ເຣື້ອງທີ່ເກັບບັນທຶກໄວ້
2023-05-24
ປະຊາຊົນ ຢູ່ຫຼາຍບ້ານ ໃນແຂວງເຊກອງ ບໍ່ສາມາດເຂົ້າເຖິງ ລະບົບນ້ຳປະປາ ເນື່ອງຈາກວ່າ ພາກຣັຖມີຂໍ້ຈຳກັດ ໃນການໃຫ້ບໍຣິການ ຢ່າງທົ່ວເຖິງ ເຮັດໃຫ້ຊາວບ້ານ ຕ້ອງໄດ້ເພິ່ງພາ ນ້ຳຕາມລຳຫ້ວຍ ເພື່ອໃຊ້ເຂົ້າໃນການ ອຸປະໂພກ ແລະບໍຣິໂພກ ເຊິ່ງກໍເປັນບັນຫາຕໍ່ສຸຂພາບ.
2023-05-24
ທນາຄານໂລກປະເມີນວ່າ ເສຖກິຈລາວ ກຳລັງຟື້ນໂຕ, ແຕ່ຊາວລາວ ຍັງຕ້ອງປະເຊີນກັບຜົລກະທົບ ຈາກເງິນກີບອ່ອນຄ່າ ແລະ ຄ່າຄອງຊີບສູງ
2023-05-23
ວຽດນາມ ແລະ ຈີນ ເປັນຈຸດໝາຍປາຍທາງ ຂອງການຮຽນຕໍ່ ຍ້ອນ 2 ປະເທດນີ້ ມີທຶນການສຶກສາ ຊັ້ນ ໃຫ້ນັກສຶກສາ ຈາກປະເທດລາວ ໂດຍຜແນກສຶກສາທິການ ແລະກິລາ ແຂວງຕ່າງໆ ແລະ ສະຖາບັນການສຶກສາຊັ້ນສູງ ໃນປະເທດວຽດນາມ ໄດ້ສ້າງຄວາມຮ່ວມມື ໃນວຽກງານ ຂແນງການສຶກສາຂອງລາວ.
2023-05-23
ສູນບຳບັດ ຜູ້ຕິດຢາເສບຕິດ ແຫ່ງທຳອິດ ຂອງແຂວງໄຊຍະບູຣີ ຈະຖືກສ້າງຂຶ້ນ ເພື່ອຮອງຮັບ ຜູ້ຕິດຢາເສບຕິດທີ່ມີຈຳນວນເພີ່ມຂຶ້ນ ພາຍໃນແຂວງ, ເຊິ່ງຊາວລາວ ໃນແຂວງດັ່ງກ່າວ ເຫັນວ່າ ເປັນສິ່ງທີ່ດີ ເພາະຈະເປັນອີກແຮງນຶ່ງ ຊ່ອຍຫຼຸດຜ່ອນ ບັນຫາຢາເສບຕິດ ພາຍໃນແຂວງໄດ້.
2023-05-23
ທາງການລາວ ເດີນໜ້າພັທນາໂຄງການ ເຂື່ອນໄຟຟ້າ ພູງອຍ ໃນແຂວງຈຳປາສັກ ຊຶ່ງເປັນເຂື່ອນຂນາດໃຫຍ່ ທີ່ຈະສ້າງໃສ່ແມ່ນໍ້າຂອງ ເພື່ອສນອງໄຟຟ້າ ໃຫ້ກັບປະເທດໄທຍ ແລະ ປັດຈຸບັນໂຄງການດັ່ງກ່າວ ຢູ່ລະຫວ່າງ ການປະກອບຄຳຄິດ-ຄຳເຫັນ ຈາກຜູ້ມີສ່ວນໄດ້ສ່ວນເສັຍ ສະບັບສຸດທ້າຍ ຄັ້ງທີ 2.
2023-05-22
ນັກເຄື່ອນໄຫວ ດ້ານການເມືອງ ຊາວລາວ ຖືກຈັບກຸມ ແລະ ຄາຕກັມ ລວມທັງ ທ້າວ ບຸນສວນ ກິດຕິຍາໂນ ນັກເຄື່ອນໄຫວ ທາງດ້ານປະຊາທິປະໄຕ ແລະ ສິດທິມະນຸສ ທີ່ຖືກຍິງ ຈົນເສັຽຊີວິດ ຢູ່ແຂວງອຸບົນຣາຊທານີ ປະເທດໄທຍ.
2023-05-22
ຄົນງານລາວ ຈາກແຂວງຫົວພັນ ປະມານ 10 ຄົນ ທີ່ເຮັດວຽກ ຢູ່ສວນຢາງພາຣາ ຂອງຈີນ ແຫ່ງນຶ່ງ ໃນແຂວງອັດຕະປື ຖືກພະນັກງານ ຂອງສວນຢາງພາຣາ ດັ່ງກ່າວຂົ່ມເຫັງ ເຮັດໃຫ້ທົນບໍ່ໄດ້ ຈຶ່ງຕຣຽມເດີນທາງກັບຄືນເມືອບ້ານ ແຕ່ຖືກພະນັກງານຊາວຈີນ ຂອງສວນຢາພາຣາ ດັ່ງກ່າວຂັດຂວາງ.
2023-05-22
ເຈົ້າໜ້າທີ່ ຕໍາຣວດ ຂອງໄທຍ ກໍາລັງສືບສວນ-ສອບສວນ ກໍຣະນີ ທ້າວ ບຸນສວນ ກິດຕິຍາໂນ, ນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ຊາວລາວ ຖືກຍິງຈົນເສັຍຊີວິດ ຢູ່ເຂດບ້ານໂນນຈິກ ເມືອງສີເມືຶອງໃໝ່ ແຂວງອຸບົນຣາຊທານີ ຂອງໄທຍ.
2023-05-22
ແມ່ຍິງລາວ ຍັງມີຄວາມເທົ່າທຽມທາງເພດຕໍ່າ ໃນການເຮັດທຸຣະກິຈ, ໃນການເປັນເຈົ້າໜ້າທີ່ ຂັ້ນສູງ ແລະໃນການຕັດສິນໃຈ ໃນຊີວິດປະຈໍາວັນ ລວມໄປເຖິງ ແມ່ຍິງລາວ ໃນເຂດຊົນນະບົດ ຍັງບໍ່ມີສິດສຽງໃນທຸຣະກິຈ ບໍ່ວ່າຈະເປັນທຸຣະກິຈ ຂນາດນ້ອຍ ຫຼື ຂນາດໃຫຍ່ກໍຕາມ ຜູ້ຍິງຈະໃຫ້ສິດແກ່ຜູ້ຊາຍໝົດ.
2023-05-22
ຊາວໜຸ່ມລາວ ເສບສິ່ງເສບຕິດ ຫຼາຍຂຶ້ນຍ້ອນ ບໍ່ມີວຽກເຮັດ ແລະຢາເສບຕິດ ຫາຊື້ໄດ້ງ່າຍ ເຊິ່ງຕໍາຣວດບໍ່ສາມາດຄວບຄຸມໄດ້, ໂດຍສະເພາະຢາບ້າ, ນໍ້າກະທ່ອມ, ຢາສູບໄຟຟ້າ, ກາເຟ ດີດກະຕຸ້ນປະສາດ ແລະໝາກປູມເປົ້າ ເປັນຈໍານວນຫຼາຍ ແລະກໍາລັງຣະບາດຫຼາຍ ໃນປັດຈຸບັນ.
2023-05-22
ບັນຫາທີ່ດິນ ຂອງຊາວບ້ານ ຢູ່ຫາດຊາຍຟອງ ຍັງບໍ່ໄດ້ຮັບການແກ້ໄຂ, ບັນຫາ ການເຮັດໜັງສື ຜ່ານແດນ ຊັກຊ້າ, ປະຊາຊົນລາວ ຖືກຍາດອາຊີບ ຈາກຄົນຈີນ ຫຼາຍຂຶ້ນ.
2023-05-20
ຜູ້ມີຄົນເຣີ່ມຫັນມາໃຊ້ Podcast ໃນການຮັບຟັງຂ່າວ ແລະ ກະຈ່າຍຂ່າວກັນຢູ່ປະເທດລາວແລ້ວ, ການຮັບຟັງ ຜ່ານທາງ Podcast ຈະສາມາດຟັງຂ່າວໄດ້ ຜ່ານທາງໂທລະສັບມືຖື ອັບໂລດເຂົ້າທາງໂທລະສັບມືຖື ທ່ານ ສາມາດຮັບຟັງໄດ້ທຸກຍາມ ທີ່ຢາກຈະຟັງ.
2023-05-19
ຣັຖບານອອກຫຼາຍມາຕການ ເພື່ອແກ້ໄຂບັນຫາ ອັດຕຣາແລກປ່ຽນ, ແຕ່ຍັງບໍ່ສາມາດຄວບຄຸມໃຫ້ຢູ່ໃນເກນປົກກະຕິ ຂະນະທີ່ ອັດຕຣາແລກປ່ຽນ ຍັງສູງຂຶ້ນ ເຊິ່ງສົ່ງຜົລເຮັດໃຫ້ ຄ່າຄອງຊີບທີ່ສູງຂຶ້ນຫຼາຍນັ້ນ ໄດ້ຫຼຸດລົງ, ແຕ່ອົງກອນສາກົລ ຣາຍງານວ່າ 91% ຂອງຄົວເຮືອນ ແມ່ນຍັງປະສົບບັນຫາ ຄ່າຄອງຊີບ.
2023-05-19
ທາງການລາວ ສືບຕໍ່ຮຽກຮ້ອງ ໃຫ້ປະຊາຄົມສາກົລ ຊ່ອຍເຫຼືອ ທັງການເງິນ ແລະເຕັກນິກວິຊາການ ເພື່ອໃຫ້ບັນລຸເປົ້າໝາຍ18 ຂໍ້ ໃນການພັທນາ ແບບຍືນຍົງ ແຕ່ການທີ່ຈະບັນລຸເປົ້າໝາຍ ໄດ້ຢ່າງແທ້ຈິງນັ້ນ ອາດຈະບໍ່ງ່າຍ ໂດຍສະເພາະງົບປະມານ ທີ່ບໍ່ພຽງພໍ ກາຍເປັນບັນຫາທີ່ສຳຄັນ.
2023-05-19
ນັກລົງທຶນຈີນ ຈະຂຍາຍການເຊົ່າດິນ ຂອງຊາວບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ ເພື່ອປູກໝາກໂມ ເປັນ 300 ປາຍເຮັກຕ້າຣ໌ ຂະນະທີ່ ຊາວບ້ານບໍ່ຢາກໃຫ້ເຊົ່າດິນປານໃດ ແຕ່ເພື່ອໃຫ້ມີລາຍຮັບ ລ້ຽງຄອບຄົວ ຈຶ່ງຈໍາເປັນຍອມໃຫ້ເຊົ່າ ທັງທີ່ຮູ້ວ່າ ມີຜົລກະທົບ ຈາກສານເຄມີກໍຕາມ.