ຜູ້ປົກຄອງຂອງເດັກນ້ອຍ ຢູ່ແຂວງຫຼວງນໍ້າທາ ຍິ່ງເປັນຫ່ວງລູກ ທີ່ຍັງຕິດຄ້າງຢູ່ພະມ້າ

ສຸພັດຕາ
2024.03.21
ຜູ້ປົກຄອງຂອງເດັກນ້ອຍ ຢູ່ແຂວງຫຼວງນໍ້າທາ ຍິ່ງເປັນຫ່ວງລູກ ທີ່ຍັງຕິດຄ້າງຢູ່ພະມ້າ ປະຕູທາງເຂົ້າ-ອອກ ບ່ອນທີເດັກນ້ອຍລາວ 16 ຄົນຖືກບັງຄັບ ໃຫ້ເຮັດວຽກຕອບແຊັດ (ໃນກາສິໂນໂກຊາຍ) ເມືອງເມັຍວະດີ ປະເທດພະມ້າ ເດືອນ 2 ປີ 2024.
Courtesy Photo

ມາເຖິງປັດຈຸບັນ ເດັກນ້ອຍລາວ 16 ຄົນ ໃນຈໍານວນ 45 ຄົນ ທີ່ຖືກກຸ່ມແກ້ງຄ້າມະນຸສ ທີ່ເປັນຄົນລາວ ຕົວະໄປເຮັດວຽກຕອບແຊັດ ຢູ່ໂຮງກາສິໂນ ຄິງໂຣມັນ ໃນເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຕັ້ງແຕ່ເດືອນສິງຫາ ປີ 2022 ແຕ່ສຸດທ້າຍແລ້ວພັດຖືກຂາຍຕໍ່ ໃຫ້ໄປເຮັດວຽກ ຢູ່ບໍຣິສັດຂອງຈີນ ທີ່ກາສິໂນ ໂກຊາຍ ໃນເມືອງ ເມັຍວະດີ ຣັຖກະຢິ່ນ ປະເທດພະມ້າ.

ກ່ອນໜ້ານີ້ ໃນປີ 2023 ຫົວໜ້າຄົນຈີນໃນໂຮງກາສິໂນດັ່ງກ່າວ ໄດ້ຄັດເລືອກເອົາຄົນ ທີ່ເຮັດວຽກບໍ່ໄດ້ອອກ ໃຫ້ກັບບ້ານແລ້ວ 2 ຄັ້ງ ໂດຍຄັ້ງທີ 1 ແມ່ນທາງຄອບຄົວ ໄດ້ເສັຍເງິນຄ່າໄຖ່ໂຕ ແລະຄັ້ງທີ 2 ຄືວ່າງທ້າຍເດືອນສິງຫາ ປີ 2023 ກໍຄັດອອກອີກ 16 ຄົນ ສ່ວນທີ່ເຫຼືອ 16 ຄົນທີ່ວ່ານີ້ ແມ່ນເຮັດວຽກຕອບແຊັດໄດ້ ເລີຍຖືກຫົວໜ້າຄົນຈີນ ບັງຄັບໃຫ້ເຮັດວຽກຕໍ່ ແລະຫົວໜ້າຄົນຈີນ ກໍສັນຍາກັບພວກເດັກນ້ອຍເລົ່ານີ້ ວ່າ ໃນວັນທີ 3 ເດືອນ 3 ປີ 2024 ຈະປ່ອຍໃຫ້ພວກເຂົາກັບບ້ານ, ແຕ່ສຸດທ້າຍແລ້ວ ກໍບໍ່ເປັນຄືດັ່ງ ຄໍາໝັ້ນສັນຍາທີ່ໃຫ້ໄວ້ ໃນກ່ອນໜ້ານີ້ ຍັງຕໍ່ມື້ຕໍ່ເວລາ ໄປຈົນຮອດ ວັນທີ 15 ເດືອນ 6 ປີ 2024 ເຖິງຈະປ່ອຍໃຫ້ເມືອບ້ານ, ອີງຕາມຄວາມເວົ້າ ຂອງຜູ້ປົກຄອງ ໃນແຂວງຫຼວງນໍ້າທາ ຜູ້ທີ 1 ທີ່ລູກຊາຍ ຍັງຕິດຄ້າງຢູ່ປະເທດພະມ້າ ໄດ້ເວົ້າໃຫ້ໃຫ້ວິທຍຸເອເຊັຽເສຣີຟັງ ໃນວັນທີ 20 ເດືອນມີນາ ປີ 2024 ນີ້ ດ້ວຍຄວາມເປັນຫ່ວງລູກຊາຍ ວ່າ:

“ກະຄືວ່າຫັ້ນແຫຼະເນາະ ລູກເຕົ້າ ກະໃຫ້ຄໍາສັນຍາພວກແມ່ວ່າ ເດືອນ 3 ວັນທີ 3 (ປີ 2024) ຈະໄດ້ອອກເດີ້ ພວກແມ່ກໍລໍຖ້າເນາະ. ລໍຖ້າຮອດວັນທີ່ວ່ານັດໝາຍ ທີ່ເຂົາຈະປ່ອຍລູກ ຂອງພວກແມ່ອອກມາ. ບາດຜົລສຸດທ້າຍມາແລ້ວ ຮອດວັນທີແລ້ວ ຂະເຈົ້າກະຍັງບໍ່ທັນປ່ອຍ. ກະທາງພໍ່ທາງແມ່ ທາງບ້ານພີ້ກະຄິດເປັນຫ່ວງລູກວ່າ ລູກຊິຢູ່ຊິກິນແບບໃດ, ລູກຊິຫາເງິນແບບໃດ, ຊິໃຫ້ມັນໄດ້. ຢ້ານວ່າ ຫາເງິນໃຫ້ເຂົາບໍ່ໄດ້ ລະຢ້ານລູກນີ້ ຊິມີແນວຖືກທໍຣະມານບໍ່ ຖືກຫຍັງບໍ່. ຢ້ານເຂົາຊິບໍ່ມີອັນຢູ່ອັນກິນນີ້ແຫຼະ ເປັນຫ່ວງລູກແບບນີ້ແຫຼະ ແນວໃດກະຢາກຂໍໃຫ້ທາງຂັ້ນເທິງ ຫຼາຍຜແນກເນາະ. ຮ່ວມຈິດຮ່ວມໃຈກັນ ໃຫ້ໄປຊ່ວຍເຫຼືອເອົາກັບຄືນມາ ປະເທດລາວເຮົາສາເນາະ ລູກເຕົ້າ ລູກຫຼານລາວເຮົານີ້ນ່າ.

ຜູ້ເປັນແມ່ ຜູ້ນີ້ ຍັງເລົ່າໃຫ້ຟັງຕື່ມ ກ່ຽວກັບການແລ່ນເອກະສານ ຂໍການຊ່ອຍເຫຼືອລູກຊາຍ ນໍາພາກສ່ວນທີ່ກ່ຽວຂ້ອງ ມາກໍເກືອບຈະ 2 ປີແລ້ວ ແຕ່ກໍຍັງບໍ່ມີຄວາມຄືບໜ້າ.

“ລູກເຮົາກໍ ໄປພຸ້ນມັນກໍ ໄດ້ຮອດປີກວ່າ ຊິເຂົ້າ 2 ປີແລ້ວ, ເພາະວ່າ ເຮົາແລ່ນມາ ກໍໍບໍ່ມີຄວາມຄືບໜ້າຫຍັງ ເຈົ້າໜ້າທີ່ທາງລາວເຮົາກໍ ຈິມີຄວາມຄືບໜ້າວ່າ. ໂອ້ ໂທຫາ ວ່າ ອັນມີແບບນັ້ນແບບນີ້ເດີ້ ກໍບໍ່ເຄີຍມີ ກະມີນີ້ ກະມີແຕ່ທາງນອກ ວ່າ ຜູ້ນັ້ນຊິຊ່ວຍໄດ້ ຜູ້ນີ້ຊິຊ່ວຍໄດ້. ພໍ່ໆແມ່ໆກະເປັນຫ່ວງລູກ ຢາກໄດ້ລູກ ກະເລີຍວ່າເຊື່ອ ຫຼົງກົລໄປເນາະ. ກະວ່າໃຫ້ເຮັດນັ້ນເຮັດນີ້ເຮົາກໍເຮັດ ໄປຕາມເພິ່ນບອກ ເອົາເອກະສານມາແບບນີ້ເດີ້, ສົ່ງຮູບມາແບບນີ້ເດີ້. ເອົາທີ່ຢູ່ໃຫ້ແບບນີ້ເດີ້ ເອົາໃຫ້ແລ້ວ ກະຍັງຄືເກົ່າ ກະຍັງບໍ່ມີຄວາມຄືບໜ້າຫຍັງຫັ້ນນ່າ. ເປັນແນວໃດ ກະຂໍນໍາທາງຂັ້ນເທິງນີ້ແຫຼະ ຄັນເຮົາບໍ່ຂໍຮ້ອງທາງຂັ້ນເທິງ ຊັ້ນເຮົາຊິຂໍຮ້ອງທາງໃດ. ກະມີແຕ່ທາງຂັ້ນເທິງ ທາງພັກ-ຣັຖນີ້ແຫຼະ ເຮັດແນວໃດຊິຊ່ວຍປະຊາຊົນຕາດໍາໆ ຄືອັນພວກພວກແມ່ນີ້ນ່າ. ພວກພວກແມ່ນີ້ ກະບໍ່ຮູ້ແນວຊິເຮັດຊິແລ່ນແລ້ວ ຈັກຊິແລ່ນເຂົ້າຫາໃຜເນາະ ເຂົ້າຫາທາງສະຖານທູດ ກະເຂົ້າແລ້ວ ກໍເວົ້າແລ້ວ ກະຍັງບໍ່ທັນໄດ້ອອກຫັ້ນນ່າ. ໄປແລ່ນທາງວຽງ ພວກແມ່ກະແລ່ນແລ້ວ ກະຖາມຈັກເທື່ອ ກະຍັງວ່າ ສົ່ງໃຫ້ແລ້ວ ຫຼັກຖານອິຫຍັງຕ່າງໆກໍ ກະຍັງບໍ່ມີຄວາມຄືບໜ້າຫັ້ນນ່າ.”

ໃນຂະນະດຽວກັນ ຜູ້ປົກຄອງ ຜູ້ທີ 2 ທີ່ລູກຊາຍ ຍັງຕິດຄ້າງ ຢູ່ບ່ອນດຽວກັນນັ້ນ ກໍຢາກຂໍຮ້ອງນໍາທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ວ່າ:

“ຢາກຂໍຮ້ອງ 9 ເທື່ອ 10 ເທື່ອ ກະຈະຂໍຮ້ອງ ທາງເຈົ້າໜ້າທີ່ ທາງພັກຣັຖ ພາກສ່ວນທີ່ກ່ຽວຂ້ອງເນາະ ຂໍຄວາມຊ່ອຍເຫຼືອແດ່. ເປັນຈັ່ງໃດ ລູກຫຼານລາວ ໄປຕົກສະພາບແບບນັ້ນ ຊິຊ່ອຍບໍ່ໄດ້ເລີຍບໍ່ ກະບໍ່ແມ່ນວ່າ ບໍ່ມີຂໍ້ມູນເນາະ ພໍ່ແມ່ ແລະເດັກນ້ອຍທາງໃນ ກະສົ່ງຂໍ້ມູນໃຫ້ເໝິດ ເຈົ້າໜ້າທີ່ເພິ່ນກະມີຂໍ້ມູນໝົດ ເປັນຫຍັງຄືວ່າ ຊິຊ່ອຍບໍ່ໄດ້ເລີຍຫວາ. ຄົນລາວ ຄັນບໍ່ຮູ້ຂໍ້ມູນ ບໍ່ຮູ້ບ່ອນຢູ່ນີ້ ກະຍັງວ່າແດ່ ອັນນີ້ບ່ອນຢູ່ ຂໍ້ມູນຫຍັງກະຮູ້ ກະມີໝົດແລ້ວ ເປັນຫຍັງຄືວ່າ ຊ່ອຍບໍ່ໄດ້.”

ເຖິງແນວໃດກໍແລ້ວແຕ່ ຜູ້ປົກຄອງຜູ້ນີ້ ຍັງຢາກຂໍຄໍາແນະນໍາ ຈາກເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນການແລ່ນເອກະສານຕ່າງໆ ເພື່ອຊ່ອຍເຫຼືອລູກໄດ້ ກໍພ້ອມທີ່ຈະເຮັດຕາມ.

“ມີວິທີໃດຕື່ມ ແນະນໍາໃຫ້ ໄປແລ່ນທາງໃດຕື່ມເນາະ ກໍຂໍໃຫ້ເຈົ້າໜ້າທີ່ເພິ່ນ ບອກພໍ່ບອກແມ່ມາ ໄປແລ່ນທາງໃດຕື່ມ ຍື່ນເອກກະສານທາງໃດອີກ ພໍ່ແມ່ກະຊິເລີ່ມຕົ້ນອີກໃໝ່ຫວາ ຫຼືວ່າ ຊິເຮັດຈັ່ງໃດ ໂຕແລ່ນໄປຫັ້ນຄືວ່າມິດງຽບ. ຊ່ອຍເຫຼືອບໍ່ໄດ້ຫວາ ຄົນລາວ ຢູ່ໃນຫັ້ນນ່າ ຄັນເຈົ້າໜ້າທີ່ ເຈົ້າໜ້ານາຍເພິ່ນ ຣັຖບານເພິ່ນ ບໍ່ຊ່ອຍ ລະຊິເຮັດຈັ່ງໃດ. ພໍ່ແມ່ກະເໝິດປັນຍາແລ້ວນ່າ ເບິ່ງປະເທດອື່ນເຂົາ ຄືວ່າ ຄົນນຶ່ງ 2 ຄົນ ເຂົາກະຍັງຊ່ອຍໄດ້. ອັນນີ້ ເປັນ 10 ປາຍ 20 ຄົນ ຄືວ່າ ຊ່ອຍບໍ່ໄດ້ ທັງພໍ່ແມ່ ບໍ່ແມ່ນວ່າ ເດັກນ້ອຍຢູ່ໃນຫັ້ນ ກະສົ່ງຂໍ້ມູນໃຫ້ເນາະ. ເຈົ້າໜ້າທີ່ເພິ່ນ ບ່ອນຢູ່ບ່ອນຫຍັງກະຮູ້້້ໝົດແລ້ວ ມັນເປັນຫຍັງ ຄືວ່າຊ່ອຍບໍ່ໄດ້ ຄືພາກສ່ວນທີ່ກ່ຽວຂ້ອງ ບໍ່ວ່າປະເທດໃດ ຂໍຮ້ອງທາງພະມ້າພຸ້ນຊ່ອຍຫວາ. ຕ່າງປະເທດ ຄົນຈີນ ເພິ່ນຊິຊ່ອຍໄດ້ບໍ່ ແມ່ກະຢາກຂໍຮ້ອງໃຫ້ ເພິ່ນຊ່ອຍເຫຼືອແດ່.”

ສໍາລັບຜູ້ປົກຄອງ ຜູ້ທີ 3 ທີ່ຂາດການຕິດຕໍ່ກັບລູກຊາຍ ມາໄດ້ ນຶ່ງສັປດາແລ້ວ ກໍໄດ້ເລົ່າ ສະພາບການທີ່ເກີດຂຶ້ນ ຢູ່ໃນກາສິໂນ ໂກຊາຍ ຂອງຈີນ ຢູ່ປະເທດພະມ້າ ໃຫ້ວິທຍຸເອເຊັຽເສຣີ ຟັງວ່າ:

“ຊ້ວງນີ້ ຖືວ່າ ເຂົາຍຶດໂທລະສັບລາວແລ້ວ ດຽວນີ້ຫັ້ນນ່າ ເພາະວ່າ ເຂົາເປີດບິນບໍ່ໄດ້ລະເຂົາຍຶດໂທລະສັບມ້ຽນແລ້ວ. ດຽວນີ້ຕິດຕໍ່ຫາພໍ່ ຫາແມ່ກະບໍ່ຊ່າງຕິດຕໍ່ແລ້ວ. ດຽວນີ້ຫັ້ນ ແຕ່ກະບໍ່ໄດ້ຍິນຈາກປາກລູກ ມີແຕ່ຄົນອື່ນຫັ້ນ. ສົ່ງຂ່າວໃຫ້ຟັງ ວ່າ ບໍ່ຕ້ອງຕິດຕໍ່ຫາລູກແລ້ເດີ້ ລູກເຈົ້າຫັ້ນນ່າ. ເຂົາຍຶດໂທລະສັບລາວແລ້ວ ຄັນຖ້າເປີດບິນໄດ້ຫັ້ນ. ເຂົາຈັ່ງຊິສົ່ງຄືນໃຫ້ ໂທລະສັບ ເປີດບິນບໍ່ໄດ້ ເຂົາບໍ່ສົ່ງວ່າຊິ.”

ນາງ ຍັງເລົ່າອີກວ່າ ທັ້ງໆທີ່ ບັນດາຜູ້ປົກຄອງ ໃນແຂວງຫຼວງນໍ້າທາ ໄດ້ພາກັນແລ່ນເອກະສານ ພ້ອມກັນທັງໝົດ 45 ຄົນ ເປັນຫຍັງ ລູກຜູ້ອື່ນ ຄືໄດ້ກັບມາບ້ານ ແຕ່ລູກຂອງໂຕເອງ ພັດຍັງບໍ່ໄດ້ກັບມາເທື່ອ.

“ແມ່ນ ອັນດຽວກັນໝົດ ພ້ອມກັນເໝິດ ແຕ່ຜູ້ອື່ນໄດ້ມາ. ລູກເຮົາບໍ່ໄດ້ມາຫັ້ນນ່າ. ບາດນີ້ນັດ (ຄົນຈີນນັດ) ຂະເຈົ້າບອກວ່າ ວັນທີ 3 ເດືອນ 3 ວ່າຊີ້. ຂະເຈົ້າກະລໍມາລໍມາ ສຸດທ້າຍແມ່ນ ຮອດວັນທີ 3 ເດືອນ 3 ພັດຕົວະເຂົາອີກ ວ່າເດືອນ 9 ເດີ້. ເຂົາລະຂໍເນາະ (ພວກເດັກນ້ອຍ) ຈັ່ງໃດກະຂໍຮຽກຮ້ອງ ຈັ່ງໃດກະຂໍ ຢູ່ບໍ່ໄດ້ແລ້ວ ບໍ່ໄຫວແລ້ວ ຂະເຈົ້າພາກັນໄປຂໍ ເດັກນ້ອຍຫັ້ນນ່າ. ຂໍ ບາດນີ້ ເຂົາລົງ ເອົາມາເປັນເດືອນ 6 (ປີ 2024) ດຽວນີ້ຫັ້ນນ່າ ແຕ່ຊິມີຈິງແທ້ບໍ່ ບໍ່ມີຈິງ ຢ້ານເຂົາຊິຕໍ່ເລື່ອນໄປອີກຫັ້ນນ່າ.”

ອີງຕາມແຫຼ່ງຂ່າວ ທີ່ເຊື່ອຖືໄດ້ ໄດ້ເວົ້າໃຫ້ວິທຍຸເອເຊັຽເສຣີຟັງ ໃນວັນທີ 20 ມີນາ ນີ້ວ່າ:

“ພວກນ້ອງ ຢາກຂໍຮ້ອງ ໃຫ້ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ມາຊ່ອຍພວກນ້ອງ ອອກຈາກຂຸມນະລົກນີ້ດ່ວນ ເພາະຖ້າຫາກພວກນ້ອງ ຫາເງິນໃຫ້ຄົນຈີນບໍ່ໄດ້ ກໍຈະຖືກເຂົາລົງໂທດ ອີກຢ່າງ ພວກນ້ອງ ຕິດຢູ່ທີ່ນີ້ກໍດົນແລ້ວ ເຮັດວຽກກໍບໍ່ໄດ້ເງິນ ແມ້ແຕ່ເງິນ ຈະຊື້ເຂົ້າຊື້ນໍ້າກິນໃນແຕ່ລະມື້ ພໍ່ແມ່ຢູ່ທາງບ້ານ ກໍຍັງຕ້ອງໄດ້ຝາກມາໃຫ້ໃຊ້ຈ່າຍ ຖ້າຫາກຫາເງິນໃຫ້ເຂົາບໍ່ໄດ້ ຕາມຈໍານວນທີ່ເຂົາຕັ້ງໄວ້ ກໍຖືກທຸບຕີ ຖືກເອົາໄຟຟ້າຊ໋ອດ ຕ່າງໆນາໆ.

ໃນຂະນະດຽວກັນ ຜູ້ປົກຄອງ ຜູ້ທີ 4 ທີຫາກໍໄດ້ລົມກັບລູກຊາຍ ວ່າງ 4-5 ມື້ຫຼັງມານີ້ ກໍເລົ່າໃຫ້ວິທຍຸເອເຊັຽເສຣີ ຟັງວ່າ:

“ລູກເຮົາຢູ່ພຸ້ນນີ້ ເປີດບິນບໍ່ໄດ້ ເຂົາກະຍັງລົງໂທດຄືເກົ່ານີ້ແຫຼະ ຕາມລູກເຮົາໂທວ່າໄດ້ 4-5 ມື້ ມື້ນີ້ແຫຼະ ລູກເຮົາຍັງໂທມາວ່າ ແມ່ເອີ່ຍ ດຽວນີ້ເປີດບິນບໍ່ໄດ້ແລ້ວ ໃຜກໍຮູ້ແລ້ວ ຈິເຮັດແນວໃດກະບໍ່ຊ່າງເຮັດ ເຮັດໃຫ້ໄດ້ ກໍຢ້ານບໍ່ໄດ້ເມືອ ເຮັດໃຫ້ມັນບໍ່ໄດ້ ເຂົາກະຍັງລົງໂທດຄືເກົ່ານີ້ ຕາມລູກເຮົາໂທມາເວົ້າໃຫ້ຟັງນີ້ແຫຼະ ດຽວນີ້ກະບໍ່ຊ່າງຊິເຮັດ ກະບໍ່ມີເງິນກິນ ເງິນຈ່າຍ ຍັງໂທຫາຖາມເອົາເງິນນໍາອີ່ແມ່ນີ້ ແມ່ເອີ່ຍ ດຽວນີ້ ລູກບໍ່ມີເງິນຈິກິນ ຈິຢູ່ນີ້ແຫຼະ ຈິເຮັດແນວໃດແມ່ເອີ່ຍ ແມ່ຈິພາກັນເຮັດແນວໃດ ລະເຮັດໃດ໋ ຮີບດ່ວນໄວໆແມ່ເອີ່ຍ ດຽວນີ້ ຢູ່ນີ້ກໍທຸກກໍຈົນໂພດ ລາວກະວ່າແບບນີ້.”

ໃນວັນທີ 21 ເດືອນມີນາ ປີ 2024 ນີ້ ເອເຊັຽເສຣີ ໄດ້ຕໍ່ໄປຫາ ເຈົ້າໜ້າທີ່ຕໍາຣວດ ສະກັດກັ້ນ ແລະຕ້ານການຄ້າມະນຸສ ຢູ່ນະຄອນຫຼວງວຽງຈັນ ຫຼາຍທ່ານ ປະກົດວ່າ ໂທໄປຕິດສຽງດັງ ແຕ່ບໍ່ມີເຈົ້າໜ້າທີ່ ທ່ານໃດຮັບສາຍ.

ແລະໃນມື້ດຽວກັນນີ້ ເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຍັງ ສະຖານທູດລາວ ປະຈໍາປະເທດພະມ້າ ເພື່ອສອບຖາມ ກ່ຽວກັບເຣື່ອງຄວາມຄືບໜ້າ ຂອງການຊ່ອຍເຫຼືອເດັກນ້ອຍລາວ 16 ຄົນ ທີ່ຍັງຕິດຄ້າງຢູ່ພະມ້າ ໂດຍເຈົ້າໜ້າທີ່ສະຖານທູດ ທ່ານນຶ່ງ ທີ່ຮູ້ກ່ຽວກັບເຣື່ອງນີ້ ກໍໄດ້ອະທິບາຍ ສູ່ຟັງວ່າ:

(ເຈົ້າໜ້າທີ່) ທາງພະມ້າ ຂະເຈົ້າກໍາລັງດໍາເນີນການຢູ່ເນາະ ຂະເຈົ້າໄດ້ຮັບເອກະສານແລ້ວເນາະ ຖ້າວ່າ ມີຣາຍຊື່ ລະຮູ້ທີ່ຢູ່ຫັ້ນນ່າ ສົ່ງມາອີກເນາະ ຊິເຮັດຈົນໝາຍໄປຫາເຂົາອີກບາດນຶ່ງ ເພາະວ່າ ຈຸນຶ່ງ ກະເມືອລະເດ້ເນາະ ລະບໍ່ຮູ້ທີ່ຢູ່ຂະເຈົ້າ ວ່າຢູ່ບ່່ອນເກົ່າບໍ່ ຫຼືວ່າ ເຂົາຍ້າຍເບາະ ຄົນຈີນ ເຂົາຍ້າຍໄປຍ້າຍມາຢູ່ ສໍາຄັນວ່າ ເດັກນ້ອຍຫັ້ນ ເຂົາສົ່ງທີ່ຢູ່ກັບຄືນມາໄດ້ບໍ່ ລະມີເບີຕິດຕໍ່ເຂົາເຈົ້າ ເພາະວ່າ ເຈົ້າໜ້າທີ່ທາງພະມ້າ ເຂົາຊິປະສານຫາເດ້ ເພາະວ່າ ບໍ່ມີເບີຕິດຕໍ່ ຕິດຕໍ່ຂະເຈົ້າບໍ່ໄດ້ຫັ້ນນ່າ ຢາກຖາມຂໍ້ມູນ ວ່າຢູ່ຈຸດໃດ ຈຸດໃດຫັ້ນນ່າ ຄັນເຮົາເຮັດຈົດໝາຍໄປ ບໍ່ຮູ້ບ່ອນຈຸດ ເຂົາກະບໍ່ຮູ້ໄປກວດຄືກັນ.”

ກ່ຽວກັບກໍຣະນີ ເດັກນ້ອຍລາວ 16 ຄົນ ທີ່ຍັງຕິດຄ້າງ ຢູ່ໂຮງກາສິໂນ ໂກຊາຍ ຂອງຈີນ ໃນເມືອງເມັຍວະດີ ຣັຖກະຢິ່ນ ປະເທດພະມ້າ ທີ່ຍັງລໍຖ້າການຊ່ອຍເຫຼືອ ຈາກພາກສ່ວນທີ່ກ່ຽວຂ້ອງຢູ່ນີ້ ຫາກມີຄວາມຄືບໜ້າແນວໃດ ແລ້ວວິທຍຸເອເຊັຽເສຣີ ຈະມີຣາຍງານຕື່ມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.