ແມ່ຍິງລາວ ຍັງບໍ່ໄດ້ສິດ ເທົ່າທຽມກັນ ຫຼາຍດ້ານ

ສຸພັດຕາ
2023.05.22
ແມ່ຍິງລາວ ຍັງບໍ່ໄດ້ສິດ ເທົ່າທຽມກັນ ຫຼາຍດ້ານ ແມ່ຄ້າ ໃຊ້ຣົຖຈັກ 3 ລໍ້ ຂັບເລາະຂາຍເຄື່ອງ ໃນຍຸກທີ່ໂຄວິດ-19 ຣະບາດ ຕ້ອງໄດ້ປັບໂຕຫຼາຍຂຶ້ນ. ນະຄອນຫຼວງວຽງຈັນ ເດືອນຕຸລາ 2021.
RFA

ກອງປະຊຸມ ເປີດໂຄງການ ສົ່ງເສີມຄວາມເທົ່າທຽມທາງເພດ ໃນທຸຣະກິຈ ແລະເສຖກິຈ ໃນລາວ ໂດຍໄດ້ຮັບທຶນສນັບສນູນ ຈາກສະຫະພາບຢຸໂຣບ ທີ່ຈັດຂຶ້ນ ໃນວັນທີ 10 ພຶສພາ 2023 ນີ້ ໄດ້ກ່າວເຖິງແມ່ຍິງລາວ ຍັງມີຄວາມເທົ່າທຽມ ທາງເພດຕໍ່າ ໃນການເຮັດທຸຣະກິຈ ລວມໄປເຖິງ ແມ່ຍິງລາວໃນເຂດຊົນນະບົດ ຍັງບໍ່ມີສິດ ບໍ່ມີສຽງໃນທຸຣະກິຈ ເຮັດໄຮ່ ເຮັດນາ ແລະເຮັດສວນ ຢູ່ໃນຄອບຄົວຂອງໂຕເອງ, ຈະເປັນທຸຣະກິຈຂນາດນ້ອຍ ຫຼືຂນາດໃຫຍ່ກໍຕາມ ຜູ້ຍິງ ຈະໃຫ້ສິດແກ່ຜູ້ຊາຍໝົດ.

ດັ່ງເຈົ້າໜ້າທີ່ ສະພາອຸດສາຫະກັມ ແລະການຄ້າ ສະຫະພາບຢຸໂຣບ ປະຈໍາລາວ ທ່ານທີ 1 ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 22 ພຶສພາ ນີ້ວ່າ:

ເຮົາມີກ່ຽວກັບສະຖິຕິ ກໍຖືວ່າ ກໍຍັງຕໍ່າຢູ່ ມັນຄວນຈະສູງຂຶ້ນ ລະເຮົາຢາກສົ່ງເສີມ ຜ່ານໂປເຈັກໂຕນີ້ ເປັນການເປີດເພືື່ອທີ່ວ່າ ເຮົາຈະມີໂປເຈັກອື່ນໆຕາມມາ ບໍ່ແມ່ນແຕ່ເຣື່ອງທຸຣະກິຈເນາະ ເຣື່ອງຄອບຄົວ ຢູ່ເຂດນອກເນາະ ເຖິງຈະເປັນທຸຣະກິຈຂນາດນ້ອຍ ຫຼືຂນາດໃຫຍ່ກໍຕາມຫັ້ນນ່າ ກໍຍັງເຂົ້າໃຈຜິດໃນດ້ານ ການອອກສິດອອກສຽງ ຄື ສົມມຸດອັນ ໄປປະຊຸມຢູ່ບ້ານຈັ່ງຊີ້ເນາະ ເຂົາເຈົ້າກໍຈະຄິດວ່າ ມັນເປັນວຽກຂອງຜູ້ຊາຍ ສົ່ງຜູ້ຊາຍໄປປະມານນີ້.”

ພາບລວມພາຍໃນປະເທດ ແມ່ຍິງລາວ ເປັນເຈົ້າຂອງທຸຣະກິຈຫຼາຍຂຶ້ນ ແຕ່ວ່າ ແມ່ຍິງລາວ ຕ້ອງປະເຊີນກັບຂີດຈໍາກັດ ຂອງສັງຄົມ ບໍ່ວ່າຈະເປັນດ້ານເພດ ທີ່ເປັນເພດຍິງ ແລະດ້ານຄວາມເຊື່ອຖື ຂອງສັງຄົມ ທີ່ເຊື່ອວ່າ ຜູ້ຍິງອາດມີຄວາມສາມາດ ຕັດສິນບັນຫາໜ້ອຍກວ່າຜູ້ຊາຍ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ສະພາອຸດສາຫະກັມ ແລະການຄ້າ ສະຫະພາບຢຸໂຣບ ປະຈໍາລາວ ທ່ານທີ 2 ກ່າວໃນມື້ດຽວກັນນີ້ວ່າ:

ປັດຈຸບັນນີ້ເນາະ ຈໍານວນຜູ້ຍິງ ທີ່ວ່າ ຫັນມາເຮັດທຸຣະກິຈກໍຫຼາຍຂຶ້ນເນາະ ແຕ່ວ່າ ບັນຫາເຣື່ອງອຸປະສັກ ເຂດຂອງຜູ້ຍິງກະຍັງມີຢູ່ ເພາະວ່າເຂົາເຈົ້າ ເປັນເພດຍິງເນາະ ອັນທີ່ນຶ່ງ ຄວາມເຊື່ອໝັ້ນໃນການເຮັດວຽກ ຍັງມີຄວາມຄິດ ທີ່ວ່າເອີ່ ຜູ້ຍິງເນາະ ຈະສາມາດເຮັດທຸຣະກິຈສໍາເຣັດ ໄດ້ຊໍ່າໃດຫັ້ນນ່າ ກໍຍັງເປັນຂີດຈໍາກັດຂອງການເປັນເພດຍິງ ເພດຊາຍນີ້ແຫຼະໄປ ແລ້ວກໍຄວາມເຊື່ອຖືເດ້. ເອີ່ ຜູ້ຍິງອາດມີຄວາມສາມາດໜ້ອຍກວ່າຜູ້ຊາຍ ຫຼືວ່າ ອາດບໍ່ມີຄວາມສາມາດຕັດສິນໃຈ ບັນຫາຫຼັກໆບັນຫາໃຫຍ່ໆຄືກັນກັບຜູ້ຊາຍ.”

ທ່ານກ່າວຕື່ມວ່າ ຂີດຈໍາກັດດັ່ງກ່າວ ບໍ່ໄດ້ຢູ່ໃນວົງການທຸຣະກິຈເທົ່ານັ້ນ ແຕ່ຢູ່ທຸກວົງການ ຂອງສັງຄົມລາວທົ່ວໄປ ບໍ່ວ່າ ກະຊວງ, ກົມ, ຜແນກ, ຫ້ອງການຂອງຣັຖ ກໍມີຂີດຈໍາກັດດັ່ງກ່າວ ທີ່ເຮັດໃຫ້ເພດຍິງ ບໍ່ມີຄວາມສເມີພາບ.

ຂະນະທີ່ ຢູ່ກະຊວງປ້ອງກັນຄວາມສະຫງົບແຫ່ງຊາຕ ປີ 2022 ມີຕໍາຣວດເພດຍິງ ໃນຕໍາແໜ່ງ ຜູ້ນໍາຕັດສິນບັນຫາ 70 ຄົນ ຫຼຸດລົງ 7 ຄົນ ເມື່ອທຽບກັບປີ 2021 ເຮັດໃຫ້ການຈັດຕັ້ງປະຕິບັດຕາມແຜນຍຸທສາດ ປີ 2016-2025 ບໍ່ເປັນໄປຕາມເປົ້າໝາຍທີ່ວາງໄວ້ ວ່າ ແຕ່ລະປີ ເພດຍິງ ຈະຕ້ອງມີຕໍາແໜ່ງ ຜູ້ນໍາຕັດສິນບັນຫາເພີ່ມຂຶ້ນ ເຊິ່ງສາເຫດທີ່ເຮັດໃຫ້ມີເພດຍິງ ໃນຕໍາແໜ່ງຜູ້ນໍາຕັດສິນບັນຫາຫຼຸດລົງ ກໍໍຍ້ອນວ່າ ຈໍານວນທີ່ຮັກສາຕໍາແໜ່ງ ໄດ້ເຂົ້າກະສຽນ ຂະນະທີ່ ຕໍາຣວດເພດຍິງຜູ້ໃໝ່ ທີ່ຈະມາແທນຕໍາແໜ່ງຜູ້ນໍາຕັດສິນບັນຫາຜູ້ກະສຽນ ແມ່ນຍັງບໍ່ເຖິງວາຣະ ໄດ້ຮັບຄັດເລືອກເຂົ້າເທື່ອ.

ດັ່ງເຈົ້າໜ້າທີ່ ກະຊວງປ້ອງກັນຄວາມສະຫງົບ ແຫ່ງຊາຕ ກ່າວໃນມື້ດຽວກັນນີ້ວ່າ:

“ໃນສົກປີ 2021 ມະກີ້ຫັ້ນ ລະແມ່ນ ອັນມີ 77 ເນາະ 2022 ຫັ້ນມີ 70 ຖືວ່າ ຫຼຸດລົງ 7 ຄົນເນາະ ກໍສິ່ງບໍ່ດີຫັ້ນ ເພາະວ່າ ເປົ້າໝາຍຂອງເຮົາແມ່ນ ໃຫ້ເພີ່ມໃນແຕ່ລະປີ ໃຫ້ມັນສູງຂຶ້ນເລື້ອຍໆເດ້ ອັນຈໍານວນທີ່ຮັກສາຕໍາແໜ່ງໄດ້ຫັ້ນ ເພິ່ນອາດເຂົາກະສຽນຫັ້ນນ່າ ແລ້ວອັນຜູ້ທີ່ສ້າງໃໝ່ຫັ້ນ ຍັງບໍ່ເຖິງຈຸດນັ້ນເທື່ອ ຈັ່ງຊີ້ນ່າ ບາງເທື່ອເພິ່ນກະສຽນກໍຖືກຊ່ວງ ທີ່ເພິ່ນຫັ້ນຄົ້ນຄວ້າ ເຂົ້າເປັນຄະນະພັກຫັ້ນ ຍັງບໍ່ທັນເຖິງວາຣະ ເພາະວ່າຂັ້ນພັກ ຕັ້ງ 5 ປີ ເນາະ 5 ປີ ເພິ່ນຈັ່ງໄດ້ມີການປ່ອນບັດຄັດເລືອກ ເປັນຄະນະພັກເທື່ອນຶ່ງ ຫັ້ນນ່າ.”

ຍານາງກ່າວຕື່ມວ່າ ປັດຈຸບັນ ການສົ່ງເສີມຄວາມເທົ່າທຽມທາງເພດ ໃຫ້ເພດຍິງ ໃນຕໍາແໜ່ງຜູ້ນໍາ ຕັດສິນບັນຫາ ຈະສືບຕໍ່ປະຕິບັດຕາມແຜນຍຸທສາດ ປີ 2016-2025 ຕໍ່ໄປ ເຖິງແມ່ນ ແຜນນັ້ນ ຈະສິ້ນສຸດລົງ ກໍຈະມີການສືບຕໍ່ໄປເລື້ອຍໆ ເພື່ອສົ່ງເສີມຄວາມກ້າວໜ້າ ແລະ ສັກກະຍະພາບຂອງເພດຍິງ.

IMG_9530.JPG
ການຕ່ຳຫູກຂອງແມ່ຍິງລາວ ໃນເຂດຊົນນະບົດ ຢູ່ແຂວງພາກເໜືອນຂອງລາວ. ເດືອນຕຸລາ 2021. ຂໍຂອບໃຈຮູບພາບ ຈາກນັກຂ່າວ ພົລເມືອງ.

ໃນເຂດຊົນນະບົດ ຫ່າງໄກສອກຫຼີກ ຜູ້ເປັນເມັຍສ່ວນຫຼາຍ ຍັງເຊື່ອຟັງຄວາມຜົວ ບໍ່ມີສິດຕັດສິນໃຈ ນການໃຊ້ຊີວິດປະຈໍາວັນ ຍ້ອນເປັນປະເພນີ ທີ່ປະຕິບັດກັນມາດົນ ແລະຜູ້ຍິງ ມີຄວາມຮູ້ຕໍ່າ ບໍ່ກ້າອອກສິດ ອອກສຽງ ໂດຍສະເພາະ ຊົນເຜົ່າ ທີ່ຜົວ ບໍ່ມັກອະນຸຍາດໃຫ້ເມັຍ ພາລູກໄປສັກຢາປ້ອງກັນພະຍາດຕ່າງໆ ຍ້ອນຢ້ານວ່າ ລູກຈະເປັນໄຂ້ ແລ້ວເຮັດໃຫ້ເມັຍ ບໍ່ສາມາດໄປເຮັດວຽກໄດ້ ຫຼື ເມັຍ ຢາກໄປດອງ, ໄປປະຊຸມ ຜົວກໍຈະບໍ່ອະນຸຍາດໃຫ້ໄປ ຍ້ອນຢາກໃຫ້ເມັຍລ້ຽງລູກຫຼາຍກວ່າ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງແປກ ແຂວງຊຽງຂວາງ ກ່າວໃນມື້ດຽວກັນນີ້ວ່າ:

“ຕັ້ງແຕ່ປີກາຍ ມາປີນີ້ມີ ມີຄະດີນຶ່ງ ມີກໍຣະນີນຶ່ງ ພວກເຮົາຍັງກໍາລັງ ຮອດສານຕັດສິນແລ້ວເດ້ ຜົວບໍ່ລ້ຽງລູກຊ່ວຍຫັ້ນນ່າ, ຜົວ ອັນໄປດອງ ຈັ່ງຊີ້ເນາະ ຫຼືວ່າໄປປະຊຸມຊິນ່າ ຄັນວ່າ ຜົວວ່າ ເອີ່ເຈົ້າບໍ່ໄປ ມື້ນີ້ນ່າ ເຈົ້າຕ້ອງເອົາລູກ ລະເມັຍກໍໍບໍ່ໄປຫັ້ນນ່າ ຫຼືວ່າ ສັກຢາເນາະ ເຂົາໄປສັກຢາ ປ້ອງກັນພຍາດນີ້ ຜົວວ່າ ບໍ່ໃຫ້ສັກ ເມັຍຫັ້ນຢາກເອົາໄປສັກ ແຕ່ວ່າຜົວບໍ່ໃຫ້ສັກ ແລ້ວມັນກໍໄປຊີ້ນ່າ ຟັງຄວາມຜົວຫັ້ນນ່າ ສັກຢາມາ ແລ້ວລູກມັນໄຂ້ ແລ້ວເມັຍຫັ້ນໄປວຽກບໍ່ໄດ້ເນາະ ກໍໄດ້ເອົາລູກ ລູກໄຫ້ລູກຫຍັງກາງຄືນຫັ້ນນ່າ ແລ້ວຜົວບໍ່ຢາກໃຫ້ສັກ ຈໍານວນໜ້ອຍນຶ່ງຫັ້ນນ່າ ແລ້ວຜົວເວົ້າ ຢາກເຫັນດີຫັ້ນນ່າ.”

ນາງກ່າວຕື່ມວ່າ ຖ້າເວົ້າເຖິງການເຮັດທຸຣະກິຈ ເມັຍກັບຜົວ ຄວນຊ່ອຍກັນ ພັທນາເສຖກິຈ ໃຫ້ເຕີບໃຫຍ່ ຄົວເຮືອນຈຶ່ງຈະກ້າວໜ້າ ມີເງິນແປງເຮືອນ, ສ້າງເຮືອນ ຫຼືມີເງິນຊື້ຣົຖ ດັ່ງນີ້ເປັນຕົ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.