ເຣື້ອງທີ່ເກັບບັນທຶກໄວ້
2024-03-23
ປະເທດສະມາຊິກ ຄະນະກັມມາທິການ ແມ່ນ້ຳຂອງສາກົລ ຫຼື MRC ບໍ່ປະຕິບັດຕາມຂໍ້ຕົກລົງ ແມ່ນ້ຳຂອງປີ 1995.
2024-03-23
ປະຊາຊົນ ເມືອງຊໍາເໜືອ ແຂວງຫົວພັນ ຮ້ອງທຸກ ເຖິງນາຍົກລັດຖະມົນຕີ ແລະ ສະພາແຫ່ງຊາດ ຍ້ອນໄດ້ຮັບຜົນກະທົບ ຈາກການຂຸດຄົ້ນ ແຮ່ຫາຍາກ ແລະອີກເລື່ອງນຶ່ງກໍເວົ້າເຖິງ ເດັກນ້ອຍລາວ 16 ຄົນ ທີ່ຍັງຕິດຄ້າງ ຢູ່ໂຮງກາສິໂນ ຂອງຈີນ ຢູ່ປະເທດພະມ້າ ຍັງຄອງຖ້າ ການຊ່ອຍເຫຼືອ ຈາກພາກສ່ວນທີ່ກ່ຽວຂ້ອງ ຢູ່ທຸກມື້.
2024-03-22
ວຽດນາມໄດ້ມອບພາຫະນະ ໃຫ້ກະຊວງປ້ອງກັນຄວາມສງົບ ເພື່ອນໍາໃຊ້ເຂົ້າໃນກອງປະຊຸມ ສຸດຍອດອາຊ້ຽນ ຄັ້ງທີ 44 ທີ່ນະຄອນຫຼວງວຽງຈັນ ນອກຈາກວຽດນາມແລ້ວ ຍັງມີຢີ່ປຸ່ນ, ເກົາຫຼີໃຕ້ ແລະ ຈີນ ໃຫ້ການຊ່ອຍເຫຼືອ.
2024-03-22
ນະຄອນຫຼວງວຽງຈັນ ຈະປັບຂຶ້ນ ລາຄານໍ້າດື່ມຕຸກໃຫຍ່ ຂະນະທີ່ ປະຊາຊົນຈໍານວນນຶ່ງ ຍັງມີລາຍຈ່າຍ ສູງກວ່າລາຍຮັບ ແລະປະຊາຊົນອີກຈໍານວນນຶ່ງ ຈໍາເປັນ ຕ້ອງໄດ້ຊື້ນໍ້າດື່ມມາດື່ມ.
2024-03-22
ການແຕ່ງດອງລະຫວ່າງຄົນລາວ ແລະຄົນວຽດນາມແບບບໍ່ຖືກກົດໝາຍ ມີຫລາຍຢູ່ຕາມຊາຍແດນສອງປະເທດ ແລະບັນຫານີ້ມີມາແຕ່ດົນແລ້ວ ແຕ່ທາງການລາວ ກໍຍັງບໍ່ສາມາດແກ້ໄຂໄດ້.
2024-03-22
ການສຶກສາຂອງລາວ ປະເຊີນກັບຄວາມຫຍຸ້ງຍາກ ນັບແຕ່ການຣະບາດ ຂອງໂຄວິດ-19 ເປັນຕົ້ນມາ ບວກກັບ ສົ່ງຜົລໃຫ້ ເດັກນ້ອຍ ແລະວັຍໜຸ່ມລາວ ມີອັດຕຣາການເຂົ້າຮຽນ ໃນລະດັບຕໍ່າຫຼາຍ ຈົນໜ້າເປັນຫ່ວງ, ອີງຕາມການຣາຍງານ ຂອງທະນາຄານໂລກ ຫຼື World Bank ປະຈໍາລາວ.
2024-03-22
ລາວ ຂາດດຸນການຄ້າ ໃນເດືອນມົກກະຣາປີນີ້ 188 ລ້ານໂດລ້າຣ໌ສະຫະຣັຖ ແລະ ໃນເດືອນພຶສຈິກາ ປີ 2023 ຂາດດຸນ ເຖິງ 297.5 ລ້ານໂດລ້າຣ໌, ເດືອນຕຸລາ ຂາດດຸນ 264 ລ້ານໂດລ້າຣ໌ ແລະ ເດືອນກັນຍາ ປີດຽວກັນ ຂາດດຸນເຖິງ 218 ລ້ານໂດລ້າຣ໌.
2024-03-21
ກະຊວງແຮງງານ ແລະສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ແລະ ຍານາງ ຈັນເພັງ ວົງສົມບັດ, ຜູ້ອຳນວຍການໃຫຍ່ ທະນາຄານອິນໂດຈີນ ຈຳກັດໄດ້ຮ່ວມເຊັນ MOU ວ່າດ້ວຍການສະໜອງເງິນກູ້ແລະການໂອນເງິນກັບຄືນປະເທດ ຂອງຜູ້ອອກແຮງງານລາວ ທີ່ໄປເຮັດວຽກຢູ່ຕ່າງປະເທດ.
2024-03-21
ຂົວມິຕພາບລາວ-ໄທຍ ແຫ່ງທີ 5 ລະຫວ່າງແຂວງບໍຣິຄໍາໄຊ ຂອງລາວ ແລະແຂວງບຶງການ ຂອງໄທຍ ກໍາລັງດໍາເນີນໄປຕາມແຜນການ ແລະອາດໄດ້ເປີດໃຊ້ໃນປີໜ້າ ເຊິ່ງປັດຈຸບັນ ການກໍ່ສ້າງຂົວ ຝ່າຍລາວ ສຳເຣັດ ປະມານ 83%.
2024-03-21
ເຈົ້າໜ້າທີ່ກ່ຽວຂ້ອງ ຢູ່ນະຄອນຫຼວງວຽງຈັນ ຊ່ອຍເຫຼືອ ໝີນ້ອຍສີດໍາ 16 ໂຕ ຢູ່ສະຖາບັນການເງິນຈຸລະພາກ ຊື່ວ່າ ຢ້າໄທ ທີ່ບ້ານໜອງສະໂນຄຳ ເມືອງສີໂຄດຕະບອງ ແລະມອບໃຫ້ແກ່ໂຄງການ ອະນຸຮັກໝີ “Fee the Bears” ຢູ່ແຂວງຫຼວງພຣະບາງ ເພື່ອນໍາໄປລ້ຽງດູແລແລ້ວ.
2024-03-21
ຣັຖບານ ຈະຂຶ້ນອາກອນມູນຄ່າເພີ່ມ ຈາກ 7% ເປັນ 10% ສ່ວນຜູ້ປະກອບການທຸຣະກິຈ ລວມເຖິງຜູ້ຄ້າຂາຍ ເປັນຜູ້ທີ່ໄດ້ຮັບຜົລກະທົບ ຈາກການຂຶ້ນອາກອນໃນເທື່ອນີ້ ແລະ ສິນຄ້າທີ່ສ່ວນໃຫຍ່ນຳເຂົ້າຈາກຕ່າງປະເທດ ຕ້ອງປັບຂຶ້ນເຊັ່ນກັນ ກາຍເປັນບັນຫາທີ່ ຜູ້ບໍລິໂພກຕ້ອງຮັບພາລະ.
2024-03-21
ເດັກນ້ອຍລາວ 16 ຄົນ ໃນຈໍານວນ 45 ຄົນ ທີ່ຖືກກຸ່ມແກ້ງຄ້າມະນຸສ ຈາກສາມຫຼ່ຽມຄຳ ຂາຍຕໍ່ໃຫ້ໄປເຮັດວຽກ ຢູ່ບໍຣິສັດຂອງຈີນ ທີ່ກາສິໂນ ໂກຊາຍ ໃນເມືອງ ເມັຍວະດີ ຣັຖກະຢິ່ນ ປະເທດພະມ້າ ເຊິ່ງຍັງຖ້າການຊ່ວຍເຫຼືອ ຈາກທຸກພາກສ່ວນທີ່ກ່ຽວຂ້ອງ.
2024-03-20
ຄົນງານລາວວ່າ ການສົ່ງເສີມວຽກເຮັດງານທຳ ພາຍໃນປະເທດ ຈາກພາກຣັຖ ຍັງເຮັດບໍ່ໄດ້ດີ, ແຕ່ຂະບວນການສົ່ງເສີມ ໃຫ້ຄົນງານລາວ ໄປເຮັດວຽກ ຢູ່ຕ່າງປະເທດ ພັດຖືກເອົາໃຈໃສ່ເພີ່ມຂຶ້ນ, ໂດຍສະເພາະການໄປເຮັດວຽກ ຢູ່ປະເທດໄທຍ ແລະ ປະເທດເກົາຫຼີໃຕ້.
2024-03-20
ທ່ານ ຄໍາໜູນ ຕຽງທະລາດ ເຈົ້າເມືອງປາກງື່ມ ນະຄອນຫຼວງວຽງຈັນໃຫ້ສັມພາດຕໍ່ວິທະຍຸ ກະຈາຍສຽງແຫ່ງຊາຕລາວວ່າ ໃນຣະດູຮ້ອນນີ້ເຖິງແມ່ນວ່າຍັງບໍ່ມີໄຟໄໝ້ລາມປ່າ ໃນເມືອງເທື່ອແຕ່ເມືອງປາກງື່ມກໍໄດ້ເຣີ່ມກຽມເຝົ້າລະວັງ ແລະສະກັດກັ້ນໄຟໄໝ້ ລາມປ່າຢ່າງເຂັ້ມງວດໂດຍສຸມໃສ່ 5 ບ້ານ ທີ່ມີຄວາມສ່ຽງ.
2024-03-20
ເພື່ອປ້ອງການຕັດໄມ້ເຜົາຖ່ານ, ແຂວງສວັນນະເຂດ ໄດ້ອອກແຈ້ງການ ຫ້າມບຸກຄົນ ແລະນິຕິບຸກຄົນ ມີການເຜົາຖ່ານ, ເກັບຊື້ຖ່ານ ແລະເຄື່ອນຍ້າຍຖ່ານດໍາ ແລະຫ້າມຜແນກອຸດສາຫະກັມ ແລະປ່າໄມ້ ອອກໜັງສືອະນຸຍາດ ເຄື່ອນຍ້າຍຖ່ານດໍາ ເຊິ່ງຊາວບ້ານສ່ວນນຶ່ງ ໄດ້ຮັບຜົລກະທົບ ເນື່ອງຈາກເປັນອາຊີບດຽວ ທີ່ຊາວບ້ານພໍມີລາຍໄດ້ ລ້ຽງຄອບຄົວ.