ຣັຖບານ ອອກຄໍາສັ່ງ ຈໍາກັດການໃຊ້ເງິນຕຣາ ຕ່າງປະເທດ
2023.07.20
ນາຍົກຣັຖມົນຕຣີ ທ່ານ ສອນໄຊ ສີພັນດອນ ອອກຄໍາສັ່ງວ່າດ້ວຍການຈັດຕັ້ງປະຕິບັດ ການຄຸ້ມຄອງເງິນຕຣາຕ່າງປະເທດ ໃນມື້ວັນທີ 14 ກໍຣະກະດານີ້ ເພື່ອເຮັດໃຫ້ການຄຸ້ມຄອງເງິນຕຣາ ຕ່າງປະເທດ ປະຕິບັດໄດ້ຢ່າງເຂັ້ມງວດ ຕາມກົດໝາຍວ່າ ການຄຸ້ມຄອງເງິນຕຣາຕ່າງປະເທດ. ຂໍ້ສໍາຄັນໃນຄໍາສັ່ງນັ້ນ ແມ່ນຫ້າມບໍ່ໃຫ້ຄອບຄອງເງິນຕຣາຕ່າງປະເທດ, ຖ້າມີໃຫ້ຝາກໄວ້ກັບທະນາຄານ, ໃຫ້ໃຊ້ແຕ່ເງິນກີບ ຮວມທັງໃນເຂດເສຖກິຈພິເສດ ແລະກາສິໂນ, ໃຫ້ຕິດປ້າຍສິນຄ້າ ໂຄສະນາ ຊື້-ຂາຍ ທຸກຢ່າງຕ້ອງເປັນເງິນກີບ ຮວມທັງການຊື້-ຂາຍ ຣົຖ, ເຮືອນແລະດິນ, ຮ້ານຄ້າ ຮ້ານອາຫານ ແລະ ໂຮງແຮມ ໃຫ້ເກັບເປັນເງິນກີບ ແລະນາຍຈ້າງ ຕ້ອງຈ່າຍຄ່າຈ້າງ ເປັນເງິນກີບ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ທະນາຄານແຫ່ງຊາຕ ຂອງລາວ ທ່ານນຶ່ງ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 20 ກໍຣະກະດານີ້.
“ເຮົາສາມາດຖືຄອງເງິນຕຣາໄດ້ ໝາຍຄວາມວ່າ ຖືໃນຮູບແບບເງິນສົດ ແລ້ວກະເງິນຝາກຢູ່ໃນທະນາຄານ ທຸຣະກິຈ. ຜູ້ທີ່ຖືຄອງເງິນສົດ ກ່ອນຈະນໍາໃຊ້ ຢູ່ ສປປ ລາວ ແມ່ນຕ້ອງໄດ້ແລກປ່ຽນ ເປັນເງິນກີບກ່ອນ. ແລ້ວສ່ວນວ່າຈໍາກັດປາຣິມານ ການຖືຄອງຫັ້ນ ປັດຈຸບັນ ນີ້ ຍັງບໍ່ທັນມີລະບຽບ ທີ່ວ່າ ກໍານົດວ່າ ຕ້ອງສາມາດຖືຄອງ ເປັນເງິນສົດໄດ້ເທົ່າໃດ. ແລ້ວເຮົາກະແນະນໍາ ໃຫ້ມາຮັກສາໄວ້ ໃນຮູບແບບເງິນຝາກ ທະນາຄານ ຖືວ່າມີຄວາມປອດພັຍກວ່າ.”
ທ່ານກ່າວຕື່ມວ່າ ຣັຖບານລາວໄດ້ໃຫ້ທະນາຄານ ແຫ່ງຊາຕ ອອກນິຕິກໍາກ່ຽວກັບການຄອບຄອງ ເງິນຕຣາຕ່າງປະເທດ ໃນຮູບແບບເງິນຝາກ ເພື່ອໃຫ້ທະນາຄານອື່ນໆຢູ່ລາວ ລະດົມບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີພູມລໍາເນົາຢູ່ລາວ ໃຫ້ນໍາເງິນຕຣາຕ່າງປະເທດ ມາຝາກໄວ້ກັບທະນາຄານທຸຣະກິຈ ທີ່ຕັ້ງຢູ່ລາວ ເພື່ອຮັບປະກັນຄວາມປອດພັຍ ແລະສອດຄ່ອງກັບກົດໝາຍ. ເງິນຕຣາຕ່າງປະເທດ ຢູ່ລາວ ປັດຈຸບັນ ບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງ ຍັງສາມາດຄອບຄອງເງິນຕຣາໄດ້ ແລະຍັງບໍ່ທັນຈໍາກັດປາຣິມານເງິນທີ່ມີ. ເງິນຕຣາຕ່າງປະເທດ ທີ່ໜູນວຽນຢູ່ນອກລະບົບທະນາຄານ ສົ່ງຜົລກະທົບ ເຮັດໃຫ້ທຸຣະກິຈຂາດເຂີນເງິນຕຣາຕ່າງປະເທດ.
ຄໍາສັ່ງດັ່ງກ່າວ ລະບຸວ່າ ການເບີກຈ່າຍເງິນເດືອນ ຫລືຄ່າແຮງງານຢູ່ລາວ ຕ້ອງຈ່າຍເປັນເງິນກີບເທົ່ານັ້ນ. ສ່ວນທຸຣະກິຈ ຫລືການຈັດຕັ້ງ ທີ່ມີຈໍາເປັນຕ້ອງໄດ້ຈ້າງຊ່ຽວ ຊານມາຈາກຕ່າງປະເທດນັ້ນ ເບີກຈ່າຍເງິນເດືອນ ຫລືຄ່າແຮງງານເປັນເງິນຕຣາຕ່າງ ປະເທດໄດ້ ດັ່ງເຈົ້າໜ້າທີ່ກະຊວງການເງິນທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:
“ການຈ່າຍເງິນເດືອນ ຊິໄລ່ເປັນເຣັດຕລາດນອກເບາະ ຫລືວ່າເຣຕທະນາຄານຫຍັງກະແລ້ວແຕ່ ກະຢາກໃຫ້ຫັນມາເປັນເງິນກີບ ເພາະວ່າບໍ່ຢາກໃຫ້ໃຊ້ເງິນຕຣາຕ່າງປະເທດ. ຢູ່ພາຍໃນເພື່ອຫລຸດຜ່ອນການໃຊ້ເງິນຕຣາ.”
ຊາວລາວຜູ້ນຶ່ງ ໃນນະຄອນຫລວງວຽງຈັນ ເວົ້າກ່ຽວກັບຄໍາສັ່ງດັ່ງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ ການຫ້າມໃຊ້ເງິນຕຣາຕ່າງປະເທດ ຫລືຈໍາກັດການຄອບຄອງເງິນຕຣາຕ່າງປະເທດ ອາດຍັງປະຕິບັດບໍ່ທັນໄດ້ເທື່ອ ເນື່ອງຈາກຢູ່ລາວ ມີການໃຊ້ເງິນກີບ, ເງິນບາທ ແລະເງິນໂດລ້າຣ໌ສະຫະຣັຖ ມາຍາວນານ ແລະນັກທຸຣະກິຈຕ່າງໆ ສ່ວນໃຫຍ່ ກໍຊື້-ຂາຍກັນ ເປັນເງິນຕຣາຕ່າງປະເທດ ຍັງບໍ່ເຫັນປ່ຽນມາໃຊ້ເງິນກີບເທື່ອ.
“ຄັນຢູ່ຕລາດຢູ່ລາວກະເປັນກີບເນາະ ແຕ່ບົນພື້ນຖານເຮົາໃຊ້ໄດ້ 3 ສະກຸນ ກີບ, ບາທ, ໂດລ້າຣ໌, ແຕ່ຄັນມີບາທ, ໂດລ້າຣ໌ ກະຕາມກົດໝາຍ. ເຂົາກະບໍ່ຢາກໃຫ້ໃຊ້ ແຕ່ໃນຄວາມເປັນຈິງ ມັນກະຫລີກລ່ຽງບໍ່ໄດ້ ທີ່ມີຄົນທີ່ມີແລ້ວເຂົາຊິໃຊ້.”
ເຈົ້າຂອງຮ້ານຂາຍຣົຖໃຫຍ່ ມືສອງ ໃນນະຄອນຫລວງວຽງຈັນ ເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ ປັດຈຸບັນ ຮ້ານຂາຍຣົຖຈັກ, ຣົຖໃຫຍ່ ເກືອບທຸກຮ້ານໃນລາວ ກໍປະກາດຂາຍຣົຖໃຫຍ່ມືນຶ່ງ, ມືສອງ ດ້ວຍເງິນໂດລ້າຣ໌ ສະຫະຣັຖ ເປັນຫລັກ. ສ່ວນເງິນກີບ ແລະເງິນບາທ ເປັນສະກຸນເງິນຮອງລົງມາ ເພາະການໃຊ້ເງິນໂດລ້າຣ໌ຊື້-ຂາຍ ຈະມີສະເຖັຍຣະພາບສູງກວ່າ, ບໍ່ຕ້ອງຫຍຸ້ງຍາກເຣື່ອງອັດຕຣາແລກປ່ຽນ, ມີການໃຊ້ກັນຢູ່ທຸກປະເທດ ແຕກຕ່າງໄປຈາກ ເງິນກີບ ທີ່ສາມາດໃຊ້ໄດ້ສະເພາະແຕ່ຢູ່ລາວ.
“ສ່ວນຫລາຍຫລັກໆ ເພິ່ນເນັ້ນເງິນໂດລ້າຣ໌ ນ່າ ເງິນກີບເພິ່ນກະເອົາ ແຕ່ວ່າບໍ່ເອົາເງິນຢວນ. ຫລັກໆເພິ່ນກະຕີລາຄາຣົຖ ເປັນເງິນໂດລ້າຣ໌ ຫັ້ນນ່າ. ຄັນແມ່ນເງິນໂດລ້າຣ໌ ກະຄືວ່າຫັ້ນແຫລະ ສະດວກ.”
ເຈົ້າໜ້າທີ່ ຢູ່ເມືອງຊໍາໃຕ້ ແຂວງຫົວພັນ ກ່າວເຖິງການຫ້າມ ບໍ່ໃຫ້ປະຊາຊົນລາວໃຊ້ເງິນຕຣາ ຕ່າງປະເທດວ່າ ຄົງຈະເປັນເຣື່ອງຍາກສົມຄວນ ໂດຍສະເພາະຕາມເມືອງຊາຍແດນ ລາວ-ວຽດນາມ ແມ່ນໃຊ້ແຕ່ເງິນດົງ ໃນການຊື້-ຂາຍສິນຄ້າ ແລະຫົວໜ່ວຍທຸຣະກິຈທົ່ວໄປ ກໍມັກໃຊ້ເງິນດົງ ຫລືເງິນບາທ ແລະເງິນໂດລ້າຣ໌ ຊື້-ຂາຍສິນຄ້າ ຫລື ລົງທຶນ.
“ກະມີບາງພາກສ່ວນເທົ່ານັ້ນລະ ຈຸທຸຣະກິຈກະໃຊ້ຢູ່ ແລ້ວອັນນີ້ມັນກະຕິດຊາຍແດນ ຕິດວຽດນາມແນວນີ້ ກະໃຊ້ແຕ່ເງິນດົງ ຄັນວ່າຢູ່ຕິດຊາຍແດນ ແທ້ເຂົາກະໃຊ້ເງິນວຽດແຫລະ.”
ຊາວລາວວອີກຜູ້ນຶ່ງ ໃນແຂວງວຽງຈັນ ກໍເວົ້າໃນມື້ວັນທີ 20 ກໍຣະກະດານີ້ວ່າ ເຖິງຈະມີຄໍາສັ່ງ ຈາກຣັຖບານ ຫ້າມໃຊ້ ຫລື ຄອບຄອງເງິນຕຣາຕ່າງປະເທດ ແລະແນະນໍາໃຫ້ເອົາໄປຝາກໄວ້ ກັບທະນາຄານທຸຣະກິຈ ນັ້ນ ຄົງຈະເປັນເຣື່ອງທີ່ທ້າທາຍ ສໍາລັບຣັຖບານ ແລະທະນາຄານແຫ່ງຊາຕ ຫລາຍສົມຄວນ ເພາະປະຊາຊົນລາວ ກັງວົນນໍາເຣື່ອງ ຄວາມປອດພັຍ, ຖ້າເອົາເງິນໄປຝາກໄວ້ນໍາທະນາຄານ ທຸຣະກິຈຢູ່ລາວ, ແຕ່ເມື່ອຕ້ອງ ການເງິນດ່ວນ ທາງທະນາຄານ ຈະໃຫ້ຖອນອອກໄດ້ ຫລື ບໍ່ ຍັງບໍ່ໝັ້ນໃຈ.
“ຄືທະນາຄານທຸຣະກິຈນີ້ ກະມີໜ້າທີ່ຫັ້ນນ່າ ໃນການສນອງເງິນຕຣາ ແຕ່ເຂົາກະບໍ່ມີຄວາມສາມາດທີ່ຊິມີເງິນຕຣາ ສນອງໃຫ້ໄດ້ຫັ້ນນ່າ ຄັນວ່າເງິນຢູ່ໃນມືຂອງປະຊາຊົນເນາະ ບໍ່ຮູ້ວ່າຊິໄປລະດົມຈັ່ງໃດ ໃຫ້ເຂົາເອົາເງິນເຂົ້າລະບົບນີ້.”
ກ່ອນໜ້ານີ້ ທະນາຄານແຫ່ງຊາຕ ກໍໄດ້ກໍານົດໃຫ້ທະນາຄານ ທຸຣະກິຈ ແລະຮ້ານແລກປ່ຽນ ເງິນຕຣາໃນທົ່ວປະເທດ ຂາຍເງິນຕຣາຕ່າງປະເທດ ໃຫ້ບຸກຄົນໄດ້ບໍ່ເກີນ 15 ລ້ານກີບຕໍ່ຄົນຕໍ່ມື້ ໂດຍທີ່ບຸກຄົນເຫລົ່ານັ້ນ ຕ້ອງເວົ້າເຖິງຈຸດປະສົງ ໃນການແລກປ່ຽນເງິນຕຣາ ຢ່າງຈະແຈ້ງ ພ້ອມທັງມີສໍາເນົາ ບັດປະຈໍາຕົວ ຫລື ສໍາມະໂນຄົວ ຫລື ໜັງສືຜ່ານແດນໄວ້ ເປັນຫລັກຖານ.
ເມື່ອປີ 2022 ທາງການລາວ ໄດ້ລົງໂທດຮ້ານແລກປ່ຽນເງິນຕຣາ ທີ່ເຄື່ອນໄຫວຜິດກົດໝາຍ ເຊັ່ນ ຖອນໃບອະນຸຍາດ, ລະງັບບັນຊີເງິນຝາກ, ປັບໃໝ, ເຮັດບົດບັນທຶກກ່າວເຕືອນ ທັງໝົດ 137 ຮ້ານ, ຖອນໃບອະນຸຍາດຮ້ານແລກປ່ຽນເງິນຕຣາ ທີ່ບໍ່ສາມາດເປັນຕົວແທນ ໃຫ້ທະນາຄານທຸຣະກິຈໄດ້ ທັງໝົດ 101 ຮ້ານ.
ປັດຈຸບັນ ທະນາຄານທຸຣະກິຈ ຕ່າງໆຢູ່ລາວ ສາມາດເກັບຊື້ເງິນຕຣາ ຕ່າງປະເທດໄດ້ໜ້ອຍກວ່າ ລະດັບທີ່ຄວນຈະເປັນ ຫລື ໜ້ອຍກວ່າມູນຄ່າ ການສົ່ງອອກ ແລະມູນຄ່າການລົງທຶນ ຈາກຕ່າງປະເທດຫລາຍ, ແຕ່ຄວາມຕ້ອງການ ເງິນຕຣາຕ່າງປະເທດ ຂອງຣັຖບານລາວ ເພື່ອນໍາໄປຊໍາລະສະສາງ ແລະໃຊ້ໜີ້ຕ່າງປະເທດ ແມ່ນຫລວງຫລາຍ ແລະເພີ່ມຂຶ້ນຕໍ່ເນື່ອງ.