ການສຶກສາຂອງລາວ ປະເຊີນກັບບັນຫາ ເດັກນ້ອຍເຂົ້າ ໂຮງຮຽນໜ້ອຍລົງ

ສຸພັດຕາ
2024.03.22
ການສຶກສາຂອງລາວ ປະເຊີນກັບບັນຫາ ເດັກນ້ອຍເຂົ້າ ໂຮງຮຽນໜ້ອຍລົງ ນັກຮຽນກຳລັງເຂົ້າໂຮງຮຽນ ທີ່ໂຮງຮຽນແຫ່ງນຶ່ງ ໃນແຂວງພາກເໜືອ. ເດືອນ ກຸມພາ ປີ 2023.
ນັກຂ່າວ ພົລເມືອງ

ຂແນງການສຶກສາຂອງລາວ ປະເຊີນກັບຄວາມຫຍຸ້ງຍາກຫຼາຍດ້ານ ນັບແຕ່ການຣະບາດ ຂອງໂຄວິດ-19 ເປັນຕົ້ນມາ ບວກກັບ ບັນຫາທາງດ້ານເສຖກິຈ-ການເງິນ ຂອງປະເທດ ທີ່ຢູ່ໃນໄລຍະຕົກຕໍ່າ ສົ່ງຜົລໃຫ້ ເດັກນ້ອຍ ແລະວັຍໜຸ່ມລາວ ມີອັດຕຣາການເຂົ້າຮຽນໃນລະດັບຕໍ່າຫຼາຍຈົນໜ້າເປັນຫ່ວງ, ອີງຕາມການຣາຍງານ ຂອງທະນາຄານໂລກ ຫຼື World Bank ປະຈໍາລາວ ທີ່ເຜີຍແຜ່ ໃນມື້ວັນທີ 15 ເດືອນມີນາ ປີ 2024 ທີ່ຜ່ານມານີ້.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຝ່າຍບໍຣິຫານ ຂອງກະຊວງສຶກສາທິການ ແລະກິລາ ທ່ານນຶ່ງ ໄດ້ກ່າວຍອມຮັບວ່າ ໃນສົກປີ 2021-2022 ທີ່ຜ່ານມາ ຈົນມາຮອດສົກປີ ປັດຈຸບັນນີ້ ມີເດັກນ້ອຍ ແລະວັຍໜຸ່ມລາວ ບໍ່ໄດ້ເຂົ້າໂຮງຮຽນຈໍາເປັນນວນຫຼາຍ ບາງຄົນ ເຂົ້າໄປຮຽນແລ້ວ ແຕ່ກະປະລະອອກໄປ ເນື່ອງຈາກ ຄອບຄົວບໍ່ມີເງິນສົ່ງຮຽນຢ່າງພຽງພໍ.

ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 22 ມີນາ ນີ້ວ່າ:

“ນັກຮຽນ ຖືວ່າ ຫຼຸດລົງແຫຼະ ໃນຂັ້ນວິຊາຊີບ ແລະຂັ້ນມະຫາວິທະຍາໄລ. ເອີ່! ລະບົບການສຶກສາ ຂອງກະຊວງເຮົາ ໄດ້ລົງຊຸກຍູ້ ການສອນ-ການຮຽນ ໃຫ້ຂັ້ນທ້ອງຖິ່ນຫັ້ນແຫຼະຊ່ວຍ ປຸກລະດົມ ໃຫ້ພໍ່-ແມ່ ຊຸກຍູ້ໃຫ້ລູກມາຮຽນໃຫ້ຈົບ. ຄັນຢູ່ເຂດນອກ ອາດມີບັນຫາໜ້ອຍນຶ່ງ ຫັ້ນແຫຼະເນາະ. ກະຍ້ອນພື້ນຖານ ກັບເສຖກິຈຫັ້ນແຫຼະ.”

ທ່ານກ່າວອີກວ່າ ນອກຈາກໂຄງຮ່າງພື້ນຖານຂອງປະເທດ ຈະຍັງມີຄວາມຫຍຸ້ງຍາກ ແລະບໍ່ເອື້ອອໍານວຍແລ້ວ ບັນຫາທາງດ້ານເສຖກິຈ-ການເງິນຂອງປະເທດ ທີ່ຕົກຕໍ່າ ຍິ່ງເຮັດໃຫ້ພໍ່ແມ່ຜູ້ປົກຄອງ ແບກຮັບພາລະຄ່າໃຊ້ຈ່່າຍທີ່ເພີ່ມສູງຂຶ້ນ ກາຍເປັນການບີບບັງຄັບທາງອ້ອມ ໃຫ້ເດັກນ້ອຍ ແລະວັຍໜຸ່ມລາວເຫຼົ່ານັ້ນ ຕ້ອງອອກຈາກໂຮງຮຽນກ່ອນກໍານົດ ເພື່ອອອກໄປຊອກວຽກເຮັດງານທໍາ ມາແບ່ງເບົາພາລະຂອງຄອບຄົວ.

ອິີງຕາມຣາຍງານ ຂອງທະນາຄານໂລກ ປະຈໍາລາວ ທີ່ເຜີຍແຜ່ບົດຣາຍງານ ເຣື່ອງການຈັດການສຶກສາໃນລາວ ໃນມື້ວັນທີ 15 ເດືອນມີນາ ປີ 2024 ທີ່ຜ່ານມານີ້ ເຊິ່ງປະເຊີນກັບ 3 ສິ່ງທ້າທາຍຫຼັກ ຄື:

  1. ດ້ານງົປມານ ສໍາລັບການສຶກສາ, ຂແນງການສຶກສາໃນລາວ ໄດ້ຮັບເງິນທຶນບໍ່ພຽງພໍ ຄິດເປັນ 2.3% ຂອງ GDP ໃນປີ 2019-2022 ແລະຫຼຸດລົງມາ ເຫຼືອ 1.5% ຂອງ GDP ໃນປີ 2023 ເຊິ່ງຢູ່ໃນລະດັບຕໍ່າກວ່າໝູ່ ຫາກທຽບໃສ່ປະເທດໃນພາກພື້ນ ທີ່ມີລາຍຮັບປານກາງ.
  2. ອັດຕຣາ ການເຂົ້າໂຮງຮຽນຍັງຕໍ່າ ເຊິ່ງອັດຕຣາການເຂົ້າຮຽນ ຊັ້ນມັທຍົມສຶກສາຕອນປາຍ ແມ່ນ 44% ແລະອັດຕຣາເຂົ້າຮຽນຊັ້ນສູງ (ປະລິນຍາຕີ) ແມ່ນ 13% ໃນສົກຮຽນ ປີ 2021-2022. ນອກຈາກນີ້ ເດັກນ້ອຍ ແລະວັຍໜຸ່ມລາວ ຈໍານວນຫຼາຍ ແມ່ນບໍ່ເຂົ້າໂຮງຮຽນ ໂດຍສະເພາະ ຊັ້ນມັທຍົມ ແລະ ຈໍານວນນຶ່ງ ແມ່ນອອກຈາກໂຮງຮຽນກ່ອນກໍານົດ.
  3. ໂອກາດ ໃນການຈ້າງງານ ສໍາລັບນັກສຶກສາທີ່ຮຽນຈົບໃໝ່ ທີ່ຮຽນຈົບນັ້ນ ແມ່ນມີຈໍາກັດ ແລະໜ້ອຍຫຼາຍ ຈຶ່ງເຮັດໃຫ້ຄວາມຕ້ອງການຮຽນໜັງສື ຫຼຸດລົງ ຂະນະທີ່ ອັດຕຣາວ່າງງານ ຂອງນັກສຶກສາຈົບໃໝ່ ສູງເຖິງ 22% ໃນປີ 2018-2019.

ເຈົ້າໜ້າທີ່ ຜແນກສຶກສາທິການ ແລະກິລາ ແຂວງບໍຣິຄໍາໄຊ ທ່ານນຶ່ງ ກ່າວວ່າ ນັບແຕ່ ສົກປີ 2021 ເປັນຕົ້ນມາ ເດັກນ້ອຍ ແລະວັຍໜຸ່ມລາວ ບໍ່ເຂົ້າໂຮງຮຽນ ເປັນຈໍານວນຫຼາຍ ຫຼື ເຂົ້າມາຮຽນແລ້ວ ແຕ່ກະປະລະອອກໄປກ່ອນກໍານົດ ໂດຍສເລັ່ຽ ກະປະມານ 100 ປາຍຄົນ ຕໍ່ສົກປີ ເຊິ່ງເກີດຈາກຫຼາຍປັດຈັຍສໍາຄັນ ເປັນຕົ້ນ: ໂຄງຮ່າງພື້ນຖານ ບໍ່ສະດວກ, ບ້ານຢູ່ຫ່າງໄກຈາກໂຮງຮຽນ ແລະຄວາມທຸກຍາກຂອງຄອບຄົວ.

ດັ່ງເຈົ້າໜ້າທີ່ ທ່ານນີ້ ກ່່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຄັນເວົ້າລວມແລ້ວ ມີຜູ້ທຸກຍາກ ດ້ອຍໂອກາດ ແລ້ວກະບາງເທື່ອມັນກະບໍ່ສາມາດໄປຮຽນ ມ.ປາຍ ໄດ້ ເຂດບໍຣິການ (ໂຮງຮຽນ) ກັບບ້ານ ມັນໄກ ເສັ້ນທາງ ໃນການໄປ ມັນມີຫຍຸ້ງຍາກໜ້ອຍນຶ່ງ ຄອບຄົວກະເວົ້າຫັ້ນແລ້ວ ຂາດເຂີນແດ່ ຊິສົ່ງເສີມການສຶກສາ.”

ຣັຖກອນຄຣູທ່ານນຶ່ງ ຢູ່ໃນເມືອງທ່າແຂກ ແຂວງຄໍາມ່ວນ ກ່າວວ່າ ຍັງບໍ່ຕ້ອງເວົ້າເຖິງບັນຫາ ທາງດ້ານເສຖກິຈ-ການເງິນ ຂອງປະເທດ ທີ່ຢູ່ໃນໄລຍະຕົກຕໍ່າ ເຊິ່ງສົ່ງຜົລໃຫ້ເດັກນ້ອຍ ແລະວັຍໜຸ່ມລາວ ມີອັດຕຣາການເຂົ້າໂຮງຮຽນ ໃນລະດັບຕໍ່າຫຼາຍ ແຕ່ການສຶກສາຢູ່ລາວໃນໄລຍະທີ່ຜ່ານມາ ກໍຂ້ອນຂ້າງບໍ່ມີປະສິດທິພາບ ຫາກທຽບໃສ່ປະເທດເພື່ອນບ້ານ.

ໄລຍະທີ່ຜ່ານມາ ຫຼາຍໂຮງຮຽນ ຕ້ອງປະເຊີນກັບຈໍານວນຄຣູບໍ່ພຽງພໍ ເຮັດໃຫ້ຄຣູ 1 ຄົນ ສອນໜັງສືທຸກວິຊາ ເຊິ່ງເຮັດໃຫ້ປະສິດທິພາບໃນການຮຽນ-ການສອນ ຂາດປະສິດທິພາບ ນອກຈາກນີ້ ຍັງມີອີກຫຼາຍໂຮງຮຽນ ໃນເຂດເມືອງຕ່າງໆ ສອນ ບໍ່ຄົບວິຊາພື້ນຖານ ແລະສ້າງເສີມທັກສະ ເພາະບໍ່ມີຄຣູສອນວິຊາເລົ່ານັ້ນ ເປັນຕົ້ນ ຄຣູສອນ ວິຊາສິນລະປະ, ຄຣູສອນວິຊາວິຊາພາລະ ແລະຄຣູ ສອນວິຊາພາສາອັງກິຈ.

ດັ່ງຣັຖກອນຄຣູ ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ມ. 1 ເປັນຕົ້ນໄປ ຈົນ ວ່າ ໄປຮອດວິຊາຊີບເນາະ ຄື ທາງດ້ານປະສິດທິພາບນີ້ ມັນກະບໍ່ເຕັມ 100 ຫັ້ນແຫຼະ ເວົ້າທາງດ້ານໂຮງຮຽນນີ້ ມັນກະຫຼາຍເນາະ ຫຼາຍວິຊາ ກະບໍ່ມີ (ສອນ) ຄືກັນ ໂຕຢ່າງ ພາລະ, ສິລະປະ ແບບນີ້ບໍ່ມີເລີຍ ໃນປັດຈຸບັນ.”

ຊາວລາວທ່ານນຶ່ງ ຢູ່ແຂວງຫຼວງພຣະບາງ ກ່າວວ່າ ຕາມການສັງເກດເຫັນ ເດັກນ້ອຍ ແລະວັຍໜຸ່ມລາວ ໃນປັດຈຸບັນ ກະພາກັນອອກໂຮງຮຽນ ເພື່ອມາເຮັດວຽກເປັນຈໍານວນຫຼາຍ ບາງຄົນ ກະອອກມາເຮັດວຽກ ຢູ່ຕາມຮ້ານອາຫານ, ເຮັດວຽກຢູ່ຕາມໂຮງຈັກ-ໂຮງງານ ຂອງຄົນຕ່າງປະເທດ ທີ່ເຂົ້າມາລົງທຶນໃນລາວ ຫຼືບາງຄົນ ກະອອກມາຊ່ອຍຄອບຄົວ ເຮັດການກະເສດ ເຊິ່ງບັນຫາສໍາຄັນ ກະຍ້ອນ ຄອບຄົວທຸກຍາກ ບໍ່ມີເງິນພຽງພໍ ທີີ່ຈະຮຽນໜັງສື ໃນລະດັບສູງ.

ດັ່ງຊາວລາວທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ບໍ່ຢາກມາຮຽນ ຄົບຕາມຈໍານວນຫັ້ນນ່າເນາະ ຈົບ ຈາກ ປ.5 ແລ້ວກະ ບໍ່ສາມາດເຂົ້າມາຮຽນ ກະຈະມີຄວາມທຸກຍາກແດ່ ຊິເປັນແນວນັ້ນແຫຼະ ແຕ່ວ່າ ອັດຕຣາປະລະນີ້ ກະຫຼາຍນ່າ ມາເຂົ້າຮຽນ ແລ້ວກະຍັງອອກຢູ່ ໂດຍ ສະເພາະເວົ້າ ທາງດ້ານງົປມານ ແມ່ນພິສັງຕ່າງໆຫັ້ນ.”

ອາຈານທ່ານນຶ່ງ ທີ່ສອນໜັງສື ຢູ່ຄະນະສຶກສາສາດ ມະຫາວິທຍາລັຍແຫ່ງຊາຕລາວ ກ່າວວ່າ ຣັຖບານລາວ ຕ້ອງໄດ້ເອົາໃຈໃສ່ ຕໍ່ລະບົບການສຶກສາຂອງລາວ ໃຫ້ມີປະສິດທິພາບສູງສຸດ ທັງໃສເຣື່ອງຂອງຫຼັກສູດການສຶກສາ, ສ້າງຄວາມມຸ່ງໝັ້ນຕັ້ງໃຈ, ຫຼຸດຜ່ອນການເຫຼື່ອມລໍ້າທາງດ້ານສຶກສາ, ສ້າງຄຣູ ແລະບຸກຄະລາກອນ ໃນຂແນງການສຶກສາ ໃຫ້ມີຄຸນນະພາບສູງ, ຮ່ວມມືກັບພາກສ່ວນຕ່າງໆ ເພື່ອໂອກາດ ໃນການຮຽນຮູ້ເຣື່ອງໃໝ່ໆ ແລະສ້າງແຮງຈູງໃຈ ໃຫ້ກັບເດັກນ້ອຍ ແລະວັຍໜຸ່ມລາວ.

ການພັທນາ ບຸກຄະລາກອນພາຍໃນປະເທດ ໃຫ້ມີຄວາມຮູ້, ຄວາມສາມາດ, ຄວາມຊ່ຽວຊານໃນດ້ານຕ່າງໆ ຖືເປັນເຣື່ອງທີ່ສໍາຄັນທີ່ສຸດ ເພາະການພັທນາປະເທດຊາຕ ທັງໃນໄລຍະສັ້ນ ແລະໄລຍະຍາວ ຈໍາເປັນຕ້ອງ ໄດ້ເພິ່ງພາບຸກຄະລາກອນ ຂອງປະເທດເປັນຈໍານວນຫຼາຍ, ແຕ່ປັດຈຸບັນ ການພັທນາ ບຸກຄະລາກອນຂອງປະເທດ ນັບມື້ຈະຊັກຊ້າ ແລະປະສິດທິພາບຕໍ່າ.

ດັ່ງອາຈານທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ການສຶກສານີ້ ແມ່ນສໍາຄັນທີ່ສຸດ ຊາຕໃດກະຕາມແຫຼະເນາະ ຄັນຫາກວ່າ ຄົນໄດ້ຮັບການສຶກສານີ້ນ່າ ເຂົາກະຈະພັທນາ ກະໂຕຂະເຈົ້າເອງຫັ້ນແຫຼະ ເທົ່າແຕ່ວ່າອັນນັ້ນນ່າ ການພັທນາຢູ່ຊົນນະບົດຫັ້ນ ມັນກະຈະຊ້າກວ່າ ຊີ້ນ່າເນາະ ເພາະວ່າ ການພັທນານ່າ ມັນຕ້ອງຄົບອົງປະກອບຂອງມັນໄດ້ເນາະ.”

ຕໍ່ກັບບັນຫານີ້ ຣາຍງານ ຂອງທະນາຄານໂລກ ປະຈໍາລາວ ໄດ້ແນະນໍາ ວ່າ ຣັຖບານລາວ ຕ້ອງໄດ້ມີການປະຕິຮູບ ທາງດ້ານເສຖກິຈ-ການເງິນ ຢ່າງຮອບດ້ານ ເພື່ອເພີ່ມບຸກຄະລາກອນ ໃຫ້ແກ່ຂແນງການສຶກສາ ແລະອໍານວຍຄວາມສະດວກ ໃຫ້ແກ່ການພັທນາ ພາກເອກະຊົນ ເພື່ອສ້າງໂອກາດ ແລະລາຍຮັບ ໃຫ້ແກ່ການສຶກສາ.

ຕ້ອງໄດ້ປັບປຸງ ການຈັດສັນຊັພຍາກອນພາຍໃນ ຂແນງການສຶກສາ ໃຫ້ມີຄວາມສເມີພາບ ແລະເໝາະສົມ, ແນະນໍາວິທີການຮຽນ-ການສອນ ແລະການນໍາໃຊ້ອຸປະກອນ ການຮຽນໃຫ້ດີຂຶ້ນ ພ້ອມທັງ ປັບປຸງພື້ນຖານໂຄງຮ່າງຂອງໂຮງຮຽນທີ່ມີຢູ່ແລ້ວ ໃຫ້ມີປະສິດທິພາບ ຫຼາຍຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.