ໃນໄລຍະກອງປະຊຸມ ສໄມສາມັນເທື່ອທີ 5 ຂອງສະພາແຫ່ງຊາຕ ຊຸດທີ 9 ມີປະຊາຊົນລາວ ໂທເຂົ້າມາສະແດງຄໍາຄິດເຫັນ ຜ່ານສາຍດ່ວນ ສະພາແຫ່ງຊາຕ 156 ຈໍານວນ 500 ປາຍສານ. ກອງປະຊຸມສະພາ ໄດ້ດໍາເນີນໄປແຕ່ວັນທີ 26 ມິຖຸນາ ຫາ ວັນທີ 18 ກໍຣະກະດາ ທີ່ຜ່ານມາ ໃນເວລາດຽວກັນ ກໍໄດ້ມີການເປີດໂທຣະສັບສາຍດ່ວນ ໃຫ້ປະຊາຊົນ ໄດ້ໂທເຂົ້າມາປະກອບຄໍາຄິດຄໍາເຫັນ ຫຼືເປັນທີ່ຮູ້ຈັກກັນດີໃນຊື່ວ່າ ໃນກໍຣະນີ ທີ່ປະຊາຊົນມີບັນຫາ ເຂົາເຈົ້າ ສາມາດສົ່ງຄໍາຮ້ອງໄປຫາສະພາແຫ່ງຊາຕ ໂດຍກົງ ເພື່ອວ່າສະພາແຫ່ງຊາຕ ຈະແຈ້ງໃຫ້ພາກສ່ວນກ່ຽວຂ້ອງ ລົງພື້ນທີ່ດຕິດຕາມ ແລະ ແກ້ໄຂບັນຫາ.
ເຈົ້າໜ້າທີ່ສະພາແຫ່ງຊາຕ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 21 ກໍຣະກະດາ ວ່າ:
“ຄໍາຮ້ອງທີ່ຍື່ນຜ່ານສາຍດ່ວນຫັ້ນ ໃນກໍລະນີທີ່ວ່າ ມັນມີຄວາມຫຍຸ້ງຍາກ ສ່ວນຫຼາຍ ເພິ່ນຈະແນະນໍາ ໃຫ້ເຮັດເປັນຄໍາຮ້ອງ ກະແມ່ນຢູ່ວ່າ ເຮົາໂທເຂົ້າສາຍດ່ວນ ແຕ່ ໃນກໍລະນີ ທີ່ວ່າ ມັນມີຜົລກະທົບທີ່ມັນພົວພັນກ່ຽວກັບການແກ້ໄຂບັນຫາຕ່າງໆຫັ້ນ ເພິ່ນກະຊິແນະນໍາໃຫ້ ໄປຍື່ນເປັນຄໍາຮ້ອງ ເພື່ອວ່າ ເຮົາຊິມີບ່ອນອິງ ບ່ອນສເນີ ໃຫ້ພາກສ່ວນແກ້ໄຂຫັ້ນນ່າ.”
ຄໍາເຫັນຂອງປະຊາຊົນ ຜ່ານສາຍດ່ວນ ແມ່ນກ່ຽວກັບບັນຫາເງິນເຟີ້, ຄ່າຄອງຊີບແພງ, ການຄຸ້ມຄອງລາຄາສິນຄ້າ, ການອະນຸຍາດໃຫ້ສັມປະທານທີ່ດິນ, ການຂຸດຄົ້ນແຮ່ທາດຊະຊາຍ, ເສັ້ນທາງເປ່ເພ, ເງິນເດືອນພະນັກງານຣັຖກອນ, ການຈ່າຍຄ່າສິນຄ້າເປັນເງິນກີບ ແລະ ການແລກປ່ຽນເງິນຕຣາ.
ນອກຈາກນີ້ ຍັງມີຄໍາເຫັນກ່ຽວກັບ ຂໍ້ຂັດແຍ່ງທີ່ດິນ ແລະ ຄ່າຊົດເຊີຍໂຄງການລົງທຶນ ຂອງຣັຖ ແລະ ເອກະຊົນ ເປັນຕົ້ນ ໂຄງການທາງຣົຖໄຟ ລາວ-ຈີນ, ເຂື່ອນໄຟຟ້າ, ສນາມຝຶກຊ້ອມການທະຫານ ຂອງກະຊວງປ້ອງກັນປະເທດ, ບັນຫາສິ່ງແວດລ້ອມ ຈາກການປ່ອຍສໍ້າເປື້ອນ ຂອງໂຮງງານອຸດສາຫະກັມ ໃນເຂດພັດທະນາກວມລວມໄຊເສດຖາ ນະຄອນຫລວງວຽງຈັນ, ເງິນອຸດໜູນນະໂຍບາຍຕໍ່ພະນັກງານ ເສັຽອົງຄະ ແລະ ມາຕການການຮຽນ-ການສອນ ຂອງໂຮງຮຽນໃນເຂດຊົນນະບົດ ເຊິ່ງຢູ່ແຕ່ລະແຂວງ ຈະມີຊາວບ້ານມາຮ້ອງທຸກ ຕໍ່ສະພາ ປະຊາຊົນຂັ້ນແຂວງ ໂດຍສະເພາະ ບັນຫາຂໍ້ຂັດແຍ່ງທີ່ດິນ, ປະຊາຊົນອັດປໂຍດໃນການຕັດສິນ ຂອງສານ.
ເຈົ້າໜ້າທີ່ສະພາ ປະຊາຊົນແຂວງໄຊຍະບູລີ ໄດ້ກ່າວວ່າ:
“ຄັນວ່າ ຂະເຈົ້າບໍ່ພໍໃຈ ຄັນວ່າ ສານຕັດສິນແມ່ນຫຍັງຊີ້ນ່າD ຂະເຈົ້າຈະຍື່ນມາຫາສະພາເຮົາ ກະມີສ່ວນໜ້ອຍ ຄັນວ່າ ມອບໃຫ້ພາກສ່ວນກ່ຽວຂ້ອງໄປນີ້ ຂະເຈົ້າກະໄດ້ລົງພື້ນທີ່ແທ້ບໍ່ຊິນ່າ.”
ປະຊາຊົນຊົນກໍເຫັນວ່າ ການເປີດໂທຣະສັບສາຍດ່ວນສະພາແຫ່ງຊາຕ ເປັນພຽງພິທີການເທົ່ານັ້ນ ເຖິງວ່າ ປະຊາຊົນຈະສາມາດໂທເຂົ້າ ໄປສະແດງຄວາມຄິດເຫັນກ່ຽວກັບບັນຫາຕ່າງໆ ກໍຕາມ, ແຕ່ ບັນຫາເຫຼົ່ານັ້ນ ກໍບໍ່ໄດ້ຮັບການແກ້ໄຂ.
ບັນຫາເສັ້ນທາງເປ່ເພ ແຕ່ເມືອງໂພນໂຮງ ໄປຫາ ເມືອງວັງວຽງ ແຂວງວຽງຈັນ ກໍຍັງບໍ່ໄດ້ຮັບການສ້ອມແປງ. ຊາວເມືອງໂພນໂຮງ ທ່ານນຶ່ງ ໄດ້ກ່າວວ່າ:
“ເວົ້າຢູ່ໃນສະພານີ້ມັນງາມ ແກ້ໄຂຊ່ວຍເຫຼືອພໍ່ແມ່ປະຊາຊົນ ໄປຮຽກຮ້ອງອັນນັ້ນ ຮຽກຮ້ອງອັນນີ້ ເບິ່ງຖນົນຫົນທາງນີ້ ໄປເວົ້າໄດ້ ມາວັງວຽງນີ້ ແມ່ນ 5 ຊົ່ວໂມງແລ້ວເບາະດຽວນີ້ ຄູ່ມື້ນີ້ມັນຮຽຮ້ອງ ຫຍັງບໍ່ໄດ້ດອກ.”
ຊາວລາວບາງຄົນ ກໍຍັງເຫັນວ່າ ຣັຖບານກໍາລັງປັບປຸງເຣື່ອງບັນຫາເສຖກິຈ.
ຊາວເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ກ່າວວ່າ:
“ເບິ່ງທ່ານນາຍົກ ເພິ່ນກະກໍາລັງປັບປຸງ ເວົ້າເຣື່ອງເງິນຕຣານີ້. ໂອ້ຍ...ຂນາດເລີຍຢາກວ່ານ່າ ແມ່ຄ້າຕລາດນັດເຂົາກະຢາກຍ້ອມໄດ້ ວິກິດຂອງລາວວ່າ ຊັ້ນ. ໂອ້ຍ ກະເບິ່ງເພິ່ນກະວ່າອອກມະຕິຕົກລົງ ເຣື່ອງນໍ້າມັນ ເຣື່ອງເງິນຕຣາ ເຣື່ອງສິນຄ້າ.”
ໄລຍະທີ່ຜ່ານມາ ມີຊາວບ້ານຈໍານວນຫຼາຍ ໄດ້ຮ້ອງທຸກບັນຫາຕ່າງໆ ຜ່ານສະພາປະຊາຊົນຂັ້ນແຂວງໄປແລ້ວ ເປັນຕົ້ນ ການສັມປະທານທີ່ດິນແບບບໍ່ຖືກຕ້ອງ, ການຍາດແຍ່ງທີ່ດິນຂອງຊາວບ້ານ ແຕ່ ກໍບໍ່ໄດ້ຮັບການແກ້ໄຂ.
ຊາວແຂວງສວັນນະເຂດ ທ່ານນຶ່ງ ໄດ້ກ່າວວ່າ:
“ມັນຖືກແນວນີ້ແຫຼະ ຮ້ອງຂໍເນາະເວົ້າແນວມັນງ່າຍນ່າ ປະຊາຊົນຍັງທຸກຍາກເດ້. ດຽວນີ້ ສະພາແຫ່ງຊາຕ ສູນກາງຫັ້ນເພິ່ນກະ ຕ້ອງໄດ້ອາໄສການຮ້ອງຮຽນ ຈາສະພາປະຊາຊົນທ້ອງຖິ່ນເນາະ ແຕ່່ທ້ອງຖິ່ນເຮົາກະບໍ່ຮ້ອງເດ້.”
ນອກຈາກສາຍດ່ວນສະພາແຫ່ງຊາຕ ແລ້ວ ຢູຸ່ໃນກອງປະຊຸມສະພາ ໃນຄັ້ງນີ້ ຍັງມີສະມາຊິກສະພາແຫ່ງຊາຕອີກຫຼາຍທ່ານ ໄດ້ປະກອບຄໍາຄິດຄໍາເຫັນ ກ່ຽວກັບວຽກງານຂອງແຜນພັດທະນາເສຖກິຈ-ສັງຄົມ ແລະ ແຜນມົບປະມານ ແລະ ເງິນຕຣາ ຂອງຣັຖບານ ໂດຍ ສະມາຊິກສະພາແຫ່ງຊາຕ ສເນີໃຫ້ຣັບຖານ ເອົາໃຈໃສ່ ແລະ ຈັດຕັ້ງປະຕິບັດທຸກວຽກງານ ຢ່າງມີປະສິດທິພາບ ແລະ ປະສິດທິຜົລສູງສຸດ.
ນອກຈາກນີ້ ສະມາຊິກສະພາແຫ່ງຊາຕ ຍັງໄດ້ເນັ້ນໃຫ້ຣັຖບານ ແກ້ໄຂບັນຫາໜີ້ສິນສາທາຣະນະ, ບັນຫາເງິນເຟີ້, ການຄຸ້ມຄອງເງິນຕຣາ, ການຈັດສັນງົບປະມານທີ່ຊັກຊ້າ ແລະ ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ.
ສະມາຊິກສະພາແຫ່ງຊາຕ ຍັງຍອມຮັບວ່າ ການອະນຸຍາດໃຫ້ບໍຣິສັດ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາຂຸດຄົ້ນແຮ່ທາດ ເປັນຈໍານວນຫຼາຍ ໄດ້ສ້າງຄວາມເສັຽຫາຍຢ່າງໜັກຕໍ່ຊັພຍາກອນທັມມະຊາຕ, ສັດປ່າ ແລະ ປະຊາຊົນ ໃນະຂະນະດຽວກັນ ຜົລປໂຍດ ທີ່ໄດ້ຮັບມານັ້ນ ພັດບໍ່ກຸ້ມຄ່າ ກັບຊັພຍາກອນທີ່ເສັຽໄປ.