ເຣື້ອງທີ່ເກັບບັນທຶກໄວ້
2022-10-31
ຊາວລາວ ຫລາຍຄົນຕຣຽມໄປຮ່ວມງານ ບຸນພຣະທາຕຫລວງ ຢ່າງຫລວງຫລາຍ ຂະນະທີ່ ຫລາຍຄົນກໍເຊື່ອວ່າ ສິນຄ້າພາຍໃນ ຈະຍັງຄົງມີລາຄາແພງ ຕາມສະພາວະເສຖກິຈຕົກຕ່ຳ ແລະເງິນເຟີ້ ຊຶ່ງສ້າງຜົລກະທົບຕໍ່ການໃຊ້-ຈ່າຍ ຂອງປະຊາຊົນລາວ ຈຳນວນຫຼາຍ.
2022-10-31
ເຈົ້າໜ້າທີ່ ປະຈໍາຈຸດປະສານງານ ນໍ້າເກື້ອ ເມືອງຄໍາ ແຂວງຊຽງຂວາງ ກັກຣົຖພວງທີ່ຂົນແຮ່ທາຕ ທີ່ບໍ່ມີໃບອະນຸຍາດ ເຄື່ອນຍ້າຍຈາກ ບ້ານຍອດລ້ຽງ ເພື່ອໄປວຽດນາມ 13 ຄັນ ຊຶ່ງອາຈແມ່ນຣົຖພວງ ຂອງບໍຣິສັດຈີນ ທີ່ຂຸດຄົ້ນແຮ່ທາຕ ຢູ່ເຂດບ້ານດັ່ງກ່າວນັ້ນ.
2022-10-30
ຝ່າຍຣັຖບານວຽງຈັນ ແລະ ຝ່າຍແນວລາວຮັກຊາຕ ຂັດແຍ້ງກັນຢ່າງໜັກ ເຖິງຂັ້ນ ເກືອບໃຊ້ກໍາລັງ ເຂົ້າໃສ່ກັນ ເຮັດໃຫ້ ບໍ່ສາມາດຕົກລົງ ເຣື່ອງສໍາຄັນໃດໄດ້ ໃນກອງປະຊຸມ ຄນະຣັຖມົນຕຣີ.
2022-10-30
ຣັສເຊັຽ ກຳລັງເຂົ້າມາສ້າງ ລະບົບການໂອນເງິນ ຢູ່ປະເທດອາຊ້ຽນ ຫຼັງຈາກທີ່ ຖືກຫຼາຍປະເທດ ໃນຢູໂຣບ ລວມທັງ ສະຫະຣັຖ ອາເມຣິກາ ຕັດແລະຍົກເລີກ ລະບົບການໂອນເງິນ ແບບ ສວິບ (SWIFT) ທີ່ໃຊ້ ໃນການເຮັດທຸຣະກັມ ທາງດ້ານທຸຣະກິຈ ຊຶ່ງປະຊາຊົນ ຊາວຣັສເຊັຽ ກໍໄດ້ຮັບຜົລກະທົບ.
2022-10-29
ຄົບຮອບ 23 ປີ ຂະບວນການ ນັກສຶກສາ 26 ຕຸລາ, ຈີນ ສັມປະທານ ນ້ຳຕົກ ຄອນພະເພັງ, ພະນັກງານ ຣັຖວິສາຫະກິຈ ນ້ຳປະປາ ແຂວງຈຳປາສັກ ຈຳນວນນຶ່ງ ບໍ່ໄດ້ເງິນເດືອນ ຫຼາຍເດືອນແລ້ວ.
2022-10-28
ຊາວບ້ານຢຶບ ຢູ່ເມືອງທ່າແຕງ ແຂວງເຊກອງ ທີ່ຖືກຈັບ ຍ້ອນຂໍ້ຂັດແຍ່ງທີ່ດິນ ຊຶ່ງມີຜູ້ນຶ່ງ ໄດ້ຮັບການປ່ອຍໂຕແລ້ວ, ສ່ວນທີ່ເຫຼືອ 4 ຄົນ ຍັງບໍ່ທັນໄດ້ປ່ອຍໂຕເທືອ ໃນນັ້ນ 3 ຄົນ ຖືກຍ້າຍໄປຂັງຢູ່ຄຸກ ເມືອງປະທຸມພອນ ແຂວງ ຈຳປາສັກ.
2022-10-28
ນາຍົກຣັຖມົນຕຣີລາວ ແລະໄທຍ ເປັນປະທານຮ່ວມ ໃນພິທີວາງສີລາຣືກ ການກໍ່ສ້າງຂົວມິຕພາບ ລາວ-ໄທຍ ແຫ່ງທີ 5 ໃນຂະນະທີ່ ປະຊາຊົນ ຢູ່ບ້ານກ້ວຍອຸດົມ ເມືອງປາກຊັນ ແຂວງບໍຣິຄຳໄຊ 100 ຄອບຄົວ ເສັຽດິນໄປ 52.42 ເຮັກຕ້າຣ໌ ຍັງບໍ່ທັນໄດ້ຄ່າຊົດເຊີຍເທື່ອ.
2022-10-28
ຜູ້ປົກຄອງຂອງນັກຮຽນ ຫຼາຍຄົນ ບໍ່ສະບາຍໃຈ ທີ່ນາຍຄຣູດຶງເສື້ອ ແລະບັງຄັບນັກຮຽນ ໄປຫ້ອງການໂຮງຮຽນ ດ້ວຍການໃຊ້ ຄວາມຮຸນແຮງ ຕໍ່ນັກຮຽນ ຢູ່ໂຮງຮຽນ ມສ ລ້ອງຊານ ເມືອງລ້ອງຊານ ແຂວງໄຊສົມບູນ.
2022-10-28
ບໍຣິສັດຈີນ ຈະສຶກສາ ຄວາມເປັນໄປໄດ້ ໂຄງການ ພະລັງງານ ແສງຕາເວັນ ຂນາດ 150 ເມກາວັດ ຢູ່ບ້ານກະດັນ ເມືອງໂຂງ ແຂວງຈໍາປາສັກ, ຈະໃຊ້ເວລາສຶກສາ ປະມານ 8 ເດືອນ ຂະນະທີ່ ປະຊາຊົນ ມີຄວາມກັງວົນໃຈ ເຣື່ອງຄ່າຊົດ ຖ້າຫາກດິນເຂົາເຈົ້າ ຖືກໂຄງການ.
2022-10-28
ລາຄາເຂົ້າໜຽວແພງຂຶ້ນ ຈາກລາຄາ 120,000 ກີບຕໍ່ນຶ່ງໝື່ນ ໃນໄລຍະຕົ້ນປີນີ້ ມາຮອດມື້ນີ້ ຂຶ້ນເປັນ 170,000 ກີບຕໍ່ນຶ່ງໝື່ນແລ້ວ ເຮັດໃຫ້ຊາວບ້ານຫຼາຍຄົນ ໄດ້ຮັບຄວາມເດືອດຮ້ອນ ຍ້ອນລາຍໄດ້ບໍ່ພຽງພໍກັບລາຍຈ່າຍ ເພາະທຸກມື້ນີ້ ຄ່າຄອງຊີພສູງຫຼາຍ.
2022-10-27
ປະເທດລາວ ແລະປະເທດບຣູໄນ ໄດ້ຮ່ວມກັນລົງນາມ ບົດບັນທຶກຄວາມເຂົ້າໃຈ ດ້ານພະລັງງານ ເພື່ອຄວາມໝັ້ນຄົງ ທາງດ້ານພະລັງງານ ໂດຍສະເພາະ ເຣື່ອງການນໍາເຂົ້າ ນໍ້າມັນເຊື້ອເພີງ ຈາກບຣູໄນ ໃນລາຄາຖືກ.
2022-10-27
ປະຊາຊົນ ຢູ ແຂວງອຸດົມໄຊ, ຜົ້ງສາລີ ແລະຫົວພັນ ທີ່ໄດ້ຮັບຜົລກະທົບ ຈາກພັຍນໍ້າຖ້ວມ ຍ້ອນພະຍຸມາອອນ 1,275 ຄອບຄົວ ເຣີ່ມໄດ້ຮັບ ການຊ່ອຍເຫລືອແລ້ວ, ຄອບຄົວລະ 2,500,000 ກີບ ຂະນະທີ່ ການຊ່ອຍເຫລືອ ໃນໄລຍະຍາວ ຍັງລໍຖ້າ ການເກັບກຳຂໍ້ມູນ ຂອງພາກສ່ວນ ທີ່ກ່ຽວຂ້ອງຢູ່.
2022-10-27
ແມ່ຍິງທີ່ຖືພາ ໂດຍສ່ວນໃຫ່ຍ ຜູ້ທີ່ຢູ່ເຂດຊົນນະບົດ ຫ່າງໄກສອກຫຼີກ ແລະຜູ້ທີ່ມີຖານະຄອບຄົວ ທຸກຍາກ ຢູ່ເມືອງຊຽງເງິນ ແຂວງຫຼວງພຣະບາງ, ເມືອງແປກ ແຂວງຊຽງຂວາງ ແລະເມືອງປາກລາຍ ແຂວງໄຊຍະບູຣີ ບໍ່ມີຄວາມຮູ້້ ເຣື່ອງການກິນອາຫານ ບໍາຣຸງຮ່າງກາຍ ໃນເວລາຖືພາ ແລະບໍ່ຮູ້ວ່າ ລູກຂາດສານອາຫານ.
2022-10-27
ປະຊາຊົນ ຢູ່ນະຄອນຫລວງວຽງຈັນ ຈໍານວນນຶ່ງ ໄດ້ຮັບຜົລກະທົບ ຈາກການສ້າງຖນົນ ເຕ້ 6 ລະຫວ່າງ ບ້ານຄໍາຮຸ່ງ, ຮ່ອມ 2 ແລະບ້ານຫ້ວຍຫົງ ຮ່ອມ 23 ທີ່ມີຄວາມຍາວ ປະມານ 2 ກິໂລແມັດ ຊຶ່ງໄດ້ສ້າງມາເກືອບ 10 ປີ ແຕ່ບໍ່ທັນສຳເຣັດ ສ້າງຄວາມເດືອດຮ້ອນ ໃຫ້ຜູ້ຢູ່ອາສັຍແຄມທາງ ແລະ ຜູ້ສັນຈອນ.
2022-10-26
ພະນັກງານຣັຖ ແລະ ພະນັກງານ ບໍຣິສັດເອກກະຊົນ ຜູ້ທີ່ມີເງິນເດືອນໜ້ອຍ ຕ້ອງຫັນມາຊອກຫາ ເຮັດອາຊີພເສີມ ເພື່ອໃຫ້ສາມາດ ລ້ຽງຄອບຄົວໄດ້ ກັບຄ່າຄອງຊີພ ທີ່ແພງຂຶ້ນ ໃນປັດຈຸບັນ ທີ່ມີສາຍເຫດ ມາຈາກຫຼາຍປັດຈັຍ ເປັນຕົ້ນອັດຕຣາເງິນເຟີ້ ທີ່ເພີ່ມຂຶ້ນສູງ.