງກັນພຍາດຕິດຕໍ່ ທາງເພດສັມພັນ, ເຊິ່ງຫຼັກສູດດັ່ງກ່າວນີ້ ແມ່ນໄດ້ສອນແຕ່ ມ.ປາຍ (ມ.4-ມ.7) ຂະນະທີ່ ມ.ຕົ້ນ ພັດບໍ່ໄດ້ມີຫຼັກສູດດັ່ງກາວ ຖ້າຫາກນັກຮຽນ ມ.ຕົ້ນ (ມ.1-ມ.7) ທີ່ມີອາຍຸແຕ່ 12-15 ປີ ໄດ້ຮຽນຫຼັກສູດນີ້ ກໍອາຈຊ່ອຍໃຫ້ພວກເຂົາເຈົ້າ ເຂົ້າໃຈ ບໍ່ແຕ່ງດອງຈົນຖືພາກ່ອນວັຍອັນຄວນ.
ຢູ່ແຂວງຫົວພັນ ເດັກນ້ອຍຊົນເຜົ່າ ໃນເຂດຫ່າງໄກສອກຫຼີກ ທັງເພດຍິງ ແລະເພດຊາຍ ພາຍໃນແຂວງ ຍັງບໍ່ທັນມີຄວາມຄິດ ເປັນຂອງໂຕເອງ ເຊິ່ງສ່ວນໃຫຍ່ ຍັງເຊື່ອຟັງແຕ່ຜູ້ໃຫຍ່ ທີ່ຈະຕ້ອງດໍາຣົງຊີວິຕຕາມຮີດຄອງປະເພນີ ຄື ແຕ່ງດອງຕັ້ງແຕ່ອາຍຸຍັງນ້ອຍ ເນື່ອງຈາກວ່າ ສະພາບແວດລ້ອມໃນເຂດນັ້ນ ເສັ້ນທາງຄົມມະນາຄົມ ກໍຍັງເຂົ້າໄປບໍ່ເຖິງ ບ້ານຂອງພວກເຂົາເຈົ້າ ເຮັດໃຫ້ມີຄວາມຫຍຸ້ງຍາກ ໃນການເດີນທາງໄປຮຽນໜັງສື ຈຶ່ງພາກັນປະລະການຮຽນ ແລ້ວມາສ້າງຄອບຄົວນໍາກັນ.
ເຊິ່ງການແຕ່ງດອງ ສ້າງຄອບຄົວແຕ່ອາຍຸຍັງນ້ອຍນີ້ ເຮັດໃຫ້ເດັກນ້ອຍແມ່ຍິງລາວ ມີຄວາມສ່ຽງເປັນແມ່ສ່ຽງພັຍ ເປັນຕົ້ນ ເກີດລູກທ່າຜິດປົກກະຕິ ຫຼືເລືອດໄຫຼອອກຫຼັງເກີດ ແລະລູກເກີດກ່ອນກໍານົດ.
ດັ່ງເຈົ້າໜ້າທີ່ ຜແນກສາທາຣະນະສຸຂ ແຂວງເຊກອງ ກ່າວໃນມື້ດຽວກັນນີ້ວ່າ:
“ຫຼາຍປັດຈັຍ ທີ່ວ່າບໍ່ໄດ້ອໍານວຍຄວາມສະດວກ ໃຫ້ເຂົາເຈົ້າ ໄດ້ຮັບການສຶກສາຫັ້ນນ່າ ຮີດຄອງອາຈມີສ່ວນ ສອງມາ ການສຶກສາເຮົາ ມັນກໍຫຍຸ້ງຍາກ ເສັ້ນທາງຄົມມະນາຄົມຕ່າງໆ ຈັ່ງຊີ້ມັນກໍຍັງບໍ່ທັນເຂົ້າເຖິງ ກໍເປັນຫ່ວງຢູ່ ເປັນຫ່ວງຕໍ່ສຸຂພາບ ເພາະວ່າເກີດລູກທ່າຜິດປົກກະຕິ ຍົກໂຕຢ່າງ ເພາະວ່າ ລາວບໍ່ເຄີຍຝາກທ້ອງ ລະເຮົາກໍບໍ່ຮູ້ວ່າ ລູກລາວຈະອອກທ່າໃດ ເກີດແລ້ວ ກໍອາຈເລືອດໄຫຼຫຼັງເກີດບໍ່.”
ຢູ່ເມືອງສາມັກຄີໄຊ ແຂວງອັດຕະປື ເດັກນ້ອຍຊົນເຜົ່າພາຍໃນເມືອງ ອາຍຸແຕ່ 14-15 ປີ ແຕ່ດອງແຕ່ອາຍຸຍັງນ້ອຍ ເນື່ອງຈາກຂະເຈົ້າເປັນຄອບຄົວທຸກຍາກ ພໍ່ແມ່ບໍ່ເງິນສົ່ງໃຫ້ຂະເຈົ້າຮຽນໜັງສືຕໍ່ ເພາະໂຮງຮຽນກໍຢູ່ໄກຈາກບ້ານ ຈຶ່ງພາກັນອອກໂຮງຮຽນ ມາເຮັດສວນເຮັດໄຮ່ ແຕ່ກໍບໍ່ພໍກຸ້ມຢູ່ກຸ້ມກິນ ເລີຍສົ່ງຜົລເຮັດໃຫ້ຜູ້ເປັນແມ່ ທີ່ກໍາລັງຖືພາ ກິນອາຫານບໍ່ພຽງພໍ ຈຶ່ງເປັນສາເຫດນຶ່ງ ທີ່ເຮັດໃຫ້ລູກໃນທ້ອງຂາດສານອາຫານ.
ດັ່ງເຈົ້າໜ້າທີ່ ເມືອງຊານໄຊ ແຂວງອັດຕະປື ກ່າວໃນມື້ດຽວກັນ ນີ້ວ່າ:
“ແມ່ກະສຸຂພາບ ກະບໍ່ແຂງແຮງຫັ້ນນ່າ ບາດນີ້ກະຊິລ້ຽງລູກ ກະບໍ່ໄດ້ຕາມຄາດໝາຍອີກໃດ໋ ບາດນີ້ເດັກນ້ອຍຄັນວ່າຂາດສານອາຫານ ມັນກະຂາດມາແຕ່ແມ່ພຸ້ນ ຄືວ່າແຫຼະຈະທໍາມາຫາກິນກໍບໍ່ໄດ້ ເພາະວ່າຈະເປັນຄົນທີ່ດ້ອຍໂອກາດ ລະຫະທຸກ ຊິຫາໝໍ່ ຫາທຶນຫາຮອນ ວ່າຊິສາ ກະກິນໄປຕາມມີຕາມ ວ່າຊີ້ສາ ກໍເປັນຫ່ວງຢູ່ໃດ໋.”
ຍານາງກ່າວຕື່ມວ່າ ຫາກພາກສ່ວນທີ່ກ່ຽວຂ້ອງ ບໍ່ແກ້ໄຂບັນຫາ ດ້ານຄວາມທຸກຍາກຂອງປະຊາຊົນ ໃນເຂດຫ່າງໄກສອກຫຼີກ ເປັນຕົ້ນ ຊອກຫາກິຈກັມ ແລະສົ່ງເສີມການມີອາຊີບ ທີ່ຈະເຮັດໃຫ້ເບິ່ງແຍງໂຕເອງ ແລະຄອບຄົວໄດ້ ກໍຈະເຮັດປະກົດການຫຍໍ້ທໍ້ ຫຼາຍຢ່າງນີ້ ບໍ່ມີວັນໝົດໄປ ໃນນັ້ນກໍມີການແຕ່ງດອງແຕ່ອາຍຸຍັງນ້ອຍ, ການຖືພາແຕ່ຍັງນ້ອຍ ສ່ຽງເຮັດໃຫ້ແມ່ ແລະເດັກເສັຍຊີວິຕ.
ຢູ່ບ້ານວັງຕັດ ເມືອງຊານໄຊ ແຂວງອັດຕະປື ກໍມີເດັກນ້ອຍ ແຕ່ງດອງແຕ່ອາຍຸຍັງນ້ອຍ ແລ້ວເຮັດໃຫ້ສົ່ງຜົລກະທົບຕໍ່ແມ່ຍິ່ງ ຢ່າງເຫັນໄດ້ຊັດເຈນ ຄື ແມ່ຍິງໃຊ້ແຮງງານໜັກ ຂະນະທີ່ຖືພາ ຈົນເຮັດໃຫ້ເປັນແມ່ສ່ຽງພັຍ.
ດັ່ງຊາວບ້ານ ຢູ່ບ້ານວັງຕັດ ເມືອງຊານໄຊ ແຂວງອັດຕະປື ກ່າວໃນມື້ດຽວກັນ ນີ້ວ່າ:
“ບໍ່ໄດ້ຮຽນແລ້ວກໍເອົາຜົວເຮັດໄຮ່ ເຮັດຫຍັງຫັ້ນແຫຼະ ຮີດຄອງສ່ວນຫຼາຍ ແມ່ນຜູ້ຍິງເຮັດວຽກໜັກຫັ້ນນ່າ ຜູ້ຊາຍກໍບໍ່ຄ່ອຍເຮັດວຽກໜັກ ຜູ້ຍິງກໍຕໍາເຂົ້າ ເຈັ່ຍເຂົ້າ ຍັງສັກເຂົ້າໄຮ່ອີ່ຫຍັງຢູ່ນ່າ ສົ່ງຜົລກະທົບຫັ້ນແຫຼະເນາະ ນຶ່ງມາກະເຮັດໃຫ້ລູກ ເກີດກ່ອນກໍານົດ ເຄີຍເຫັນຜ່ານມາຫັ້ນນ່າ ລູກເກີດມາບໍ່ສົມບູນ ແລ້ວກໍສ່ຽງ ບາງເທື່ອກໍໄດ້ປາດອອກຫັ້ນນ່າ.”
ນອກຈາກນີ້ ໃນປີ 2021 ອົງການ Save The Children ລະບຸວ່າ ກຸ່ມເຍົາວະຊົນລາວ ອາຍຸຕໍ່າກວ່າ 20 ປີ ຍັງແຕ່ງດອງແຕ່ອາຍຸຍັງນ້ອຍ ຈໍານວນຫຼາຍ ແລະສູງທີ່ສຸດ ໃນເອເຊັຽ ຕາເວັນອອກສ່ຽງໃຕ້ ຄິດເປັນ 20 ສ່ວນຮ້ອຍ ໂດຍປະມານ ໃນທົ່ວປະເທດລາວ ເຊິ່ງປະກົດການດັ່ງກ່າວ ຖືວ່າເປັນວັງວົນຂອງບັນຫາສັງຄົມ ທັງໃນປັດຈຸບັນ ແລະອະນາຄົຕ.