ລາວ ໃຫ້ບໍລິສັດ ສໍາປະທານ ສ້າງຫໍພັກນັກສຶກສາ ຢູ່ມະຫາວິທະຍາໄລແຫ່ງຊາດ

ຈຳປາທອງ/ເພັດສະຫຍາມ
2025.02.27
ລາວ ໃຫ້ບໍລິສັດ ສໍາປະທານ ສ້າງຫໍພັກນັກສຶກສາ ຢູ່ມະຫາວິທະຍາໄລແຫ່ງຊາດ ຮູບພາບປະກອບ: ມະຫາວິທະຍາໄລແຫ່ງຊາດ ທີ່ບ້ານດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ເດືອນກັນຍາ ປີ 2022.
ເພຈ FB National University of Laos ມະຫາວິທະຍາໄລແຫ່ງຊາດ

ຊາວລາວ ເຫັນວ່າ ການທີ່ລັດຖະບານລາວ ໃຫ້ບໍລິສັດຫຼັກໄຊລົງທຶນ ຈໍາກັດຜູ້ດຽວ ຂອງເອກກະຊົນ ເຊົ່າດິນເພື່ອຈະສ້າງຫໍພັກ ຢູ່ໃນມະຫາວິທະຍາໄລແຫ່ງຊາດ ຢູ່ເຂດບ້ານດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແມ່ນຍ້ອນວ່າ ບໍ່ມີງົບປະມານ ຈະປັບປຸງຫໍພັກ ໃຫ້ດີຂຶ້ນ ຈຶ່ງໃຫ້ເອກກະຊົນ ເຂົ້າລົງທຶນ.

ແຕ່ເມື່ອເອກກະຊົນເຊົ່າດິນແລ້ວ ເຂົາເຈົ້າກໍມີສິດ ໃນເລື່ອງການຄິດຄ່າເຊົ່າຫໍພັກເອງ. ເຊື່ອວ່າ ລະຄາຫໍພັກ ຈະຕ້ອງແພງແນ່ນອນ ເພາະພາກລັດໄດ້ເກັບຄ່າເຊົ່າ 12,319 ໂດລ້າ ສະຫະລັດ ຕໍ່ປີ ແລະ ຄ່າເຊົ່າຈະເພີ່ມຂຶ້ນ 5% ທຸກ 5 ປີ. ຄາດວ່າ ກໍຄົງຈະມີແຕ່ຄົນມີເງິນ ເຂົ້າໄປພັກ, ດັ່ງຊາວລາວ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 20 ກຸມພານີ້ ວ່າ:

​”ອາດຈະແມ່ນເງື່ອນໄຂ ວ່າ ງົບປະມານ ບໍ່ພຽງພໍບໍ ເບື້ອງເລິກ ເບື້ອງຫຼັງ ນັ້ນ ມີແຕ່ເພິ່ນປະໄວ້ ກໍໃຊ້ການບໍ່ໄດ້ ກໍຕ້ອງຫັນໄປສ້າງລາຍຮັບ ໂຕນີ້ ຕ້ອງມີສ່ວນແບ່ງ ເຂົ້າທາງມະຫາໄລແດ່ ເຂົ້າທາງລັດແດ່ນໍ. ເພິ່ນມາລົງທຶນໃສ່ອັນນີ້ ເພິ່ນອາດຈະມີເປົ້າໝາຍ ແປລູບອັນໃດອັນໜຶ່ງ. ຄັນວ່າເອກກະຊົນແຮງແພງ ຊິຢູ່ຍາກ ຄົນທີ່ລາຍຮັບຕໍ່າ ຈະໄປເຊົ່າຫໍພັກນັ້ນ ຄັນວ່າລາຄາສູງນໍ, ລູກຫຼານຄົນລວຍແລ້ວມາພັກ.”

ທ່ານກ່າວຕື່ມວ່າ ຄິດວ່າບໍລິສັດດັ່ງກ່າວນີ້ ໜ້າຈະເປັນຂອງຄົນຈີນຢູ່ເບື້ອງຫຼັງ ຫຼື ບໍ່ ເພາະສ່ວນໃຫຍ່ແລ້ວ ຄົນຈີນ ມັກເອົາຄົນລາວເປັນໂຕແທນ ໃຊ້ຊື່ເຮັດໃນທາງທຸລະກິດຕ່າງໆ ໃຫ້.

“ອັນນີ້ ຄັນວ່າເອກກະຊົນມາເຮັດ ກໍຕ້ອງມີກໍາໄລແຫຼະ ເຂົາຈັ່ງມາລົງທຶນ. ທຶນຂອງຄົນລາວນີ້ ກໍຍາກຢູ່. ສ່ວນຫຼາຍ ຄັນວ່າຫຸ້ນສ່ວນບໍ ທຸລະກິດສໍ່າໃດສໍ່າໜຶ່ງ ເຂົາກໍໃຫ້ລາວແຫຼະ ເປັນນໍມິນີໃຫ້ ຄັນວ່າຜູ້ໃຫຍ່ໆ.”


ຂ່າວ ກ່ຽວກັນ

ຈໍານວນນັກສຶກສາ ສະໝັກເຂົ້າຮຽນຕໍ່ ມະຫາໄລ ໜ້ອຍລົງ

ຜູ້ສົນໃຈ ສອບເສັງເຂົ້າຮຽນຕໍ່ ມະຫາວິທະຍາໄລແຫ່ງຊາດ ຫຼຸດລົງຫຼາຍ

ຈຳນວນ ນັກສຶກສາ ຂອງມະຫາວິທະຍາໄລ ແຫ່ງຊາດລາວ ຫຼຸດລົງ


ຂະນະທີ່ຊາວລາວ ທ່ານໜຶ່ງ ກໍກ່າວວ່າ ເມື່ອບໍລິສັດເອກກະຊົນ ເຂົ້າມາສໍາປະທານດິນ ຢູ່ມະຫາວິທຍາໄລແຫ່ງຊາດ ເພື່ອເຮັດຫໍພັກ ໃຫ້ນັກສຶກສານີ້, ເຊື່ອວ່າລາຄາຕ້ອງແພງແນ່ນອນ.

“ທີ່ເຂົາສ້າງຫັ້ນນ່າ ຈະແພງ ພໍແພງແລ້ວ ກໍສະດວກ ສະບາຍກໍໄຄ.” 

ຂະນະທີ່ນັກທຸລະກິດ ທ່ານໜຶ່ງ ທີ່ຂໍສະຫງວນຊື່ ແລະສຽງ ກ່າວວ່າ ການທີ່ເອກກະຊົນ ເຂົ້າມາເຊົ່າດິນຂອງລັດ ຢູ່ມະຫາວິທະຍາໄລແຫ່ງຊາດ ແນວນີ້ ກໍຕ້ອງໄດ້ກໍາໄລແນ່ນອນ ເພາະດິນລັດລາຄາຖືກ ເຂົາເຈົ້າ ຈະຄິດຄ່າເຊົ່າຫໍພັກແພງກໍໄດ້.

ບໍລິສັດ ແມ່ນຂອງໃຜແທ້?

ດ້ານເຈົ້າໜ້າທີ່ ໃນມະຫາວິທະຍາໄລແຫ່ງຊາດ ທ່ານໜຶ່ງ ທີ່ຂໍສະຫງວນຊື່ ແລະຕໍາແໜ່ງ ກ່າວວ່າ ບໍລິສັດຫຼັກໄຊລົງທຶນ ຈໍາກັດຜູ້ດຽວ ເປັນຂອງຄົນລາວ ບໍ່ແມ່ນຂອງຄົນຈີນ. ທ່ານຊາບວ່າ ເບື້ອງຕົ້ນວ່າ ເປັນການພັດທະນາຫໍພັກໃຫ້ດີຂຶ້ນ ທັນສະໄໝຂຶ້ນ ເພາະຫໍພັກພາຍໃນ ບໍ່ໄດ້ມີນັກສຶກສາພັກແລ້ວ ຍ້ອນວ່າ ເກົ່າ ຊຸດໂຊມ ຍ້ອນບໍ່ມີງົບປະມານພັດທະນາ.

“ເປັນການພັດທະນາ ໄທເຮົາບໍ່ມີກະໄດ້ ໃຫ້ທາງບໍລິສັດ ເຂົາເຂົ້າມາຊົມໃຊ້ ເພື່ອພັດທະນາເປັນຫໍພັກ ກໍເສຍພັນທະໃຫ້ລັດຖະບານ. ຄົນລາວ ບໍ່ແມ່ນຄົນຈີນ ກໍໄດ້ຍິນຄ້າວໆ  ຕາມແຜນເຂົາ ກໍຊິແມ່ນຈະເຮັດຫໍພັກໃຫ້ນັກສຶກສາ ແບບຫຼາຍຮູບແບບ, ໂຕຢ່າງ ກໍຄືນັກສຶກສາຕ່າງປະເທດ ບ້ານເຮົາ ກໍຍັງບໍ່ທັນເຂົ້າເຖິງການພັດທະນາ ບໍ່ມີຄວາມປອດໄພ. ຖືວ່າມີຫໍພັກ ກໍຫໍພັກເກົ່າແກ່ແລ້ວ ຫໍພັກເຮົາ ບໍ່ໄດ້ຄຸນນະພາບ.”

ຢ່າງໃດກໍຕາມ ໄດ້ມີການລົງນາມ ເຊັນສັນຍາ ໃນອາທິດທີ່ຜ່ານມານີ້ ໂດຍອີງຕາມຂໍ້ຕົກລົງ ສະບັບເລກທີ 0120/ກງ ລົງວັນທີ 21 ມັງກອນ 2025. ລັດຖະມົນຕີກະຊວງການເງິນ ຕົກລົງ ໃຫ້ກົມຄຸ້ມຄອງຊັບສິນແຫ່ງລັດ ລົງນາມ ເຊັນສັນຍາເຊົ່າທີ່ດິນຂອງລັດ, ຮ່ວມກັບບໍລິສັດຫຼັກໄຊລົງທຶນ ຈໍາກັດຜູ້ດຽວ ເພື່ອພັດທະນາໂຄງການກໍ່ສ້າງ ຫໍພັກນັກສຶກສາ ຢູ່ມະຫາວິທະຍາໄລແຫ່ງຊາດ ໃນເນື້ອທີ່ ປະມານ 53 ຕາແມັດ ມູນຄ່າເຊົ່າສັນຍາ ຈໍານວນ 12,319 ໂດລ້າ ສະຫະລັດ ຕໍ່ປີ ມີອາຍຸສັນຍາ 50 ປີ, ສາມາດຕໍ່ໃນກອບສັນຍາເດີມ. ຄ່າເຊົ່າເພີ່ມຂຶ້ນ 5% ທຸກ 5 ປີ ໂດຍໃຫ້ເກັບຄ່າເຊົ່າ ນັບແຕ່ປີ 2030 ເປັນຕົ້ນໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.