ມຊ ຮັບນັກຮຽນ ຫຼາຍສາຂາ ໂດຍບໍ່ຕ້ອງ ສອບເສັງຄັດເລືອກ

ສຸພັດຕາ
2022.10.14
ມຊ ຮັບນັກຮຽນ ຫຼາຍສາຂາ ໂດຍບໍ່ຕ້ອງ ສອບເສັງຄັດເລືອກ ກຸ່ມນັກຮຽນ, ນັກສຶກສາ ທີມີຄວາມສົນໃຈເຂົ້າສຶກສາຮຽນຕໍ່ ຕາມມະຫາວິທຍາລັຍ.
RFA

ມະຫາວິທະຍາລັຍ ແຫ່ງຊາຕ ຫຼື ມຊ ປະກາດຮັບສມັກນັກຮຽນ ທີ່ຈົບຊັ້ນ ມ.7 ໃນສົກຮຽນ ປີ 2021-2022 ແລະສົກຮຽນທີ່ຜ່ານມາ ຈະແມ່ນຜູ້ທີ່ໄດ້ຜ່ານການສອບເສັງ ໃນຄັ້ງວັນທີ 13 ສິງຫາ 2022 ຫຼືບໍ່ໄດ້ສອບເສັງ ກໍໄດ້ ແຕ່ມີຈຸດປະສົງຢາກເຂົ້າຮຽນ ໃນ 55 ສາຂາວິຊາ ຈໍານວນ 1,530 ຄົນ ໂດຍຜູ້ສມັກເຂົ້າສອບເສັງ ທັງກຸ່ມ A ແລະກຸ່ມ B ສາມາດເລືອກໄດ້ ໃນກຸ່ມວິຊາໃດກໍໄດ້ ອີງຕາມແຈ້ງການເລຂທີ 3342/ມຊ ນະຄອນຫຼວງວຽງຈັນ ລົງວັນທີ 30 ກັນຍາ 2022.

ໃນຄັ້ງວັນທີ 13 ເດືອນສິງຫາ 2022 ທີ່ຜ່ານມາ ມີຈໍານວນນັກຮຽນ ໄປສອບເສັງເຂົ້າ ມຊ ຄະນະສຶກສາສາຕ, ສາຂາຄຣູຄະນິດສາຕ, ຊີວະສາຕ, ຟີສິກສາຕ ມີຈຳນວນໜ້ອຍ, ຂະນະທີ່ ໂຕເລຂຮັບນັກຮຽນນັ້ນມີຫຼາຍ, ອີກທັງຄະນະສຶກສາສາຕ ຍັງເປີດໂອກາດໃຫ້ນັກຮຽນ ທີ່ບໍ່ເຄີຍເສັງຢູ່ບ່ອນອື່ນ ສາມາດຍື່ນສມັກໄດ້ ໂດຍສະເພາະ ນັກຮຽນທີ່ຢູ່ເຂດຫ່າງໄກ ສອກຫຼີກ ທີ່ການເຂົ້າເຖິງຂໍ້ມູນຂ່າວສານເພື່ອຮຽນຕໍ່ ໃນລະດັບຊັ້ນປະຣິນຍາຕຣີ ບໍ່ທົ່ວເຖິງ ຮວມໄປເຖິງ ນັກຮຽນທີ່ສມັກເສັງ ຫຼາຍບ່ອນ ແລ້ວມື້ເສັງຖືກກັບມື້ເສັງຂອງ ມຊ ແລ້ວຍັງບໍ່ໄດ້ມີບ່ອນຮຽນ ກໍສາມາດຍື່ນໃບສມັກໄດ້, ອີງຕາມຄວາມເວົ້າ ຂອງອາຈານຄະນະສຶກສາສາຕ ມະຫາວິທະຍາລັຍ ແຫ່ງຊາຕ ຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 11 ຕຸລາ ນີ້ວ່າ:

“ຖືວ່າເພິ່ນໃຫ້ສມັກ ເປີດຮັບນີ້ຫຼາຍໃດ໋ ລະຄົນທີ່ໄປເສັງມັນໜ້ອຍ ຫຼືວ່າ ໂຕເລຂເຮົາ ມັນຈະບໍ່ໄດ້ເຕັມຫັ້ນນ່າ ບາດນີ້ຜູ້ເສັງ ຄະແນນມັນບໍ່ເຖິງເນາະຈັ່ງຊິີ້ຫັ້ນນ່າ ເຮົາກໍເລີຍເປີດໂອກາດໃຫ້ ບາງເທື່ອມີໂອກາດໄດ້ໄປເສັງບ່ອນອື່ນຊໍ້າ ຈັ່ງຊີ້ຫັ້ນນ່າ ເພິ່ນກໍເລີຍປະກາດຮັບໂຕນີ້ ຮັບເຂົ້າມາອີກຫັ້ນນ່າ ບາງເທື່ອບາງຄົນອາຈຢູ່ເຂດນອກ ບໍ່ທັນໄດ້ຮັບຮູ້ເຣື່ອງ ຂໍ້ມູນຂ່າວສານ ບາງເທື່ອຜູ້ຢູ່ເຂດນອກ ເພິ່ນບໍ່ຮັບຮູ້ເຣື່ອງຂໍ້ມູນຂ່າວສານດ້ວຍຊ້ໍາວ່າ ເຮົາສອບເສັງມື້ໃດແນວໃດຫັ້ນນ່າ ບາງເທື່ອລົງທະບຽນແລ້ວ ລືມມື້ເສັງກໍມີ ນັກຮຽນເຮົາຈໍານວນນຶ່ງ ກໍໄດ້ທຶນໄປຮຽນບໍ່ອື່ນບໍ ແລ້ວໄປສມັກເສັງຫຼາຍບ່ອນ ແລ້ວມື້ເສັງມັນຕໍາກັນ ແບບນີ້ກະມີຄືກັນ.”

ຍານາງກ່າວຕື່ມວ່າ ການປະກາດຮັບສມັກນັກຮຽນ ແບບບໍ່ຕ້ອງຜ່ານ ການສອບເສັງ ໃນເທື່ອນີ້ ຖືວ່າເປັນເທື່ອທີ່ 2 ໂດຍເທື່ອທໍາອິດ ເກີດຂຶ້ນໃນສົກຮຽນ ປີ 2020-2021 ທີ່ມີການຣະບາດ ຂອງເຊື້ອໂຄວິດ-19 ເຮັດໃຫ້ການສອບເສັງເຂົ້າ ມຊ ເປັນການສອບເສັງ ຜ່ານລະບົບອອນລາຍນ໌ ຂະນະທີ່ ນັກຮຽນຈໍານວນຫຼາຍ ບໍ່ສາມາດເຂົ້າສອບເສັງ ຜ່ານລະບົບອອນລາຍນ໌ໄດ້ ເນື່ອງຈາກເປັນນັກຮຽນ ໃນເຂດຫ່າງໄກສອກຫຼີກ ບໍ່ມີຄວາມເຂົ້າໃຈການ ໃຊ້ລະບົບສມັກສອບເສັງ ອອນລາຍນ໌, ບໍໍ່ມີອຸປະກອນສື່ສານ ທີ່ຮອງຮັບໂປຣແກມສອບເສັງ ແລະໂຕອັກສອນພາສາລາວ ຮວມເຖິງ ບໍ່ມີສັນຍານອິນເຕີເນັທທີ່ດີ ຈຶ່ງເຮັດໃຫ້ຈໍານວນນັກຮຽນ ໃນຄະນະວິຊາສຶກສາສາຕ ບາງສາຂາວິຊາ ນັກຮຽນສມັກເຂົ້າຮຽນ ບໍ່ເຕັມຈໍານວນ ທີ່ຫ້ອງການວິຊາການ ມຊ ກໍານົດ ຈຶ່ງໄດ້ປະກາດໃຫ້ຮັບສມັກນັກຮຽນ ແບບບໍ່ຜ່ານການສອບເສັງ ເຂົ້າ ມຊ ເປັນປີທໍາອິດ.

ສ່ວນຄະນະກະເສດສາຕ ສາຂາວິຊາການປ້ອງກັນພືດ ແລະການປະມົງ ຈະບໍ່ໄດ້ຮັບຄວາມສົນໃຈ ຈາກນັກຮຽນ ແຕ່ນັກຮຽນຈະສົນໃຈ ສາຂາວິຊາສັຕວະແພດ ຈຶ່ງເຮັດໃຫ້ 2 ສາຂາວິຊານີ້ ເປັນສາຂາທີ່ມີນັກຮຽນໜ້ອຍ ມາໄດ້ 2-3 ປີິແລ້ວ.

ດັ່ງອາຈານ ຄະນະກະເສດສາຕ ມະຫາວິທະຍາລັຍແຫ່ງຊາຕ ທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:

“ໝາຍຄວາມວ່າສາຂາປະມົງ ກັບປ້ອງກັນພືດນີ້ ກໍເປີດມາດົນແລ້ວເນາະ ແຕ່ວ່າຄົນຮູ້ສຶກວ່າ ເຂົາເຈົ້າຍັງບໍ່ເຂົ້າໃຈ ເຣື່ອງຄວາມສໍາຄັນ ຂອງສາຂາວິຊານີ້ພໍປານໃດ ສ່ວນຫຼາຍຈະເຫີ່ໄປຮຽນອັນນ່າ ສັຕວະແພດເນາະ ດຽວນີ້ທີ່ຄົນໄປຮຽນຫຼາຍ ຄືປ້ອງກັນພືດ ຮູ້ສຶກໜ້ອຍມານີ້ 2-3 ປີຊ້ອນແລ້ວ ຕົ້ນປີກາຍກະມີ ທີ່ວ່າຕິດແລ້ວ ມາຮຽນກໍມີ 17 ຄົນ ຕາມໂກຕ້າກໍປະມານ 25 ຄົນຕໍ່ຫ້ອງ ຈົບກະເສຕສ່ວນຫຼາຍກໍມີວຽກຢູ່ດອກ ຄັນບໍ່ເຮັດວຽກນໍາພັກນໍາຣັຖ ນໍາເອກກະຊົນ ໂຄງການບໍ ຫຼືວ່າ ຈະໄປປະກອບອາຊີບໂຕເອງກໍໄດ້ເນາະ.”

ກ່ຽວກັບເຣື່ອງນີ້ ນັກສຶກສາຊັ້ນປີທີ່ 2 ຄະນະເສຖສາດແລະບໍຣິຫານທຸຣະກິຈ ມະຫາວິທະຍາລັຍແຫ່ງຊາຕຜູ້ນຶຶ່ງ ກ່າວໃນມື້ດຽວກັນນີ້ວ່າ ນັກຮຽນສ່ວນໃຫຍ່ຄິດວ່າ ຮຽນຈົບຊັ້ນປະຣິນຍາຕຣີໄປ ກໍບໍ່ມີວຽກເຮັດ ໂດຍສະເພາະສາຂາວິຊາຄຣູ ຂອງຄະນະສຶກສາສາຕ ເນື່ອງຈາກເຫັນຣຸ່ນເອື້ອຍ, ຣຸ້ນອ້າຍ ທີ່ຮຽນຈົບຄຣູແລ້ວ ໄປເປັນຄຣູອາສາ ຫຼື ຄຣູຝຶກຫັດ ກໍບໍ່ໄດ້ເງິນເດືອນ ເຖິງແມ່ນວ່າ ຈະສອນມາໄດ້ຫຼາຍປີແລ້ວກໍຕາມ:

“ເຂົາເຈົ້າບໍ່ຄ່ອຍສມັກຮຽນ ສາຂາອັນນີ້ປານໃດ ເຂົາເຈົ້າບໍ່ຢາກເປັນຄຣູຕິເບາະຈັ່ງໃດ ຄຣູສອນຟີສິກ ອີ່ຫຍັງກໍຍາກເດ້ ມັນກໍມີຄະນິດສາຕ ມີຫຍັງ ຄຣູຫຼາຍຄົນເດ້ ຈົບໄປແລ້ວ ກໍເປັນຄຣູຝຶກຫັດນ່າ ເປັນຄຣູອັນອີ່ຫຍັງອາສາຫັ້ນນ່າ ແລ້ວກໍບໍ່ໄດ້ເງິນເດືອນ ອີ່ຫຍັງຈັ່ງຊີ້ນ່າ ເຂົາເຈົ້າກໍເຫັນຫຼາຍແລ້ວ ລະເຂົາເຈົ້າກໍບໍ່ຢາກສມັກອີ່ຫຍັງຈັ່ງຊີ້ນ່າ.”

ນັກສຶກສາຜູ້ນີ້ ກ່າວຕື່ມອີກວ່າ ນັກຮຽນທີ່ມາຈາກຕ່າງແຂວງ ຖ້າເຂົ້າມາຮຽນ ຢູ່ ມຊ ຕ້ອງເສັຍຄ່າໃຊ້ຈ່າຍບໍ່ຕໍ່າກວ່າ ເດືອນລະ 1,000,000 ກີບ ໃນນັ້ນ ເປັນຄ່າຫໍພັກ ແລະຄ່າອາຫານ ຍັງບໍ່ຮວມຄ່າອຸປະກອບການຮຽນ ແລະຄ່າກິຈກັມຕ່າງໆ ທີ່ແຕ່ລະສາຂາວິຊາ ໃຫ້ສົມທົບທຶນ, ໃນຂະນະດຽວກັນ ບາງຫໍພັກຂອງນັກສຶກສາຢູ່ ມຊ ຈະບໍ່ສາມາດປຸງແຕ່ງ ອາຫານເພື່ອປະຢັດເງິນໄດ້ ຈຶ່ງເຮັດໃຫ້ນັກສຶກສາ ຕ້ອງໄດ້ຊື້ອາຫານກິນທຸກມື້:

“ກໍຖືວ່າເສັຍຫາຍໃດ໋ ແບບຕອນເຮົາໄປສມັກ ລົງທະບຽນອີ່ຫຍັງຈັ່ງຊີ້ນ່າ ຈ່າຍຄ່າຮຽນອີ່ຫຍັງ ກໍເສັຍຫຼາຍຢູ່ໃດ໋ ຄັນຄົນຕ່າງແຂວງນ່າ ແບບມາຢູ່ຫໍພັກອີ່ຫຍັງຈັ່ງຊີ້ນ່າ ຍັງໄດ້ເສັຍຄ່່າຫໍພັກ ຄ່າກິນ ຄ່າຢູ່ອີ່ຫຍັງຈັ່ງຊີ້ອີກ ແມ່ນ ກໍເດືອນລະເດືອນ ບາງທີກໍກາຍລ້ານຫັ້ນນ່າ.”

ນັກຮຽນຊັ້ນ ມ.7 ຈາກບ້ານນາລື້ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ກ່າວໃນມື້ດຽວກັນນີ້ວ່າ ນັກຮຽນຕ່າງແຂວງ ໂດຍສະເພາະໃນເຂດຫ່າງໄກສອກຫຼີກ ຈະປະສົບຄວາມຫຍຸ້ງຍາກດ້ານການເງິນ ເພາະຄອບຄົວ ບໍ່ສາມາດສນັບສນູນ ໃຫ້ເຂົາເຈົ້າຮຽນຕໍ່ ຈົນຈົບຊັ້ນປະຣິນຍາຕຣີໄດ້ ຈຶ່ງເຮັດໃຫ້ນັກຮຽນຕັດສິນໃຈບໍ່ຮຽນຕໍ່ ແລ້ວກັບບ້ານມາຊ່ອຍ ພໍ່ແມ່ເຮັດວຽກ ເນື່ອງຈາກຄິດວ່າ ຮຽນຈົບຊັ້ນສູງກໍບໍ່ມີວຽກເຮັດ:

“ບໍ່ໄດ້ຮຽນ ບໍ່ມີເງິນ ຈົບເລີຍກໍມາຢູ່ບ້ານເລີຍ ຢາກໄປຮຽນ ແລ້ວພໍແມ່ນວ່າບໍ່ມີເງິນ ກະເລີຍບໍ່ໄດ້ໄປຮຽນ ຄ່າໃຊ້ຈ່າຍມັນໝົດຫຼາຍແດ່ ອີກຢ່າງຢູ່ບ້ານ ກໍບໍ່ມີໃຜຊ່ອຍວຽກພໍ່ແມ່ ອີກຢ່າງກໍມີແຕ່ພໍ່ແມ່ຢູ່ ບໍ່ມີໃຜຊ່ອຍຫຍັງ ບໍ່ມີເງິນແດ່ ຄ່າໃຊ້ຈ່າຍກໍຫຼາຍເດ້ ເຂົາວ່າຮຽນຈົບໄປ ກໍບໍ່ມີງານເຮັດດອກ ມາຢູ່ບ້ານລ້າໆບໍ່ມີເງິນ.”

ສ່ວນຫຼາຍນັກຮຽນ ທີ່ກໍາລັງເຂົ້າສູ່ສະຖານະພາບ ນັກສຶກສາ ມັກຈະຄິດວ່າ ຫາກມີໂອກາດຮຽນໄດ້ຊັ້ນປະຣິນຍາຕຣີ ຈະຕ້ອງຮຽນສາຂາວິຊາ ທີ່ເປັນທີ່ຕ້ອງການຂອງຕລາດແຮງງານ ສະນັ້ນ ສະຖາບັນການສຶກສາໃນສາຂາວິຊາຕ່າງໆ ຕ້ອງໄດ້ຫາວິທີປະຊາສັມພັນ ສາຂາວິຊາຂອງໂຕເອງ ເພື່ອດຶງດູດໃຫ້ນັກຮຽນຫັນມາເຂົ້າໃຈ ສາຂາວິຊາທີ່ຕ່າງອອກໄປ ຈາກຕລາດແຮງງານ.

ດັ່ງນັກວິຊາການ ຫ້ອງການມະຫາວິທະຍາລັຍ ແຫ່ງຊາຕ ກ່າວໃນມື້ດຽວກັນນີ້ວ່າ:

“ຄ່ານິຍົມ ຈະແຕກຕ່າງກັນຖ້າວ່າຈົບແລ້ວ ຈະສາມາດປະກອບອາຊີບຫຍັງໄດ້ແດ່ ຄືບາງຄະນະ ສາຂານຶ່ງ ມີແຕ່ຄົນດຽວ ມັນກໍເປັນໄປບໍ່ໄດ້ຫັ້ນນ່າ ຕ້ອງໄດ້ລຸລ່ວງນັກຮຽນ ໃຫ້ໄປຮຽນສາຂາອື່ນ ສົ່ງຜົລກະທົບຫຼາຍໆຢ່າງເດ້ ບໍ່ວ່າໂຕນັກຮຽນເອງ ຫຼືວ່າ ສະຖານການສຶກສາ ນຶ່ງ ສະຖາບັນການສຶກສາ ຕ້ອງໄດ້ໂຟກັສໂຕເອງເນາະ ວ່າຈະມີວິທີຈັ່ງໃດ ໃນການດຶງດູດ ແລະກໍການຊອກວຽກເຮັດງານທໍາ ເພາະວ່າ ເຮົາເປີດຫຼາຍໆສາຂາ ແຕ່ຄວາມຈິງບາງສາຂາ ບໍ່ເຄີຍຕອບສນອງເລີຍ ອາຊີພຢູ່ບ້ານເຮົາ ບາງຢ່າງບໍ່ມີ ຄືບັນນາຮັກສາດນີ້ ຮຽນໄປ ໄປຢູ່ຫໍສະໝຸດບ້ານເຮົາ ມີຫໍສະໝຸດຈັກແຫ່ງ ຄົນນິຍົມອ່ານປຶ້ມບໍ່.”

ໃນໄລຍະ 2-3 ປີ ທີ່ຜ່ານມານີ້ ຈໍານວນນັກຮຽນ ທີ່ຈົບຊັ້ນ ມ.7 ທີ່ສົນໃຈສມັກສອບເສັງເຂົ້າສາຂາວິຊາພາສາຈີນ ຂອງ ມຊ ມີຈໍານວນຫຼາຍ ເປັນຕົ້ນ ປີນີ້ ຈໍານວນຜູ້ສມັກສອບເສັງສາຂາພາສາຈີນ ເປັນອັນດັບ 1 ຈໍານວນ 1,141 ຄົນ, ຂະນະທີ່ ສົກຮຽນ ປີ 2022-2023 ນີ້ ຄະນະອັກສອນສາຕ ສາຂາວິຊາພາສາຈີນ ຈະສາມາດຮອງຮັບ ຈໍານວນນັກຮຽນໄດ້ 60-90 ຄົນ.
ນອກຈາກນີ້ ຢູ່ສະຖາບັນຂົງຈື້ ມະຫາວິທະຍາລັຍແຫ່ງຊາຕ ກໍມີປະກົດການ ນັກສຶກສາມີຄວາມຕ້ອງການຮຽນພາສາຈີນຫຼາຍຂຶ້ນ ໃນສົກຮຽນ ປີ 2022-2023 ແຕ່ການຮັບສມັກເຂົ້າຮຽນພາສາຈີນ ມີຈໍານວນຈໍາກັດ ຄືມີພຽງ 630 ຄົນ, ຂະນະທີ່ ຈໍານວນນັກສຶກສາ ໃຫ້ຄວາມສົນໃຈມາລົງທະບຽນ 1,000 ປາຍຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.