ແນວທາງຊ່ວຍເດັກນ້ອຍລາວ ໃນກາສິໂນຈີນ ຢູ່ພະມ້າ ຍັງຕີບຕັນ

ສຸພັດຕາ
2023.07.21
ແນວທາງຊ່ວຍເດັກນ້ອຍລາວ ໃນກາສິໂນຈີນ ຢູ່ພະມ້າ ຍັງຕີບຕັນ ກຸ່ມເຍົາວະຊົນລາວ ເປັນຈຳນວນນຶ່ງ ທີ່ຖືກຂາຍໄປ ຢູ່ໃນຣັຖກະຍີນ (ປະເທດພະມ້າ) ແລະ ຖືກບັງຄັບໃຫ້ເຮັດວຽກ ຕົວະເອົາເງິນ ທາງອິນເຕີເນັດ ຫຼື ໄຊເບີ້ຣ໌-ສະແກມ.
RFA photo illustration

ກ່ຽວກັບເຣີື່ອງການຊ່ອຍເຫຼືອເດັກນ້ອຍລາວ ຈໍານວນ 34 ຄົນ ຈາກຫຼາຍແຂວງຂອງລາວ ທີ່ຖືກຄ້າມະນຸສ ໄປເຮັດວຽກຕອບແຊັດ ຫຼອກລວງເອົາຄົນ ຜ່ານທາງອິນເຕີເນັດ ເຊິ່ງປັດຈຸບັນ ຍັງຕິດຄ້າງຢູ່ ໂຮງການິໂນ ຂອງຈີນ ໃນເມືອງເມັຽວະດີ ຣັຖກະຢິ່ນ ປະເທດພະມ້າ ໃນມື້ວັນທີ 18 ກໍຣະກະດາ 2023 ນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ແລະຕໍາແໜ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ: ທາງການພະມ້າ ກໍາລັງຊອກຫາທີ່ຢູ່ ທີ່ແນ່ນອນ ຂອງເດັກນ້ອຍເຫຼົ່ານັ້ນຢູ່.

ດັ່ງທ່ານກ່າວວ່າ:

ອັນນ່າ ທາງການພະມ້າ ເພິ່ນກະຍັງຄົ້ນຢູ່ເນາະດຽວນີ້ນ່າ ເພາະວ່າບ່ອນທີ່ເຂົາເຈົ້າ ສະຖານທີ່ ທີ່ເຂົາເຈົ້າແຈ້ງ ລະມັນບໍ່ແມ່ນບ່ອນທີ່ອັນນ່າ ບໍ່ແມ່ນສະຖານທີ່ ບ່ອນທີ່ຂະເຈົ້າ. Location ທີ່ເຂົາເຈົ້າສົ່ງມັນກະບໍ່ຖືກກັບບ່ອນ ລະຊື່ທີ່ເຂົາເຈົ້າແຈ້ງມາ ລະດຽວນີ້ ເພິ່ນຍັງປະສານ ກັບພາກສ່ວນທີ່ກ່ຽວຂ້ອງຢູ່ພຸ້ນເນາະ ໃນການກວດຄົ້ນຊ່ວຍເຫຼືອ ຊອກຫາພວກກ່ຽວຢູ່ເນາະ ໂຕນີ້ນ່າ.”

ເຈົ້າໜ້າທີ່ ທ່ານນີ້ ຍັງກ່າວຕື່ມ ກ່ຽວກັບຄວາມຫຍຸ້ງຍາກ ນັ້ນວ່າ:

ເນື່ອງຈາກຢູ່ພຸ້ນ ມັນກະມີຄວາມສັບສົນຫຼາຍຢ່າງເນາະ ເພິ່ນກະໄດ້ປະສານຕ່າງໆ ຕ້ອງແມ່ນເລື່ອງທາງການ ດໍາເນີນການເປັນທາງການຂອງເພິ່ນຫັ້ນນ່າ ອັນນີ້ເຮົາກະລໍ ໄດ້ແຕ່ປະສານນໍາເພິ່ນຫັ້ນແຫຼະເນາະ ກໍຂໍຄວາມຊ່ອຍເຫຼືອໄປທາງນັ້ນຢູ່ ຄືປົກກະຕິຫັ້ນນ່າ ສ່ວນວ່າອັນນ່າ ອັນອື່ນໆ ກະແມ່ນເຮົາເປັນຜູ້ປະສານງານເນາະ ເຮົາກະຢາກຊ່ວຍເຕັມທີ່ຫັ້ນແຫຼະ ເຮົາກະປະສານງານໄປ ເຮົາກະເຂົ້າໃຈຢູ່ເນາະ ພໍ່ແມ່ປະຊາຊົນເພິ່ນກະຊິລໍຖ້າລູກເຕົ້າເພິ່ນຫັ້ນນ່າ ເຮົາກະເປັນຜູ້ປະສານງານເນາະ ບໍ່ແມ່ນຜູ້ຈັດຕັ້ງປະຕິບັດຢູ່ພຸ້ນຫັ້ນນ່າ ທາງເຮົາກະໄດ້ປະສານໄປ ຄືເຈົ້າປະສານມາ ຄືທາງຄອບຄົວເພິ່ນປະສານມາແບບນີ້ຫັ້ນແຫຼະເນາະ ປະສານຫາທາງການເພິ່ນຫັ້ນນ່າ ເຮົາກະຢາກຊ່ວຍເຕັມທີ່ ໃຫ້ອອກມາໄວໆຫັ້ນນ່າ ທວງເພິ່ນແບບນີ້ຫັ້ນນ່າ ສ່ວນວ່າຊິລົງໄປອັນນ່າ ເຂົ້າພື້ນທີ່ ກະແມ່ນທາງເຈົ້າໜ້າທີ່ທາງເພິ່ນເພາະ ທາງພະມ້າເພິ່ນ ຈະປະຕິບັດການຊ່ອຍເຫຼືອພວກເຮົາເນາະ ເຮົາກະໄດ້ທວງໄດ້ປະສານງານ ກະທວງໆເປັນແຕ່ລະໄລຍະໆແບບນີ້ໄປ ເທື່ອອິດນຶ່ງ 2-3 ເທື່ອຊິນ່າ.”

ກ່ຽວກັບເຣື່ອງນີ້ ທາງດ້ານພໍ່ແມ່ຜູ້ປົກຄອງ ຂອງເດັກນ້ອຍ ແຂວງຫຼວງນໍ້າທາ ທີ່ລູກເຕົ້າ ຍັງຕິດຄ້າງ ຢູ່ໂຮງການິໂນ ຂອງຈີນ ໃນປະເທດພະມ້າ ແລະຫາກໍໄດ້ລົມກັບລູກຊາຍ ກໍກ່າວວ່າ:

ອັນຕາມທີ່ວ່າ ແມ່ໄດ້ລົມ (ລູກ) ມື້ກີ້ນ່າ ຄັນວ່າ ຊິເຂົ້າໄປຊ່ວຍ ມັນກໍບໍ່ເປັນອັນຍາກນ່າ ເພາະວ່າ ບ່ອນຫັ້ນ ບ່ອນບໍ່ເຊື່ອແມ່ນບໍ່ໃຫຍ່ເນ່ ເຂົາກະເຮັດຢູ່ບ້ານນອກບ້ານນາ ບ້ານຊົນນະບົດ ບ້ານນອກ ຢູ່ບ່ອນເຂົາຢູ່ ບ່ອນເຂົາເຮັດວຽກດຽວນີ້ນ່າ ບ່ອນໃຫຍ່ໆແທ້ ແມ່ນຢູ່ໂຕເມືອງເຂົາພຸ້ນ ດຽວນີ້ ເຂົາແຫ່ງຊື້ບ່ອນຢູ່ບ່ອນນອນໃໝ່ມາໃສ່ ເຂົາຈິເອົາຈຸນີ້ຍ້າຍ ຊິຍ້າຍໄປຢູ່ສັ້ນສອງບໍ ຫຼືບ່ອນໃໝ່ບໍ່ຮູ້.”

ທາງດ້ານ ພໍ່ແມ່ຜູ້ປົກຄອງ ຂອງເດັກນ້ອຍແຂວງຫຼວງນໍ້າທາ ອີກຄົນນຶ່ງ ທີ່ລູກຖືກເຄາະຮ້າຍ ແລະຍັງຕິດຄ້າງ ຢູ່ພະມ້າ ກໍມີຄວາມເຫັນ ກ່ຽວກັບເຣື່ອງການຊ່ອຍເຫຼືອລູກເຕົ້າ ນັ້ນວ່າ:

ຄັນວ່າມັນເປັນໄປໄດ້ແທ້ ຄັນຂະເຈົ້າວ່າ ເອີ່ ມີຄວາມສາມາດຈິຊ່ອຍໄດ້ ແມ່ກໍ ດີອົກດີໃຈຢູ່ ເອີ່ຄັນວ່າ ຖ້າໄປຕາມຂັ້ນຕອນ ຂັ້ນຕາມຂັ້ນຕອນ ແຕ່ກໍຢາກໃຫ້ເລັ່ງດ່ວນຕື່ມໜ້ອຍນຶ່ງຫັ້ນນ່າ ແຕ່ວ່າ ມາເຫັນສະພາບລູກແບບນັ້ນແລ້ວກໍ ແບບວ່າ ບໍ່ຢາກໃຫ້ທາງຣັຖບານເພິ່ນບໍ່ຕ້ອງລໍຖ້າຫຼາຍ ມີການເລັ່ງ ເລັ່ງໄດ້ໜ້ອຍນຶ່ງກະເລັ່ງໄປສາຫັ້ນນ່າ ເພາະວ່າເດັກນ້ອຍເຂົາເຈົ້າ ກໍບໍ່ໄຫວແລ້ວຫັ້ນນ່າ ເພິ່ນກໍບໍ່ລົງໂທດອັນໄຟຊ໋ອດ ກະລົງໂທດແນວອື່ນຫັ້ນນ່າ ເດັກນ້ອຍເຂົາກໍ ຄືວ່າແຫຼະ ອາຍຸເຂົາກະບໍ່ເຖິງກະສຽນແດ່ ອີກຢ່າງເຂົາກະໄປຜິດກົດໝາຍ ກະແມ່ນຢູ່ຫັ້ນນ່າ ກະຢາກໃຫ້ຣັຖບານເຄັ່ງຄັດຕື່ມຫັ້ນນ່າ ແບບວ່າຢາກໃຫ້ຊ່ອຍເຫຼືອອອກມາໄວໆຕື່ມຫັ້ນນ່າ ຢາກບໍ່ຢາກກໍ ຄືວ່າແຫຼະ ເຫັນລູກຕົກໃນສະພາບແບບນັ້ນ ກະເລີຍວ່າ ຈັກຊິເຮັດຈັ່ງໃດ ຈັກຊິເວົ້າແນວໃດ ກະບໍ່ຮູ້ຊິເວົ້າເລີຍນ່າ ມັນຄືວ່າຕໍາໃຈ ຄືວ່າບີບຫົວໃຈ ເອົາແທ້ເອົາວ່າ.”

ຜູ້ປົກຄອງຄົນນີ້ ຍັງເລົ່າໃຫ້ຟັງຕື່ມ ຕອນທີ່ໄດ້ລົມກັບລູກຊາຍ ນັ້ນວ່າ:

ມື້ຄືນນີ້ກະໄດ້ລົມລູກຊາຍຢູ່ ມື້ຄືນນີ້ລູກຊາຍໂທຫາ ໂທຫາລະຖາມວ່າ ເປັນແນວໃດລູກເອີ່ຍ ເປັນແນວໃດ ກະຈິຕາຍແລ້ວແມ່ເອີ່ຍ ເຂົາບໍ່ໄຟຊ໋ອດຢູ່ ແຕ່ເຂົາກໍເຮັດແນວອື່ນ ເບິ່ງຄິ້ວຫຍັງກໍແຕກໝົດ ຕາຍແລ້ວເລືອດຍ່າງຍ້ອຍຢູ່ ຈົນໄຫ້ໃສ່ລູກ ວ່າຕາຍແລ້ວ ຂະເຈົ້າຕີ ຕີແລ້ວກໍ ເອົາເຫຼັກເສັ້ນຫັ້ນແຫຼະຕີນ່າ ແລ້ວກໍເອົາໄປຕາກແດດ ແລ້ວແບກຕຸກນໍ້າດືື່ມຫັັ້ນແຫຼະ ຕາກແດດອີກ ຈົນໂອ່ຍ... ຈົນກໍ່າຈົນໝ້ານເບິດ ຊິເຮັດຈັ່ງໃດຫຸ ຟ້າວແຕ່ລົມແຕ່ໜ້ອຍດຽວນຶ່ງ ລະວ່າແມ່ ທໍ່ນີ້ລະເດີ້ ເຂົາກະຕິດຕາມຢູ່ນີ້ແດ່ ຊິເວົ້າຫຍັງ ກະບໍ່ຊ່າງເວົ້າຫຼາຍແດ່ ມີແຕ່ວ່າໃຫ້ອີ່ພຍາຍາມເນີ ວ່າຊິໃຫ້ໄດ້ອອກໄປນີ່ ຄືຊິບໍ່ໄດ້ອອກໄປແລ້ວແຫຼະ ຄັນນອກຈາກວ່າ ຣັຖບານເພິ່ນບໍ່ຊ່ວຍນິ່ ດຽວນີ້ແມ່ນເຂົາເຈົ້າຈິຍ້າຍ ບໍຣິສັດຕື່ມແລ້ວແມ່ເອີ່ຍດຽວນີ້ນ່າ ຊິເຮັດຈັ່ງໃດ.”

ໃນຂະນະທີ່ ຜູ້ປົກຄອງຂອງເດັກນ້ອຍ ຄົນທີ 3 ເຊິ່ງຂາດການຕິດຕໍ່ກັບລູກຊາຍ ມາໄດ້ຫຼາຍເດືອນແລ້ວນັ້ນ ກໍເວົ້າແບບສີ້ນຫວັງ ວ່າ:

ກະຍັງວ່າ ແມ່ກະເມິດປັນຍາ ບໍ່ຊ່າງຊິຄຶດແລ້ວນ່າ ຕິດຕໍ່ຫາລູກກໍບໍ່ໄດ້ ຕັ້ງແຕ່ເດືອນ ເຂົາກິດກຸດຈີນຫັ້ນເທົ່າດຽວນີ້ ລູກຊາຍຫັ້ນຕິດຕໍ່ບໍ່ໄດ້ ກະບໍ່ຕິດຕໍ່ແມ່ອອກມາເລີຍ ມີແຕ່ຖາມໝູ່ຖາມຄູ່ເຂົາ ຖາມພໍ່ແມ່ແລ່ນນໍາກັນຫັ້ນ ລູກເຂົາໂທມາ ໄດ້ເຮົາກະຖາມຂ່າວຖາມຄາວ ລູກກະວ່າ ບໍ່ເປັນຫຍັງ ຍັງຢູ່ຫັ້ນ ເຮົາກໍບໍ່ຊ່າງຊິເຮັດແນວໃດ ຊິແລ່ນທາງໃດອີກເນາະ ຄືວ່າ ຄັນເອີ່ ຣັຖບານລາວນີ້ ໃຫ້ຄໍາຕອບວ່າ ຊ່ອຍບໍ່ໄດ້ແລ້ວດຽວນີ້ນີ່ ເຮົາໄປຂໍຮ້ອງປະເທດອື່ນຊ່ອຍນີ້ ຊິໄດ້ໄວຫວາ.”

ຜູ້ປົກຄອງ ຄົນນີ້ ຕື່ມອີກວ່າ ເຖິງແນວໃດກໍຕາມ ກໍຂໍໃຫ້ຂໍຝາກຄໍາຮ້ອງຮຽນນີ້ ເຖິງໃຫ້ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ແດ່ວ່າ:

ກໍຢາກໃຫ້ເລັ່ງນໍາເພິ່ນເນາະວ່າ ທາງການພະມ້າຫັ້ນ ເພິ່ນຊ່ອຍຮອດຂັ້ນໃດແລ້ວ ພໍ່ແມ່ກະຢາກຮູ້ວ່າ ລູກກະຕິດຢູ່ຫັ້ນເກືອບຊິຮອດປີແລ້ວ ຄືວ່າ ຊ່ອຍບໍ່ໄດ້ຫຍັງນ່າ ດຽວນີ້ພໍ່ແມ່ກໍບໍ່ຊ່າງຊິໄປທາງໃດ ແລ້ວນ່າ ພໍ່ແມ່ກະເຫຼືອໃຈ ພໍ່ແມ່ເນາະເປັນຫ່ວງລູກ ຢາກໃຫ້ລູກອອກມາເຮືອນມາຊານໄວໆ.”

ນອກຈາກນີ້ ທາງດ້ານເດັກນ້ອຍ ທີ່ຖືກເຄາະຮ້າຍ ແລະຍັງຕິດຄ້າງຢູ່ພະມ້ານັ້ນ ຕ່າງຍັງຄອງຖ້າ ການໄປຊ່ອຍເຫຼືອຈາກທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງຢູ່ທຸກມື້ ເພາະເຂົາເຈົ້າ ເວົ້າວ່າ ໄດ້ລໍຖ້າການຊ່ອຍເຫຼືອ ມາເກືອບຈະຮອດປີແລ້ວ ແຕ່ກໍຍັງບໍ່ມີຫຍັງເກີດຂຶ້ນ.

ຢ່າງໃດກໍຕາມ ອີງຕາມທີ່ໄດ້ລົມກັບ ພໍ່ແມ່ຜູ້ປົກຄອງຂອງເດັກນ້ອຍ ແຂວງຫຼວງນໍ້າທາ ທີ່ລູກເຕົ້າຍັງຕິດຄ້າງຢູ່ພະມ້າ ແລ້ວແມ່ນວ່າ ພວກເຂົາເຈົ້າ ຢາກໃຫ້ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ເລັ່ງໃຫ້ການຊ່ອຍເຫຼືອເດັກນ້ອຍ ທີ່ຖືກເຄາະຮ້າຍນັ້ນໂດຍໄວ ເພາະປັດຈຸບັນ ເດັກນອຍຫຼາຍຄົນກໍເຈັບປ່ວຍ ເປັນຕຸ່ມຕາມຕົນໂຕ ເງິນຈະຊື້ຢາປົວໂຕເອງກໍບໍ່ມີ ແຖມຍັງຖືກບັງຄັບ ໃຫ້ເຮັດວຽກໜັກຫຼາຍຊົ່ວໂມງຕໍ່ມື້ ຖ້າຫາກເຮັດວຽກຫາລູກຄ້າ ຫາເງິນໃຫ້ເຂົາບໍ່ໄດ້ ກໍຖືກລົງໂທດ ຕ່າງໆນາ. ສະບາຍດີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.