ເຣື້ອງທີ່ເກັບບັນທຶກໄວ້
2023-07-22
ອານາໂນ ເຈົ້າຂອງເພຈ ເຂົ້າໜຽວຕ່າງຖິ່ນ ສ້າງເພຈນີ້ຂຶ້ນມາ ເພື່ອລົງຄລິບຕ່າງໆ ໄວ້ເບິ່ງໃນຍາມໃຫຍ່ ວ່າຊ່ວງອາຍຸ ທໍ່ນີິ້ໆ ລາວໄດ້ເຮັດຫຍັງແດ່ ເພື່ອເປັນຄວາມຊົງຈໍາໃຫ້ໂຕເອງ ວ່າພັດທະນາມາແນວໃດ ເຊິ່ງເພຈດັ່ງກ່າວ ມີຜູ້ຕິດຕາມ ເກືອບລ້ານຄົນ.
2023-07-21
ເຈົ້າໜ້າທີ່ ແຂວງຈຳປາສັກ ກວດກາຊິງຊັ່ງສິນຄ້າ ທີ່ບໍ່ໄດ້ມາຕຖານ ຢູ່ຕລາດດາວເຮືອງ ພາຍຫລັງທີ່ຊາວເມືອງ ຮ້ອງຮຽນ ແລະ ສາມາດຍຶດຊິງຊັ່ງ ທີ່ບໍ່ຖືກຕ້ອງ 3 ໜ່ວຍ ແລະໄດ້ປັບໃໝຜູ້ລະເມີດ ລະບຽບ.
2023-07-21
ລົມພາຍຸໄຕ້ຝຸ່ນ ທາລິມ (Talim) ພັດເຂົ້າ ບ້ານຮະງວມ ເມືອງພູກູດ ແຂວງຊຽງຂວາງ ໃນວັນທີ 16 ກໍຣະກະດາ 2023 ທີ່ຜ່ານມາ ເຮັດໃຫ້ຫຼັງຄາເຮືອນ ຂອງຊາວບ້ານເປ່ເພ ເສັຽຫາຍ ຈຳນວນ 17 ຄອບຄົວ.
2023-07-21
ທາງລາວ ແລະທາງການພະມ້າ ຮ່ວມມື ຊອກຫາທີ່ຢູ່ ທີ່ແນ່ນອນ ຂອງເດັກນ້ອຍລາວ ທີ່ຖືກຄ້າມະນຸສໄປພະມ້າ ເຖິງຢ່າງໃດກໍຕາມ ໃນປັດຈຸບັນນີ້ ຍັງບໍ່ສາມາດ ທີ່ຈະຊ່ວຍເຫຼືອກຸ່ມເດັກນ້ອຍ ຜູ້ເຄາະຮ້າຍເຫຼົ່ານັ້ນໄດ້ເທື່ອ.
2023-07-21
ປະຊາຊົນລາວ ໂທຣະສັບສະແດງຄໍາຄິດເຫັນ ຜ່ານສາຍດ່ວນ ສະພາແຫ່ງຊາຕ 156 ຈໍານວນ 500 ປາຍສາຍ ເຣີ່ມຕັ້ງແຕ່ ດຳເນີນກອງປະຊຸມ ໃນວັນທີ 26 ມິຖຸນາ ຫາ ວັນທີ 18 ກໍຣະກະດາ ເຊິ່ງບັນຫາຕົ້ນຕໍແມ່ນເຣື່ອງເສຖກິຈ, ຄ່າຄອງຊີບ ແລະ ເງິນກີບເຟີ້.
2023-07-21
ອໍານາດການປົກຄອງ ບ້ານຕັ່ງຫວາຍນໍ້າ ເມືອງຊົນນະບູຣີ ແຂວງສວັນນະເຂດ ມ້າງເຮືອນ ແລະຖຽງນາຂອງຄອບຄົວ ຊາວຄຣິສຕຽນ ຍ້ອນເຊື່ອຖືສາສນານີ້ ຂະນະທີ່ຜູ້ທີ່ກໍ່ເຫດດັ່ງຍັງບໍ່ມີຂໍ້ມູນວ່າ ຖືກດຳເນີນຄະດີ ຫຼື ບໍ່.
2023-07-21
ຄົນງານລາວ ທີ່ເຮັດວຽກຢູ່ບໍ່ແຮ່ ຈຳນວນຫຼາຍ ຖືກລອຍແພ ຫຼັງຈາກທີ່ ຄົນງານຈີນ ຈຳນວນນັບພັນ ຫຼັ່ງເຂົ້າມາບໍ່ເກືອໂປຕາສ ທີ່ແຂວງຄຳມ່ວນ ທາງພາກກາງຂອງລາວ. ຄົນງານລາວ ຈົ່ມວ່າ ຈຳນວນທີ່ຄົນງານລາວ ຕໍ່ຄົນງານຈີນ ບໍ່ສົມສ່ວນ ຄື ຄົນລາວ 100 ຄົນຕໍ່ຄົນງານຈີນ 3,000 ຄົນ ເຊິ່ງເຮັດໃຫ້ຄົນງານລາວ ຍ່ອມລະເມີດຂໍ້ຕົກລົງ ແລະຢາກໃຫ້ເຈົ້າຂອງໂຄງການ ຈ້າງຄົນງານພາຍໃນປະເທດ ເພີ່ມຂຶ້ນໃຫ້ຫຼາຍກວ່າຄົນງານຈີນ. ໂຄງການບໍ່ແຮ່ ທີ່ດຳເນີນການ ພາຍໃຕ້ຣັຖບານຈີນ ໄດ້ຈັດສົ່ງແຮ່ທາດ ທີ່ຂຸດຄົ້ນໄດ້ ກັບຄືນປະເທດຈີນ ເຊິ່ງມີຂນາດເສຖກິຈ ທີ່ໃຫຍ່ກວ່າ ປະເທດເພື່ອນບ້ານ. ເຈົ້າຂອງໂຄງການບໍ່ແຮ່ ກ່າວວ່າ ພວກເຂົາຕ້ອງນຳຄົນງານ ເຂົ້າມາເອງ ເພາະວ່າ ຄົນງານລາວ ບໍ່ມີທັກສະສີມື.
2023-07-20
ທາງຫຼວງແຫ່ງຊາຕ ເລຂ 13 ເໜືອ ຈາກສາມແຍກສີໄຄ ເມືອງສີໂຄດຕະບອງ ຫາສີ່ແຍກສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄລຍະທາງ 6 ຫລັກ ຈະໄດ້ຮັບການສ້ອມແປງໃຫຍ່ ໃນມໍ່ໆນີ້ ພາຍຫລັງເປ່ເພ ມາໄດ້ຫລາຍປີ ເກີດຄວາມລຳບາກ ໃນການສັນຈອນຫຼາຍ ໂດຍສະເພາະໃນຣະດູຝົນ.
2023-07-20
ກຸ່ມຄົນຈີນທີ່ຈ້າງໃຫ້ແມ່ຍິງລາວ ເຕັ້ນໂຊ ປະມານ 7 ຄົນ ແລ້ວຖ່າຍວິດີໂອລົງ ເຜີຍແຜ່ໃນສື່ສັງຄົມອອນລາຍນ໌ (TikTok) ຈົນເປັນກະແສດັງ ໃນໂລກສັງຄົມອອນລາຍນ໌ ນັ້ນ, ຫລ້າສຸດນີ້ ມີຣາຍງານ ຢ່າງບໍ່ເປັນທາງການວ່າ ຖືກເຈົ້າໜ້າທີ່ຕຳຣວດ ກັກໂຕໄດ້ແລ້ວ ຈຳນວນນຶ່ງ ສ່ວນຣາຍລະອຽດ ຍັງບໍ່ທັນມີການເປີດເຜີຍເທື່ອ.
2023-07-20
ຣັຖບານລາວ ອອກຄໍາສັ່ງ ຈໍາກັດການໃຊ້ເງິນຕຣາ ຕ່າງປະເທດ ທັງຫ້າມບໍ່ໃຫ້ຄອບຄອງ ເງິນຕຣາຕ່າງປະເທດ, ຖ້າມີໃຫ້ຝາກໄວ້ ກັບທະນາຄານ, ໃຫ້ໃຊ້ແຕ່ເງິນກີບ ປະກາດຄຳສັ່ງດັ່ງກ່າວຄອບຄຸມເຖິງ ເຂດເສຖກິຈ ພິເສດ ແລະ ກາສິໂນແຫ່ງຕ່າງໆ ໃນປະເທດລາວ.
2023-07-20
ແຂວງຄຳມ່ວນ, ສວັນນະເຂດ ແລະ ສາຣະວັນ ຂາດງົບປະມານ ເຮັດໃຫ້ຄົນເຈັບ ຕ້ອງໄດ້ຊື້ຢາດ້ວຍໂຕເອງ ສາເຫດເປັນຍ້ອນກອງທຶນ ປະກັນສຸຂພາບ ຂອງກະຊວງ ສາທາຣະນະສຸຂ ທີ່ຈັດງົບປະມານແຕ່ລະປີ ໃຫ້ປະຊາຊົນ ເພື່ອຮັກສາສຸຂພາບ ບໍ່ມີງົບປະມານ ພຽງພໍ.
2023-07-19
ຣັຖບານຕ້ອງການໃຫ້ ຂຍາຍການລົງທຶນ ໃນພາກທຸຣະກິຈ ຂນາດນ້ອຍ ແລະ ຂນາດກາງ ຫຼື SMEs, ແຕ່ຂາດການສົ່ງເສີມ ແຫຼ່ງທຶນ ໃຫ້ແກ່ຜູ້ປະກອບການດ້ານນີ້ ເຊິ່ງຜູ້ປະກອບການ ຕ້ອງຫາທຶນເອງ ແລະປະສົບກັບຄວາມຫຍຸ້ງຍາກ ຈຶ່ງເຮັດໃຫ້ທຸຣະກິຈ ບໍ່ມາມາດຂຍາຍກິຈການໄດ້ເທົ່າທີ່ຄວນ.
2023-07-19
ເຫດການເຂື່ອນ ເຊປຽນ-ເຊນໍ້ານ້ອຍ ແຕກຄົບຮອບ 5 ປີ ແຕ່ ປະຊາຊົນ ຜູ້ທີ່ໄດ້ຮັບຜົລກະທົບ ຈາກເຫດການດັ່ງກ່າວ ຍັງບໍ່ມີທີ່ດິນ ເພື່ອເຮັດການກະເສດຄົງທີ່ ແລະຜົນພວງ ຈາກເຫດການດັ່ງກ່າວ ຍັງສ້າງຄວາມລຳບາກ ຫຼາຍດ້ານ ໃຫ້ກັບຊາວບ້ານ ໂດຍສະເພາະ ທີ່ຢູ່ອາໄສ.
2023-07-19
ມະຫາວິທຍາໄລແຫ່ງຊາຕ ໄດ້ເປີດໃຫ້ນັກຮຽນທີ່ຈົບ ມ.7 ສາມາດເຣີ່ມລົງທະບຽນ ເພື່ອສມັກຕຣຽມເສັງເຂົ້າຮຽນ ໃນຄະນະຕ່າງໆ ແລະສາຂາວິຊາຕ່າງໆ ປະກົດວ່າ ມີນັກຮຽນ ທີ່ຈົບ ມ.7 ລົງສມັກ ຄະນະວິຊາອັກສອນສາດ ສາຂາວິຊາພາສາຈີນ ເປັນອັນດັບ 1 ໂດຍມີຜູ້ສມັກເຖິງ 1,520 ຄົນແລ້ວ.
2023-07-19
ຣົຖທີ່ຕິດປ້າຍທະບຽນສີຟ້າ ຂອງຈີນຈໍານວນນຶ່ງ ຢູ່ໃນເຂດເສຖກິຈພິເສດສາມ ຫລ່ຽມຄໍາ ໃຫ້ບໍຣິການຮັບສົ່ງນັກທ່ອງທ່ຽວຈີນ ແລະໃນເມືອງຕົ້ນເຜິ້ງ ແບບບໍ່ໄດ້ຂໍອະນຸຍາດ ເຊິ່ງຖືວ່າເປັນການລະເມີດລະບຽບຂອງທາງການ ເຮັດໃຫ້ເກີດຜົລກະທົບ ກັບຜູ້ປະກອບການ ຣົຖແທັກຊີໂດຍສານ ສັນຊາຕລາວ.