ຊາວບ້ານຢຶບ ຖືກຕັດສິນ ຈຳຄຸກ 6 ປີ

ອຸ່ນແກ້ວ ສຸກສະຫວັນ
2019.08.06
f-souvanh ທ່ານ ສຸວັນ ນຶ່ງໃນຈໍານວນຊາວບ້ານ ທີ່ຖືກຈັບໃນຂໍ້ຂັດແຍ້ງທີ່ດິນ ກັບ ບໍຣິສັດວຽດນາມ ແລະ ຖືກສານຕັດສິນ ໃຫ້ຈໍາຄຸກ 6 ປີ ໃນ 6 ຂໍ້ຫາ
RFA

ຫລັງຈາກທີ່ຊາວບ້ານຢຶບ ເມືອງທ່າແຕງ ແຂວງເຊກອງ 15 ຄົນ ຖືກຈັບຍ້ອນຂໍ້ຂັດແຍ່ງທີ່ດິນ ກັບບໍຣິສັດຢາງພາຣາວຽດນາມ ໃນກາງປີ 2017, ໃນນັ້ນຊາວບ້ານ 9 ຄົນຖືກສານປະຊາຊົນ ແຂວງເຊກອງ ຕັດສິນຈຳຄຸກແຕ່ 2–6 ປີ. ອີງຕາມຂໍ້ມູນ ຈາກ ຍາດພີ່ນ້ອງຊາວບ້ານ, ສານປະຊາຊົນແຂວງເຊກອງ ໄດ້ຕັດສິນຈຳຄຸກຊາວບ້ານໃນວັນທີ 27 ມິຖຸນາ 2019 ແຕ່ມີພຽງເຈົ້າໜ້າທີ່ຕຳຣວດ, ເຈົ້າໜ້າທີ່ສານ, ຊາວ ບ້ານທີ່ເປັນຜູ້ຕ້ອງຫາ ແລະ ຍາດພີ່ນ້ອງເຂົາເຈົ້າ. ຍາດພີ່ນ້ອງຂອງຊາວບ້ານຄົນນຶ່ງທີ່ບໍ່ ປະສົງອອກ ຊື່ແລະສຽງ ໄດ້ກ່າວຕໍ່ເອເອເຊັຽເສຣີ ໃນວັນທີ 5 ມິຖຸນາ ວ່າ:

"ພວກເຮົາບໍ່ພໍໃຈກັບຄຳຕັດສິນຂອງສານ ແຕ່ເຮົາກະບໍ່ຈັກຊິເຮັດ ບັນຫາໂຕນີ້ ທຽບໃສ່ປ່ອນອື່ນມັນກະບໍ່ຜິດດອກ ເຮົາຕໍ່ສູ້ດ້ວຍຄວາມ ບໍຣິສຸດ ດິນໄຮ່ດິນນາເຮົາບໍ່ມີ ເຈົ້າໜ້າທີ່ອະນຸຍາດໃຫ້ບໍຣິສັດ ມາເອົາດິນປະຊາຊົນ ແຕ່ວ່າສານພັດມາຕັດສິນ ແບບນີ້."

ໃນເວລາດຽວກັນນັກສິດທິມະນຸດ ສະແດງຄວາມເປັນຫ່ວງ ວ່າມັນເປັນການຍັດຍຽດຂໍ້ຫາ ໃຫ້ປະຊາຊົນຍ້ອນວ່າ ຂະບວນການຍຸຕິທັມຂອງ ລາວ ບໍ່ມີຄວາມເປັນເອກກະຣາດ. ທ່ານ ຟິລ ໂຣເບີດສັນ ຮອງຜູ້ອຳນວຍການ ອົງການສິ້ງຊອມ ດ້ານສິທທິມະນຸສ ປະຈຳຂົງເຂດ ເອເຊັຽ- ປາຊິຟິກ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ່ 6 ສິງຫາ ວ່າ:

"ກົດໝາຍຢູ່ໃນຂະບວນການຍຸຕິທັມຂອງລາວ ບໍ່ມີຄວາມເປັນເອກກະຣາດ ຈາກຣັຖບານ ຊຶ່ງມັນຖືກຄວບຄຸມໂດຍ ພັກປະຊາຊົນປະຕິວັດ ລາວ. ມັນບໍ່ແມ່ນກ່ຽວກັບຄວາມຍຸຕິທັມ ແຕ່ມັນແມ່ນຣັຖບານຄວບຄຸມຂະບວນການຍຸຕິທັມ ແລະເປັນການຍັດຢຽດ ຂໍ້ຫາໃຫ້ປະຊາຊົນຕິດ ຄຸກເປັນເວລາດົນນານ."

ຊາວບ້ານທີ່ຖືກສານຕັດສິນຈຳຄຸກ 6 ປີ ລວມມີ ທ້າວ ສຸວັນ, ທ້າວ ວິຄຳ, ທ້າວ ບຸນເຕັ້ຽ, ແລະ ທ້າວ ບຸນແລງ.

ສ່ວນວ່າຊາວບ້ານຄົນອື່ນໆ ທີ່ຖືກຕັດລວມມີ ທ້າວ ບຸນສົດ ຖືກຕັດສິນຈຳຄຸກ 4 ປີ, ທ້າວ ສົນ ຖືກຕັດສິນຈຳຄຸກ 3 ປີ, ທ້າວ ບຸນແທ່ນ ແລະ ທ້າວ ໄນ ແລະ ທ. ບຸນໂປກ ຖືກຕັດສິນຈຳຄຸກຜູ້ລະ 2 ປີ , ແຕ່ ຫລ້າສຸດ ທ້າວ ບຸນໂປກ ຖືກປ່ອຍຕົວ ວັນທີ 21 ກໍຣະກະດາ.

ທ່ານ ຟີວ ໂຣເບີດເຊີນ ກ່າວຕື່ມອີກວ່າ:

"ພວກເຮົາເຫັນວ່າ ອຳນາດການປົກຄອງແຂວງເຊກອງ ໄດ້ຮັບຄຳສັ່ງຈາກຣັຖບານຂັ້ນສູນກາງ ເພື່ອດຳເນີນຄະດີກັບຊາວບ້ານ. ການດຳເນີນ ຄະດີ ກໍບໍ່ເປັນລະບົບລະບຽບຫຍັງ ພຽງແຕ່ຈັບປະຊາຊົນໃສ່ຄຸກ ແບບໃຊ້ລະບົບສານເຕັ້ຽ ໂດຍບໍ່ມີການຕໍ່ສູ້ ຄະດີກັນຢ່າງໂປ່ງໃສ."

ກ່ອນໜ້ານີ້ ຊາວບ້ານ ໄດ້ອີກປ່ອຍຕົວ ລວມມີ: ທ້າວ ສົມສະຫວັນ, ທ້າວ ວິຫານ, ນາງ ນີ ອາຍຸຕ່ຳ ກວ່າ 18 ປີ, ທ້າວ ນາກ ອາຍຸ ຕ່ຳກວ່າ 18 ປີ, ທ້າວ ພອນສະໄຫວ, ທ້າວ ໂປະ. ອີງຕາມໜັງສືຄຳຕັດສິນ ຂອງສານປະຊາຊົນແຂວງເຊກອງ ໃນວັນທີ 27 ມິຖຸນາ ທີ່ຍາດນ້ອງເຂົາເຈົ້າເອງບັນທຶກມາ, ຊາວບ້ານທັງໝົດຖືກຕັ້ງ 6 ຂໍ້ຫາ ຄື:

1.    ການແບ່ງແຍກຄວາມສາມັກຄີ.

2.    ການເຕົ້າໂຮມກຸ່ມຄົນສ້າງຄວາມປັ່ນປ່ວນ.

3.    ການທຳລາຍຊັບສິນພົລເມືອງ.

4.    ການທຳລາຍເຄື່ອງປູກຂອງຝັງ.

5.    ການຂັດຂວາງການປະຕິບັດງານຂອງເຈົ້າໜ້າທີ່.

6.    ການຫມິ່ນປະໝາດເຈົ້າໜ້າທີ່.

ເພື່ອສອບຖາມຂໍ້ມູນເພີ້ມເຕີມກ່ຽວກັບເລື້ອງນີ້, ເອເຊັຽເສຣີ ໄດ້ຕິດຕໍ່ຫາ ທ່ານ ສໍລະເສີມສັກ ຜ່ອງສຸພາ ຮອງຫົວໜ້າອົງການ ອັຍການ ແຂວງເຊກອງ ແລະ ທ່ານ ສົມນິດ ສິລິບຸນລ້ຽງ ຫົວໜ້າອົງການ ອັຍການແຂວງເຊກອງ, ແຕ່ ທ່ານ ທັງສອງ ບໍ່ຮັບໂທລະສັບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.