SMEs ໃນປະເທດ ປະສົບບັນຫາແຫຼ່ງທຶນ

ຈຳປາທອງ
2023.07.19
SMEs ໃນປະເທດ ປະສົບບັນຫາແຫຼ່ງທຶນ ບໍຣິສັດ ທີ່ໃຫ້ບໍຣິການ "ຂົນສົ່ງດ່ວນ" ແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ. ວັນທີ 18 ກໍຣະກະດາ 2023.
ນັກຂ່າວ ພົລເມືອງ

2-3 ປີຜ່ານມານີ້ ທາງການລາວ ແລະພາກສ່ວນທຸຣະກິຈ ທີ່ກ່ຽວຂ້ອງ ສນັບສນູນໃຫ້ປະຊາຊົນລົງທຶນເຮັດທຸຣະກິຈ ຂນາດນ້ອຍ ແລະຂນາດກາງ (SMEs) ເພື່ອຫລຸດຜ່ອນການນໍາສິນຄ້າ ຕ່າງປະເທດເຂົ້າມາ ແລະກະຕຸ້ນເສຖກິຈ ພາຍໃນປະເທດ, ແຕ່ກໍເປັນການຍາກ ເພາະວ່າບໍ່ມືທຶນ ຖ້າຈະຢືມນໍາທະນາຄານ ດອກເບັ້ຍກໍສູງ ແລະການປະກອບເອກກະສານ ຫຍຸ້ງຍາກ.

ດັ່ງຊາວກະສິກອນ ຢູ່ນະຄອນຫລວງວຽງຈັນ ຜູ້ນຶ່ງ ເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 19 ກໍຣະກະດານີ້ວ່າ:

ໂອ້ຫລາຍຢ່າງ ລ້ຽງງົວລ້ຽງໝູລ້ຽງເປັດລ້ຽງໄກ່. ມັນຍາກນ່າ ມັນບໍ່ຄ່ອຍມີແລ້ວດອກເບັ້ຽ. ມັນກໍສູງນ່າ ບາງບ່ອນຫັ້ນນ່າ ສ່ວນຫລາຍເຮົາກໍໃຊ້ເງິນທຶນເຮົາເລີຍ. ດຽວນີ້ຫັ້ນນ່າ ກໍຄິດຊິໄປກູ້ຫັ້ນແຫລະ ແຕ່ດອກເບັ້ຽມັນສູງ ແລ້ວປະອບເອກະສານຫຍຸ້ງຍາກຫັ້ນນ່າ. ອື ຂະເຈົ້າໄລ່ປະມານ 2% ນີ້ແຫລະນໍ. 2% ຕໍ່ເດືອນບໍ່ ແມ່ນແຫລະ ກໍຕົກຢູ່ປີນຶ່ງ ກໍຕົກຢູ່ 10 ປາຍເປີເຊັນພຸ້ນເດ໋.

ປັດຈຸບັນ ປະຊາຊົນທີ່ຕ້ອງການເຮັດທຸຣະກິຈ ຂນາດນ້ອຍ ແລະຂນາດກາງ ຕ້ອງໄດ້ໃຊ້ເງິນທຶນຂອງຕົນເອງ ຍ້ອນດອກເບັ້ຍທະນາຄານສູງ ເຮັດໃຫ້ຄົນຈໍານວນນຶ່ງ ທີ່ບໍ່ມີທຶນຫລາຍໄດ້ເຮັດທຸຣະກິຈ ຂນາດນ້ອຍ ເຊັ່ນລ້ຽງໝູ 20-30 ໂຕ.

ດັ່ງທີ່ທ່ານເວົ້າວ່າ:

ກໍມີຫລາຍເດ້ ຄົນກໍລ້ຽງໝູລ້ຽງຫຍັງ ຄົນກໍມີທຶນນ່າ ເພາະດຽວນີ້ບາງຄົນ ເພິ່ນກໍຍັງເຮັດລາຍຍ່ອຍ ລ້ຽງປະມານ 20-30 ໂຕຊີ້ນ່າ ກໍບັນຫາມັນຢູ່ທີ່ວ່າເງິນທຶນທີ່ຈະໄປຊື້ໝູຊື້ຫຍັງຊີ້ນ່າ ເພາະດຽວນີ້ລູກໝູຢູ່ລາວດຽວນີ້ ມັນກໍຖືກໂຕນຶ່ງປະມານໂຕລະລ້ານກີບເນາະ ລູກໝູນ້ອຍໆຫັ້ນນ່າເພາະເຣດເງິນມັນຂຶ້ນຕີ້.”

ສໍາລັບຜູ້ທີ່ຕ້ອງການກູ້ຢືມເງິນ ນໍາທະນາຄານ ກໍຕ້ອງມີໃບຕາດິນຄໍ້າປະກັນ ແລະທາງທະນາຄານ ຈະປ່ອນເງິນກູ້ໃຫ້ໜ້ອຍ ເຊັ່ນວ່າ ມູນຄ່າຊັພສິນທີ່ຄໍ້າປະກັນ 1 ຕື້ 2 ຕື້ກີບ ທາງທະນາຄານຈະໃຫ້ກູ້ຢືມປະມານ 1 ຮ້ອຍ, 2 ຮ້ອຍລ້ານກີບ ເທົ່ານັ້ນ.

ດັ່ງປະຊາຊົນລາວນາງນຶ່ງ ທີ່ສົນໃຈເຮັດທຸຣະກິຈ ຂນາດນ້ອຍ ແຕ່ຍັງບໍ່ມີທຶນເວົ້າໃນມື້ດຽວກັນນີ້ວ່າ:

ສ່ວນຫລາຍ ຄົນລາວເຮົາມັກໃຊ້ທຶນຕົນເອງ ແທບທັງເບິດຫັ້ນລະ ຈະບໍ່ໄດ້ຄ່ອຍກູ້ຢືມປານໃດ. ມີທຶນໜ້ອຍກໍເຮັດໜ້ອຍ. ສ່ວນຫລາຍກໍມີແຕ່ທຶນໂຕເອງ ບໍ່ໄດ້ໄປກູ້ຢືມດອກ ຄັນວ່າເຮັດປະເພດການກະເສດຫັ້ນນ່າ. ກູ້ຢືມກໍມີແຕ່ຜ່ານທະນາຄານ ຫຍຸ້ງຍາກຫັ້ນນ່າ ມັນຊັບຊ້ອນເຂົາຕີມູນຄ່າເຮົາ ມັນຕໍ່າຫັ້ນນ່າ ຄັນວ່າເປັນດິນເປັນເຮືອນເຮົາ ຄື້ນຶ່ງສອງຕື້ ເຂົາກໍໃຫ້ປະມານຮອຍນຶ່ງ 200 ລ້ານ ຈັ່ງຊີ້ ມັນກໍບໍ່ຄຸ້ມຄ່າ.

ທີ່ຜ່ານມາ ຜູ້ທີ່ຈະໄດ້ເງິນກູ້ເພື່ອເຮັດທຸຣະກິຈ ດັ່ງກ່າວ ດ້ວຍດອກເບັ້ຍຕໍ່າ ມັກຈະເປັນເຈົ້າຂອງກິຈການ ທີ່ມີເງິນທຶນຂນາດໃຫຍ່, ສາມາດສ້າງເປັນຟາມ ເຊັ່ນຟາມລ້ຽງງົວໄດ້ ແລະເຮັດທຸຣະກິຈໄດ້ແລ້ວ ໃນລະດັບນຶ່ງ.

ດັ່ງພະນັກງານ ຢູ່ຟາມລ້ຽງງົວແຫ່ງນຶ່ງ ທີ່ນະຄອນຫລວງວຽງຈັນເວົ້າວ່າ:

ຄົນເຂົາເຈົ້າກໍເຂົ້າໄປແຫລ່ງທຶນໄດ້ ໂຕນີ້ເຮົາຕ້ອງສ້າງຟາມຂຶ້ນມາ ຖືວ່າເປັນຟາມຖາວອນ ແລ້ວຕ້ອງມີທະບຽນຟາມຢ່າງດີ ເອົາທະບຽນຂອງຟາມເຮົານີ້ໄປຫາທະນາຄານ ໂຕນີ້ກໍຄືວ່າແຫລ່ງທຶນກໍຄືຟາມງົວ ຈັດງົວສົ່ງອອກຈັ່ງຊີ້. ເຂົ້າຕາມທ້ອງຕລາດ ຫລືວ່າສົ່ງຂຶ້ນໄປຈີນບໍ່ຈັ່ງຊີ້ ຖ້າເຮົາເຫັນເຖິງຫັ້ນນ່າ ມັນກໍໂອເຄຢູ່.

ເພື່ອສົ່ງເສີມເຣື່ອງທີ່ວ່ານີ້ ທາງການລາວ ໄດ້ອອກກົດໝາຍວ່າດ້ວຍການສົ່ງເສີມ ວິສາຫະກິຈຂນາດນ້ອຍ ແລະຂນາດກາງ ເມື່ອປີ 2012 ທີ່ເວົ້າເຖິງການຜລິດສິນຄ້າ ດ້ານອຸດສາຫະກໍາປຸງແຕ່ງ, ຫັດຖະກັມ, ແລະການຜລິດກະສິກັມ ເປັນສິນຄ້າ, ການບໍຣິການດ້ານທ່ອງທ່ຽວ ແລະການບໍຣິການອື່ນໆ, ແຕ່ຜູ້ທີ່ຢາກເຮັດທຸຣະກິຈນັ້ນ ພັດບໍ່ມີເງິນທຶນ ແລະເຂົ້າເຖິງແຫລ່ງທຶນໄດ້ຍາກ, ມັນຈະເບິດກ່ອນ, ບໍ່ທັນບໍຣິສັດໃຫຍ່.

ດັ່ງນັກຊ່ຽວຊານດ້ານ ເສຖກິຈຈຸລະພາກ ທ່ານນຶ່ງເວົ້າວ່າ:

ຍາກໆເພາະວ່າ 3% ນີ້ ບໍຣິສັດຫລື SMEs ຂນາດນີ້ເຂົ້າຫາໄດ້ຍາກ ເພາະວ່າມັນຈະເມິດກ່ອນ ມັນບໍ່ທັນ ບໍ່ທັນກັບບໍຣິສັດໃຫຍ່ ຄືໂຕຢ່າງທະນາຄານທຸຣະກິຈ ບາງທະນາຄານ ມັນໄດ້ໂຄຕ້າປ່ອຍດອກເບັ້ຽ 3% ໃຫ້ກັບ SMEs ຈັ່ງຊີ້ເນາະ. SMEs ຂນາດນ້ອຍເຂົ້າໄປຫານີ້ ມັນກໍເບິດກ່ອນແລ້ວເພາະວ່າ ຂະເຈົ້າເຮັດເປັນຂະເຈົ້າ ມີໂຄຕ້າໃນການປ່ອຍເດ້.

ກ່ຽວກັບເຣື່ອງນີ້ ເຈົ້າຂອງໂຮງງານເຟີນິເຈີ້ ຂນາດນ້ອຍ ຢູ່ເມືອງທ່າແຂກ ແຂວງຄໍາມ່ວນ ກໍໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ເມື່ອບໍ່ດົນມານີ້ວ່າ ທາງການລາວ ແລະອົງການຊ່ອຍເຫລືອ ສາກົລ ໄດ້ຈັດສັນງົບປະມານ ແລະທຶນຊ່ອຍເຫລືອ ຈໍານວນນຶ່ງໃຫ້ທະນາຄານທຸຣະກິຈ ເພື່ອປ່ອຍເງິນກູ້ໃຫ້ຄົນລາວ ທີ່ຕ້ອງການເຮັດທຸຣະກິຈ ຂນາດນ້ອຍ ແລະຂນາດກາງ ໃນອັດຕຣາດອກເບັ້ຍຕໍ່າ ຕາມເວລາທີ່ກໍານົດ, ແຕ່ໃນສະພາບໂຕຈິງ ຜູ້ທີ່ຢາກເຮັດນັ້ນ ບໍ່ສາມາດເຈົ້າເຖິງແຫລ່ງທຶນນີ້ໄດ້ ຍ້ອນພາກສ່ວນທີ່ກ່ຽວຂ້ອງມັກປ່ອຍທຶນນັ້ນ ໃຫ້ພວກທີ່ເຮັດທຸຣະກິຈ ຂນາດໃຫຍ່ກູ້ຢືມກ່ອນ.

ທີ່ຜ່ານມາ ການລົງທຶນດ້ານກະສິກັມ ປູກຝັງ ລ້ຽງສັດ ເປັນຂແນງການທີ່ ທະນາຄານທຸຣະກິຈ ເນັ້ນໃສ່ຫລາຍກ່ອນໝູ່ ເພື່ອກະຕຸ້ນເສຖກິຈ ແລະຫລຸດຜ່ອນການນໍາສິນຄ້າ ຕ່າງປະເທດເຂົ້າມາ, ແຕ່ມີຄົນຈໍານວນນຶ່ງ ສວຍໂອກາດ ຕົວະເອົາເງິນກູ້ຢືມດ້ວຍດອກເບັ້ຍຕໍ່ານັ້ນ ໄປໃຊ້ໜີ້ສິນ.

ດັ່ງເຈົ້າໜ້າທີ່ ສະຖາບັນການເງິນ ສໍາລັບປ່ອຍສິນເຊື່ອທ່ານນຶ່ງ ເວົ້າວ່າ:

ລູກຄ້າຫລັກໆສ່ວນໃຫຍ່ ທີ່ວ່າເພິ່ນເນັ້ນໃສ່ກະສິກັມ ເພາະວ່າດອກເບັ້ຽມັນຖືກ. ຄັນເປັນ SMEs ດອກເບັ້ຽຫັ້ນລະແມ່ນ 2%. ກ່ອນຊິໄດ້ເງິນກໍຍາກເຕິບເນາະ. ເງື່ອນໄຂກໍຕ້ອງຄົບຖ້ວນ ກໍຕ້ອງໃຫ້ເພິ່ນເຫັນທຸກອັນທຸກແນວ. ຕ້ອງມີມູນຄວາມຈິງຫັ້ນແຫລະ ລູກຄ້າສ່ວນໃຫຍ່ຫັ້ນ ຈະລັກສະນະແບບແປກປອມເນາະ ແລ້ວກໍຕົວະຫັ້ນນ່າ. ພວກທີ່ຕົວະສ່ວນຫລາຍນີ້ ເຮັດໄຮ່ເຮັດສວນ ໜ້ອຍດຽວເນາະ. ແລ້ວໄປແອບອ້າງເອົາຂອງຜູ້ອື່ນ. ໄປຮວມກັບຄົນອື່ນ ທີ່ວ່າຂະເຈົ້າເຮັດຫລາຍໆຫັ້ນນ່າ. ແລ້ວມາເຮັດເປັນເງື່ອນໄຂ ເພື່ອໃຫ້ໄດ້ເງິນກ້ອນນີ້ໄປ ຄັນໄດ້ເງິນກ້ອນນີ້ໄປແລ້ວ ກໍບໍ່ເອົາເຮັດ.

ເຖິງທາງການລາວ ຈະສົ່ງເສີມການລົງທຶນເຮັດທຸຣະກິຈຂ ນາດນ້ອຍ ແລະຂນາດກາງ ມາຫລາຍປີ ແຕ່ນະໂຍບາຍນັ້ນ ມີອຸປະສັກຫລາຍຢ່າງ ໂດຍສະເພາະຄວາມສາມາດ ໃນການອຸດໜູນ ດ້ານເງິນຕຣາຕ່າງປະເທດໃຫ້ໄດ້ ເຮັດໃຫ້ຜູ້ທີ່ລົງທຶນ ບໍ່ສາມາດຊື້ເຄື່ອງຂອງ ທີ່ຈໍາເປັນຕໍ່ການເຮັດທຸຣະກິຈ ຈາກຕ່າງປະເທດໄດ້.

ດັ່ງນັກຊ່ຽວຊານ ດ້ານເສຖກິຈ ຈຸລະພາກຜູ້ດຽວກັນນີ້ ເວົ້າວ່າ:

ຄັນວ່າຜລິຕພັນພາຍໃນ ມັນຫລາຍຄືກັບປະເທດອ້ອມຂ້າງ ເພື່ອນບ້ານ ຄືຢ່າງກັບໄທຍເນາະ ມັນກໍມີຫລາຍຢ່າງເນາະ ທີ່ຈະຕ້ອງໄດ້ອາສັຍນໍາເຂົ້າ ຈາກຕ່າງປະເທດ ດັ່ງນັ້ນບາງຫົວໜ່ວຍທຸຣະກິຈ ກໍຈໍາເປັນຈະຕ້ອງໄດ້ແລກປ່ຽນເງິນຕຣາ ອັນນີ້ກໍຖືວ່າເປັນຄວາມທ້າທາຍອັນນຶ່ງ.

ກ່ອນໜ້ານີ້ ທ່ານ ດາວອນ ພຣະຈັນທະວົງ ຮອງປະທານສະພາການຄ້າ ແລະອຸດສາຫະກັມແຫ່ງຊາຕ ຂອງລາວ ໄດ້ກ່າວຕໍ່ໜັງສືພິມວຽງຈັນທາຍສ໌ ວ່າ ປະເທດລາວກໍາລັງປະສົບບັນຫາ ການຂາດແຄນເງິນຕຣາຕ່າງປະເທດ ຍ້ອນເງິນກີບອ່ອນຄ່າລົງຢ່າງຕໍ່ເນື່ອງ ຊຶ່ງເປັນອຸປສັກສໍາຄັນຂອງທຸຣະກິຈ ຂນາດນ້ອຍ ແລະຂນາດກາງ. ພ້ອມກັນນັ້ນ ທ່ານກໍສເນີວິທີແກ້ໄຂ ບັນຫານີ້ ເປັນຕົ້ນເຣື່ອງການດຶງດູດ ນັກທ່ອງທ່ຽວຈ າກຕ່າງປະເທດເຂົ້າມາລາວ, ສນັບສນູນນັກທຸຣະກິຈ ຕ່າງປະເທດ ເຂົ້າມາລົງທຶນປູກພືດເສຖກິຈເພື່ອການສົ່ງອອກ, ສົ່ງເສີມການສົ່ງອອກ ໂດຍສະເພາະສິນຄ້າກະເສດ ແລະອໍານວຍຄວາມສະດວກໃຫ້ຄົນງານລາວ ທີ່ເຮັດວຽກຢູ່ຕ່າງປະເທດ ສົ່ງເງິນກັບປະເທດຫລາຍຂຶ້ນ. ທ່ານກ່າວວ່າ ນະໂຍບາຍສັ່ງໂຈະກິຈການແລກປ່ຽນເງິນຕຣາ ຂອງຣັຖບານລາວ ເປັນແນວທາງທີ່ດີ ໃນການຄຸ້ມຄອງ ບໍ່ໃຫ້ເງິນກີບອ່ອນຄ່າລົງ. ແຕ່ເຖິງຢ່າງໃດກໍຕາມ ທາງການລາວ ບໍ່ທັນສາມາດຕອບສນອງ ເງິນຕຣາຕ່າງປະເທດ ໃຫ້ຜູ້ປະກອບການ SMEs ໄດ້ພໍເທົ່າໃດ ເພື່ອໃຊ້ຈ່າຍໃນການຊື້ ເຄື່ອງຂອງທີ່ຈໍາເປັນ ຕໍ່ການດໍາເນີນທຸຣະກິຈນັ້ນ.  

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.