ທາງການລາວ ງົດອອກສຽງ ປະນາມຣັສເຊັຽ
2022.10.14

ກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາຕ ໂດຍມີ 183 ປະເທດເຂົ້າຮ່ວມ ໄດ້ລົງມະຕິໃນມື້ວັນທີ 12 ຕຸລານີ້ ປະນາມການກະທໍາ ຂອງທາງການປະເທດ ຣັສເຊັຽ ທີ່ຍຶດເອົາດິນແດນ ບາງສ່ວນຂອງປະເທດ ຢູເຄຣນ ເຂົ້າເປັນຂອງຕົນ.
ຈາກຜົລ ຂອງການລົງຄະແນນສຽງ ທີ່ວ່ານັ້ນ ມີ 143 ປະເທດເຫັນດີ ປະນາມການກະທໍາ ຂອງຣັສເຊັຽ, 5 ປະເທດຄັດຄ້ານ ແລະ 35 ປະເທດ ບໍ່ອອກສຽງ ຊຶ່ງໃນນັ້ນມີທັງ ສປປ ລາວ ນໍາດ້ວຍ.
ກ່ຽວກັບບັນຫາສົງຄາມ ແລະຄວາມຂັດແຍ່ງ ລະຫວ່າງຣັສເຊັຽ ແລະຢູເຄຣນ ປະຊາຊົນລາວ ຈໍານວນນຶ່ງກໍໄດ້ຕິດຕາມ ເພາະມັນສົ່ງຜົລກະທົບ ເຮັດໃຫ້ລາຄານໍ້າມັນແພງ ແລະລາຄາສິນຄ້າອື່ນໆ ກໍແພງຂອ້ນໄປຕາມ.
ດັ່ງປະຊາຊົນຢູ່ເມືອງຊໍາເໜືອ, ແຂວງຫົວພັນ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 14 ຕຸລານີ້ວ່າ:
“ໂອ໋ ຫລາຍເດ້ ກໍໄດ້ເບິ່ງຢູ່ ຊ່ວງກ່ອນນີ້ ທີ່ມັນມີເຣື່ອງຫລາຍ ກໍເບິ່ງຕລອດ ແຕ່ຊ່ວງນີ້ ກໍດົນໆກໍຊອກເບິ່ງໜ້ອຍນຶ່ງ ກ່ຽວ... ເພາະວ່າມັນຂຶ້ນກັບນໍ້າມັນນີ້ຕີ໋ ແພງຂຶ້ນແລ້ວກໍທຸກສິ່ງ ທຸກຢ່າງແພງຂຶ້ນໄປນໍາ ການຈະຂີ່ຣົຖ ໄປເອົາໄດ້ກໍຕ້ອງມີນໍ້າມັນ ວ່າຊັ້ນສາ.”
ໃນຂະນະດຽວກັນ ປະຊາຊົນ ຢູ່ນະຄອນຫລວງວຍງຈັນ ທ່ານນຶ່ງ ກໍເວົ້າວາ ໄດ້ຕິດຕາມ ສະພາບການສົງຄາມ ແລະຄວາມຂັດແຍ່ງ ລະຫວ່າງ 2 ປະເທດ ທີ່ວ່ານັ້ນມາຕລອດ, ແຕ່ບໍ່ສາມາດ ມີຄວາມເຫັນແນວໃດ ຕໍ່ການລົງມະຕິ ຂອງກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາຕ ດັ່ງກ່າວນັ້ນໄດ້ ເພາະວ່າເປັນເຣື່ອງການເມືອງ.
ດັ່ງທີ່ທ່ານກ່າວວ່າ:
“ໂອ໋! ບໍ່ຊ່າງໃຫ້ຄໍາຕອບເດີໂຕນີ້ເດີ ອັນນີ້ເປັນວຽກບ້ານການເມືອງ ເຮົາບໍ່ຊ່າງໃຫ້ຄໍາຕອບ ມັນແນວວຽກການເມືອງ ຂອງຂະເຈົ້າເຮົາບໍ່ຊ່າງຊິຕອບ. ເອີ ກໍຕິດຕາມຢູ່ໆ ຂ່າວໂລກ ຂ່າວຫຍັງຫັ້ນນ່າ ກໍຕິດຕາມຢູ່ ແຕ່ເຮົາໃຫ້ຄວາມເຫັນ ບໍ່ໄດ້ຫັ້ນນ່າ ເພາະວ່າມັນເປັນວຽກ ການເມືອງຂອງ ຂະເຈົ້າຫັ້ນນ່າ ເຮົາກໍບໍ່ສາມາດ ໃຫ້ຄໍາຕອບໄດ້ເດີ.”
ແຕ່ນັກຊ່ຽວຊານ ດ້ານການພົວພັນ ລະຫວ່າງປະເທດ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 14 ຕຸລານີ້ວ່າ ສໍາລັບກໍຣະນີ ທີ່ທາງການລາວ ງົດອອກສຽງ ຕໍ່ມິຕິປະນາມຣັສເຊັຍທີ່ວ່ານັ້ນ ກໍອາຈເປັນຍ້ອນສາຍພົວພັນ ທາງດ້ານການເມືອງ ລະຫວ່າງ ປະເທດລາວ ແລະປະເທດຣັສເຊັຽ, ເປັນຝ່າຍດຽວກັນ, ການທີ່ລາວ ງົດອອກສຽງ ປະນາມຣັສເຊັຽນັ້ນ ກໍໝາຍຄວາມວ່າ ລາວສນັບສນັບສນູນ ຣັສເຊັຽຢູ່.
ດັ່ງທີ່ທ່ານກ່າວວ່າ:
“ຄົນລາວເຮົານີ້ ມັນຄ້າຍສັງຄົມນິຍົມເນາະ ຄືກັນກັບ ຣັສເຊັຽນີ້ ຄືມັນກໍຕ້ອງໄດ້ສນັບສນູນ ເບື້ອງດຽວກັນຫັ້ນນ່າ ຕາມທັສນະຄົນລາວນີ້ຖືວ່າ ເຂົາຈະໄປສຽງນີ້ຫລາຍກວ່າ ງົດອອກສຽງ ກໍໝາຍເຖິງສນັບສນູນຝ່າຍຣັສເຊັຽ ຫັ້ນແຫລະຫລາຍກວ່າ ບົດບາດຂອງປະເທດລາວ ໃນເວທີສາກົນຫັ້ນວ່າ ຊິສນັບສນູນຄ້າຍເສຣີບໍ່ ຫລືວ່າຄ້າຍສັງຄົມນິຍົມຫັ້ນນ່າ.”
ເພື່ອຂໍຮູ້ ກ່ຽວກັບສາເຫດ ທີ່ເຮັດໃຫ້ທາງການລາວ ຕັດສິນໃຈງົດອອກສຽງ ໃນການລົງມະຕິ ຂອງສະຫະປະຊາຊາຕ ປະນາມຣັສເຊັຽ ທີ່ຍຶດຄອງດິນແດນຂອງ ປະເທດຢູເຄຣນ ແລະຈະມີການອອກ ແຈ້ງການ ຫລືຖແລງຂ່າວແນວໃດ ຫລືບໍ່, ວິທຍຸ ເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ກະຊວງ ການຕ່າງປະເທດ ທີ່ນະຄອນຫລວງວຽງຈັນ, ແຕ່ໄດ້ຮັບຄໍາຕອບ ຈາກເຈົ້າໜ້າທີ່ ທີ່ກ່ຽວຂ້ອງວ່າ ບໍ່ສາມາດໃຫ້ຄວາມເຫັນໃດໆໄດ້ເທື່ອ ໃນໄລຍະນີ້.
ເມື່ອວັນທີ 3 ຕຸລານີ້ ສະພານິຕິບັນຍັດ ຂອງປະເທດຣັສເຊັຽ ໄດ້ເຣີ່ມຂະບວນການ ອະນຸມັດຮັບຮອງເອົາຕາມການ ສເນີຂອງຣັຖບານຣັສເຊັຽ ທີ່ຈະເອົາ 4 ເຂດ ຂອງປະເທດຢູເຄຣນ ຄືເຂດລູຮານ, ໂດເນສ, ຊາປໍຣິເຊັຽ ແລະເຂດເຄຊອນ ເຂົ້າເປັນສ່ວນນຶ່ງ ຂອງປະເທດຣັສເຊັຽ ໃນຂະນະທີ່ ມີຣາຍງານວ່າ ສະພາຜູ້ແທນ ຣາສະດອນຂອງຣັສເຊັຽ ຫລືສະພາດູມາ ກໍມີມະຕິເປັນເອກສັນ ອະນຸມັດ ການລວມເອົາດິນແດນຂອງຢູເຄຣນ ເຂົ້າເປັນຂອງຣັສເຊັຽ ຄືທີ່ວ່ານັ້ນ ແລະວຸດທິສະພາຣັສເຊັຽ ກໍໄດ້ຈັດກອງປະຊຸມ ລົງມະຕິຮັບຮອງເອົາ ເຣື່ອງດັ່ງກ່າວ ໃນມື້ວັນທີ 4 ຕຸລາ ໃນຂະນະທີ່ພັກ ຂອງທ່ານ ວະລາດີເມັຍ ປູຕິນ ປະທານາທິບໍດີ ປະເທດຣັສເຊັຽ ແລະພັກທີ່ເປັນພັນທະມິຕ ຄວບຄຸມສຽງສ່ວນໃຫຍ່ ໃນທັງ 2 ສະພາດັ່ງກ່າວນັ້ນ.
ໃນຈໍານວນ 183 ປະເທດ ທີ່ໄດ້ລົງຄະແນນສຽງ ຢູ່ໃນກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາຕ ປະນາມຣັສເຊັຽ ທີ່ຍຶດຄອງດິນແດນ ຢູເຄຣນ ໃນມື້ວັນທີ 12 ຕຸລານີ້ ມີ 143 ປະເທດ ສນັບສນູນການປະນາມ, 35 ປະເທດງົດອອກສຽງ ຊຶ່ງໃນນັ້ນກໍມີຮວມທັງ ສປປ ລາວ, ວຽດນາມ, ໄທຍ ຮວມໄປເຖິງ ຈີນ, ອິນເດັຍ, ປາກິສຖານ, ອາຟຣິກາໃຕ້ ໃນຂະນະທີ່ມີ 5 ປະເທດຄັດຄ້ານ ມະຕິດັ່ງກ່າວຄື ຣັສເຊັຽ, ເບລາຣຸສ, ເກົາຫລີເໜືອ, ຊີເຣັຍ ແລະນິກາຣາກົວ ທີ່ເປັນພັນທະມິຕ ໃກ້ຊິດກັບຣັສເຊັຽ.
ມະຕິ ຂອງສະຫະປະຊາຊາຕ ດັ່ງກ່າວ ປະນາມການກະທໍາ ຂອງຣັສເຊັຽ ທີ່ດໍາເນີນການ ໃນສິ່ງທີ່ເອີ້ນວ່າ “ປະຊາມະຕິ” ທີ່ຫວັງຮວບເອົາ ດິນແດນສ່ວນນຶ່ງ ຂອງປະ ເທດຢູເຄຣນ ຊຶ່ງເປັນດິນແດນ ທີ່ນາໆຊາຕຮັບຮູ້.