ທະນາຄານໂລກປະເມີນ ເສຖກິຈລາວ ພວມຟື້ນໂຕ, ແຕ່ຊາວລາວ ຍັງສືບຕໍ່ຫຍຸ້ງຍາກ
2023.05.24

ໃນເດືອນພຶສພາ ປີ 2023 ນີ້, ທນາຄານໂລກ (World Bank) ໄດ້ຣາຍງານເຖິງ ສະພາບເສຖກິຈ ຂອງປະເທດລາວ ວ່າ ໃນປີ 2022 ທີ່ຜ່ານມາ ເສຖກິຈລາວ ໄດ້ຂຍາຍໂຕ 2.7% ແລະ ມາໃນປີ 2023 ນີ້, ເສຖກິຈລາວ ຈະຂຍາຍໂຕ 3.9% ແລະ ຖືວ່າ ເສຖກິຈລາວ ກຳລັງຟື້ນໂຕໄດ້ດີ. ສ່ວນໃຫຍ່ ມາຈາກການທ່ອງທ່ຽວ ແລະ ການບໍຣິການອື່ນໆ ເຊັ່ນ ການເປີດໃຊ້ ທາງຣົຖໄຟລາວ-ຈີນ, ແຕ່ຂະນະດຽວກັນ ການເປັນຢູ່ ຂອງຊາວລາວ ພາຍໃນປະເທດ ຍັງຕ້ອງປະເຊີນກັບ ບັນຫາເງິນເຟີ້ ຢ່າງໜັກໜ່ວງ ແລະ ເງິນກີບອ່ອນຄ່າ ມາຢ່າງຕໍ່ເນື່ອງ ເຮັດໃຫ້ການດຳຣົງຊີວິດຫຍຸ້ງຍາກ ລຳບາກຫຼາຍຂຶ້ນ ເພາະໃນທ້ອງຕລາດ ສິນຄ້າມີລາຄາແພງ ບໍ່ສອດຄ່ອງກັບເງິນເດືອນ ທີ່ໄດ້ຮັບ.
ຂະນະທີ່ຊາວລາວ ທີ່ລ່ຳລວຍ ມີເງິນ-ຄຳ ກໍສາມາດປັບໂຕ ໄປຕາມສະພາບໄດ້ງ່າຍ, ແຕ່ຕຣົງກັນຂ້າມ ຊາວລາວທີ່ທຸກຍາກ ບໍ່ສາມາດຈະຫາເງິນໄດ້ງ່າຍ ແລະ ບໍ່ໄດ້ມີທາງເລືອກຫຼາຍ ກໍເຮັດໃຫ້ຕ້ອງດີ້ນຮົນ ໄປຫາວຽກເຮັດງານທຳ ໃນຕ່າງປະເທດ ເຊັ່ນ ເກົາຫຼີໃຕ້ ແລະ ປະເທດໄທຍ ທີ່ໄດ້ເງິນຫຼາຍກວ່າ ໃນປະເທດລາວ. ດັ່ງຊາວລາວ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 23 ພຶສພາ ນີ້ວ່າ:
“ຄ່າເງິນກີບມັນອ່ອນໂຕ ມັນເປັນແບບນີ້ນ່າ ກະຖືວ່າຢູ່ຍາກ, ຂຶ້ນຢ່າງດຽວ ບໍ່ມີລົງ. ເງິນເດືອນສ່ຳເກົ່າ ທຸກຢ່າງຄືເກົ່າ, ແຕ່ຄ່າຄອງຊີບກະແພງ ອີ່ຫຍັງກໍແພງ. ໃນເມື່ອວ່າ ພາກຣັຖ ເຂົາເຈົ້າບໍ່ປັບ ເຮົາຊິໄປເຮັດຫຍັງໃຫ້ເພິ່ນໄດ້. ການປັບໂຕ ຂອງປະຊາຊົນ ກະຄືວ່າ ໜີໄປເຮັດວຽກຢູ່ໄທຍ, ເກົາຫຼີ. ຄວາມຄິດ ຂອງປະຊາຊົນນ່າ ມັນຢູ່ລາວບໍ່ໄດ້ລະເດ.”
ຊາວລາວທ່ານນີ້ ຍັງກ່າວຕື່ມອີກວ່າ ຫາກເປັນໄປໄດ້ ຊາວລາວກໍຢາກໃຫ້ຣັຖບານ ແກ້ໄຂໃຫ້ໄດ້ໂດຍໄວ, ໂດຍສະເພາະ ໃນເຣື່ອງອັດຕຣາແລກປ່ຽນ ເງິນຕຣາຕ່າງປະເທດ ບໍ່ໃຫ້ມີການລັກລອບ ແລກປ່ຽນເງິນຕຣາຕ່າງປະເທດ ນອກທນາຄານ ໃຫ້ຜູກຂາດກັບທນາຄານຢ່າງດຽວ ແລະ ຣັຖບານລາວ ກໍຄວນຫ້າມໃຊ້ ເງິນສະກຸນຕ່າງປະເທດ ເດັດຂາດ ເພື່ອເງິນກີບ ຈະໄດ້ມີຄ່າຫຼາຍຂຶ້ນ ແລະ ຫຼຸດຜ່ອນອັດຕຣາເງິນເຟີ້ໄດ້.
“ບອກໄດ້ເລີຍວ່າ ຢູ່ປະເທດລາວ ສາມາດໃຊ້ໄດ້ເງິນທຸກຕະກຸນ ມັນກໍເລີຍໃຫ້ແບບວ່າ ຄົນມອງຂ້າມ ເງິນກີບບໍ່ມີຄ່າ. ເຣື່ອງອັດຕຣາເງິນເຟີ້ ໃຫ້ແບບມີແຕ່ທນາຄານ ບໍຣິຫານຢ່າງດຽວເລີຍນ່າ, ຈັ່ງຊິຄຸມໄດ້. ເຮົາກໍຈະໄດ້ເຣທທນາຄານ ພາສີກໍຄື ເກັບເຂົ້າຣັຖ ໃຫ້ມັນເຕັມເມັດເຕັມໜ່ວຍ ມີໜ່ວຍກວດສອບ.”
ຊາວລາວ ທີ່ພວມຈັບຈ່າຍ ຊື້ເຂົ້າ, ປາ, ອາຫານ ແລະ ຜັກ ທີ່ຕລາດສົດ ແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ເມື່ອເດືອນຕຸລາ ປີ 2022 (TS)
ທນາຄານໂລກ ຣາຍງານອີກວ່າ ສະພາບເງິນເຟີ້ ຂອງລາວ ໃນເດືອນເມສາ ປີ 2023 ມີອັດຕຣາເງິນເຟີ້ ເຖິງ 40% ເມື່ອທຽບໃສ່ເດືອນເມສາ ປີ 2022 ແລະ ຣັຖບານລາວ ກໍຍັງຕິດໜີ້ຕ່າງປະເທດ ເພີ່ມຂຶ້ນເປັນ 110% ຂອງ GDP ຫຼືວ່າມີໜີ້ປະມານ 20 ຕື້ໂດ່ລ້າຣ໌ສະຫະຣັຖ. ການຕົກຕ່ຳທາງເສຖກິຈ ແລະ ການເງິນເຫຼົ່ານີ້ ໄດ້ສົ່ງຜົລກະທົບ ຕໍ່ຊີວິຕການເປັນຢູ່ ຂອງປະຊາຊົນລາວ ເຖິງ 90 ປາຍເປີເຊັນ ຂອງປະຊາກອນທັງໝົດ. ໃນນັ້ນ, ຊາວລາວ ໃນ 3 ສ່ວນ 4 ຫຼື 75% ຈຳເປັນຕ້ອງກິນໜ້ອຍລົງ. ສິ່ງໃດບໍ່ຈຳເປັນ ກໍຕ້ອງຫຼີກເວັ້ນ ເພື່ອຈະສາມາດດຳຣົງຊີວິຕ ໃນສະພາບເງິນເຟີ້ນີ້ໄດ້, ໂດຍສະເພາະປະຊາຊົນ ໃນເຂດຊົນນະບົດ ຄອບຄົວທີ່ທຸກຍາກ ຫາເຊົ້າກິນຄ່ຳ ແມ່ນໄດ້ຮັບຜົລກະທົບ ຈາກຕົ້ນທຶນການຜລິດ ທີ່ແພງຂຶ້ນ ເຊັ່ນ ນ້ຳມັນ, ແນວພັນ, ປຸ໋ຍ ແລະ ຄ່າແຮງງານ. ຫຼາຍຄົນ ກໍຕ້ອງປະຢັດຫຼາຍຂຶ້ນ ບໍ່ຈຳເປັນ ກໍບໍ່ໃຊ້ຈ່າຍ ເພາະສິນຄ້າທຸກຢ່າງແພງຂຶ້ນ ແລະ ບໍ່ມີຄວາມຄົງທີ່. ດັ່ງຊາວລາວອີກທ່ານນຶ່ງ ໃນແຂວງໄຊຍະບູຣີ ກໍກ່າວວ່າ:
“ແບບວ່າ ເຮົາຊື້ເຄື່ອງຍ່ອຍຕາມຮ້ານນີ້ ມີແຕ່ເຂົາເຈົ້າຂຶ້ນທຸກມື້ເນາະ ລາຄາເຂົາໄປເອົາເຄື່ອງ ມັນບໍ່ຢູ່ເກົ່າ, ເຂົາໄປເອົາຕາມຮ້ານໃຫຍ່ມາ, ຫັ້ນນ່າ ຮ້ານຍ່ອຍ ມັນກໍໄດ້ຂຶ້ນນຳ. ມັນບໍ່ຢູ່ຄົງທີ່ ມັນຫຍຸ້ງຍາກ ເພາະວ່າ ລາຍໄດ້ເຮົາ ມັນກໍຄືເກົ່າ ລາຍຈ່າຍມັນສູງຂຶ້ນທຸກວັນ. ສິ່ງໃດບໍ່ຈຳເປັນ ເຮົາກໍຫຼີກລ້ຽງໄປຫັ້ນແຫຼະ. ຈ້າງກັນເຮັດຮົ້ວ-ເຮັດສວນ ລາຄາເຂົາເຈົ້າ ກໍປັບຂຶ້ນນຳໄດ໋. ດຽວນີ້ມັນ 80 ຂຶ້ນໄປຮອດແສນ.”
ຂະນະທີ່ ຄົນຂັບຣົຖສາມລໍ້ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກໍກ່າວວ່າ ປັດຈຸບັນ ເງິນກີບລາວເຟີ້ຫຼາຍ ສິນຄ້າຕ່າງໆ ກໍແພງຂຶ້ນ, ໂດຍບໍ່ສາມາດຫຼີກໜີໄດ້. ຄົນທີ່ອາສັຍໃນໂຕເມືອງ ກໍຕ້ອງປັບໂຕໄປຕາມ. ຄືອາຊີບຂັບສາມລໍ້ ກໍປັບລາຄາຂຶ້ນ ເຊັ່ນກັນ ເພາະຖ້າຫາກບໍ່ປັບ ກໍດຳຣົງຊີວິຕຍາກ.
“ກະເຟີ້ຫັ້ນແຫຼະ ເພາະວ່າ ພັນບາທເງິນໄທຍ ກະ 5 ແສນປາຍໝື່ນກີບແລ້ວເດ້. ມັນກໍປັບລາຄາຂຶ້ນໝົດຫັ້ນແຫຼະ ຄ່າຣົຖ, ຄ່າຣາງ. ໂຕຢ່າງວ່າ ເຮົາເຄີຍໄປ 10 ພັນ ເຮົາກໍຕ້ອງປັບຂຶ້ນປະມານ 20 ພັນ ນີ້ແຫຼະ. ເປັນຜັກເປັນມີ່ ກໍຂຶ້ນບັກຫຼາຍໆ, ຄິດແຕ່ວ່າ ແມ່ນຫຍັງເກາະ ຫົວສີໃຄ ກໍຍັງໂລນຶ່ງ ກໍປະມານ 20 ພັນກີບນີ້.”
ດ້ານເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທ່ານນຶ່ງ ໃນລາວ ກໍກ່າວວ່າ ປັດຈຸບັນ ເສຖກິຈລາວດີຂຶ້ນຫຼາຍ, ໂດຍສະເພາະດ້ານການທ່ອງທ່ຽວ ກໍມີນັກທ່ອງທ່ຽວ ທັງໃນລາວ ແລະ ຕ່າງປະເທດ ເພີ່ມຂຶ້ນຕໍ່ເນື່ອງ, ໂດຍສະເພາະໃນແຂວງຫຼວງພຣະບາງ ນັກທ່ອງທ່ຽວຕ່າງປະເທດ ນິຍົມມາທ່ຽວຫຼາຍ. ສ່ວນເຣື່ອງໜີ້ສິນ ຂອງຣັຖບານ ທີ່ເພີ່ມຂຶ້ນ ແລ້ວຣັຖບານ ຍັງບໍ່ສາມາດໃຊ້ໜີ້ສິນ ຂອງປະເທດໄດ້ນັ້ນ, ທ່ານກໍບໍ່ຮູ້ ເຖິງບັນຫາດັ່ງກ່າວ ເພາະເຣື່ອງນີ້ ຖືເປັນຍຸທສາຕ ຂອງຣັຖບານ.
“ເວົ້າເຣື່ອງຍຸທສາຕ ເວົ້າເຣື່ອງອັນນັ້ນ ສຳລັບໂຕນີ້ ເຮົາກໍບໍ່ເຂົ້າໃຈນຳເພິ່ນ. ລາຍຮັບໄລຍະນີ້ ມັນກໍເກີດຈາກການທ່ອງທ່ຽວເນາະ ເບິ່ງໂຕເລຂນັກທ່ອງທ່ຽວ ກໍຖືວ່າຫຼາຍຂຶ້ນກວ່າເກົ່າ ຕ່າງປະເທດ, ເກົາຫຼີ.”
ວິທຍຸເອເຊັຽເສຣີ ໄດ້ພະຍາຍາມຕິດຕໍ່ ໄປຫາເຈົ້າໜ້າທີ່ ທນາຄານໂລກ ເພື່ອສອບຖາມຂໍ້ມູນເພີ່ມຕື່ມ, ແຕ່ບໍ່ສາມາດຕິດຕໍ່ຜູ້ໃດໄດ້. ຢ່າງໃດກໍຕາມ, ອີງຕາມບົດຣາຍງານ ຂອງທນາຄານໂລກ ສບັບຫຼ້າສຸດ ນີ້, ເສຖກິຈ ຂອງປະເທດລາວ ແມ່ນໄດ້ຮັບຜົລກະທົບ ຈາກການບໍ່ມີສະຖຽນລະພາບ ດ້ານເສຖກິຈມະຫາພາກ, ໂດຍສະເພາະບັນຫາ ເງິນກີບອ່ອນຄ່າ ຢ່າງຫຼວງຫຼາຍ ແລະ ເຮັດໃຫ້ອັດຕຣາເງິນເຟີ້ ເພີ່ມສູງຂຶ້ນ. ສາເຫດສ່ວນນຶ່ງ ຣັຖບານລາວ ຂາດສະພາບຄ່ອງ ທາງດ້ານເງິນຕຣາຕ່າງປະເທດ ທ່າມກາງໜີ້ສິນສາທາຣະນະ ທີ່ເພີ່ມຂຶ້ນ ໃນຂະນະທີ່ລາຍຮັບງົບປະມານ ຍັງຕ່ຳ ແລະ ລາຍຈ່າຍ ໃນຂແນງການອື່ນໆ ເພີ່ມຂຶ້ນ ແລະ ໄດ້ເຮັດໃຫ້ການລົງທຶນ ຂອງພາກຣັຖ ໃນຂແນງການສຶກສາ ແລະ ສາທາຣະນະສຸຂ ຫຼຸດລົງ.
ນອກຈາກນີ້, ສະພາບເງິນເຟີ້ ແລະ ເງິນກີບ ທີ່ອ່ອນຄ່າໃນລາວ ໄດ້ເຮັດໃຫ້ຄ່າໃຊ້ຈ່າຍ ດ້ານການປິ່ນປົວ ແລະ ດ້ານການສຶກສາ ສູງຂຶ້ນ ເຮັດໃຫ້ບາງຄອບຄົວ ຫຼຸດຜ່ອນການໄປປິ່ນປົວ ໃນໂຮງໝໍ ແລະ ບາງຄອບຄົວ ກໍບໍ່ສາມາດສົ່ງລູກ ເຂົ້າໂຮງຮຽນໄດ້.