ຈຳນວນ ນັກສຶກສາ ຂອງມະຫາວິທະຍາໄລ ແຫ່ງຊາດລາວ ຫຼຸດລົງ
2024.05.30

ໃນສົກການສຶກສາປີ 2023-2024 ນີ້, ຈຳນວນນັກສຶກສາ ໃນຫຼາຍສາຂາວິຊາ ຂອງມະຫາວິທະຍາໄລແຫ່ງຊາດ ຫຼຸດລົງຫຼາຍ, ບາງສາຂາວິຊາ ຫຼຸດລົງຫຼາຍກວ່າເຄິ່ງໜຶ່ງ. ຫໍພັກນັກສຶກສາ ຢູ່ໃນມະຫາ ວິທະຍາໄລ ແຫ່ງຊາດ ຫຼັງໜຶ່ງ ຖືກປ່ອຍຮ້າງ ບໍ່ມີນັກສຶກສາ ເຂົ້າໄປພັກເຊົາ. ສາເຫດສຳຄັນ ແມ່ນຍ້ອນບັນຫາເສດຖະກິດຝືດເຄືອງ ແລະເມື່ອຮຽນຈົບໄປແລ້ວ ກໍບໍ່ເຫັນໂອກາດ ທີ່ຈະຫາວຽກເຮັດງານທຳໄດ້.
ກ່ຽວກັບເລື່ອງທີ່ວ່ານີ້, ນັກສຶກສາ ຢູ່ມະຫາວິທະຍາໄລ ແຫ່ງຊາດ ຜູ້ໜຶ່ງ ຊຶ່ງບໍ່ປະສົງອອກຊື່ ແລະສາຂາວິຊາຮຽນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 30 ພຶດສະພານີ້ວ່າ ສຳລັບນັກສຶກສາ ລະດັບປະລິນຍາຕີ ໃນພາກວິຊາທີ່ຕົນຮຽນຢູ່ ແມ່ນຫຼຸດລົງຫຼາຍ.
ນັກສຶກສາຜູ້ນີ້ເວົ້າຕື່ມວ່າ ສາເຫດໜຶ່ງ ທີ່ເຮັດໃຫ້ນັກສຶກສາ ບໍ່ສຶກສາຕໍ່ໃຫ້ຈົບນັ້ນ ກໍຍ້ອນພວກເຂົາເຈົ້າ ບໍ່ໝັ້ນໃຈວ່າ ເມື່ອຮຽນຈົບແລ້ວ ຈະສາມາດໄປຊອກຫາວຽກເຮັດ ທີ່ໄດ້ຄ່າຕອບແທນດີ ແລະມີຄວາມໝັ້ນຄົງ ໄດ້ ຫຼືບໍ່ ດັ່ງນັ້ນ ຈຶ່ງຕັດສິນໃຈອອກໂຮງຮຽນ ໄປຊອກຫາເຮັດວຽກ ຊຶ່ງອາດຈະມີລາຍໄດ້ບໍ່ແຕກຕ່າງກັນ ກັບທີ່ຮຽນຈົບໄປ ຈະຮູ້ໄດ້ຈາກຈໍານວນ ນັກສຶກສາປີທີ 1 ເຂົ້າໃໝ່ ທີ່ມີບໍ່ເຖິງ 10 ຄົນ ຊຶ່ງທີ່ຜ່ານມາ, ນັກສຶກສາເຂົ້າມາໃໝ່ໃນແຕ່ລະປີ ຈະມີຢູ່ປະ ມານ 20-30 ຄົນ.
“ແມ່ນໆ, ໂດຍສະເພາະພາກເຮົາ ປີ 1 ຄືບໍ່ຮອດ 10 (ຄົນ). ແມ່ນ, ຮູ້ສຶກວ່າ (ປີກ່ອນ) ຈະຫຼາຍກວ່ານີ້. ບໍ່ຮອດ, (ປີ 2) 20 ປາຍ (ຄົນ) ບໍ່ຮອດ 30 (ຄົນ). ແມ່ນ, (ປີນີ້) ຕຳກວ່າ 10 (ຄົນ). ຍ້ອນເສດຖະກິດແນ່. ຊິວ່າຈັງໃດ ຮຽນໄປກະບໍ່ຮູ້ວ່າຈະໄດ້ອາຊີບ ທີ່ໝັ້ນຄົງບໍ່ ຈະໄດ້ອັ່ນນັ້ນ ຈົບໄປລະຈະຫາເງິນໄດ້ ຊ່ຳອອກໄປຊອກວຽກເຮັດຕອນນີ້ເລີຍບໍ່ຫັ້ນນ່າ.”
ນັກສຶກສາຜູ້ນີ້ ເວົ້າຕຶ່ມວ່າ ສຳລັບສາເຫດ ທີ່ເຮັດໃຫ້ຕົນ ຍັງສືບຕໍ່ຮຽນ ໃນລະ ດັບປະລິນຍາຕີນັ້ນ ກໍຍ້ອນວ່າ ຕົນຍັງມີໂອກາດຫຼາຍກວ່າໝູ່ແດ່ ເພາະພໍ່ແມ່ຍັງ ສາມາດໃຫ້ຄ່າໃຊ້ຈ່າຍໃນການສຶກສາຢູ່ ແລະຕົນກໍມີຄວາມຝັນ ຢາກຈະໄປຮຽນຕໍ່ຢູ່ຕ່າງປະເທດ ເພື່ອເອົາຄວາມຮູ້ ມາພັດທະນາປະເທດຊາດບ້ານເມືອງ ແລະ ຊ່ວຍເຫຼືອປະຊາຊົນລາວ ທີ່ພວມຕົກທຸກໄດ້ຍາກ ຢູ່ໃນປັດຈຸບັນນີ້.
ແລະອີງຕາມຄຳເວົ້າ ຂອງຄົນງານລາວຜູ້ໜຶ່ງ ຢູ່ປະເທດໄທ ຕໍ່ວິທຍຸເອເຊັຽເສຣີ ໃນເດືອນເມສາ ທີ່ຜ່ານມານີ້ວ່າ ຕົນຍັງບໍ່ທັນເຫັນປະໂຫຍດ ຈາກການສຶກສາຕໍ່ ໃນລະດັບສູງ ຍ້ອນຮຽນຈົບມາແລ້ວ ກໍບໍ່ມີວຽກເຮັດ ທີ່ດີຮອງຮັບ ແລະຄອບຄົວຂອງຕົນ ກໍພວມປະສົບກັບບັນຫາຫຍຸ້ງຍາກທາງດ້ານການເງິນ ຍ້ອນເສດຖະກິດຝືດເຄືອງ. ດັ່ງນັ້ນ ເມື່ອຕົນຮຽນຈົບຊັ້ນມັດທະຍົມ ປີທີ 7 ແລ້ວ ຈຶ່ງຕັດສິນໃຈ ມາຊອກຫາວຽກເຮັດ ຢູ່ປະເທດໄທ ໃນທັນທີ.
ກ່ຽວກັບບັນຫານີ້ ເຈົ້າໜ້າທີ່ ຢູ່ມະຫາວິທະຍາໄລແຫ່ງຊາດ ນາງໜຶ່ງ ຊຶ່ງບໍ່ປະສົງອອກຊື່ ແລະຕຳແໜ່ງ ເວົ້າວ່າ ໃນສົກຮຽນປີ 2023-2024 ຈຳນວນນັກສຶກສາ ຢູ່ມະຫາວິທະຍາໄລແຫ່ງຊາດ ຫຼຸດລົງແທ້ ໂດຍສະເພາະແມ່ນຢູ່ຄະນະສຶກສາສາດ ທີ່ຮຽນເຝິກແອບຄູ ຊຶ່ງປັດຈຸບັນ ມີນັກສຶກສາຢູ່ປະມານ 300 ປາຍຄົນ.
“ໂອ້! ຖ້າວ່າທຽບວ່າ ທຽບກັບປີທີ່ຜ່ານໆ ມາ ກະຈຳນວນກະຈະຫຼຸດລົງຢູ່ ແຕ່ນັກ ຮຽນຂອງຄະນະສຶກສາສາດຕອນນີ້ມີປະມານ 300 ກວ່າຄົນເຈົ້າ.”
ແຕ່ນາງບໍ່ໄດ້ອະທິບາຍເຖິງສາເຫດ ເປັນຫຍັງ ຈຳນວນນັກສຶກສາ ຂອງຄະນະສຶກສາສາດນັ້ນ ຈຶ່ງຫຼຸດລົງ. ໃນຂະນະທີ່ ປະຊາຊົນຜູ້ໜຶ່ງ ທີ່ຮູ້ເລື່ອງນີ້ເວົ້າວ່າ ທີ່ຜ່ານມາ, ບັນດານັກສຶກສາຄູ ທີ່ຮຽນຈົບອອກມາ ກໍປະສົບບັນຫາ ບໍ່ຖືກບັນຈຸ ເຂົ້າເປັນລັດຖະກອນ ຍ້ອນບໍ່ມີເສັ້ນສາຍ ບໍ່ແມ່ນລູກເຈົ້າຫຼານນາຍ. ພວກເຂົາ ເຈົ້າ ຕ້ອງໄດ້ເຮັດວຽກເປັນຄູອາສາ ໂດຍບໍ່ມີເງິນເດືອນ ເປັນເວລາຫຼາຍປີ. ສຸດທ້າຍ ຫຼາຍຄົນກໍຕັດສິນໃຈລາອອກ ແລ້ວໄປເຮັດວຽກ ຢູ່ປະເທດໄທ ຫຼື ອອກໄປຂາຍເຄື່ອງທາງອອນລາຍ. ຍ້ອນເຫດນັ້ນ ຈຶ່ງເຮັດໃຫ້ຈຳນວນນັກສຶກສາຄູ ມີແນວໂນ້ມຫຼຸດໜ້ອຍລົງ ແລະນັກສຶກສາຈໍານວນບໍ່ໜ້ອຍ ຮຽນຈົບແລ້ວ ກໍຈໍາເປັນຕ້ອງໄດ້ມາເຮັດວຽກຢູ່ບ້ານ ເສຍແຮງທີ່ຜູ້ເປັນພໍ່ແມ່ ເກັບອອມຫອມຮິບ ເອົາເງິນໃຫ້ລູກຮຽນ.
ດັ່ງທີ່ທ່ານກ່າວວ່າ:
“ຟ້າວເກັບຫອມລອບລິບ ເອົາເງິນໄວ້ໃຫ້ລູກກັນ ເພື່ອຢາກໃຫ້ລູກເຂົ້າມາຮຽນມະຫາໄລດັງໆ ຢູ່ໃນປະເທດ. ບາງຄົນຂາຍໄຮ່ຂາຍນາຂາຍຄວາຍ ເອົາເງິນສົ່ງລູກຮຽນໝົດແລ້ວນ່າ ຮຽນຈົບ ລູກກະບໍ່ໄດ້ເຮັດວຽກ ລູກຄົນບໍ່ມີເສັ້ນມີສາຍຫັ້ນນ່າ. ຈາກໜ້ອຍໆເນາະ ຮຽນຈົບມາກອງກັນຢູ່ບ້ານຫັ້ນ ລະພໍມາໃສ່ຍຸກເງິນເຟີ້. ເຂົາກໍຮູ້ລ່ະສະຖານະການມັນບໍ່ໄຫວລະນ່າ.”
ກ່ຽວກັບເລື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໃນຕິດຕໍ່ຖາມໄປຍັງ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຢູ່ກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະກິລາຂອງລາວ ເພື່ອຂໍຮູ້ເລື່ອງການແກ້ໄຂບັນຫາ ຈຳນວນນັກສຶກສາມະຫາວິທະຍາໄລ ທີ່ມີແນວໂນ້ມຫຼຸດລົງ ຄືທີ່ວ່ານັ້ນ ແຕ່ເຈົ້າໜ້າທີ່ ບໍ່ສາມາດໃຫ້ຄວາມເຫັນໄດ້.
ໃນຂະນະນີ້ ແນວໂນ້ມ ຈຳນວນນັກສຶກສາ ຢູ່ຫຼາຍສາຂາວິຊາ ຂອງມະຫາວິທະຍາໄລແຫ່ງຊາດ ຫຼຸດລົງຫລາຍ, ມີພຽງສະຖາບັນຂົງຈື້ ທີ່ມີນັກຮຽນເຂົ້າໄປສຶກສາຕໍ່ ໃນລະດັບປະລິນຍາຕີ ຫຼາຍກວ່າໝູ່ ເຊິ່ງນິຍົມຮຽນພາສາຈີນຫຼາຍຂຶ້ນ ຍ້ອນມີໂອກາດ ຈະໄດ້ເຮັດວຽກນໍານັກທຸລະກິດຈີນ ທີ່ເຂົ້າມາຄ້າຂາຍ ແລະລົງທຶນຢູ່ລາວ ທີ່ປັດຈຸບັນພວມຫຼາຍຂຶ້ນ.
ດັ່ງທີ່ອາຈານຢູ່ມະຫາວິທະຍາໄລແຫ່ງຊາດ ທ່ານໜຶ່ງ ກ່າວວ່າ:
“ເພາະເພິ່ນຮຽນອັ່ນນ່າ ຊຸດທີ 28 ນີ້ກະ ຕົກຢູ່ກະ 500 ປາຍ. ແມ່ນ, ສູງໆ 300 ຫາ 500 ຫັ້ນນ່າ, ແຕ່ລະປີນ່າ. ໂຕນີ້ບໍ່ແນ່ ເພາະວ່າຂໍ້ມູນໂຕເຮົາກະບໍ່ຮູ້ຄືກັນ. ຄົນສ່ວນຫຼາຍຄູ່ມື້ນີ້ກະ ກະຫັນມາຮຽນພາສາຈີນນີ້ຫັ້ນນ່າ. ວ່າເລື່ອງໄປເຮັດວຽກບໍ່ ເຮົາກໍບໍ່ຮູ້ຄືກັນນ່າໂຕນີ້ ເຮົາກໍຕອບບໍ່ໄດ້.”
ໃນສົກການສຶກສາປີ 2023-2024 ທົ່ວປະເທດລາວ ມີ 4 ມະຫາວິທະຍາໄລ ທີ່ເປີດຮັບສະໝັກນັກສຶກສາ ທັງໝົດ 11,175 ຄົນ, ແຕ່ມີນັກຮຽນ ໄປລົງທະບຽນສະໝັກຮຽນ ພຽງ 8,416 ຄົນ ຄື:
- ມະຫາວິທະຍາໄລແຫ່ງຊາດ ຢູ່ນະຄອນຫຼວງວຽງຈັນ
- ມະຫາວິທະຍາໄລສຸພານຸວົງ ຢູ່ແຂວງຫຼວງພະບາງ
- ມະຫາວິທະຍາໄລຈຳປາສັກ ແລະ
- ມະຫາວິທະຍາ ໄລສະຫວັນນະເຂດ
ໃນສົກການສຶກສາປີ 2020-2021 ມີນັກສຶກສາຫລາຍກວ່າ 9,000 ຄົນ ທີ່ລົງທະບຽນເຂົ້າຮຽນຢູ່ມະຫາວິທະຍາໄລແຫ່ງຊາດ ທີ່ນະຄອນຫລວງວຽງຈັນ, ແຕ່ໃນປີ 2023 ມີນັກສຶກສາເຂົ້າຮຽນລະດັບປະລິນຍາຕີ ຢູ່ມະຫາວິທະຍາໄລ ພຽງແຕ່ 6,688 ຄົນ ຄືຫລຸດລົງ 26%.
ວິຊາ ທີ່ມີຜູ້ສະໝັກຮຽນ ຫຼາຍກວ່າໝູ່ ແມ່ນວິຊາບໍລິຫານທຸລະກິດ, ການເງິນ ແລະ ໄອທີ. ສຳລັບວິຊາ ຂອງຄະນະອັກສອນສາດ ມີຜູ້ສະໝັກຮຽນຫຼາຍກວ່າໝູ່ ແມ່ນພາສາຈີນ ແລະພາສາອັງກິດ. ໃນສົກການສືກສາ ປີ 2023-2024 ຢູ່ສະຖາບັນ ຂົງຈື້ ໃນມະຫາວິທະຍາໄລແຫ່ງຊາດລາວ ມີນັກຮຽນສະໝັກເຂົ້າຮຽນ ເພີ່ມຂຶ້ນເກືອບເຖິງ 3 ເທົ່າ ທຽບໃສ່ສົກປີ 2021-2022.
ທ່ານ ຄໍາຮຸ່ງ ຈັນທະວົງ ຜູ້ອໍານວຍການ ສະຖາບັນຂົງຈື້ ຝ່າຍລາວ ແລະທ່ານ ຫລົວໝິງ ຜູ້ອໍານວຍການ ສະຖາບັນຂົງຈື້ ຝ່າຍຈີນ ເວົ້າໃນມື້ວັນທີ 13 ສິງຫາ2023 ວ່າ ສົກປີ 2023-2024 ມີນັກຮຽນສມັກສອບເສັງ ເຂົ້າຫລັກສູດ ຄຣູພາ ສາຈີນ 562 ຄົນ ທຽບໃສ່ສົກປີ 2021-2022 ຊຶ່ງເປັນສົກປີທໍາອິດ ທີ່ມີພຽງ 193 ຄົນ ຄືເພີ່ມຂຶ້ນເກືອບເຖິງ 3 ເທົ່າ ແລະສົກປີ 2022-2023 ມີ 297 ຄົນ.