ຣົຖປ້າຍທະບຽນຈີນ ແລ່ນຮັບສົ່ງ ນັກທ່ອງທ່ຽວ ໃນເຂດສາມຫຼ່ຽມຄຳ
2023.07.19
ຣົຖທີ່ຕິດປ້າຍທະບຽນສີຟ້າ ຂອງຈີນຈໍານວນນຶ່ງ ຢູ່ໃນເຂດເສຖກິຈພິເສດສາມ ຫລ່ຽມຄໍາ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃຫ້ບໍຣິການຮັບສົ່ງນັກທ່ອງທ່ຽວຈີນ ທັງຢູ່ໃນເຂດເສຖກິຈນັ້ນ ແລະໃນເມືອງຕົ້ນເຜິ້ງ ແບບບໍ່ໄດ້ຂໍອະນຸຍາດຈາກທາງການລາວ. ສະເພາະພາຍໃນເຂດດັ່ງກ່າວ, ຣົຖສ່ວນຕົວ ທີ່ສາມາດເຮັດເປັນຣົຖແທັກຊີໄດ້ ຈະຕ້ອງເປັນຣົຖ ທີ່ປ່ຽນປ້າຍເປັນປ້າຍທະບຽນສີຂາວ ທີ່ຂຶ້ນກັບບໍຣິສັດເທົ່ານັ້ນ ແລະກໍໃຫ້ບໍຣິການຮັບສົ່ງນັກທ່ອງທ່ຽວຢູ່ໃນເຂດນັ້ນ, ອີງຕາມຄໍາເວົ້າ ຂອງຜູ້ປະກອບການຣົຖແທັກຊີ ຢູ່ເມືອງຕົ້ນເຜິ້ງຜູ້ນຶ່ງ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 22 ມິຖຸນາຜ່ານມາ.
“ມັນມີບາງສ່ວນກະແລ່ນຄືວ່າ ຣົຖມັນເປັນປ້າຍຈີນ ບາງຄັນກໍແລ່ນຮັບເໝົາບໍ່ ແບບນີ້ເດ໋ ຖ້າເປັນຣົຖແທັກຊີແທ້ໆ ຖຶວ່າເຂົາໃຫ້ແລ່ນປ້າຍຂາວໝົດ ຖືວ່າຢູ່ໃນເຂດກາຊີໂນນີ້ໄດ໋ ປ້າຍຂາວນີ້ແລ່ນໄດ້ ແລ່ນແຕ່ຢູ່ໃນສະເພາະເຂດ.”
ຜູ້ປະກອບການຣົຖແທັກຊີ ຢູ່ເມືອງຕົ້ນເຜິ້ງ ອີກຜູ້ນຶ່ງກໍເວົ້າເຖິງຣົຖປ້າຍຈີນ ທີ່ຈະສາມາດແລ່ນຮັບສົ່ງຄົນ ຢູ່ພາຍໃນເຂດດັ່ງກ່າວໄດ້ ຕ້ອງແມ່ນຣົຖປ້າຍສີຂາວ ທີ່ຂຶ້ນກັບບໍຣິສັດແທັກຊີຂອງຄົນຈີນ ໃນເຂດນັ້ນ ແຕ່ກໍເຫັນວ່າ ມີຣົຖປ້າຍທະບຽນຈີນສີຟ້າ ຈໍານວນນຶ່ງ ໃຫ້ບໍຣິການຮັບສົ່ງຄົນ ຊຶ່ງສ່ວນຫລາຍແລ້ວ ມັກໃຫ້ບໍຣິການແຕ່ຄົນຈີນດ້ວຍກັນ.
“ຣົຖປ້າຍຈີນ ກະມີແຕ່ຣົຖແທັກຊີແຫລະ ສະເພາະຢູ່ໃນເຂດເຂົາເຈົ້າ ຈະມີໃບຫັ້ນ ຄົນລາວກະຮັບຄົນລາວເຂົາເຈົ້າກະຮູ້ພາ ສາຈີນແຕ່ວ່າສ່ວນຫລາຍ ກະຊິຮັບແຕ່ຄົນຈີນຫັ້ນແຫລະ.”
ຜູ້ປະກອບການຣົຖແທັກຊີ ທີ່ໃຫ້ບໍຣິການຮັບສົ່ງນັກທ່ອງທ່ຽວ ຢູ່ໃນເຂດເສຖກິຈສາມຫລ່ຽມຄໍາ ຜູ້ນຶ່ງ ຢືນຢັນວ່າ ປັດຈຸບັນ ມີຣົຖປ້າຍທະບຽນຈີນ ສີຟ້າບາງຄັນ ແລ່ນຮັບສົ່ງຄົນຈີນໃນເຂດດັ່ງກ່າວນີ້ແທ້ ແລະບາງເທື່ອ ກໍອອກນອກເຂດໄປໃນເມືອງຕົ້ນເຜິ້ງ ນໍາດ້ວຍ. ຣົຖຂອງຄົນຈີນ ທີ່ໃຫ້ບໍຣິການນັ້ນ ຄິດໄລ່ຄ່າໂດຍ ສານເປັນເງິນຢັວນ ແລະຄ່າໂດຍສານ ກໍແພງກວ່າຣົຖຂອງຄົນລາວ.
“ຣົຖປ້າຍຈີນບາງຄັນ ກະຖືວ່າເຮັດເປັນແທັກຊີໂດຍທີ່ວ່າບໍ່ຖືກຕ້ອງ ສ່ວນຫລາຍເປັນຣົຖສ່ວນໂຕຂອງເຂົາເຈົ້າ ຖ້າເປັນແທັກຊີຈີນເຂົາກະເຣີ່ມຕົ້ນ ກະຄັນອອກໄປນອກກະ 100 ຢັວນ.”
ທາງດ້ານເຈົ້າໜ້າທີ່ ຜແນກໂຍທາທິການ ແລະຂົນສົ່ງແຂວງບໍ່ແກ້ວ ທ່ານນຶ່ງກ່າວເຖິງຣົຖທີ່ຕິດປ້າຍທະບຽນຕ່າງປະເທດ ທີ່ສາມາດໃຫ້ບໍຣິການຮັບສົ່ງຄົນຢູ່ພາຍໃນ ເຂດເສຖກິຈພິເສດສາມຫລ່ຽມຄໍາວ່າ ຈະຕ້ອງໄດ້ຂໍອະນຸຍາດຈາກ ທາງການກ່ອນ ພ້ອມທັງເສັຽພາສີນໍາເຂົ້າຣົຖນັ້ນຢ່າງຖືກຕ້ອງ, ແຕ່ເຣື່ອງຣົຖປ້າຍທະບຽນຈີນ ສີຟ້າທີ່ວ່າໃຫ້ບໍຣິການນັກທ່ອງທ່ຽວນັ້ນ ກໍຍັງບໍ່ທັນມີຂໍ້ມູນຢ່າງຄັກແນ່ເທື່ອ.
“ຄັນມາໃນນາມມາທ່ອງທ່ຽວ ກະມາເສັຽແມ່ນຫຍັງ ປະກັນພັຍຢູ່ດ່ານນີ້ເນາະ ເຮັດນໍາເຂົ້າຊົ່ວຄາວ ມາຫາພວກພາສີ ເຂົາເຈົ້າແຫລະ ເຂົາເຈົ້າສິມີເອກສານໃຫ້.”
ກ່ຽວກັບເຣື່ຶອງປ້າຍທະບຽນຣົຖນີ້ ໃນໄລຍະທີ່ໄປເຄື່ອນໄຫວ ວຽກງານຢູ່ເຂດເສຖກິຈພິເສດ ສາມຫລ່ຽມຄໍາ ເມື່ອວັນທີ 15 ມິຖຸນາທີ່ຜ່ານມານີ້ ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ຣັຖມົນຕຣີ ກະຊວງປ້ອງກັນຄວາມສງົບ ກໍໄດ້ໃຫ້ການຊີ້ນໍາຫລາຍຢ່າງ. ນຶ່ງໃນນັ້ນ ມີທັງສເນີໃຫ້ຣົຖທຸກຄັນ ຢູ່ໃນເຂດເສຖກິຈພິເສດສາມຫລ່ຽມຄໍາ ຮວມທັງຣົຖ ທີ່ມີປ້າຍທະບຽນຈີນນໍານັ້ນ ຕ້ອງຂຶ້ນທະບຽນນໍາທາງການລາວ ຢ່າງຖືກຕ້ອງຕາມກົດໝາຍ ແລະທັງລະບຸປະເພດການນໍາໃຊ້ຢ່າງຖືກຕ້ອງນໍາດ້ວຍ. ຫລັງຈາກນັ້ນມາ ທາງສະພາບໍຣິຫານເຂດເສຖກິຈ ພິເສດ ສາມຫລ່ຽມຄໍາ ກໍໄດ້ປຶກສາຫາລື ແລະຄົ້ນຄວ້າຈັດຕັ້ງປະຕິບັດຕາມ ຄໍາແນະນໍາຂອງ ທ່ານ ແຕ່ຍັງບໍ່ສາມາດເວົ້າໄດ້ເທື່ອວ່າ ຈະມີການຈັດຕັ້ງປະຕິບັດແນວໃດແທ້.
ດັ່ງເຈົ້າໜ້າທີ່ຫ້ອງການ ບໍຣິຫານເຂດເສຖກິຈ ພິເສດ ແຂວງບໍ່ແກ້ວທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 22 ມິຖຸນາຜ່ານມາວ່າ:
“ໂຕນີ້ແມ່ນຝ່າຍສະພາເພິ່ນ ເພາະວ່າສະພາແມ່ນຕ່າງຫາກ. ເຮົາຢູ່ຄະນະຄຸ້ມຄອງເຂດ. ເຈົ້າ ຂໍ້ມູນເຮົາກໍບໍ່ຮູ້ແຈ້ງລະອຽດ ສອບຖາມ ວິຊາສະເພາະເຂົາເຈົ້າກ່ອນເນາະ.”
ເພື່ອຂໍຮູ້ຂໍ້ມູນກ່ຽວກັບເຣື່ອງນີ້ ເພີ່ມຕື່ມ ວິທຍຸ ເອເຊັຽ ເສຣີ ໄດ້ພະຍາຍາມຕິດຕໍ່ໄປຫາ ສະພາບໍຣິຫານເຂດເສຖກິຈ ພິເສດ ສາມຫລ່ຽມຄໍາ ແຕ່ຍັງບໍ່ສາມາດຕິດຕໍ່ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໂດຍຕຣົງໄດ້ເທື່ອ.
ແຕ່ເຖິງຢ່າງໃດກໍຕາມ ນອກຈາກຢູ່ໃນເຂດເສຖກິຈ ພິເສດ ສາມຫລ່ຽມຄໍາ ແລ້ວ ເມື່ອກ່ອນໜ້ານີ້ ກໍມີປະຊາຊົນລາວ ພົບເຫັນຣົຖປ້າຍທະບຽນສີຟ້າ ຂອງຈີນ ໃຫ້ບໍຣິການຮັບສົ່ງນັກທ່ອງທ່ຽວ ແລະໃຫ້ບໍຣິການເຊົ່າຣົຖ ຢູ່ເຂດນະຄອນຫລວງວຽງຈັນ ແລະໄດ້ນໍາເອົາຮູບພາບນັ້ນອອກມາເຜີຍແພ່ ທາງສື່ສັງຄົມອອນລາຍນ໌. ສະພາບການດັ່ງກ່າວ ເຮັດໃຫ້ຜູ້ປະກອບການຣົຖແທັກຊີ ແລະຣົຖຂົນສົ່ງໂດຍສານ ຢູ່ລາວ ຕ່າງວິພາກວິຈານກັນ ຢ່າງກວ້າງຂວາງ ເນື່ອງຈາກເປັນການຍາດແຍ່ງ ລາຍໄດ້ໄປຈາກຄົນລາວ. ຣົຖປ້າຍທະບຽນຈີນ ທີ່ວ່ານີ້ ບໍ່ໄດ້ເສັຍຄ່າທາງຢູ່ລາວ ແລະບໍ່ມີພາກສ່ວນທາງການໃດ ອອກແຈ້ງການຫ້າມ.