ຈໍານວນນັກສຶກສາ ສະໝັກເຂົ້າຮຽນຕໍ່ ມະຫາໄລ ໜ້ອຍລົງ

ອຸ່ນແກ້ວ
2024.09.11
ຈໍານວນນັກສຶກສາ ສະໝັກເຂົ້າຮຽນຕໍ່ ມະຫາໄລ ໜ້ອຍລົງ ກຸ່ມນັກຮຽນ ທີມີຄວາມສົນໃຈ ເຂົ້າສຶກສາຮຽນຕໍ່ ລະດັບມະຫາວິທະຍາໄລ.
RFA

ມະຫາວິທະຍາໄລ 4 ແຫ່ງຂອງລາວ ມີນັກສຶກສາສະໝັກເຂົ້າຮຽນຫຼຸດລົງເລື້ອຍໆ ຍ້ອນບັນຫາເສດຖະກິດ-ການເງິນ ພາຍໃນປະເທດ ແລະ ການເຄື່ອນຍ້າຍແຮງງານໄປຕ່າງປະເທດ.

ສົກຮຽນ 2024-2025, ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລສຸພານຸວົງ, ມະຫາວິທະຍາໄລສະຫວັນນະເຂດ, ແລະ ມະຫາວິທະຍາໄລຈໍາປາສັກ ເປີດຮັບສະໝັກເອົານັກສຶກສາເຂົ້າຮຽນທັງໝົດປະມານ 6,500 ຄົນ, ແຕ່ ວ່າ ມີຜູ້ມາລົງທະບຽນຮຽນປະມານ 5,400 ຄົນ ອີງຕາມຂໍ້ມູນຈາກທາງການລາວ.

ສ່ວນວ່າ ສົກຮຽນປີ 2023-2024 ທັງ 4 ມະຫາວິທະຍາໄລ ດັ່ງກ່າວ ເປີດຮັບສະໜັກເອົານັກສຶກສາເຂົ້າຮຽນຈໍານວນປະມານ 11,000​ ຄົນ ແຕ່ ມີນັກສຶກສາ ສະໝັກເຂົ້າຮຽນປະມານ 8,000​ ຄົນ.  

ຈໍານວນຜູ້ສະໝັກຫຼຸດລົງ ຈຶ່ງເຮັດໃຫ້ມະຫາວິທະຍາໄລບາງແຫ່ງ ຈໍາເປັນຕ້ອງໄດ້ຂະຫຍາຍໄລເວລາໃນການເປີດຮັບສະໜັກເອົານັກຮຽນ ຮອບ 2 ເພີ່ມເຕີມ.

ເຈົ້າໜ້າທີ່ ຜູ້ທີ່ເຮັດວຽກກ່ຽວກັບການຮັບສະໝັກນັກສຶກສາ ມະຫາວິທະຍາໄລ ສຸພານຸວົງ ແຂວງຫລວງພະບາງ ນາງ ນຶ່ງໄດ້ກ່າວ ຕໍ່ເອເຊັຽເສຣີ ໃນວັນທີ 11 ກັນຍາ ວ່າ:

ໂອ້ ໂດຍໆ ຫຼຸດລົງ ແຕ່ວ່າຫຼາຍທີ່ສຸດ ທີ່ບໍ່ເຄີຍຫຼຸດ ກໍມີແຕ່ພາສາຈີນ ນີ້ແຫຼະ ແຕ່ອັນນັກຮຽນຫຼຸດລົງ ກໍຫຼາຍປີ ເພາະວ່າ ເສດຖະກິດ ເຈົ້າເລື່ອງເສດຖະກິດນີ້ແຫຼະບາງທີ່ພໍ່ແມ່ ກໍບໍ່ໄດ້ສໍາສົ່ງບໍ່ມີເງິນນໍາສົ່ງກໍ້ ແຕ່ລະປີ ກໍ 3,000–4,000 ຄົນ ແຕ່ດຽວນີ້ ໂດຍ ກໍຫຼຸດລົງເປັນ 1,000 ຄົນ.

ນາງ ກ່າວຕື່ມວ່າ ໃນຮອບ 3-4 ປີມານີ້ ສາຂາວິຊາໃນຄະນະຕ່າງ ແມ່ນມີຈໍານວນຜູ້ສະໝັກຫຼຸດລົງເລື່ອຍໆ ສໍາລັບມະຫາວິທະຍາໄລສຸພານຸວົງ ສາຂາທີ່ມີຈໍານວນຜູ້ສະໝັກຮຽນຫຼຸດລົງຫຼາຍກ່ອນໝູ່ ແມ່ນສາຍວິຊາຊີບຄູ. ​

ສ່ວນວ່າ ມະຫາວິທະຍະໄລ ສະຫວັນນະເຂດ ກໍຢູ່ລະຫວ່າງ ການເປີດຮັບສະໝັກ ນັກສຶກສາເພີ່ມ ເປັນໄລຍະທີ 2 ຄື ກັນ ຍ້ອນໃນເດືອນສິງຫາທີ່ຜ່ານມາ ມີຜູ້ສົນໃຈສະໝັກເຂົ້າຮຽນ ປະມານ 300 ຄົນ ເທົ່ານັ້ນ ຂະນະທີ່ ມະຫາວິທະຍາໄລ ມີແຜນທີ່ຈະຮັບສະໝັກເອົາເຂົ້າຮຽນປະມານ 1,500 ຄົນ ທັງໃນພື້ນທີ່ 3 ແຂວງ  ທີ່ມະຫາວິທະຍາໄລ ທີ່ຮັບຜິດຊອບ ຄື ແຂວງ ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ.

ສາເຫດນຶ່ງ ກໍຄື ນັກຮຽນທີ່ຈົບ ມ.7 ຈໍານວນ ຕ້ອງການອອກເດີນທາງໄປເຮັດວຽກຢູ່ໄທ.

ເຈົ້າໜ້າທີ່ ຜູ້ທີ່ເຮັດວຽກກ່ຽວກັບການຮັບສະໝັກນັກສຶກສາ ມະຫາວິທະຍາໄລ ສະຫວັນນະເຂດ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 11​ ກັນຍາ ວ່າ:  

ເຂົາອ້າງວ່າ ເສັຍເວລາເນາະ ແມ່ນໄປເຮັດວຽກຢູ່ໄທ ສ່ວນຫຼາຍແມ່ນແນວນັ້ນ ຫຼາຍຫັ້ນນ່າ ຄື ຢູ່ບ້ານນອກນີ້ ກໍຄື ນັກຮຽນ ປະຖົມນີ້ ກໍຍາກ ຄື ຮູ້ສອກວ່າ ຫຼຸດລົງຫຼາຍຫັ້ນນ່າ ມັດທະຍະຍົມຫັ້ນ ມີທຸກມະຫາວິທະຍາໄລ ມີຜົນກະທົບໝົດ ຕອນຮອບທໍາອິດ ນີ້ 300 ປາຍ ຄົນ ຜ່ານມາເຄີຍ 1,000 ປາຍ ຄົນ.

ນາງ ກ່າວຕືື່ມວ່າ ປັດຈຸບັນ ທົ່ວມະຫາວິທະຍາໄລ ສະຫວັນນະເຂດ ແມ່ນມີນັກສຶກສາທັງໝົດປະມານ 1,000 ຄົນ ໃນນີ້ ແມ່ນມີນັກຮຽນຈໍານວນຫຼາຍ ແມ່ນບໍ່ທັນ ໄດ້ມີເງິນທຶນໃນການຮຽນ ເຮັດໃຫ້ພວກຂະເຈົ້າຈໍາເປັນຕ້ອງຜ່ອນຈ່າຍຄ່າຮຽນ ຫຼື ແບ່ງຈ່າຍເງິນໃຫ້ແກ່ມະຫາວິທະຍາໄລ ໃນບາງໝວດທີ່ຈໍາເປັນກ່ອນ.

ນາງ ກ່າວຕື່ມວ່າ ສໍາລັບມະຫານວິທະຍາໄລ ສະຫວັນນະເຂດ ສາຂາວິຊາທີ່ກ່ຽວຂ້ອງກັບໄອທີ, ການເງິນການບັນຊີ ແລະ ພາກວິຊາພາສາອັງກິດ ແມ່ນມີຈໍານວນຜູ້ສະໝັກ ເຂົ້າຮຽນຫຼາຍກ່ອນສາຂາວິຊາອື່ນ ແລະ ເຖິງວ່າ ວິຊາພາສາຈີນ ຈະໄດ້ຮັບຄວາມຍິຍົມ ແຕ່ທາງມະຫາວິທະຍາໄລ ຍັງບໍ່ທັນມີແຜນເປີດການຮຽນ ການສອນວິຊາພາສາຈີນ ເທື່ອ.

ສ່ວນມະຫາວິທະຍາໄລ ຈໍາປາສັກ ມີຈໍານວນຜູ້ສະໝັກເຂົ້າຮຽນ ພໍໆ ກັບປີກ່ອນໜ້າ ແຕ່ກໍຖືວ່າ ເປັນວ່າເປັນຈໍານວນທີ່ຫຼຸດລົງ ຍ້ອນຈໍານວນນັກຮຽນໃນລະດັບປະຖົມ ແລະ ມັດທະຍົມສຶກສາ ຢູ່ພາຍໃນແຂວງຈໍາປາສັກ ແລະ ແຂວງອ້ອມຂ້າງ ແມ່ນຫຼຸດລົງເລື້ອຍໆ ສົ່ງຜົນໃຫ້ຈໍານວນຜູ້ສະໝັກເຂົ້າຮຽນໃນລະດັບຊັ້ນປະລິນຍາຕີຫຼຸດລົງນໍາ.

ເຈົ້າໜ້າທີ່ໃຫ້ຄໍາປຶກສາກ່ຽວກັບການຮຽນຕໍ່ ຢູ່ມະຫາວິທະຍາໄລ ຈໍາປາສັກ ໄດ້ກ່າວວ່າ:  

ກໍຖືວ່າ ຊໍ່າກັນເລີຍ ບໍ່ຫຼຸດລົງຫຼາຍ ກໍບໍ່ຫຼາຍດອກ ແຕ່ວ່າ ທຽບໃສ່ປີກາຍ ກໍວ່າ ຊໍ່າເກົ່າ ຈັກສິເວົ້າແລ້ວ ກໍແມ່ນໜ້ອຍຫັ້ນແຫຼະເນາະ ສະພາບໂດຍລວມແລ້ວ ທີ່ວ່າ ກໍນ່າຈະ ເສດຖະກິດນີ້ແຫຼະ ເສດຖະກິດຄອບຄົວ ແລ້ວກໍການເຄື່ອນຍ້າຍແຮງງານໄປຕ່າງປະເທດ.

ນອກຈາກນີ້, ເຈົ້າໜ້າທີ່ຫ້ອງການສຶກສາ ມະຫາວິທະຍາໄລແຫ່ງຊາດ ຢູ່ນະຄອນຫລວງວຽງຈັນ ໄດ້ກ່າວວ່າ:

ເອີ ຖ້າແມ່ນໄປສາຍສັງຄົມນີ້ ກໍແມ່ນພາສາຈີນ ພາສາອັງກິດ ເຮົາຈະຮັບໜ້ອຍຫຼາຍຊໍ່າໃດຫັ້ນນ່າ ສະນັ້ນ ມັນຈຶ່ງບໍ່ທັນສົມທຽບໄດ້ເທື່ອ ເພາະວ່າ ມັນຈະມີຈໍານວນນັກສຶກສາທີ່ເຂົ້າມາເສັງ ເພິ່ນຮັບນີ້ ຮັບ 6,000 ຄົນ ປາຍຄືເກົ່ານີ້ແຫຼະ ຈໍານວນນີ້ມັນເທົ່າກັນ ແຕ່ວ່າ ປະລິມານຄົນມາສະໜັກຫັ້ນ ຈະຫຼຸດລົງເນາະເຈົ້າ.

ປະເທດລາວ ປະສົບບັນຫາ ທາງດ້ານເສດຖະກິດ ບໍ່ວ່າ ຈະເປັນສະພາບເງິນເຟີ້ ເງິນກີບອ່ອນຄ່າ ລາຄາສິນຄ້າແພງ ເຮັດໃຫ້ນັກຮຽນທີ່ຈົບມັດທະຍົມ ບໍ່ເລືອກທີ່ຈະຮຽນຕໍ່ ແຕ່ຕັດສິນໃນໄປເຮັດວຽກ ແລະ ຈໍານວນນຶ່ງ ກໍເປັນເຮັດວຽກຢູ່ປະເທດໄທ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.