ວິຊາພາສາຈີນ ນັກຮຽນ ເລືອກຫຼາຍທີ່ສຸດ ໃນ ມຊ
2023.07.19
ໃນໄລຍະ 2 ສັປດາມານີ້ ມະຫາວິທຍາໄລແຫ່ງຊາຕ ໄດ້ເປີດໃຫ້ນັກຮຽນທີ່ຈົບ ມ.7 ທີ່ຈົບການສຶກສາ ສາມາດເຣີ່ມລົງທະບຽນ ເພື່ອສມັກຕຣຽມເສັງເຂົ້າຮຽນ ໃນຄະນະຕ່າງໆ ແລະສາຂາວິຊາຕ່າງໆ ປະກົດວ່າ ມີນັກຮຽນ ທີ່ຈົບ ມ.7 ລົງສມັກ ຄະນະວິຊາອັກສອນສາດ ສາຂາວິຊາພາສາຈີນ ເປັນອັນດັບ 1 ໂດຍມີຜູ້ສມັກເຖິງ 1,520 ຄົນແລ້ວ.
ເຈົ້າໜ້າທີ່ ມະຫາວິທຍາລັຍແຫ່ງຊາຕ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ໄດ້ກ່າວໃນວັນທີ 19 ກໍຣະກະດາ ນີ້ວ່າ ສ່ວນນຶ່ງ ທີ່ມີຜູ້ສມັກ ລົງທະບຽນເພື່ອຕຣຽມເສັງ ໃນສາຂາວິຊາພາສາຈີນ ເປັນອັນດັບ 1 ນີ້ ຍ້ອນວ່າ ປັດຈຸບັນບັນ ຈີນ ເຂົ້າມາມີບົດບາດ ໃນລາວຫຼາຍຂຶ້ນ ໂດຍສະເພາະໃນດ້ານການເຮັດທຸຣະກິຈ ເປັນຈໍານວນຫຼາຍ ເຊິງຄົນລາວຫຼາຍຄົນຫວັງວ່າ ຖ້າຮຽນຈົບດ້ານພາສາຈີນ ຈະຫາວຽກເຮັດງານທໍາງ່າຍຂຶ້ນ.
ດັ່ງທ່ານກ່າວວ່າ:
“ໂຕນີ້ນີ່ ເພາະວ່າ ຈະມີນັກທຸຣະກິຈຈີນ ທີ່ມາລົງທຶນຢູ່ໃນລາວ ຂ້ອນຂ້າງຫຼາຍສົມຄວນ ໂຄງການຂອງຈີນ ເຂົ້າມາຢູ່ໃນລາວມັນມີຫຼາຍ ຄວາມຕ້ອງການ ທາງດ້ານນີ້ອັດຕຣາສູງ ກ່ຽວກັບພາສາຈີນ ໂຕນີ້ນີ່ ກໍຈະຫາວຽກງ່າຍຂຶ້ນ ຖ້າໄດ້ສາຂາ ກ່ຽວກັບສາຂາພາສາຈີນ.”
ທ່ານກ່າວຕື່ມວ່າ ບໍ່ແມ່ນແຕ່ພາສາຈີນຢ່າງດຽວ ທີ່ນັກຮຽນນັກສຶກສາ ໃຫ້ຄວາມສົນໃຈ ຍັງມີລອງລອງມາ ຍັງມີສາຂາວິຊາ ພາສາອັງກິດ ນໍາດ້ວຍ ເຊິ່ງມີຜູ້ສມັກເຖິງ 1,186 ຄົນແລ້ວ.
ສໍາລັບ ສາຂາວິຊາພາສາຈີນ ທາງມະຫາວິທຍາໄລແຫ່ງຊາຕ ຈະຮັບພຽງ 150 ຄົນ ປັດຈຸບັນຍັງເປີດໃຫ້ສມັກຢູ່ ຈົນຮອດວັນທີ 9 ສິງຫາ 2023 ຈຶ່ງຈະປິດ ແລະໃນວັນທີ 12 ສິງຫາ 2023 ຈະເປີດການສອບເສັງ ເພື່ອຄັດເລືອກ ເຊິ່ງຄາດວ່າ ຈະມີຜູ້ເຂົ້າມາສມັກ ຕຣຽມເສັງສະເພາະວິຊາພາສາຈີນ ເຖິງ 3,000 ຄົນ ເພາະປີທີ່ແລ້ວ ລວມທັງໝົດ ມີຜູ້ມາສມັກຕຣຽມເສັງພາສາຈີນ ເຖິງ 3,200 ຄົນ.
“ປະມານ 3,000 ຄົນພຸ້ນລະ. ກວ່າຈະສມັກເຂົ້າ. ເສັງເຂົ້າວິຊານີ້ ແຕ່ວ່າ ຮັບໄດ້ແຕ່ 150 ຄົນ. ເພາະວ່າ ອີງຕາມຂນາດຂອງຫ້ອງຮຽນ. ປິດຮັບສມັກ ແມ່ນວັນທີ 9 ສິງຫາ ເດືອນໜ້ານີ້.”
ສ່ວນວິຊາ ທີ່ຜູ້ເຂົ້າມາລົງທະບຽນ ສມັກຕຣຽມເສັງ ຮອງລົງມາຈາກວິຊາສາຂາ ພາສາຈີນ ແລະສາຂາວິຊາພາສາອັງກິດ ແມ່ນ ຄະນະເສຖສາດ ແລະບໍຣິຫານທຸຣະກິຈ, ສາຂາວິຊາ ບໍຣິຫານທຸຣກິຈທົ່ວໄປ, ສາຂາວິຊາການບັນຊີ, ສາຂາວິຊາການຕລາດ ສາຂາວິຊາການເງິນ ແລະການທະນາຄານ.
ຂະນະທີ່ ນັກສຶກສາ ທີ່ຮຽນໃນມະຫາວິທຍາໄລແຫ່ງຊາຕ ທ່ານນຶ່ງ ກໍໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ ສ່ວນໃຫຍ່ ທີ່ນັກສຶກສາ ທີ່ຕ້ອງການຮຽນສາຂາ ວິຊາພາສາຈີນ ຍ້ອນວ່າ ຕ້ອງການຫາວຽກເຮັດງານທໍາກັບຄົນຈີນ ທີ່ເຂົ້າມາເຮັດທຸຣະກິຈ ເປີດບໍຣິສັດໃນລາວ ເຊິ່ງຖ້າໄດ້ພາສາຈີນ ກໍຈະເປັນເຣື່ອງທີ່ງ່າຍ ແລະເຂົ້າເກນໃນການເຂົ້າເຮັດວຽກ ນໍາບໍຣິສັດຄົນຈີນ.
“ຄວາມຄິດສ່ວນຕົວນັ້ນແມ່ນ ອັນນຶ່ງກໍຄື ຢາກເຮັດວຽກກັບບໍຣິສັດຈີນ ເພາະວ່າດຽວນີ້ ບໍຣິສັດຈີນ ມັນກະມີຫຼາຍເນາະ. ແລ້ວອັນທີ 2 ກະບາງຄົນເຂົາເຈົ້າກະຮຽນພາສາອັງກິດ ກັບພາສາຈີນ ຄວບຄູ່ກັນຫັ້ນນ່າ ກໍຈະມີທາງເລືອກ. ທາງດ້ານອາຊີບທີ່ວ່າຫຼາຍກວ່າ ແລ້ວກະເງິນເດືອນ ກໍອາດໄດ້ຫຼາຍກວ່ານໍາ.”
ຂະນະດຽວກັນ ນັກສຶກສາທີ່ຮຽນ ໃນມະຫາວິທຍາໄລແຫ່ງຊາຕ ອີກທ່ານນຶ່ງ ກໍກ່າວເຊັ່ນດຽວກັນວ່າ ທີ່ຫຼາຍຄົນເລືອກຮຽນວິຊາພາສາຈີນ ຍ້ອນວ່າ ຈົບອອກມາຫາວຽກເຮັດງານທໍາ ໄດ້ງ່າຍ ເພາະສ່ວນໃຫຍ່ໃນລາວ ມີແຕ່ບໍຣິສັດ ຂອງຄົນຈີນ.
“ດຽວນີ້ ນັກທຸຣະກິຈຈີນຫຼາຍ. ກະຄິດວ່າ ອາດຫາວຽກໄດ້ງ່າຍກວ່າ. ມັນຮຽນຄວບຄູ່ສາຍເລີຍ ກະຕ້ອງໄດ້ຊອກວຽກຫັ້ນແຫຼະ. ມັນກໍບໍ່ຍາກດອກ.”
ກ່ຽວກັບເຣື່ອງດັ່ງກ່າວນີ້ ພໍ່ແມ່ຜູ້ປົກຄອງ ທ່ານນຶ່ງ ກ່າວວ່າ ສ່ວນນຶ່ງ ທີ່ສົ່ງເສີມໃຫ້ລູກຫຼານໄດ້ຮຽນພາສາຈີນ ຍ້ອນວ່າ ຈະໄດ້ຫາວຽການທໍາໄດ້ງ່າຍ ເພາະໃນລາວ ມີແຕ່ຄົນຈີນ ເຂົ້າມາລົງທຶນ ແລະອີກສ່ວນນຶ່ງ ກໍມີໂອກາດໄດ້ທຶນໄປຮຽນຕໍ່ ຢູ່ປະເທດຈີນນໍາດ້ວຍ.
“ມັນເຣື່ອງການເຮັດວຽກງານເດ້. ທຸກມື້ນີ້ນ່າ ເພາະວ່າ ຢູ່ບ້ານເຮົານີ້ ກະຄົນຈີນມາຢູ່ຫຼາຍ. ອັນນຶ່ງຄວາມຮູ້ ຕໍ່ເຣື່ອງວຽກງານເນາະ. ຈີນມາເຮັດລົງທຶນຢູ່ບ້ານເຮົາກໍຫຼາຍເດ້ ເພາະວ່າ ມີຫຼານຢູ່ວຽງ ມັນກໍຈະໄປຮຽນຈີນແລ້ວເດ້. ຈັກໜ້ອຍຈະໄປຮຽນແລ້ວນີ້ ມັນໄດ້ທຶນເດ້.”
ພ້ອມດຽວກັນນີ້ ພໍ່ແມ່ຜູ້ປົກຄອງ ອີກທ່ານນຶ່ງ ກໍກ່່າວວ່າ ປັດຈຸບັນ ຈີນ ມີບົດບາດຫຼາຍ ໃນລາວ ບໍ່ວ່າຈະເປັນເຂົ້າມາລົງທຶນ ແລະສົ່ງເສີມດ້ານພາສາ ໃຫ້ນັກສຶກສາໄປຮຽນຕໍ່ ໃນປະເທດຈີນ ແລ້ວກໍຈະໄດ້ກັບມາຕໍ່ຍອດ ມີວຽກເຮັດງານທໍາ ນໍາຄົນຈີນ.
“ສ່ວນຫຼາຍ ຢາກເອົາລູກໄປຮຽນຫັ້ນນ່າ ການຕລາດເຂົາດີກວ່າ ແມ່ນເຂົາກໍເບິ່ງວ່າ ໃນອະນາຄົດຕໍ່ໜ້າ ວ່າ ການເອົາລູກໄປຮຽນຫັ້ນນ່າ. ຄັນເຮົາບໍ່ໄດ້ພາສາໂຕນີ້ ເຂົາກະບໍ່ເອົາ ສ່ວນຫຼາຍມັນກໍເປັນລະບົບຕໍ່ເນື່ອງ ຂອງເຂົາຫັ້ນແຫຼະ. ໄປຮຽນ ແມ່ນທຶນເຂົາໃຫ້ໄປຮຽນຢູ່ພຸ້ນ ກໍຈະຕໍ່າແດ່.”
ຢ່າງໃດກໍຕາມ ຄະນະວິຊາ ໃນມະຫາວິທຍາໄລແຫ່ງຊາຕ ທີ່ນັກຮຽນ ມ.7 ສົນໃຈໜ້ອຍທີ່ສຸດ ແມ່ນຄະນະ ວິຊາເສຖສາດ ແລະບໍຣິຫານທຸຣະກິຈ ສາຂາວິຊາ ກວດສອບ ຮອງລົງມາ ແມ່ນ ຄະນະວິຊາ ວິທຍາສາດທັມມະຊາຕ ສາຂາການພັທນາເວັບໄຊຕ໌, ຄະນະສະຖາປັດຕະຍະກັມ ສາຂາອອກແບບຕົກແຕ່ງ, ຄະນະເສຖສາດ ແລະບໍຣິຫານທຸຣະກິຈ ສາຂາພາສີ ແລະອາກອນ.
ນອກຈາກນີ້ ຜູ້ປະກອບການດ້ານການສຶກສາຂອງຈີນ ກໍໄດ້ຕັ້ງສູນພາສາຈີນ ແລະສະຖາບັນການສຶກສາຈີນ ໃນປະເທດລາວ ນັບມື້ເພີ່ມຂຶ້ນ ເປັນຕົ້ນ ການສ້າງຕັ້ງສະຖາບັນຂົງຈື້ ໃນມະຫາວິທຍາໄລແຫ່ງ ທີ່ເປັນສະຖາບັນໃນການສອນພາສາຈີນ ແລະເຜີຍແຜ່ວັທນະທັມຈີນ ມາເປັນເວລາ 17 ປີ.
ທັງນີ້ ຍັງມີສາຂາ ມະຫາວິທຍາໄລຊູໂຈ ປະຈໍາປະເທດລາວ ເຊິ່ງໃນນີ້ ມີນັກຮຽນຫຼາຍພັນຄົນ ທີ່ຮຽນພາສາຈີນ ລະບົບບໍາຣຸງໄລຍະສັ້ນ ແລະໄລຍະຍາວ ເພື່ອສອບທຽບລະດັບ HSK ແລະຮຽນວິຊາອື່ນໆນໍາດ້ວຍ ໃນຫຼັກສູດປະຣິນຍາຕຣີ ມາແລ້ວ ຕັ້ງແຕ່ປີ 2018 ແລະຍັງມີວິທຍາໄລ ຮັງທ່າວ ສອນພາສາຈີນ ຢູ່ແຂວງໄຊຍະບູຣີ ນໍາດ້ວຍ.
ຫຼ້າສຸດ ມີນັກລົງທນຈີນ ເຂົ້າມາສ້າງຕັ້ງໂຮງຮຽນນາໆຊາຕ ກຸ້ຍຖິງ ທີ່ບ້ານຊໍາເກດ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຖືວ່າ ເປັນໂຮງຮຽນນາໆຊາຕ ແຫ່ງທໍາອິດ ໃນປະເທດລາວ ທີ່ຖືວ່າ ເອົາພາສາຈີນເປັນຫຼັກ ໂດຍຈະຮັບນັກຮຽນແຕ່ຊັ້ນອະນຸບານ ໄປຈົນຮອດຊັ້ນມັທຍົມ ເຊິ່ງໄດ້ມີພິທີເປີດໂຮງຮຽນ ຢ່າງເປັນທາງການ ໃນວັນ 9 ສິງຫາ ປີ 2022.
ທັງໝົດນີ້ ກໍແມ່ນຂໍ້ມູນທົ່ວໄປ ທີ່ຊາວລາວສ່ວນຫຼາຍຕ່າງຮູ້ດີ ກ່ຽວກັບອິດທິພົນພາສາຈີນ ທີ່ເຂົ້າມາມີບົດບາດ ໃນລາວຫຼາຍຂຶ້ນ ໂດຍຄຽງຄູ່ກັນໄປກັບອິດທິພົນ ດ້ານເສຖກິຈ ຂອງຈີນໃນລາວ ທີ່ເຂົ້າມາລົງທຶນຕໍ່ເນື່ອງ.