ເດັກນ້ອຍຊົນເຜົ່າ ຢູ່ແຂວງອຸດົມໄຊ ເຮັດວຽກໜັກ ໃນສວນກ້ວຍຈີນ

ສຸພັດຕາ
2024.01.02
ເດັກນ້ອຍຊົນເຜົ່າ ຢູ່ແຂວງອຸດົມໄຊ ເຮັດວຽກໜັກ ໃນສວນກ້ວຍຈີນ ເດັກນ້ອຍຊົນເຜົ່າໃນລາວ ອາຍຸຍັງບໍ່ເຖິງ 15 ປີ ເຮັດວຽກ ເປັນຄົນງານ ແບກກ້ວຍ ຢູ່ສວນກ້ວຍ ຂອງນັກລົງທຶນຈີນ ໃນແຂວງພາກເໜືອ. ເດືອນຕຸລາ 2023.
ນັກຂ່າວ ພົລເມືອງ

ປັດຈຸບັນ ຍັງມີເດັກນ້ອຍຊົນເຜົ່າໃນລາວ ອາຍຸຕໍ່າກວ່າ 18 ປີ ເຂົ້າໄປເຮັດວຽກຢູ່ສວນກ້ວຍຈີນ ຢູ່ເມືອງຮຸນ ແຂວງອຸດົມໄຊ ຈໍານວນຫຼາຍ ໃນນັ້ນແມ່ນຊົນເຜົ່າມົ້ງ, ຊົນເຜົ່າຂະມຸ, ຊົນເຜົ່າອາຂ່າ ໂດຍເດັກນ້ອຍມີອາຍຸ 12-15 ປີ ວຽກງານທີ່ເຮັດໃນສວນກ້ວຍ ເຊັ່ນ ແບກກ້ວຍ, ລ້າງກ້ວຍ ຖືວ່າ ເປັນວຽກໜັກ ແລະສ່ຽງຕໍ່ສານເຄມີ ເຂົ້າສູ່ຮ່າງກາຍ ເຊິ່ງເດັກນ້ອຍບາງຄົນ ບໍ່ໄດ້ຮຽນໜັງສືກໍມີ ຕ້ອງມາຊ່ອຍພໍ່ແມ່ເຮັດວຽກໃນສວນກ້ວຍຈີນ.

ສ່ວນໃຫຍ່ຈະເປັນຄົນຕ່າງເມືອງ ຕ່າງແຂວງ ໂດຍພໍ່ແມ່ເຂົາເຈົ້າ ຈະຮັບວຽກສວນກ້ວຍ ໃນລັກສະນະແບບເໝົາເປັນເດືອນ ເປັນເດືອນ ກໍເປັນໄປຕາມຂໍ້ຕົກລົງ ຂອງບໍຣິສັດສວນກ້ວຍຈີນ ສະນັ້ນ ພໍ່ແມ່ຈຶ່ງພາລູກໂຍກຍ້າຍຕາມຄອບຄົວ.

ສາເຫດກໍຍ້ອນວ່າ ສະພາບຄອບຄົວເຂົາເຈົ້າ ມີຄວາມເປັນຢູ່ທີ່ທຸກຍາກ ເດັກນ້ອຍຈຶ່ງຈໍາເປັນຕ້ອງໄປນໍາພໍ່ແມ່ ໄປເຮັດວຽກຢູ່ຕ່າງຖິ່ນ ເຊິ່ງຕາມກົດໝາຍແຮງງານໃນລາວ ຖືວ່າ ວຽກໃນສວນກ້ວຍຈີນ ເປັນວຽກໜັກເກີນໄປສໍາລັບເດັກນ້ອຍ ແລະຍັງຈະຕ້ອງສ່ຽງຕໍ່ສານເຄມີ ໃນສວນກ້ວຍອີກນໍາດ້ວຍ ຖືວ່າ ເປັນເຣື່ອງເປັນເຣື່ອງທີ່ບໍ່ຖືກຕ້ອງ ແລະຍັງໜ້າເປັນຫ່ວງຫຼາຍ ທີ່ເດັກນ້ອຍຕໍ່າກວ່າ 18 ປີ ຖືກໃຊ້ແຮງງານ.

ດັ່ງຊາວບ້ານ ໃນເມືອງຮຸນ ແຂວງອຸດົມໄຊ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 26 ທັນວາ 2023 ວ່າ:

“ຢູ່ສວນກ້ວຍນີ້ ມີຄວາມຈິງ 12-13 ນີ້ແຫຼະ 14-15 ກໍໜ້າເປັນຫ່ວງແທ້ ເດັກນ້ອຍກໍາລັງຮຽນເນາະ ແຕ່ບໍ່ໄດ້ເຂົ້າໂຮງຮຽນ ຕົ້ນຕໍແມ່ນ ພໍ່ແມ່ ຢາກເອົາໄປອອກແຮງງານນໍາ ເພື່ອຫາເງິນຫັ້ນນ່າ ເຂົາເຈົ້າຈະຢູ່ເປັນເດືອນ ເປັນປີພຸ້ນເດ້ ຍ້ອນຄອບຄົວ ທຸກຍາກຫັ້ນແຫຼະເນາະ ມາແຕ່ຕ່າງເມືອງຕ່າງແຂວງ ບາງຄົນກໍ ບໍ່ໃຫ້ລູກຮຽນເລີຍ.”

ຂະນະທີ່ ຊາວບ້ານໃນເມືອງຮຸນ ແຂວງອຸດົມໄຊ ອີກທ່ານນຶ່ງ ກໍກ່າວວ່າ ຄົນງານລາວ ໃນສວນກ້ວຍຈີນ ສ່ວນຫຼາຍເປັນຄົນຕ່າງເມືອງ ຊົນເຜົ່າມົ້ງ, ຊົນເຜົ່າຂະມຸ ແລະພໍ່ແມ່ເຂົາເຈົ້າ ກໍມັກເອົາລູກມານໍາ ເພື່ອມາຊ່ອຍວຽກ ສ່ວນຫຼາຍອາຍຸຕໍ່າກວ່າ 18 ປີ ຍ້ອນວ່າ ເຂົາເຈົ້າບໍ່ມີດິນທໍາກິນ ບໍ່ມີອາຊີບທີ່ໝັ້ນຄົງ ເຮັດກໍຕ້ອງດິ້ນຮົນຫາວຽກເຮັດງານທໍາ ທີ່ຈະຫາລ້ຽງຄອບຄົວ ເຊິ່ງບາງຄົນ ກໍບໍ່ໄດ້ມີຄວາມຮູ້ ໃນເຣື່ອງກົດໝາຍແຮງງານ ບໍ່ໄດ້ຮູ້ວ່າ ລູກໂຕເອງ ອາຍຸຍັງບໍ່ເຖິງເກນອາຍຸທີ່ຈະເຮັດວຽກໜັກ ຫຼື ຈະຮູ້ເຣື່ອງກ່ຽວກັບສານເຄມີດີພໍ ຮູ້ແຕ່ວ່າ ຖ້າລູກໄປຊ່ອຍພໍ່ແມ່ເຮັດວຽກ ວຽກກໍຈະແລ້ວໄວ ມີກິນມີໃຊ້ເພີ່ມຂຶ້ນ ເພາະສ່ວນຫຼາຍ ເຂົາເຈົ້າຮັບຈ້າງບໍຣິສັດສວນກ້ວຍຈີນ ແບບເໝົາ.

“ເດັກນ້ອຍຫັ້ນ ເອົາໄປເຮັດກໍຍ້ອນຄວາມບໍ່ເຂົ້າໃຈ ຂອງພໍ່ແມ່ຫັ້ນແຫຼະ ເຂົາບໍ່ຄິດວ່າເອີ່ ລູກບໍ່ຮອດເກນອາຍຸ ເຂົາບໍ່ວ່າແນວນັ້ນ ຊົນເຜົ່າຂະມຸ ກັບຊົນເຜົ່າມົ້ງເນາະ ຈະເອົາຄອບຄົວໄປຢູ່ນີ້ນ່າ ເນື່ອງຈາກເຂົາເຈົ້າ ບໍ່ມີອາຊີບເນາະ ບໍ່ມີດິນທໍາການຜລິດ ຢູ່ເຂດຕ່າງເມືອງຕ່າງແຂວງພຸ້ນແຫຼະ ເຮົາກໍເປັນຫ່ວງເພິ່ນ ແຕ່ວ່າເພິ່ນກໍວ່າບໍ່ເຮັດ ແຕ່ພັດບໍ່ຊ່ວຍກັນ ຈະເອົາຫຍັງມາກິນ ຄັນລູກເຂົາເຈົ້າ ມາຊ່ວຍໄດ້ເພີ່ມຂຶ້ນ ເຂົາກະຍິ່ງເປັນການດີ.”

ຊາວບ້ານທ່ານນີ້ ໄດ້ກ່າວຕື່ມອີກວ່າ ທີ່ຜ່ານມາ ກໍເຄີຍເຫັນເຈົ້າໜ້າທີ່ ທີ່ກ່ຽວຂ້ອງລົງມາຢູ່ ແຕ່ລົງມາ ແບບວຽກລວມປະຊຸມທົ່ວໄປ ກັບບໍ່ໄດ້ລົງໄປກວດກາ ສວນກ້ວຍໂຕຈິງ ຢ່າງຕໍ່ເນື່ອງ ຈຶ່ງເຮັດໃຫ້ເຈົ້າໜ້າທີ່ ບໍ່ມີຂໍ້ມູນພຽງພໍ.

“ໂອ້ຍສ່ວນຫຼາຍ ເພິ່ນຈະບໍ່ໄດ້ລົງໄປຫາໂຕຈິງນ່າເນາະ ຄັນມາພໍກໍດີ ຄັນບໍ່ມາພໍ້ຕອນເດັກນ້ອຍ ໄປເຮັດວຽກ ເຂົາກໍຄືວ່າ ບໍ່ມີຂໍ້ມູນຫັ້ນນ່າ ມັນເປັນແນວນີ້ນ່າ.”

ຂະນະດຽວກັນ ຊາວລາວທ່ານນຶ່ງ ກໍໃຫ້ຄວາມເຫັນ ກ່ຽວກັບເຣື່ອງດັ່ງກ່າວນີ້ວ່າ ບໍຣິສັດສວນກ້ວຍຈີນ ເຂົາກໍຢາກໄດ້ຄົນງານຢູ່ແລ້ວ ເພາະຢູ່ລາວ ຂາດແຄນຄົນງານຫຼາຍ ຖ້າເດັກນ້ອຍອາຍຸຕໍ່າກວ່າ 18 ປີ ເຕັມໃຈເຂົ້າໄປເຮັດວຽກ ໃນສວນກ້ວຍຈີນນໍາພໍ່ແມ່ ທາງບໍຣິສັດເຂົາເຈົ້າກໍບໍ່ປະຕິເສດ ແຕ່ຖ້າເວົ້າເຖິງຫຼັກກົດໝາຍແຮງງານລາວ ທາງບໍຣິສັດ ກໍຖືວ່າມີຄວາມຜິດ ເພາະກົດໝາຍແຮງງານໃນລາວ ການຈະເຂົ້າເຮັດວຽກໄດ້ ກໍຕ້ອງເຣີ່ມຕົ້ນ 18 ປີ ຂຶ້ນໄປ ເຖິງຈະເຮັດວຽກໜັກໄດ້ຢ່າງຖືກຕ້ອງ.

“ບໍຣິສັດ ຈັ່ງໃດ ເຂົາກໍຢາກໄດ້ແຮງງານຫັ້ນແຫຼະ ແລະອີກຢ່າງກະ ມັນຂຶ້ນກັບຄວາມສມັກໃຈ ຂອງເດັກນ້ອຍແດ່ ມັນກໍຂຶ້ນກັບພໍ່ແມ່ແດ່ ເພາະຢູ່ລາວເຮົາກໍຂາດແຄນແຮງງານ ແຕ່ຖ້າວ່າ ທາງກົດໝາຍເນາະ ບໍຣິສັດກໍຜິດແດ່ຫັ້ນແຫຼະ ເພາະວ່າຮັບເດັກນ້ອຍເຂົ້າມາເນາະ ຫຼັກໆເນາະ ຄັນວ່າກົດໝາຍແຮງງານ ມັນກໍຕ້ອງເຣີ່ມຕົ້ນ ຢູ່ທີ່18 ປີ ຂຶ້ນໄປ.”

ບັນຫາດັ່ງກ່າວນີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນເມືອງຮຸນ ແຂວງອຸດົມໄຊ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກໍກ່າວວ່າ ທີ່ຜ່ານມາ ເຈົ້າໜ້າທີ່ແຮງງານກໍມີການລົງກວດກາ ໃນສວນກ້ວຍຈີນຢູ່ ກໍຍັງບໍ່ພົບວ່າ ສວນກ້ວຍຈີນໃຊ້ແຮງງານເດັກນ້ອຍ ອາຍຸຕໍ່າກວ່າ 18 ປີ ສ່ວນໃຫຍ່ທີ່ພົບ ມີແຕ່ວ່າ ພໍ່ແມ່ເຂົາເຈົ້າເອົາຄອບຄົວມາຢູ່ນໍາ ເພາະເຂົາເຈົ້າເຮັດວຽກແບບເໝົາ ແລະອາຈໃຫ້ລູກຊ່ອຍເຮັດວຽກເພື່ອໃຫ້ແລ້ວໄວ ແຕ່ຢ່າງໃດກໍຕາມ ກໍຈະລົງກວດກາເພີ່ມຕື່ມອີກ.

“ພວກແຮງງານສວັດດີການ ເຂົາກໍລົງໄປຕລອດເນາະ ມັນບໍ່ມີດອກ ທີ່ວ່າເດັກນ້ອຍໄປເຮັດ ເດັກນ້ອຍຕໍ່າກວ່າຫັ້ນນ່າ ເຂົາເຈົ້າເປັນມອບເໝົາ ເອົາຄອບຄົວມາຢູ່ຈັ່ງຊີ້ນ່າ ບາງເທື່ອເຂົາກໍຈະມີ ມີລູກເຮັດນໍາບໍ ແຕ່ຈະຕິດຕາມເບິ່ງກ່ອນເດີ້.”

ດ້ານເຈົ້າໜ້າທີ່ ຂັ້ນແຂວງອຸດົມໄຊ ທ່ານນຶ່ງ ກໍກ່າວວ່າ ບັນຫາດັ່ງກ່າວນີ້ ກໍຍັງບໍ່ທັນມີຂໍ້ມູນ ຫຼືການຮ້ອງຮຽນເຂົ້າມາເທື່ອ ວ່າມີການໃຊ້ແຮງງານເດັກນ້ອຍ ອາຍຸຕໍ່າກວ່າ 18 ປີ ໃນສວນກ້ວຍຈີນ ຢູ່ພາຍໃນແຂວງອຸດົມໄຊ ແຕ່ຖ້າເວົ້າເຖິງກົດໝາຍແຮງງານໃນລາວ ກໍມີວຽກ ໃຫ້ສໍາລັບຄົນງານ ອາຍຸຕໍ່າກວ່າ 18 ປີ ແຕ່ບໍ່ຫຼຸດ 12 ປີ ແຕ່ວຽກທີ່ເຮັດ ຈະຕ້ອງເປັນວຽກເບົາ ບໍ່ແມ່ນວຽກໜັກ ຕ້ອງເປັນວຽກ ທີ່ບໍ່ສົ່ງຜົລກະທົບຕໍ່ສຸຂພາບ ແລະບໍ່ສົ່ງຜົລກະທົບຕໍ່ການສຶກສາ ເຊິ່ງກໍຕ້ອງເບິ່ງຕາມກໍຣະນີ ເພາະມັນຈະມີລັກສະນະ ທີ່ລູກຊ່ອຍພໍ່ແມ່ເຮັດວຽກໃນສວນກ້ວຍຈີນນີ້ ກໍເປັນໄປໄດ້ ເພາະພໍ່ແມ່ສ່ວນໃຫຍ່ ເຂົາເຈົ້າຮັບວຽກແບບເໝົາ ກໍຖືວ່າບໍ່ຜິດ ແຕ່ເຣື່ອງທີ່ຈະຜິດ ຄືໃຫ້ເດັກນ້ອຍ ຕໍ່າກວ່າອາຍຸດັ່ງກ່າວ ໄປຮັບຈ້າງກັບບໍຣິສັດໂດຍຕຣົງ ໂດຍບໍຣິສັດກໍຮັບຮູ້.

“ໂຕນີ້ບໍ່ມີຂໍ້ມູນມາເທື່ອ ຕາມກົດໝາຍ ມັນກໍມີຫຼາຍຕໍາແໜ່ງ ແຮງງານນີ້ ກໍມີແຮງງານວັຍໜຸ່ມ ຕໍ່າກວ່າ 18 ແຕ່ວ່າ ບໍ່ຫຼຸດ 12 ກະເຮັດວຽກເບົາ ບໍ່ມີຜົລກະທົບຕໍ່ສຸຂພາບ ທີ່ບໍ່ກະທົບຕໍ່ການສຶກສາ ໄປຊ່ວຍພໍ່ແມ່ບໍ ມັນກໍມີ ລັກສະນະແນວນັ້ນ ຄັນຊິຮັບຈ້າງໂດຍກົງ ມັນກໍຈະເປັນໄປບໍ່ໄດ້ໃດ໋.”

ກ່ຽວກັັບເຣື່ອງນີ້ ທາງເຈົ້າໜ້າທີ່ ທີ່ຮັບສມັກຄົນງານ ໄປເຮັດວຽກຢູ່ສວນກ້ວຍແຫ່ງນຶ່ງ ໃນລາວ ກໍກ່າວວ່າ ປົກກະຕິ ການຮັບສມັກຄົນງານລາວ ເຂົ້າໄປເຮັດວຽກໃນສວນກ້ວຍຈີນ ກໍຕ້ອງຮັບອາຍຸຕັ້ງແຕ່ 18 ປີ ຂຶ້ນໄປ ຖ້າອາຍຸຕໍ່າກວ່າ 18 ປີ ກໍຈະບໍ່ຮັບ ເພາະຜິດກົດໝາຍແຮງງານ ແຕ່ກໍຂຶ້ນຢູ່ກັບບໍຣິສັດ ສວນກ້ວຍແຕ່ລະບ່ອນ ຈະມີຂໍ້ກໍານົດ ກົດລະບຽບການຮັບຄົນງານແນວໃດ.

“ເພິ່ນກໍບໍ່ຮັບໃດ໋ ຄັນບໍ່ທັນຮອດ 18 ປີ ເພາະວ່າ ເຮົາກ໋ອບປີ້ ສັມມະໂນຄົວຫັ້ນເດ້ ມັນຈະມີ ວັນທີ ເດືອນ ປີ ຢູ່ຫັ້ນ ແຕ່ວ່າ ຂ້ອຍບໍ່ຮູ້ວ່າ ບໍຣິສດອື່ນຈະເປັນຈັ່ງໃດ ແຕ່ບໍຣິສັດອື່ນກໍບໍ່ຮູ້ຄືກັນ ຂໍ້ກໍານົດ ກົດລະບຽບຂອງເຂົາ ມັນເປັນຈັ່ງໃດ.”

ເຈົ້າໜ້າທີ່ດ້ານກົດໝາຍໃນລາວ ທ່ານນຶ່ງ ກ່າວເຖິງກົດໝາຍແຮງງານ ໃນລາວ ວ່າ ຖ້າເປັນວຽກທີີ່ໜັກ ບໍຣິສັດຕ້ອງຮັບຄົນງານ ອາຍຸ 18 ປີ ຂຶ້ນໄປ ຖ້າຮັບຕໍ່າກວ່າ 18 ປີ ກໍຖືວ່າ ບໍຣິສັດມີຄວາມຜິດ ຖືວ່າ ເປັນການໃຊ້ແຮງງານເດັກນ້ອຍ ແຕ່ໃນກໍຣະນີ ເດັກນ້ອຍຊ່ອຍວຽກພໍ່ແມ່ແບບເຮັດວຽກເໝົາ ກໍຖືວ່າ ບໍ່ມີຄວາມຜິດ ເພາະຖືວ່າ ເປັນການຊ່ອຍວຽກຄອບຄົວ ແລະພໍ່ແມ່ ກໍສາມາດບອກໃຫ້ລູກ ເຮັດວຽກໃນລັກສະນະ ທີ່ບໍ່ໜັກເກີນໄປໄດ້ ບອກໃຫ້ຢຸດພັກເຊົາເມື່ອຍໄດ້ ແຕ່ກໍຕ້ອງເບິ່ງຕາມແຕ່ລະກໍຣະນີກັນໄປ.

“ກົດໝາຍແຮງງານຂອງລາວເນາະ ເພິ່ນກໍານົດ 18 ປີ ຂຶ້ນເມືອ ຄັນຕໍ່າກ່ວາຫັ້ນ ຄັນເອົາໄປນໍາໃຊ້ ມັນກໍເປັນການໃຊ້ແຮງງານເດັກນ້ອຍແຫຼະເນາະ ມັນກໍຜິດກົດໝາຍ ຖ້າແຮງງານເຂົາຄຸ້ມຄອງໄວ້ເດ້ ມັນກໍຕ້ອງໄດ້ເບິ່ງລັກສະນະ ຄວາມຈິງຂອງມັນເນາະ ລັກສະເນາະພໍ່ແມ່ ຮັບເໝົາວຽກງານ ລູກເຂົາເດັກນ້ອຍຫັ້ນຊ່ວຍ ແຕ່ວ່າ ບໍ່ແມ່ນຈ້າງໃນນາມບໍຣິສັດຈ້າງຊີ້ນ່າ ແຕ່ວ່າ ຢາກເລັ່ງໃຫ້ມັນໄວ.”

ອີງຕາມກົດໝາຍ ວ່າດ້ວຍແຮງງານລາວ ເລຂທີ 43 ຂອງສະພາແຫ່ງຊາຕລາວ ລົງວັນທີ 13 ເດືອນທັນວາ ປີ 2013 ໃນມາດຕຣາ 3 ຂໍ້ທີ່ 11 ລະບຸວ່າ ແຮງງານເດັກນ້ອຍ ໝາຍເຖິງແຮງງານວັຍໜຸ່ມ ທີ່ບໍ່ອະນຸຍາດໃຫ້ເຮັດວຽກ ໃນຂແນງ ແລະອາຊີບ ທີ່ເປັນອັນຕລາຍ, ເຮັດວຽກເກີນເວລາປົກກະຕິ ແລະເຮັດວຽກໜັກ.

ແລະອີງຕາມປະເພດວຽກ ທີ່ບໍ່ອັນຕລາຍ ຕາມຂໍ້ຕົກລົງ ເລຂທີ 4182 ຂອງກະຊວງແຮງງານ ແລະສວັດດີການສັງຄົມ ກໍໄດ້ລະບຸ ໄວ້ຢ່າງຊັດເຈນ ວ່າ ວຽກທຸກປະເພດ ທີ່ກ່ຽວຂ້ອງກັບການຜລິດ, ຂົນຍ້າຍ, ສັມຜັດ ຫຼືແຕະຕ້ອງສານເຄມີ, ສານພິດ ແລະສານ ທີ່ກໍ່ໃຫ້ເກີດມະເຮັງລັງສີຂອງໄຟຟ້າ ຫຼືຝຸ່ນລະອອງນັ້ນ ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ ການທີ່ເດັກນ້ອຍ ໄປເຮັດວຽກຢູ່ພາຍໃນສວນກ້ວຍ ທີ່ມີການນໍາໃຊ້ສານເຄມີ, ຂົນຍ້າຍ, ສັມຜັດ, ເປັນອັນຕລາຍຕໍ່ຮ່າງກາຍນັ້ນ ແມ່ນຖືວ່າ ບໍ່ຖືກຕ້ອງ.

ດ້ານນັກວິຊາການ ດ້ານສິ່ງແວດລ້ອມ ຂອງໄທຍ ທ່ານນຶ່ງ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ກ່ຽວກັບປະເດັນ ເດັກນ້ອຍອາຍຸຕໍ່າກວ່າ 18 ປີ ໃນລາວ ເຂົ້າໄປເຮັດວຽກ ໃນສວນກ້ວຍຈີນນີ້ ຕາມທີ່ທ່ານ ເຮັດວຽກດ້ານວິຈັຍຢູ່ສວນກ້ວຍຈີນ ໃນແຂວງບໍ່ແກ້ວ ແລະໄດ້ລົງພື້ນທີ່ກໍຍັງພົບວ່າ ມີເດັກນ້ອຍລາວ ອາຍຸຕໍ່າກວ່າ 18 ປີ ເຂົ້າໄປເຮັດວຽກ ໃນສວນກ້ວຍຈີນຈໍານວນຫຼາຍ ສ່ວນໃຫຍ່ແລ້ວຈະບໍ່ໄດ້ຮຽນໜັງສື ກໍຖືວ່າ ຍັງໜ້າເປັນຫ່ວງ ເພາະໃນຄວາມເປັນຈິງ ເດັກນ້ອຍຄວນຈະໄດ້ຮຽນ ແລະສຶກສາຫາຄວາມຮູ້ ຕາມຊ່ວງວັຍອາຍຸ ແຕ່ກັບຕ້ອງມາໃຊ້ແຮງງານ ຢູ່ໃນສວນກ້ວຍຈີນ.

ເຊິ່ງວຽກໃນສວນກ້ວຍຈີນ ກໍຈະເປັນວຽກທີ່ໜັກ ແລະສ່ວນໃຫຍ່ ຈະມີການໃຊ້ສານເຄມີ ແນ່ນອນວ່າ ເດັກນ້ອຍຕ້ອງໄດ້ຮັບຜົລກະທົບເຣື່ອງສຸຂພາບ ເພາະຕາມທີ່ທ່ານ ເຄີຍເຂົ້າໄປໃນພື້ນທີ່ ຄົນງານໃນສວນກ້ວຍຈີນ ທີ່ແຂວງບໍ່ແກ້ວ ເຂົາເຈົ້າກໍມີບັນຫາດ້ານສຸຂພາບ ໄດ້ເປີດບາດແຜໃຫ້ເບິ່ງ ແລະຜົດຜື່ນ ຂຶ້ນຕາມຕົນໂຕ ທີ່ຖືກສານເຄມີໃນສວນກ້ວຍຈີນ.

“ປະເດັນນີ້ ເປັນປະເດັນ ທີ່ໜ້າເປັນຫ່ວງຫຼາຍ ປັດຈຸບັນນີ້ ຄົນງງານລາວໃຜເຮັດວຽກໄດ້ ເຂົາກໍຈະຮັບຈ້າງ ແຕ່ກ່ອນໄປເບິ່ງບ່ອນພື້ນທີ່ບໍ່ແກ້ວ ເຫັນເດັກນ້ອຍວັຍຣຸ້ນ ບໍ່ເຖິງ 18, 15-16 ເຂົາກໍມາຮັບຈ້າງ ເປັນຄົນງານແລ້ວ ຄວາມເປັນຈິງ ເຂົາຕ້ອງໄປຮຽນ ແຕ່ເຂົາບໍ່ໄດ້ຮຽນ ເຣື່ອງສຸຂພາບ ເຂົາພົບແນ່ນອນ ຄົນທີ່ເຂົາເຮັດວຽກໃນສວນກ້ວຍ ເຂົາກໍໃຫ້ເບິ່ງສະພາບຮ່າງກາຍເຂົາ ທີ່ເຂົາສັມຜັດກັບສານເຄມີ ເປັນຢູ່ຕີນ ເປັນຕຸ່ມ ເປັນຜື່ນ ອີ່ຫຍັງພວກນີ້.”

ທ່ານກ່າວຕື່ມວ່າ ນອກຈາກນີ້ ຄົນງານລາວໃນສວນກ້ວຍຈີນ ເຂົາເຈົ້າ ກໍຈົ່ມໃຫ້ຟັງອີກວ່າ ຄ່າແຮງງານ ກໍບໍ່ໄດ້ຮັບຄວາມເປັນທັມ ເປັນຕົ້ນ ສົມມຸດວ່າ ເຂົາເຈົ້າຕັດກ້ວຍ 1 ເຄືອ ເຊິ່ງຕາມຕົກລົງກັນ ຄວນຈະໄດ້ຮັບ 10 ບາທ ຕໍ່ 1 ເຄືອ ແຕ່ໂຕຈິງ ໄດ້ພຽງເຄິ່ງນຶ່ງ ຄື 5 ບາທເທົ່ານັ້ນ ເຊິ່ງເຂົາເຈົ້າ ກໍຮຽກຮ້ອງຫຍັງບໍ່ໄດ້ ດ້ວຍຄວາມຈໍາເປັນຫຼາຍຢ່າງ ທີ່ຕ້ອງອົດທົນເຮັດວຽກ ສ່ວນນຶ່ງເປັນເພາະເຂົາເຈົ້າ ເປັນຄົນຊົນເຜົ່ານໍາດ້ວຍ ຈຶ່ງເຮັດໃຫ້ທາງເລືອກໜ້ອຍ ແລະຕາມທີ່ໄດ້ໂອ້ລົມ ກັບເຈົ້າໜ້າທີ່ຣັຖບາງຄົນ ກົດໝາຍຄຸ້ມຄອງແຮງງານໃນລາວກໍມີຢູ່ ແຕ່ກໍຍັງບໍ່ສາມາດຄຸ້ມຄອງໄດ້ຢ່າງທົ່ວເຖິງ ເຈົ້າໜ້າທີ່ຣັຖ ບໍ່ສາມາດເຂົ້າໄປຊ່ອຍຈັດການ ດ້ານສວັດດີການຕ່າງໆໃຫ້ແກ່ຄົນງານລາວ ໃນສວນກ້ວຍໄດ້ ສາເຫດຫຼັກກໍແມ່ນ ບໍ່ມີທຶນສນັບສນູນໃນເຣື່ອງນີ້.

ຢ່າງໃດກໍຕາມ ສວນກ້ວຍຂອງນັກລົງທຶນຈີນຫຼາຍແຫ່ງ ໃນປະເທດລາວ ຍັງສືບຕໍ່ສ້າງຜົລກະທົບ ຕໍ່ຄົນງານລາວເລື້ອຍມາຈົນຮອດປັດຈຸບັນ ໂດຍສະເພາະ ຄົນງານໃນສວນກ້ວຍຈີນ ຈະມີສຸຂພາບບໍ່ດີ ເພາະສວນກ້ວຍຈີນ ຍັງໃຊ້ຝຸ່ນເຄມີ, ສານພິດເຄມີຕ່າງໆ ເພື່ອປ້ອງກັນບໍ່ໃຫ້ໝາກກ້ວຍເໜົ່າ ໃນລະຫວ່າງຂົນສົ່ງໄປປະເທດຈີນ ຄົນງານລາວບາງຄົນ ກໍເຈັບເປັນ ແລະເສັຍຊີວິດກໍມີ.

ໃນປີ 2021 ໃນໄລຍະເດືອນກັນຍາ ອໍານາດການປົກຄອງບ້ານນໍ້າໂທນ ເມືອງຫິນເຫີບ ແຂວງວຽງຈັນ ກໍຣາຍງງານວ່າ ມີເດັກນ້ອຍອາຍຸຕໍ່າກວ່າ 18 ປີ ຕໍ່າລົງມາເຖິງ ອາຍຸ 15 ປີ ປະມານ 100 ຄົນ ເຂົ້າໄປຮັບຈ້າງເຮັດວຽກ ຢູ່ພາຍໃນສວນກ້ວຍຂອງຈີນ ຢູ່ເມືອງຫິນເຫີບ ເຊິ່ງເປັນເຣື່ອງທີ່ຜິດຕໍ່ກົດໝາຍການຈ້າງງານ ເພາະວຽກທີ່ເຮັດ ເປັນວຽກທີ່ມີຄວາມສ່ຽງ ຄວາມອັນຕລາຍ, ຂົນຍ້າຍ, ສັມຜັັດ ຫຼືແຕະຕ້ອງສານເຄມີ ແລະເຮັດວຽກເກີນເວລາປົກກະຕິ.

ກ່ອນໜ້ານີ້ ໃນປີ 2010 ອົງການແຮງງານສາກົລ ຫຼື International Labor Organization (ILO) ລະບຸວ່າ ພາຍໃນປະເທດລາວ ມີການໃຊ້ແຮງງານເດັກນ້ອຍ ປະມານ 178,000 ຄົນ ເປັນເພດຍິງ 96,000 ຄົນ ແລະເພດຊາຍ 81,000 ຄົນ ເຊິ່ງສ່ວນໃຫຍ່ ມາຈາກພື້ນທີ່ຊົນນະບົດ ໂດຍຈໍານວນນີ້ ມີຫຼາຍກວ່າ 130,000 ຄົນ ຫຼື ປະມານ 2 ໃນ 3 ຂອງແຮງງານເດັກນ້ອຍທັງໝົດ ການເຮັດວຽກອັນຕລາຍ 90% ຂອງແຮງານເດັກນ້ອຍ ການເຮັດວຽກໃນຂແນງກະສິກັມປ່າໄມ້ ແລະການປະມົງ ແລະ 7 ໃນ 10 ຂອງແຮງງານເດັກນ້ອຍ ແລະການເຮັດວຽກຫຼາຍກວ່າ 49 ຊົ່ວໂມງ ຕໍ່ສັປດາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.