ເສຖກິຈຫຍຸ້ງຍາກ ນະຄອນຫຼວງວຽງຈັນ ຂຶ້ນລາຄານໍ້າດື່ມ
2024.03.22
ຢູ່ນະຄອນຫຼວງວຽງຈັນ ຈະປັບຂຶ້ນລາຄານໍ້າດື່ມຕຸກໃຫຍ່ ຂະນະທີ່ ປະຊາຊົນຈໍານວນນຶ່ງ ຍັງມີລາຍຈ່າຍສູງກວ່າລາຍຮັບ ແລະປະຊາຊົນອີກຈໍານວນນຶ່ງ ຈໍາເປັນ ຕ້ອງໄດ້ຊື້ນໍ້າດື່ມມາດື່ມ ຍ້ອນ ນໍ້າປະປາພາຍໃນເຮືອນ ເອົາມາດື່ມບໍ່ໄດ້ ແລະເຂົ້າໃຈບັນຫາເສຖກິຈ ພາຍໃນລາວ ເປັນຕົ້ນ ເງິນກີບອ່ອນຄ່າ, ສິນຄ້າຫຼາຍປະເພດຕ້ອງໄດ້ນໍາເຂົ້າ ແລະຄ່າຄອງຊີບສູງ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ສະມາຄົມນໍ້າດື່ມ ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 21 ເດືອນມີນາ ວ່າ ຕັ້ງແຕ່ວັນທີ 1 ເດືອນເມສາ ປີ 2024 ເປັນຕົ້ນໄປ ໃນຂອບເຂດເທສບານ ນະຄອນຫຼວງວຽງຈັນ 9 ໂຕເມືອງ ຈະປັບຂຶ້ນລາຄານໍ້າດື່ມຕຸກໃຫຍ່ ຂນາດ 18-20 ລິດ ຈາກລາຄາເກົ່າ ຕຸກລະ 8,000 ກີບ ມາເປັນລາຄາໃໝ່ ຕຸກລະ 10,000 ກີບ ເພື່ອໃຫ້ສອດຄ່ອງ ກັບສະພາບເສຖກິຈ ຂອງປະເທດລາວ ແລະເພື່ອເຮັດໃຫ້ທຸຣະກິຈ ດໍາເນີນຕໍ່ໄປໄດ້, ດັ່ງຍານາງ ກ່າວວ່າ:
“ຕົ້ນເດືອນ 4 ນ່າ ນໍ້າດື່ມ ກໍຈະຂຶ້ນລາຄາ ຂຶ້ນກະຕຸກລະ 10 ພັນ (ກີບ) ຈາກ 8 ພັນ (ກີບ) ເປັນ 10 ພັນ (ກີບ) ມັນຈໍາເປັນ ຕ້ອງຂຶ້ນ ເພາະວ່າພະນັກງານ ແລ້ວກໍເຄື່ອງທຸກຢ່າງ ມັນໄດ້ນໍາເຂົ້າ ຈາກປະເທດໄທຍ ປະເທດອີື່ນໝົດຫັ້ນນ່າ ມັນກະເລດເງິນມັນສູງຂຶ້ນແດ່ ຄື ກະຕຸກເມື່ອກີ້ ໝື່ນນຶ່ງ 2 ລ້ານ 5 (ສິບພັນກີບ) ເນາະ ດຽວນີ້ ມັນຂຶ້ນຢູ່ 6 ລ້ານ, 6 ລ້ານ 6 (ສິບພັນກີບ) ຕໍ່ໝື່ນນຶ່ງ (ໝື່ນ ໃນທີ່ນີ້ ຄື ໜ່ວຍນັບຈໍານວນຕຸກ ເປັນຕົ້ນ 1 ໝື່ນ ມີ 180 ຕຸກ), ພະນັກງານຫັ້ນບໍ ເຮົາຕ້ອງໄດ້ຂຶ້ນເງິນເດືອນ ໃຫ້ເຂົາ ເພາະວ່າ ຄັນເຮົາຈ້າງໜ້ອຍ ເຂົາກໍເຮັດບໍ່ໄດ້ ກໍຂາດແຮງງານ ບາດນີ້ ເພາະວ່າອັນອື່ນ ມັນກໍແພງໝົດ ກໍເຂົ້າໃຈເຂົາເຈົ້າຢູ່.”
ດ້ານປະຊາຊົນ ຈາກເມືອງໄຊທານີ ນາງນຶ່ງ ກ່າວວ່າ ນໍ້າດື່ມຕຸກໃຫຍ່ ຈະແພງຂຶ້ນ ເຮັດໃຫ້ປະຊາຊົນໄດ້ຮັບຜົລກະທົບ ຍ້ອນຫຼາຍຄອບຄົວ ຊື້ນໍ້າດື່ມຕຸກໃຫຍ່ມາດື່ມ ແລະມາຄົວກິນ ຂະນະທີ່ ປັດຈຸບັນ ປະຊາຊົນ ກໍມີລາຍຈ່າຍ ສູງກວ່າລາຍຮັບແລ້ວ ຍ້ອນຄ່າຄອງຊີບອື່ນໆກໍແພງ ທັງນໍ້າມັນເຊື້ອໄຟ, ພືດ-ຜັກ, ຊີ້ນສັດ ແລະເຄື່ອງປຸງແຕ່ງອາຫານ ກໍແພງ.
ຄຽງຄູ່ກັນນັ້ນ ຕລອດໄລຍະ 3 ປີ ທີ່ຜ່ານມາ ປະຊາຊົນລາວ ໃນບາງພື້ນທີ່ ມີອາຊີບປູກຝັງ ເພື່ອຫາລາຍຮັບໃຫ້ໂຕເອງ ແລະຄອບຄົວນັ້ນ ຜະເຊີນກັບບັນຫາ ຊົລປະທານບໍ່ມີນໍ້າ ເພື່ອປູກພືດລະດູແລ້ງ ແລະເຮັດນາແຊງ ຈຶ່ງເຮັດໃຫ້ລາຍຮັບທີ່ເຄີຍມີ ພັດບໍ່ມີໃນມື້ນີ້, ດັ່ງນາງກ່າວ ໃນມື້ດຽວກັນນີ້ວ່າ:
“ກະທຸກຄົວເຮືອນ ຕ້ອງກິນນໍ້າດື່ມໝົດຢູ່ທົ່ງມັ່ງ ຕຸກໃຫຍ່ ຄືສົມມຸດ ຄອບຄົວຂ້ອຍນີ້ ແຕ່ງກິນກໍໃຊ້ແຕ່ນໍ້າດື່ມໝົດ ສະເພາະ ປະຊາຊົນສ່ວນໃຫຍ່ແທ້ ກໍຢາກະທົບ ຢູ່ໃນ 3 ປີ ມານີ້ຫັ້ນນ່າ ຊອກຫາແຫຼ່ງລາຍຮັບຂອງປະຊາຊົນຫັ້ນນ່າ ບໍ່ຄ່ອຍມີ ເພາະວ່າ ແຕ່ກ່ອນຫັ້ນ ທ່າແຮງຂອງເຮົາ ເຮົາມີຊົລປະທານ ເຮົາໄດ້ປູກພືດລະດູແລ້ງ ແລ້ວເຮົາກໍໄດ້ເຮັດນາແຊງຈັ່ງຊີ້ນ່າ 3 ປີ ມານີ້ ບໍ່ມີນໍ້າ ລາຍຈ່າຍມັນສູງກວ່າລາຍຮັບ ຫຼືວ່າ ບໍ່ດັ່ງນັ້ນ ກໍມີດຸ່ນດ່ຽວກັນ ກໍຍັງໄຄເດ້ ດຸ່ນດ່ຽງກັນ ຄືວ່າ ລາຍຈ່າຍ ກັບລາຍຮັບ ມາເທົ່າກັນ ກໍພໍຢູ່ໄດ້ ເພາະວ່າ ປະຊາຊົນເຄີຍລື້ງ ຕາມທັມມະຊາຕແລ້ວ ເຂົາເຈົ້າ ກໍຕ້ອງອົດອອມ ລົງຫັ້ນນ່າ.”
ປະຊາຊົນ ຈາກເມືອງຈັນທະບູຣີ ນາງນຶ່ງ ກໍກ່າວຄືກັນວ່າ ນໍ້າດື່ມຕຸກໃຫຍ່ ຈະແພງຂຶ້ນ ເຮັດໃຫ້ປະຊາຊົນໄດ້ຮັບຜົລກະທົບ ຍ້ອນ ປີ 2023 ທີ່ຜ່ານມາ ກໍມີການປັບຂຶ້ນລາຄາ ນໍ້າດື່ມຕຸກໃຫຍ່ ຈາກ 6,000 ກີບ ມາເປັນ 8,000 ກີບແລ້ວ ມາປີ 2024 ນີ້ ກໍຍັງສືບຕໍ່ ປັບລາຄາອີກ ຂະນະທີ່ ປັດຈຸບັນ ປະຊາຊົນຍັງຫາເງິນໄດ້ສໍ່າເກົ່າ ຫຼື ຫຼຸດລົງ, ດັ່ງນາງກ່າວໃນມື້ດຽວກັນນີ້ວ່າ:
“ກະທົບຢູ່ຫັ້ນແຫຼະເນາະ ປະຊາຊົນເຮົາກໍ ຫາເງິນໄດ້ໜ້ອຍເນາະ ທໍາອິດເພິ່ນກໍຂຶ້ນມາ 8 ພັນ (ກີບ) ແລ້ວກໍຊິຂຶ້ນ 10 ພັນ (ກີບ) ຕື່ມອີກຫັ້ນນ່າ ຂຶ້ນເປັນ 2 ພັນ (ກີບ) ພຸ້ນເນາະ ຂຶ້ນຕື່ມຫັ້ນນ່າ ມັນກໍຊິເອົາແພງແດ່, ຫາເງິນໄດ້ໜ້ອຍ ຄ່າຄອງຊີບສູງ ແລະກໍອື່ນໆອີກກໍສູງ ຫາເງິນໄດ້ໜ້ອຍ ເປັນຍ້ອນຫຍັງ ເພາະວ່າ ນຶ່ງເນາະ ພື້ນຖານ ຂອງການຜລິດເຮົາຫັ້ນນ່າ ມັນຈະບໍ່ກວ້າງ ມັນຈະບໍ່ເປັນພື້ນຖານໃຫຍ່ ມັນຢູ່ປົກກະຕິວ່າຊັ້ນສາ ມັນບໍ່ໄດ້ເພີ່ມ ໃຜກໍປະຢັດໃຜ ປະຢັດລາວ ໂຕຢ່າງ ສົມມຸດວ່າ ຂ້ອຍຜລິດຂາຍ ມື້ນີ້ 100 ໂລ ສົມມຸດວ່າຫັ້ນນ່າ ມື້ໜ້າມັນກໍເພີ່ມສະ 100 ໂລ ມັນກໍຫຼຸດອີກຫັ້ນນ່າ.”
ສ່ວນປະຊາຊົນ ຈາກເມືອງໄຊເສດຖາ ນາງນຶ່ງ ກ່າວວ່າ ນໍ້າດື່ມຕຸກໃຫຍ່ ຈະແພງຂຶ້ນ 2,000 ກີບນັ້ນ ກໍບໍ່ໄດ້ແພງຂຶ້ນຫຼາຍ ຖ້າທຽບໃສ່ເຄື່ອງໃຊ້ສອຍ ອຸປະກອນຮັບໃຊ້ ໃນການຜລິດນໍ້າດື່ມ ກໍແພງ, ນໍ້າມັນໃສ່ຣົຖ ເພື່ອຂົນສົ່ງນໍ້າດື່ມ ໄປຍັງເຮືອນຕ່າງໆ ກໍແພງ, ດັ່ງນາງ ກ່າວໃນມື້ດຽວກັນນີ້ວ່າ:
“ກະມັນຂຶ້ນໜ້ອຍດຽວນຶ່ງ ເຂົາກໍຊິອີງໃສ່ວ່າ ໂອ້ ເຄື່ອງອຸປະກອນ ການກອງນໍ້າດື່ມ ມັນກໍແພງ ເຮັດນໍ້າດື່ມ ມັນກໍແພງຫັ້ນນ່າ ໃຊ້ນໍ້າ ໃຊ້ໄຟ ຄືອີ່ແມ່ ອີ່ແມ່ເຂົ້າໃຈ ນໍ້າມູກນໍ້າມັນກໍແພງ ເຮັດຈັ່ງໃດຊັ້ນ ລາຍຮັບ-ຈ່າຍ ເງິນດໍ້າເງິນເດືອນ ເພິ່ນບໍ່ຂຶ້ນ ອິສັງກະຂຶ້ນເບິດ ບໍ່ຂຶ້ນເຮັດຈັ່ງໃດ ຣັຖບານເພິ່ນກະມີ ມີໃຫ້ເຮົາຈໍາກັດ ຊໍານັ້ນຫັ້ນນ່າ ເພິ່ນກະຍັງທຸກຢູ່ ຣັຖບານ ພໍແຕ່ມີຢູ່ມີກິນ ກໍຖືວ່າດີແລ້ວຫັ້ນນ່າ ທຸກມື້ນີ້ນ່າ.”
ຂະນະທີ່ ປະຊາຊົນ ຈາກເມືອງນາຊາຍທອງ ນາງນຶ່ງ ກໍກ່າວຄືກັນວ່າ ນໍ້າດື່ມຕຸກໃຫຍ່ ຈະແພງຂຶ້ນ ໂຕເອງຈະບໍ່ໄດ້ຮັບຜົລກະທົບ ຍ້ອນເຂົ້າໃຈບັນຫາເສຖກິຈຂອງລາວ ທີ່ຝືດເຄືອງ ເງິນກີບອ່ອນຄ່າ ແລະຄ່າຄອງຊີບກໍສູງ ອີກທັງ ມັນມີຄວາມຈໍາເປັນ ທີ່ຕ້ອງຊື້ນໍ້າດື່ມ ຍ້ອນນໍ້າປະປາ ພາຍໃນຄົວເຮືອນ ດື່ມບໍ່ໄດ້, ດັ່ງນາງກ່າວວ່່າ:
“ແຕ່ ຕາມທັດສະນະເອື້ອຍ ເວົ້າຜູ້ດຽວນີ້ ເອື້ອຍຄິດວ່າ ກໍຊິບໍ່ມີຫຍັງກະທົບເນາະ ເພາະວ່າ ທຸກຄົນກໍຕ້ອງເຂົ້າໃຈ ເຣື່ອງເສຖກິຈ ບໍ່ນໍາໃຊ້ນໍາເພິ່ນ ເຮົາກໍບໍ່ມີບ່ອນເອົາເດ້ ອັນຈະກິນນໍ້າປະປາ ມັນກໍກິນບໍ່ໄດ້ ມັນຂິວເດ້ເນາະ ທັງຂິວ ທັງຂິວເດ້ເນາະ.”
ບໍ່ພຽງແຕ່ ຢູ່ນະຄອນຫຼວງວຽງຈັນ ທີ່ຈະມີການປັບຂຶ້ນລາຄາ ນໍ້າດື່ມຕຸກໃຫຍ່ ກ່ອນໜ້ານີ້ ວັນທີ 29 ເດືອນກຸມພາ ປີ 2024 ທີ່ຜ່ານມາ ກໍມີການປັບຂຶ້ນລາຄານໍ້າດື່ມຕຸກໃຫຍ່ ຢູ່ແຂວງວຽງຈັນ ໃນລາຄາສູງສຸດ ບໍ່ເກີນ 7,000 ກີບ ຍ້ອນຜູ້ປະກອບການ ຜະເຊີນກັບບັນຫາພັຍເງິນເຟີ້ ແລະວັນທີ 19 ເດືອນກຸມພາ ປີ 2024 ກໍມີການປັບຂຶ້ນລາຄານໍ້າດື່ມຕຸກໃຫຍ່ ຢູ່ເມືອງເງິນ ແຂວງໄຊຍະບູຣີ ຈາກລາຄາເກົ່າ ຕຸກລະ 6,000 ກີບ ມາເປັນ ຕຸກລະ 7,000 ກີບ.