ເງິນກີບ ເຟີ້ສູງທີ່ສຸດ ໃນຮອບ 22 ປີ

ສຸພັດຕາ
2022.07.08
ເງິນກີບ ເຟີ້ສູງທີ່ສຸດ ໃນຮອບ 22 ປີ ກະຊວງແຜນການ ແລະ ການລົງທຶນ, ເດືອນມິຖຸນາ 2022.
ນັກຂ່າວ ພົລເມືອງ

ອີງຕາມການຣາຍງານ ຂອງສູນສະຖິຕິແຫ່ງຊາຕ ກະຊວງແຜນການ ແລະ ການລົງທຶນ ປະຈໍາເດືອນມິຖຸນາ 2022 ນີ້ວ່າ ອັດຕຣາເງິນເຟີ້ ໃນເດືອນມິຖຸນາ ປີ 2022 ຍັງເພີ່ມສູງຂຶ້ນຕໍ່ເນື່ອງ ໂດຍໃນເດືອນມິຖຸນານີ້ ສູງຂຶ້ນເຖິງ 23.6% ເມື່ອທຽບໃສ່ ປີ 2021 ໃນໄລຍະເດືອນດຽວກັນ ເຟີ້ຂຶ້ນໜັກ ໃນຮອບ 22 ປີ ສົ່ງຜົລໃຫ້ຄ່າຄອງຊີບແພງຂຶ້ນ ຮວມເຖິງ ສິນຄ້າອຸປະໂພກ ແລະບໍຣິໂພກ ກໍມີລາຄາແພງຂຶ້ນນໍາດ້ວຍ. ສາເຫດກໍມີຫຼາຍປັດຈັຍ ສ່ວນນຶ່ງ ກໍຍ້ອນວ່າ ການອ່ອນຄ່າຂອງເງິນກີບລາວ ຍັງມີແນວໂນ້ມອ່ອນຄ່າລົງ ຮວມເຖິງ ການສູງຂຶ້ນຂອງລາຄານໍ້າມັນເຊື້ອເພີງ ກໍຍັງມີລາຄາແພງ ເຊິ່ງທາງຣັຖບານ ກໍພຍາຍາມ ຈະແກ້ໄຂໃຫ້ດີຂຶ້ນ ໂດຍສະເພາະ ການຫຼຸດຜ່ອນນໍາເຂົ້າສິນຄ້າ ທີ່ມີລາຄາແພງ, ແຕ່ກໍຍັງເປັນເຣື່ອງທີ່ຫຍຸ້ງຍາກຫຼາຍ ເພາະສິນຄ້າໃນລາວ ຍັງຜລິດເອງບໍ່ໄດ້ ສ່ວນໃຫຍ່ແມ່ນນໍາເຂົ້າ ມາໝົດທຸກຢ່າງ.

ດັ່ງເຈົ້າໜ້າທີ່ ອຸດສາຫະກັມ ແລະການຄ້າ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 8 ກໍຣະກະດາ ນີ້ວ່າ:

“ເຣື່ອງລາຄານີ້ຫຍຸ້ງແຫຼະ ທາງຝັ່ງລາວເຮົານີ້ ຄັນວ່າຂຶ້ນແລ້ວ ບໍ່ຢາກລົງ ສ່ວນຫຼາຍມີແຕ່ການນໍາເຂົ້າເນາະ ຣັຖເຮົາກະບໍ່ມີໂຕທີ່ຈະດັດ ສົມຊ່ອຍເນາະ ມີແຕ່ອີງໃສ່ກົລໄກເສຖກິຈ ຕລາດຫັ້ນແຫຼະເນາະ ຍາກຢູ່ ແຕ່ໂຕນີ້ນີ່ ເບິ່ງໄລຍະຍາວເນາະ ບາງທີມັນກໍຈະມີການຫຼຸດລົງຢູ່ຫັ້ນນ່າ ເພາະຣັຖບານ ເພິ່ນກໍາລັງປັບປຸງກົລໄກ ເວົ້າດ້ວຍເຣື່ອງການບໍຣິຫານ ການຄຸ້ມຄອງລາຄານີ້ແຫຼະ ຄ່ອຍໆປັບໄປຫັ້ນແຫຼະເນາະ.”

ທ່ານກ່າວຕື່ມວ່າ ອັດຕຣາເງິນເຟີ້ນີ້ ເມື່ອທຽບໃສ່ເດືອນພຶສພາ 2022 ທີ່ຜ່ານມາ ເງິນເຟີ້ 12.8%. ຂະນະທີ່ ເຈົ້າໜ້າທີ່ ອຸດສາຫະກັມ ແລະການຄ້າ ອີກທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກໍໄດ້ກ່າວວວ່າ ທາງຣັຖບານ ກໍໄດ້ມີການແກ້ໄຂບັນຫາເງິນເຟີ້ໃນລາວຢູ່ ເພື່ອຫຼຸດຜ່ອນອັດຕຣາເງິນເຟີ້ ໃຫ້ເງິນກີບລາວແຂງຄ່າຂຶ້ນ ໂດຍຫ້າມໃຊ້ເງິນຕຣາຕ່າງປະເທດຊື້-ຂາຍສິນຄ້າ ຕ້ອງໃຊ້ເງິນກີບເທົ່ານັ້ນ, ແຕ່ຖ້າຫາກ ສປປ ລາວ ບໍ່ໃຊ້ເງິນຕຣາຕ່າງປະເທດເລີຍ ກໍອາຈເຮັດໃຫ້ ປະສົບບັນຫາທາງດ້ານເສຖກິຈ ໜັກໜ່ວງຂຶ້ນ.

“ດຽວນີ້ທາງຣັຖບານ ເພິ່ນສັ່ງເຮັດແນວນັ້ນທຸກແຂວງ ຕ້ອງໄດ້ເຮັດໝົດ ເງິນຕຣາຕ່າງປະເທດ ຕ້ອງແລກຕ້ອງປ່ຽນແນວນັ້ນ ໄປແລກປ່ຽນເອົາເງິນກີບມາໃຊ້ ແຕ່ວ່າມັນກໍຕ້ອງໄດ້ຫັນເຂົ້າ ເປັນຈັງຫວະແຫຼະ ບໍ່ໃຫ້ມີເງິນຕຣາຕ່າງປະເທດ ລອຍຢູ່ໃນສັງຄົມ.”

ກ່ຽວກັບບັນຫາເງິນເຟີ້ໃນລາວນີ້ ສົ່ງຜົລກະທົບ ຕໍ່ຊາວລາວທຸກຄົນ ໂດຍສະເພາະຜູ້ຫາເຊົ້າກິນຄໍ່າ, ຄົນທຸກຍາກ ກໍພົບກັບຄວາມລໍາບາກ ໃນການຫາເງິນມາໃຊ້ໃນຊີວິດປະຈໍາວັນ ເພາະສິນຄ້າແພງຂຶ້ນຫຼາຍເທົ່າ ໂຕຢ່າງ: ມີເງິນ 1 ແສນກີບ ໄປຕລາດເພື່ອຊື້ອາຫານມາກິນ ໄດ້ກັບມາກໍພຽງໜ້ອຍດຽວເທົ່ານັ້ນ ກິນໄດ້ພຽງແຕ່ຄາບດຽວ ກໍພໍແຕ່ສໍາລັບຄອບຄົວທີ່ມີຄົນໜ້ອຍ ຖ້າຫາກຄອບຄົວໃດ ມີຫຼາຍຄົນ ກໍອາຈບໍ່ພໍກິນ, ດັ່ງຊາວລາວ ທ່ານນຶ່ງ ກ່າວວ່າ:

“ເງິນກີບເຟີ້ເດ້ ເງິນໂດລາ ເງິນບາດຂຶ້ນ ກະທົບແຫຼະເນາະ ຄືຊາວໄຮ່ຊາວນາ ເຂົາຫາເງິນບໍ່ໄດ້ ປະຊາຊົນນີ້ຫາເງິນບໍ່ໄດ້ ບໍ່ຢາກສະດວກປານໃນແຫຼະ ຖ້າມີແສນກີບ ຄັນຊື້ອາຫານ ໄດ້ເລັກໜ້ອຍນີ້ແຫຼະ ຄາບນຶ່ງກະບໍ່ພໍແລ້ວນ່າຍາມນີ້ແສນນຶ່ງ ປະຊາຊົນທັມມະດາ ບໍ່ຊ່າງຈະເວົ້າວ່າ ເອີ່ຈະໃຫ້ຣັຖບານ ເຮັດນັ້ນເຮັດນີ້ ບໍ່ຊ່າງຈະເວົ້າເລີຍ ຫາຢູ່ຫາກິນໄປນີ້ແຫຼະ.”

ຂະນະດຽວກັນ ຜູ້ປະກອບການຄ້າຂາຍ ກໍຂາຍເຄື່ອງບໍ່ໄດ້ດີຄືແຕ່ກ່ອນ ຍ້ອນບໍ່ມີຜູ້ໃດ ຢາກຊື້ເຄື່ອງໃຊ້ສອຍຫຼາຍ ເພາະສິນຄ້າແພງ ແຕ່ຖ້າຫາບັນດາ ພໍ່ຄ້າ-ແມ່ຄ້າ ຂາຍສິນຄ້າໃນລາຄາຖືກລົງ ກໍຂາດທຶນ ຍ້ອນວ່າ ໄດ້ຮັບສິນຄ້າມາແພງ ບໍ່ສາມາດຂາຍສິນຄ້າໃນລາຄາເກົ່າໄດ້ ໂດຍສະເພາະ ແມ່ຄ້າ-ພໍ່ ຜູ້ທີ່ຢູ່ແຂວງໄກໆ ຈະຕ້ອງຮັບສິນຄ້າເຂົ້າໄປຂາຍ ພາຍໃນແຂວງ ກໍມີຕົ້ນທຶນທີ່ແພງຂຶ້ນ ຖ້າຫາກເປັນໄປໄດ້ ກໍຢາກໃຫ້ຣັຖບານ ເລັ່ງແກ້ໄຂບັນຫາດັ່ງກ່າວນີ້ໃຫ້ໄດ້.

ດັ່ງຜູ້ປະກອບການຄ້າຂາຍ ທ່ານນຶ່ງ ກ່າວວ່າ:

“ເປັນເຄື່ອງດີື່ມບໍ ກະແພງ ກະຂຶ້ນຢ່າງລະ 3 ພັນ 4 ພັນ 5 ພັນໄປຊັ້ນແຫຼະ ເຮົາຊື້ແພງ ເຮົາກະຕ້ອງຂາຍແພງ ຂາຍກະດາຍ ມັນບໍ່ຄືເກົ່າເນາະ ມັນບໍ່ຄືືແຕ່ກີ້ ກໍຢາກໃຫ້ຜ່ອນນລົງເນາະ ກະຢາກໃຫ້ປັບລົງໄດ້ ເຮົາກໍຈະປັບລົງນໍາເນາະ ຄັນໂຕນັ້ນມັນຂຶ້ນ ກະຕ້ອງໄດ້ຂຶ້ນນໍາຊີ້ນ່າ.”

ປັດຈຸບັນ ຣັຖບານລາວ ພຍາຍາມແກ້ໄຂບັນຫາເງິນເຟີ້ຢ່າງຕໍ່ເນື່ອງ ເພື່ອໃຫ້ເງິນກີບແຂງຄ່າຂຶ້ນ, ແຕ່ກໍຍັງບໍ່ມີແນວໂນ້ມທີ່ຈະດີຂຶ້ນ ເຖິງແມ່ນວ່າ ກອງປະຊຸມສໄມສາມັນ ເທື່ອທີ່ 3 ຂອງສະພາແຫ່ງຊາຕ ຊຸດທີ່ 9 ຈະຈົບລົງໄປແລ້ວກໍຕາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.