ປ່ອຍໂຕ ຊາວບ້ານຢຶບ 1 ຄົນ ທີ່ຖືກຈັບ ໃນປີ 2017

ອຸ່ນແກ້ວ
2022.10.28
ປ່ອຍໂຕ ຊາວບ້ານຢຶບ 1 ຄົນ ທີ່ຖືກຈັບ ໃນປີ 2017 ທ່ານ ວິຄຳ (ຊ້າຍມື) ແລະ ທ່ານ ສຸວັນ (ຂວາມື), 2 ຄົນໃນຈຳນວນ ຊາວບ້ານ ທີ່ຖືກຈັບ ເຣື່ອງຂໍ້ຂັດແຍ່ງທີ່ດິນ.
ນັກຂ່າວ ພົລເມືອງ

ຫວນ​ຄືນ​ໄປເຫດ​ການປີ 2017, ຊາວ​ບ້ານ​ຢຶບ ​ເມືອງ​ທ່າແຕງ ແຂວງ​ເຊກອງ 15 ຄົນ​ຖືກ​ຈັບ ຍ້ອນ​ມີ​ຂໍ້​ຂັດ​ແຍ່ງ​ທີ່​ດິນ​ ກັບ​ບໍ​ຣິ​ສັດຢາງ​ພາ​ຣາ​ວຽດ​ນາມ. ໃນ ປີ 2020, ​ຂ່າວ​ທີ່ວິທຍຸ ເອ​ເຊັຽ​ເສ​ຣີ ໄດ້​ຣາຍ​ງານ​ໄປແລ້ວ ຊາວ​ບ້ານ 9 ຄົນ ຖືກ​ປ່ອຍ​ໂຕ ແລະ 1 ຄົນ​ເສັຽ​ຊີ​ວິຕ ຢູ່​ໃນ​ຄຸກໂດຍ​ເຈົ້າ​ໜ້າ​ທີ່ ບໍ່​ໄດ້​ແຈ້ງ​ເຖິງ​ສາ​ເຫດ​ ຂອງ​ການ​ຕາຍ, ແຕ່ ຍັງ​ເຫຼືອ​ຊາວ​ບ້ານ ​ທີ່​ຍັງ​ຖືກ​ຂັງ​ຄຸກຢູ່ 5 ຄື ທ້າວ ສຸ​ວັນ, ທ້າວ ວິ​ຄຳ, ທ້າວ ບຸນ​ເຕັ້ຽ, ທ້າວ ບຸນ​ສົດ ແລະ ທ້າວ ບຸນ​ແລງ.

ຄວາມ​ຄືບ​ໜ້າ​ຫຼ້າ​ສຸດ ກໍຄື ທ້າວ ບຸນ​ສົດ ໄດ້​ຖືກ​ປ່ອຍ​ໂຕ​ແລ້ວ ໃນ​ເດືືອນ​​ຕຸ​ລາ 2021 ຫຼັງ​ຈາກ​ຖືກ​ກັກ​ຂັງ​ຄົບ​ຕາມ​ກຳ​ນົດ​ເວ​ລາ ຕາມ​ຄຳ​ສັ່ງ​ຂອງ​ສານ​ປະ​ຊາ​ຊົນ ແຂວງ​ເຊກອງ ສ່ວນວ່າ ອີກ 4 ຄົນ ຄື ທ້າວ ສຸ​ວັນ, ທ້າວ ວິ​ຄຳ, ທ້າວ ບຸນ​ເຕັ້ຽ ແລະ ທ້າວ ບຸນ​ແລງ ຍັງ​ຖືກ ກັກ​ຂັງ​ຢູ່.

ຊາວ​ບ້ານ ຜູ້​ທີ່​ຮູ້​ເຫດ​ການ ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ ວ່າ “ມີ​ການ ທ້າວ ສຸ​ວັນ​, ທ້າວ ວິ​ຄຳ ແລະ ທ້າຍ ບຸນ​ເຕັ້ຽ ຖືກ​ຍ້າຍ​ໄປ​ຂັງ​ຢູ່ຄຸກ ເມືອງ​ປະ​ທຸມ​ພອນ ແຂວງ​ຈຳ​ປາ​ສັກ ນັບ​ແຕ່​ເດືອນ ມິ​ຖຸ​ນາ 2022 ທີ່​ຜ່ານ​ມາ ໂດຍ ເຈົ້າ​ໜ້າ​ທີ່​ແຂວງ​ເຊກອງ ໃຫ້​ເຫດ​ຜົ​ລ​ວ່າ ສາ​ເຫດ​ທີ່​ຍ້າຍ​ທັງ 3 ຄົນ ຍ້ອນ​ວ່າ ຄຸກ​ຢູ່​ແຂວງ​ເຊກອງ ນັ້ນ​ເຕັມ ມີ​ຄວາມ​ແອ​ອັດ.”

ສ່ວນ​ວ່າ ຊາ​ວ​ບ້ານ​ອີກ​ຄົນ 1 ຄື ທ້າວ ບຸນ​ແລງ ຍັງ​ຄົງ ຖືກ​ຂັງ​ຢູ່​ຄຸກ ແຂວງ​ເຊກອງ ຄື​ເກົ່າ ໂດຍ​ທີ່​ຜູ້​ກ່ຽວບໍ່ໄດ້​ຖືກ​ຍ້າຍ​ໄປ​ໃສ.  

ຂໍ້​ຂັດ​ແຍ່ງ​ທີ່​ດິນ ລະ​ຫວ່າງ ຊາວ​ບ້ານ​ຢຶບ ປະ​ມານ 50 ຄອບ​ຄົວ ແລະ ບໍ​ຣິ​ສັດ ຢາງ​ຣາ​ພາ​ຣາ ວຽດ​ນາມຮ່ວມ​ກັບ​ເຈົ້າ​ໜ້າ​ທີ່ແຂວງ ເກີດ​ຂຶ້ນມາ​ໄດ້ ເກືອບ 20 ປີ ແລ້ວ ຍ້ອນ​ວ່າ ແຂວງອະ​ດີຕ ​ຮອງ​ເຈົ້າ​ແຂວງ​ເຊກອງ ໃຫ້​ສັມ​ປະ​ທານ​ທີ່​ດິນ ໄປ​ກວມ​ເອົາ​ດິນ​ທຳ​ກິ​ນ ​ຂອງ​ຊາວ​ບ້ານ ຫຼາຍກວ່າ 100 ເຮັກ​ຕ້າຣ໌.  

ຊາວ​ບ້ານ ຖືກ​ສານ​ປະ​ຊາ​ຊົນ ແຂວງ​ເຊກອງ​ຕັດ​ສິນ ໃນ​ຂໍ້​​​ຫາ ດັ່ງ​ນີ້:

  1. ການແບ່ງແຍກ ຄວາມສາມັກຄີ,
  2. ການເຕົ້າໂຮມ ກຸ່ມຄົນສ້າງຄວາມປັ່ນປ່ວນ,
  3. ການທຳລາຍ ຊັພສິນພົລເມືອງ,
  4. ການທຳລາຍ ເຄື່ອງປູກຂອງຝັງ,
  5. ການຂັດຂວາງ ການປະຕິບັດງານ ຂອງເຈົ້າໜ້າທີ່,
  6. ການຫມິ່ນ ປມາດເຈົ້າໜ້າທີ່.

ຊາວ​ບ້ານ​ຢຶບ​ 50 ຄອບ​ຄົວ ທີ່ຖືກ​ບໍ​ຣິ​ສັດ ວຽດ​ນາມ ມາ​ຍຶດ​ທີ່​ດິນ​ທຳ​ກິ​ນ ​ຂອງ​ເຂົາ​ເຈົ້າ ປັດ​ຈຸ​ບັນ ເຂົາ​ເຈົ້າ​ບໍ່​ມີ​ດິນ​ທຳ​ກິນ ແລະ ເຂົາ​ເຈົ້າ​ໄປ​ເຊົາ​ດິນ​ປູກ​ມັນ​ຕົ້ນ ​ເພື່ອ​ຫາ​ລ້ຽງ​ຊີພ ແລະ ອີກ​ຈຳ​ນວນ​ນຶ່ງ ກໍ​ເຂົ້າ​ໄປ​ຮັບ​ຈ້າງ​ເປັນ​ກັມມະ​ກອນ ຢູ່​ໃນ​ເມືອງ.

ຊາວ​ບ້ານ​ກ່າວ​ຕື່​ມ​ອີ​ກວ່າ ທີ່​ດິນ​ຢູ່​ບ້ານ​ສະ​ພື ເມືອງ​ທ່າ​ແຕງ ທີ່​ທາງ​ການ​ກ່າວ​ອ້າງວ່າ ໄດ້​ບຸກ​ເບີກ​ ຊົດ​ເຊີຍ ໃຫ້​ຊາວບ້ານ​ນັ້ນ ເປັນ​ທີ່​ດິນບໍ່​ເໝາະ​ສົມ​ ສຳ​ລັບ​ຜ​ລິຕ​ກະ​ສິ​ກັມ ຍ້ອນ​ວ່າ ມັນ​ເປັນ​ດິນ​ຊາຍ ແລະ ບໍ່​ສາ​ມາດປູກ​ພືດ​ໄດ້.

ທ່ານ ຟິລ ໂຣເບີຣ໌ທຊັນ (Phil Robertson), ຮ້ອງຜູ້ອຳນວຍ ການອົງການສິ້ງຊອມ ດ້ານສິທທິມະນຸສ ຫຼື Human Rights Watch ປະຈຳເຂດເອເຊັຽ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

"ຄວາມຈິງກໍຄື, ປະຊາຊົນຖືກຣັຖບານ ດຳເນີນຄະດີນັ້ນ, ເປັນທີ່ກະຈ່າງວ່າ ມັນເປັນການລະເມີດ ສິທທິມະນຸສ. ຣັຖບານລາວ ຄວນຍົກເລີກ ການດຳເນີນຄະດີປະຊາຊົນ ແລະ ປ່ອຍໂຕເຂົາເຈົ້າ ພ້ອມທັງໃຫ້ຄ່າຊົດເຊີຍ ທີ່ເຂົາເຈົ້າຖືກຕິດຄຸກຫຼາຍປີ, ໂດຍທີ່ເຂົາເຈົ້າບໍ່ມີຄວາມຜິດຫຍັງ ລວມທັງຄ່າຊົດເຊີຍ ທີ່ເຂົາເຈົ້າເສັຽ ທີ່ດິນນຳອີກ."

ທ່ານ ຟິລ ໂຣເບີຣ໌ທຊັນ (Phil Robertson) ກ່າວຕື່ມອີກວ່າ: “ຄວາມຈິງກໍຄືວ່າ ປະຊາຊົນຄວນຈະມີສ່ວນຮ່ວມ ໃນການໂອ້ລົມ ແລະເຈຣະຈາກ່ຽວກັບ ຄ່າຊົດເຊີຍ ແຕ່ພວກເຮົາກໍຮູ້ວ່າ ຢູ່ປະເທດລາວ ມັນເປັນຄືແນວໃດ, ຣັຖບານໄດ້ຕັດສິນໃຈ ແລະສັ່ງໃຫ້ທຸກຄົນເຮັດ ສິ່ງທີ່ຕ້ອງການ ແລະ ຣັຖບານບໍ່ມັກໃຫ້ຜູ້ໃດ ມາຕໍ່ວ່າ ຕໍ່ຂານ ຫຼື ບໍ່ມັກຜູ້ທີ່ວິຈານຣັຖບານ ໃນເວລາທີ່ຣັຖບານ ເຮັດສິ່ງທີ່ຜິດພາດ ກໍຄື ກໍຣະນີ ຊາວບ້ານຢຶບ ທີ່ຖືກຈັບນີ້.

ກົດໝາຍຢູ່ປະເທດລາວ ມີຫຼາຍສະບັບ ທີ່ພົວພັນກັບການປົກປ້ອງສິທທິ ຂັ້ນພື້ນຖານ ຂອງປະຊາຊົນ, ແຕ່ ໃນການປະຕິບັດບໍ່ເປັນ ໄປຕາມມາຕຖານ ສິທທິມະນຸສສາກົລ.

ຟິລ ໂຣເບີຣ໌ທຊັນ (Phil Robertson) ກ່າວຕື່ມອີກວ່າ: “ທາງການລາວ ຈະເວົ້າວ່າ ໄດ້ມີການປະຕິບັດກົດໝາຍ ແຕ່ບັນຫາ ກໍຄື ກົດໝາຍບໍ່ເປັນໄປຕາມ ມາຕຖານສິທທິມະນຸສສາກົລ. ປະຊາຊົນກໍຮູ້ວ່າ ຜ່ານມາ ເຂົາເຈົ້າໄດ້ເສັຽຜົນປໂຍດຫຍັງ.”

ນັບແຕ່ ມີການເປີດນະໂຍບາຍ ການລົງທຶນ ໃຫ້ນັກລົງທຶນຕ່າງປະເທດ ນັບແຕ່ຊຸມປີ 1990 ເປັນຕົ້ນມາ, ຣັຖບານລາວໄດ້ມີ ນະໂຍບາຍ ຫັນທີ່ດິນເປັນທຶນ ໂດຍເອົາທີ່ດິນ ໃຫ້ນັກລົງທຶນເຊົ່າ ແລະ ສັມປະທານ, ແຕ່ມັນໄດ້ສົ່ງຜົນກະທົບ ຕໍ່ການດຳລົງຊີວິຕ ຂອງປະຊາຊົນ.

ການຈັບຕົວຊາວບ້ານຢຶບ ມັນບໍ່ຍຸຕິທັມ ເພາະວ່າ ເຂົາເຈົ້າບໍ່ພຽງແຕ່ ເສັຽທີ່ດິນ ເທົ່ານັ້ນ ແຕ່ເຂົາຍັງຖືກຈັບອີກດ້ວຍ. ປະຊາຊົນ ຜູ້ທີ່ເຄື່ອນໄຫວ ເລື່ອງສິດນຳໃຊ້ທີ່ດິນ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

"ບໍ່ຍຸຕິທັມແຫຼະ ເອົາຂອງເຂົາລະມາເຮັດ [ຈັບ] ເຂົາ, ມັນຊິເປັນເບາະແນວນັ້ນ, ເຈົ້າຊິເອົາຄົນອື່ນມາບັງຄັບ ຄົນລາວ ມັນຊິເປັນ ເບາະ, ມັນບໍ່ຖືກຫັ້ນແຫຼະ ຄັນຊິເວົ້າຫັ້ນນ່າ ຂ້ອຍວ່າ ມັນບໍ່ຖືກແຫຼະ, ຂັ້ນເຮັດແນວນັ້ນ ມັນບໍ່ຖືກທາງດ້ານກົດໝາຍ ຫັ້ນແຫຼວ, ຄັນເວົ້າແທ້ ເລື່ອງກັມມະສິດ ຂອງປະຊາຊົນເນາະ ບຸກຄົນແຕ່ລະຄົນ ຫັ້ນນ່າ ເລື່ອງທີ່ດິນຫັ້ນ ເຂົາກະມີສິດ ຫັ້ນແຫຼວ."

ການເຊັນດິນປະຊາຊົນ ໃຫ້ນາຍທຶນມາສຳປະທານ ກໍເປັນການທຳລາຍປະຊາຊົນ, ປະຊາຊົນທ່ານນີ້ ກ່າວວ່າ:

"ເຂົາກະມີສິດຫັ້ນແຫຼວ ມັນບໍ່ແມ່ນນາຍ ເປັນສິດບຸກຄົນ, ຖ້າເຈົ້າໄປເຊັນໃຫ້ດິນປະຊາຊົນ, ໝາຍຄວາມວ່າເຈົ້າຢາກທຳລາຍ ປະຊາຊົນ ຫັ້ນແຫຼະ ຂັ້ນເວົ້າແທ້ຫັ້ນນ່າ ມັນບໍ່ຖືກຫັ້ນແຫຼວ ບາດນີ້ເຂົາຮ້ອງໂຮໄດ້ແລ້ວ ເຈົ້າກະຈັບກຸມເຂົາໃຫ້ເຂົາຖືກໂທດຖືກຫຍັງ ອັນນັ້ນມັນ ບໍ່ຖືກຕ້ອງແຫຼ ຄັນຊິເວົ້າຫັ້ນນ່າ."

ເຖິງຢ່າງໃດກໍຕາມ, ທີ່ຜ່ານມາ ເຈົ້າໜ້າທີ່ຄະນະຜູ້ແທນລາວ ໄດ້ກ່າວຢູ່ໃນກອງປະຊຸມ ສິດທິມະນຸສສາກົນ ວ່າ: “ອຳນາດການ ປົກຄອງແຂວງເຊກອງ ໄດ້ເຮັດທຸກຄວາມພຍາຍາມ ເພື່ອຊົດເຊີຍໃຫ້ແກ່ຊາວບ້ານຢຶບ ທີ່ເສັຍທີ່ດິນ ແຕ່ຊາວບ້ານບໍ່ຍອມຮັບ ເອົາຄ່າຊົດເຊີຍນັ້ນ ຊຶ່ງຖືວ່າ ເຂົາເຈົ້າຂັດຂວາງ ການພັທນາຊາດ.”

ຄວາມເປັນມາ ຂອງຂໍ້ຂັດແຍ່ງທີ່ດິນ ຢູ່ບ້ານຢຶບ ເມືອງທ່າແຕງ ແຂວງເຊກອງ ອີງຕາມຂໍ້ມູນຈາກຊາວບ້ານ:

  • ໃນປີ 2006, ເຈົ້າແຂວງເຊກອງ ໄດ້ເອົາທີ່ດິນປະຊາຊົນບ້ານຢຶບ ຫຼາຍກວ່າ 100 ເຮັກຕ້າຣ໌ ໃຫ້ບໍຣິສັດວຽດນາມ ສັມປະທານ ປູກຢ່າງພາຣາ ໂດຍທີ່ປະຊາຊົນບໍ່ຍິນຍອມ.
  • ໃນປີ 2011, ຕ່າງໜ້າໃຫ້ຊາວບ້ານຢຶບ ຫຼາຍ​ຄົນ ຂຶ້ນມາຢື່ນໜັງສື ຄຳຮ້ອງທຸກຢູ່ສຳນັກງານນາຍົກຣັຖມົນຕຣີ ແລະສະພາແຫ່ງຊາຕ ເພື່ອຂໍ້ຄວາມເປັນທັມ ເລື່ອງດິນທີ່ຖືກຍຶດໄປ.
  • ໃນປີ 2015-2016, ສະພາແຫ່ງຊາຕ ໄດ້ກ່າວກັບຊາວບ້ານວ່າ ຈະແກ້ໄຂບັນຫາທີ່ດິນ ໃຫ້ໃຫ້ເຂົາເຈົ້າ ແຕ່ກໍຍັງບໍ່ມີການແກ້ໄຂ.

ໂດ​ທົ່ວໄປແລ້ວ, ບັນຫາທີ່ດິນທີ່ບໍ່ສາມາດແກ້ໄຂໄດ້ ແລະ ເປັນບັນຫາຊໍາເຮື້ອມາຫຼາຍປີ ຍ້ອນວ່າ ຍັງມີການຈັບຈອງ ດິນຂາຍໃຫ້ເອກຊົນ ແລະ ການປະຕິບັດກົດໝາຍ ຍັງບໍ່ສັກສິດ. 

ເຈົ້າໜ້າທີ່ກ່ຽວຂ້ອງ ທ່ານນຶ່ງ ກ່າວ ຕໍ່ວິທຍຸເອເຊັຽເສຣີ ວ່າ:

ເຣື່ອງບັນຫາທີ່ດິນເນາະ ເຮົາຊິປະຕິຮູບແນວໃດ ກະແນວ ເຣື່ອງການປະຕິຮູບທີ່ດິນ ຖ້າວ່າ ຍັງໃຫ້ມີເອກຊົນມາຜູກຂາດບໍ່ ຫຼືວ່າ ຣັຖຍັງຂາຍໃຫ້ເອກຊົນບໍ່ ອັນນີ້ນິ ຄືຊິບໍ່ສງົບຈັກເທື່ອດອກ.​

ມີການດັດແກ້ກົດໝາຍທີ່ດິນ ແຕ່ ບໍ່​ມີການບັງຄັບໃຊ້ຢ່າງເຄັ່ງຄັດ, ເຈົ້າໜ້າທີ່ ມີການບັງຄັບໃຊ້ ກົດໝາຍກັບປະຊາຊົນ ແຕ່ບໍ່ບັງຄັບໃຊ້ກັບເຈົ້າໜ້າທີ່ ຜູ້ກະທຳຜິດ.

ເຈົ້າໜ້າທີ່ກ່ຽວຂ້ອງ ທ່ານນີ້ ກ່າວຕື່ມວ່າ:

ກົດໝາຍເພື່ອປະຊາຊົນ ບໍ່ແມ່ນກົດໝາຍຂອງພນັກງານ ພນັກງານເຮັດອີ່ຫຍັງກະຍົກເວັ້ນ ຍົກໂຕຢ່າງ ບໍ່ແມ່ນເພື່ອ ພະນັກງານທະຫານ.

ຣັ​ບານກໍຍອມຮັບວ່າ ບັນຫາທີ່ດິນເກີດຂຶ້ນຍ້ອນວ່າ ບາງກໍຣະນີ ມີນາຍບ້ານຂາຍດິນ ໃຫ້ນັກທຸລະກິຈ.

ທ່ານ ພັນ​ຄຳ ວິພາວັນ ນາຍົກຣັມົນຣີ ໄດ້ກ່າວຢູ່ໃນກອງປະຊຸມ ສະພາເມື່ອບໍ່ດົນມາ ຕອນນຶ່ງວ່າ: ຜ່ານມານາບ້ານຂາຍດິນຣັຖ ນັກທຸຣິກິຈ ໄປວ່າເອີ ເຈົ້າມີບໍ່ດິນຣັຖວ່າງ ຊິເຮັດທາງເຂົ້າມາໃດ ເຊັນໃຫ້ລະເດ້ ມັນກະມີບັກຫຼາຍໆ ອັນນີ້ນ່າ ບາງເທື່ອວ່າ ເຮົາຊິດຶງສາຍໄຟ ເອົາໃຫ້ແດ່ດິນ ໃຫ້ລະເດ້ ກະເຫັນໃຈວ່າ ຍ້ອນຢາກໄດ້ ແຕ່ວ່າ ມັນບໍ່ຖືກກົດໝາຍເດ້ ມັນສ້າງບັນຫາ.” 

ນອກ​ຈາກນີ້ ຍັງ​ມີ​ກໍ​ຣະ​ນີ ຂໍ້​ຂັດ​ແຍ່ງ​ທີ່​ດິນ ຢູ່ ບ້ານ​ໂພນ​ແຕ້ ເມືອງ​ນາ​ຊາ​ຍ​ທອງ ນະ​ຄອນ​ຫລວງວຽງ​ຈັນ ເຊິ່ງ​ມີ​ປະ​ຊາ​ຊົນ 5 ຄົນ ຖືກ​ເຈົ້າ​ໜ້າ​ທີ່ທະ​ຫານ ​ນະ​ຄອນ​ຫລວງວຽງ​ຈັນ ຈັບ​ໂຕ. ເຈົ້າ​ໜ້າທີ່ທ້ອງຖິ່ນ ກ່າວວ່າ ຊາວບ້ານທີ່ຖືກຈັບໄປນັ້ນ ໄດ້ຖືກປ່ອຍໂຕແລ້ວ ໂດຍມີລາຍຊື່ດັ່ງນີ້:

  1. ນາງ ບຸນ​ມີ ອາຍຸ 55 ປີ
  2. ທ້າວ ຫງັດ ອາ​ຍຸ 58 ປີ
  3. ທ້າວ ບຸນ​ທະວີ ອາຍຸ 36 ປີ
  4. ທ້າວ ຄຳ​ພຸດ ອາຍຸ 49 ປີ
  5. ພໍ່​ຕູ້ ອຸ່ນ ອາຍຸ 72 ປີ

ອີກ​ກໍຣະນີນຶ່ງ ຄືການ​ຈັບ​ໂຕລຸງ​ ທິດ​ໄພ, ຢູ່​ເມືອງ​ປາກ​ກະ​ດິງ ແຂວງ​ບໍ​ຣິ​ຄຳ​ໄຊ ​ໃນ​ເດືອນ​ກັນ​ຍາ 2019 ຍ້ອນບໍ່​ຍອມ​ເຊັນທີ່​ດິນ ບໍ​ຣິສັດ​ ຢາງ​ພາ​ຣາວຽດ​ນາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.