ເພື່ອລາຍໄດ້ ຊາວບ້ານ ເມືອງວຽງພູຄາ ຍອມໃຫ້ບໍຣິສັດຈີນ ເຊົ່າດິນປູກໝາກໂມ
2023.05.19
ໃນປີ 2023 ນີ້ ບໍຣິສັດ ໂຍປັງ ເຕັກນິກກະສິກັມ ຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ ທີ່ມີນັກລົງທຶນຈີນ ຮ່ວມດ້ວຍນັ້ນ ຈະຂຍາຍການເຊົ່າດິນຂອງຊາວບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ ເພີ້ມເປັນ 300 ປາຍເຮັກຕ້າຣ໌ ຈາກແຕ່ກ່ອນ ເຊົ່າດິນຊາວບ້ານ 100 ປາຍເຮັກຕ້າຣ໌ ເຊິ່ງທາງບໍຣິສັດ ຈະໃຫ້ໄດ້ໝາກໂມຕາມເປົ້າໝາຍ 10,000 ຕັ່ນ ເພື່ອສົ່ງອອກໄປຈີນ.
ຂະນະທີ່ ຊາວບ້ານ ບໍ່ຢາກໃຫ້ທາງບໍຣິສັດດັ່ງກ່າວ ເຊົ່າດິນປານໃດ ເພາະການປູກໝາກໂມ ຂອງບໍຣິສັດຈີນ ດັ່ງກ່າວ ໃຊ້ສານເຄມີ ເຊິ່ງຊາວບ້ານ ຢ້ານສ່ຽງສົ່ງຜົລກະທົບຫຼາຍຢ່າງ ເປັນຕົ້ນ ກັບສັດລ້ຽງ ແລະຄົນ ແຕ່ດ້ວຍຄວາມຈໍາເປັນ ເພື່ອຈະໄດ້ມີລາຍຮັບ ລ້ຽງຄອບຄົວ ຊາວບ້ານ ຈຶ່ງຈໍາເປັນ ໃຫ້ເຊົ່າດິນ.
ດັ່ງຊາວບ້ານ ໃນເມືອງວຽງພູຄາ ແຂວງຫຼວງນໍ້າທາ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 18 ພຶສພາ ນີ້ວ່າ:
“ບາງເຈົ້າຂອງກະ ບໍ່ຢາກໃຫ້ປູກ ຢ້ານມັນມີຜົລກະທົບ ຜ່ານມານີ້ ເຂົາກໍເຮັດມາຫຼາຍປີແລ້ວ ກໍຍັງມີໃຊ້ຢາຂ້າຫຍ້າຫັ້ນນ່າ ມັນເຮັດໃຫ້ ຄັນນານັ້ນເຈື່ອນແດ່ ຂໍ້ສອງມາກະ ມີຜົລກະທົບ ກັບພາຍຫຼັງທີ່ວ່າ ສັດລ້ຽງພວກເຮົາ ທີ່ມັນແລ້ວຣະດູໝາກໂມນັ້ນແລ້ວ ໄດ້ເອົາສັດເຂົ້າໄປລ້ຽງຫັ້ນນ່າ ຖືວ່າມັນຈະມີຜົລກະທົບ ຕໍ່ກັບສັດແດ່ ກັບຄົນແດ່.”
ຂະນະທີ່ ຊາວບ້ານ ໃນເມືອງວຽງພູຄາ ທ່ານນຶ່ງ ກໍກ່າວວ່າ ຄ່າເຊົ່າດິນ ກໍບໍ່ໄດ້ກຸ້ມຄ່າເທົ່າທີ່ຄວນ ເຊິ່ງເຂດບ້ານຂອງທ່ານ ບາງຄອບຄົວ ທາງເຈົ້າໜ້າທີ່ ຄິດໃຫ້ 1 ເຮັກຕ້າຣ໌ ຕໍ່ 10 ລ້ານກິີບ ບາງຄອບຄົວ 1 ເຮັກຕ້າຣ໌ ກໍບໍ່ຮອດ 10 ລ້ານກີບກໍມີ, ແຕ່ຊາວບ້ານ ກໍຈໍາເປັນ ເພາະຈະໄດ້ມີລາຍຮັບ ຈາກການປ່ອຍໃຫ້ເຊົ່າເພື່ອລ້ຽງຄອບຄົວ ແລະຊາວບ້ານ ຍັງມີວຽກເຮັດງານທໍາ ໃນຣະດູທີ່ບໍ່ໄດ້ເຮັດນາ ຄື ໄລຍະເດືອນທັນວາ ຫາເດືອນເມສາ ເພາະທາງບໍຣິສັດດັ່ງກ່າວ ກໍຈະຮັບຄົນລາວ ເຂົ້າໄປເປັນແຮງງານໃນສວນໝາກໂມ ແລະໄດ້ຄ່າແຮງ ຕໍ່ມື້ 90 ພັນກີບ ແລະດ້ວຍຄວາມປະສົງ ຂອງທາງການ ເພື່ອຈະສົ່ງເສີມໃຫ້ຊາວບ້ານມີລາຍຮັບ ຊາວບ້ານ ກໍບໍ່ສາມາດຂັດໄດ້:
“ເປັນນາເຮົາເນາະ ເຂົາມາເຊົ່າ ເຮັກຕ້າຣ໌ 10 ລ້ານ ກະບໍ່ກຸ້ມແລ້ວ ບໍ່ເຮັດແນວນັ້ນ ກະບໍ່ອັນຈະຈ່າຍ ບໍ່ບ່ອນປະຊາຊົນໄປຈ້າງ ປະຊາຊົນກໍມາເຮັດນໍາເຂົາ ເຂົາຈ້າງເປັນມື້ໂອ້ ມື້ນຶ່ງ 90 ພັນ ດຽວນີ້ ເພິ່ນກໍາລັງອະນາໄມ ຂອງໃຜຂອງມັນ ແລ້ວເຮັດນາດຽວນີ້ ແຕ່ກໍອະນາໄມ ກໍບໍ່ແມ່ນຂອງງ່າຍເນາະ.”
ຊາວບ້ານ ໃນເມືອງວຽງພູຄາ ອີກທ່ານນຶ່ງ ກໍກ່າວວ່າ ການທີ່ນັກລົງທຶນຈີນ ມາເຊົ່າດິນຊາວບ້ານ ແລ້ວປູກໝາກໂມນີ້ ກໍມີທັງຜົລດີ ແລະຜົລເສັຍຕາມມາ ເຊິ່ງຜົລເສັຍກໍຄື ເຂົາເຈົ້າຕ້ອງໄດ້ໃຊ້ສານເຄມີ ເພື່ອໃຫ້ໝາກໂມມັນໃຫຍ່ງາມ ໄດ້ຕາມເກດ ເພື່ອສົ່ງອອກໄປຈີນ ເຊິ່ງສານເຄມີເຫຼົ່ານັ້ນ ກໍສະສົມໃນດິນໄປເລື້ອຍໆ ຫຼືບາງເທື່ອ ອາຈສົ່ງຜົລກະທົບ ໄປຍັງສັດ ແລະຄົນ ແຕ່ຕອນນີ້ ກໍຍັງບໍ່ມີເຣື່ອງດັ່ງກ່າວເກີດຂຶ້ນ.
ສ່ວນຜົລດີ ຊາວບ້ານກໍມີລາຍຮັບໃນການປ່ອຍເຊົ່າດິນ ໃນໄລຍະບໍ່ໄດ້ເຮັດນາ ເຖິງແມ່ນວ່າ ບໍ່ກຸ້ມຄ່າກໍຕາມ ແລະຊາວບ້ານ ຍັງສາມາດໄປເປັນແຮງງານ ໃນສວນໝາກໂມໄດ້ ເຊິ່ງທາງບໍຣິສັດ ເຂົາເຈົ້າກໍຈ້າງຄົນລາວ ໄດ້ມື້ລະ 80 ພັນ ຫາ 90 ພັນກີບ ແລ້ວແຕ່ວຽກໜັກເບົາ:
“ຄັນຈະເວົ້າ ໃນເຣື່ອງບັນຫານີ້ ມັນຕ້ອງມີແຫຼະ ກໍບໍ່ກຸ້ມຄ່າແຫຼະ ຜົລເສັຍ ແບບເຂົາໃຊ້ສານເຄມີ ໃຫ້ໝາກໂມມັນໃຫຍ່ມັນງາມ ມັນໃຫຍ່ດີ ມັນເກດເຂົາ ເຂົ້າເກດຫັ້ນແຫຼະ ມັນມີຜົລດີ ເຂົາກໍຫາກຈ້າງຊາວບ້ານມາເຮັດ ເຂົາໄລ່ເຮັດເປັນມື້ນຶ່ງ 90 ພັນກີບກໍມີ 80 ພັນ ກໍມີ ກໍອີງຕາມວຽກ ເຮັດໜັກເບົາຫັ້ນແຫຼະ.”
ກ່ຽວກັບເຣື່ອງດັ່ງກ່າວນີ້ ເຈົ້າໜ້າທີ່ທ້ອງຖິ່ນ ໃນເມືອງວຽງພູຄາ ທ່ານນຶ່ງ ກໍກ່າວວ່າ ໃນເມືອງວຽງພູຄາ ນີ້ ມີບ້ານທັງໝົດ 46 ບ້ານ ແລະມີປະມານ 20 ປາຍບ້ານ ທີ່ນັກລົງທຶນຈີນ ເຊົ່າດິນປະຊາຊົນເພື່ອປູກໝາກໂມ ເຊິ່ງທ່ານຄິດວ່າ ເປັນເຣື່ອງທີ່ດີ ທີ່ຊາວບ້ານ ຈະໄດ້ມີລາຍຮັບໃນການປ່ອຍເຊົ່າດິນ ໃນໄລຍະໝົດຣະດູເຮັດນາ ທັງຍັງມີຣາຍໄດ້ ຈາກການເປັນລູກຈ້າງໃນສວນໝາກໂມນໍາດ້ວຍ ເພາະຖ້າໝົດຣະດູເຮັດນາ ຊາວບ້ານກໍບໍ່ມີວຽກເຮັດງານທໍາ ຖືວ່າ ເປັນການສົ່ງເສີມໃຫ້ຊາວບ້ານມີວຽກເຮັດງານທໍາ.
“ທົ່ວເມືອງວຽງພູຄາ ນີ້ ມີ 20 ປາຍບ້ານ ທີ່ອັນ ນັກລົງທຶນເຮັດ ພື້ນທີ່ ທີ່ສະດວກໄດ້ ປະຊາຊົນກໍມີລາຍຮັບຫັ້ນແຫຼະ ກະລາຍຮັບເຂົາເຊົ່າແດ່ ຈ້າງແຮງງານ ມັນມີຣັຖຄຸ້ມຄອງ ກັມມະບານຂັ້ນເມືອງ ເຂົາເປັນຜູ້ຕິດຕາມນໍາ.”
ທ່ານກ່າວຕື່ມວ່າ ທີ່ຜ່ານມາ ກໍຍັງບໍ່ມີບັນຫຍັງເທື່ອ ແຕ່ຈະມີຫາງສຽງ ແບບຊາວບ້ານບາງຄົນ ເວົ້າວ່າ ການເຊົ່າດິນແຕ່ລະຄົນ ຄື ໄດ້ຄ່າເຊົ່າບໍ່ເທົ່າກັນ ແນ່ນອນວ່າ ກໍບໍ່ໄດ້ເປັນເອກກະພາບ ເຊິ່ງບາງຄອບຄົວ ກໍໄດ້ 1 ເຮັກຕ້າຣ໌ ຕໍ່ 10 ລ້ານກີບ, ບາງຄອບຄົວ ກໍໄດ້ 1 ເຮັກຕ້າຣ໌ ຕໍ່ 12 ລ້ານກີບ, ບາງຄອບຄົວ ກໍໄດ້ 1 ເຮັກຕ້າຣ໌ ຕໍ່ 6 ລ້ານກີບ ຫາ 9 ລ້ານກີບ ເຊິ່ງບໍຣິສັດດັ່ງກ່າວ ບອກວ່າ ເນື້ອທີ່ດິນບາງພື້ນທີ່ ກໍຕ້ອງໄດ້ບຸກເບີກໃໝ່ ບາງເນື້ອທີ່ ກໍໍບໍ່ໄດ້ບຸກເບີກໃໝ່ ແຕ່ຫຼາຍຄົນກໍເຂົ້າໃຈ.
“ບັນຫາຢູ່ໃນອັນ ລາຄາການເຊົ່າ ບາງບ່ອນ ມັນບໍ່ເອກກະພາບກັນຊື່ືໆ ເຂົາຕີເປັນ 4 ປະເພດ ປະເພດນຶ່ງລະແມ່ນ 12 ລ້ານ, ປະເພດສອງ ກະ 10 ລ້ານ, ປະເພດສາມ ກະ 8 ລ້ານ, ປະເພດ 4 ກໍ 6 ລ້ານ ມັນມີຫຼາຍປະເພດຈັດດິນ ບາງບ່ອນມັນແມ່ນດິນທົ່ງນາ ບາງບ່ອນ ມັນແມ່ນດິນບຸກເບີກໃໝ່.”
ຢ່າງໃດກໍຕາມ ບໍຣິສັດ ໂຍປັງ ເຕັກນິກກະສິກັມ ຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ ໄດ້ເຣີ່ມເຂົ້າມາລົງທຶນ ປູກໝາກໂມ ໃນເມືອງວຽງພູຄາ ແຂວງຫຼວງນໍ້າທາ ຕັ້ງແຕ່ປີ 2015 ເພື່ອປູກໝາກໂມສົ່ງອອກໄປຈີນ ເຊິ່ງບໍຣິສັດດັ່ງກ່າວ ເຂົ້າມາລົງທຶນ ໂດຍເຊົ່າດິນຊາວບ້ານ ພາຍຫຼັງທີ່ຊາວບ້ານ ໝົດຣະດູການເຮັດນາ ໂດຍຈະເຣີ່ມປູກໝາກໂມ ໃນໄລຍະເດືອນທັນວາ ຫາເດືອນເມສາ ແລະຈ້າງຊາວບ້ານ ໃນເມືອງວຽງພູຄາ ເປັນແຮງງານ ໃນສວນໝາກໂມແທນ ແລ້ວທາງບໍຣິສັດ ກໍສົ່ງໝາກໂມໄປຈີນເອງ.