ອະດີດຜູ້ອໍານວຍການ ຖືກຈໍາຄຸກ ຕລອດຊີວິດ

ສຸພັດຕາ
2020.02.19
F-LAW ກະຊວງຍຸຕິທັມ ສປປ ລາວ
Public Domain / Ministry of Justice, Lao PDR

ເມື່ອຕົ້ນເດືອນກຸມພາ ປີ 2020 ນີ້ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຕັດສິນລົງໂທດຈໍາຄຸກຕລອດຊີວິດ ທ່ານ ຄໍາແພງ ສີສະຫງ່າ ອາຍຸ 62 ປີ ອະດີດ ຜູ້ອໍານວຍການ ຣັຖວິສາຫະກິຈ ລາວ ບໍຣິການສິນຄ້າຜ່ານແດນ ສັງກັດ ກະຊວງການເງິນ ໃນຂໍ້ຫາ ສໍ້ຣາສບັງຫຼວງ ພ້ອມປັບໃໝ 1% ຂອງມູນຄ່າ ທີ່ມີການຍັກຍອກໄປ ຄືນໃຫ້ແກ່ຣັຖທັງໝົດ, ດັ່ງເຈົ້າໜ້າທີ່ ຣັຖວິສາຫະກິຈ ລາວ ບໍຣິການສິນຄ້າຜ່ານແດນ ກະຊວງການເງິນ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 18 ກຸມພາ ນີ້ວ່າ:

“ອັນນັ້ນ ໂຕນີ້ ເພິ່ນຂຽນຂ່າວລົງຫັ້ນ ໃນສື່ຕ່າງໆຫັ່ນແຫຼະ ຕາມນັ້ນແຫຼະ ທີ່ເພິ່ນລົງມາ ເຮົາກະບໍ່ກ້າ ໃຫ້ຄໍາຕອບ.”

ນອກຈາກນີ້ ສານປະຊາຊົນ ນະຄອນຫຼວງວຽງຈັນ ຍັງຕັດສິນ ລົງໂທດ ເຈົ້າໜ້າທີ່ ຣັຖວິສາຫະກິຈ ລາວ ບໍຣິການສິນຄ້າຜ່ານແດນ ອີກ 3 ຄົນ ທີ່ຮ່ວມກັນກະທໍາຜິດ ສໍ້ຣາສບັງຫຼວງ ຄື; ທ້າວ ຈັນທະວີສຸກ ອາຍຸ 57 ປີ, ທ້າວ ພອນປະເສີດ ອາຍຸ 48 ປີ ແລະ ທ້າວ ພູສົມບູນ ອາຍຸ 38 ປີ ໂດຍຖືກຕັດສິນຈໍາຄຸກຜູ້ລະ 18 ປີ ແຕ່ທັງສາມຄົນ ສົ່ງເງິນ ທີ່ໄດ້ຍັກຍອກໄປນັ້ນ ຄືນໃຫ້ແກ່ຣັຖໝົດແລ້ວ ຈຶ່ງຫຼຸດໂທດຕິດຄຸກ ເຫຼືອຜູ້ລະ 9 ປີ ໂດຍຈໍາເລີຍ ທັງ 4 ຄົນ ຖືກເຈົ້າໜ້າທີ່ຕໍາຣວດຈັບໂຕ ເມື່ອທ້າຍເດືອນ ມົກກະຣາ ປີ 2019.

ທ່ານຄໍາແພງ ໄດ້ເຂົ້າມາຮັບໜ້າທີ່ ເປັນຜູ້ອໍານວຍການ ຣັຖວິສາຫະກິຈ ລາວບໍຣິການສິນຄ້າຜ່ານແດນ ແຕ່ປີ 2008 ເປັນຕົ້ນມາ ໂດຍ ໄດ້ຍັກຍອກ ເອົາເງິນຂອງບໍຣິສັດ ຫຼາຍຮູບແບບ ຄື: ຮັບເງິນນາຍໜ້າ ຈາກຜູ້ເໝົາບຸກເບີກເນື້ອທີ່ ສາງສິນຄ້າ ແຂວງ ຈໍາປາສັກ ແລະ ແຂວງຄໍາມ່ວນ, ຕັດເອົາເງິນຄ່າ ບໍຣິການປ່ຽນຖ່າຍ ຕູ້ຄອນເທັນເນີ້ ຢູ່ຫ້ອງການອາກອນ ປະຈໍາດ່ານສາກົນ ທົ່ວປະເທດ, ນໍາໃຊ້ ບັດວິຊ້າ ຂອງຫ້ອງການ ຖອນເງິນມາໃຊ້ສ່ວນໂຕ ໃນເວລາໄປທ່ຽວຕ່າງປະເທດ ໂດຍຮ່ວມກັບເຈົ້າໜ້າທີ່ ໃກ້ຊິດ ເຮັດໃຫ້ເກີດຄວາມເສັຍຫາຍ ແກ່ ຣັຖ ຫຼາຍຕື້ກີບ.

ນອກຈາກນີ້ ທ່ານຄໍາແພງ ຍັງໄດ້ສັ່ງຈ່າຍເງິນບໍາເນັດ ເງິນອຸດໜູນຕ່າງໆ ໃຫ້ແກ່ພະນັກງງານ ຣະດັບຜູ້ນໍາ ກະຊວງການເງິນ ແລະ ພະນັກງານ ຂັ້ນການນໍາ ຂອງແຂວງຄໍາມ່ວນ, ຈໍາປາສັກ ແລະແຂວງບໍ່ແກ້ວ ຊຶ່ງເປັນສິ່ງທີ່ບໍ່ຖືກຕ້ອງ ຕາມຣະບຽບ ຮວມມູນຄ່າຄວາມ ເສັຍຫາຍ ບໍ່ຕໍ່າກວ່າ 6,3 ຕື້ກີບ.

ເມື່ອປີ 2017 ທ່ານ ສົມດີ ດວງດີ ຮອງນາຍົກຣັຖມົນຕຣີ ແລະຣັຖມົນຕຣີກະຊວງການເງິນ ເຄີຍລົງກວດກາ ສາງເກັບເຄື່ອງ ຢູ່ດ່ານ ທ່ານາແລ້ງ ທີ່ຣັຖວິສາຫະກິຈ ລາວບໍຣິການສິນຄ້າ ຜ່ານແດນ ໂດຍມີ ທ່ານຄໍາແພງ ເປັນຫົວໜ້າໃນຕອນນັ້ນ ຊຶ່ງໄດ້ ກວດພົບຣົດໃຫຍ່ ຜິດກົດໝາຍຄ້າງສາງຈໍານວນ 1,160 ຄັນ, ຣົດທັງໝົດແມ່ນນໍາເຂົ້າມາຈາກຕ່າງປະເທດ ທີ່ມາລໍຖ້າເສັຍພາສີ ແລະຈໍານວນນຶ່ງ ເປັນຣົດ ທີ່ຫຼີກລ້ຽງການຈ່າຍພາສີ ແລະປອມແປງເອກກະສານ.

ເຈົ້າໜ້າທີ່ ກະຊວງການເງິນ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 18 ກຸມພາ ນີ້ວ່າ ກະຊວງການເງິນ ໄດ້ກວດກາ ເຈົ້າໜ້າທີ່ ສັງກັດ ກະຊວງການເງິນທຸກຄົນ ແຕ່ຂັ້ນຣະດັບຜູ້ນໍາ ຫາເຈົ້າໜ້າທີ່ທ້ອງຖິ່ນ ມາແຕ່ປີ 2019 ຊຶ່ງມີເຈົ້າໜ້າທີ່ ທັງໝົດ 343 ຄົນ ທີ່ສົງໃສວ່າ ມີການສໍ້ຣາສບັງຫຼວງ ຍັກຍອກເງິນ ໄປໃຊ້ສ່ວນໂຕ ແລະກໍາລັງຖືກກວດກາ ຈາກກະຊວງ.

ປັດຈຸບັນ ກະຊວງການເງິນ ກໍມີການປັບປ່ຽນ ຕໍາແໜ່ງພາຍໃນ ໂດຍສະເພາະ ກົມພາສີ ກົມສ່ວຍສາອາກອນ ເພື່ອສະກັດກັ້ນ ບໍ່ໃຫ້ມີ ການສໍ້ຣາສບັງຫຼວງ ຂຶ້ນອີກ, ດັ່ງທ່ານກ່າວວ່າ:

“ແມ່ນແຫຼະ ມັນກໍມີ ຄັນວ່າອັນນັ້ນອັນນີ້ (ສໍ້ຣາສບັງຫຼວງ) ມັນກໍຕ້ອງມີການກວດກາກັນ ກວດກາຄືນ ວ່າຊັ້ນຊະ ເພາະວ່າຊ້ວງນີ້ມັນກໍ ເປັນຊ້ວງ ທີ່ມີການປັບປຸງເດ້.”

ເມື່ອທ້າຍປີ 2019 ກະຊວງການເງິນ ກໍມີການສັ່ງພັກວຽກຊົ່ວຄາວ ພະນັກງານຣັຖກອນ ຢູ່ກົມພາສີ ຈໍານວນ 4 ຄົນ ຄືທ້າວ ພຸດສະດາວັນ ອິນສີຊຽງໃໝ່, ທ້າວ ທິວາພອນ ສຸລິນທອນ, ທ້າວ ສະຫງວນຈິດ ວົງເດືອນ ແລະທ້າວ ສີຈັນ ອິນທິວົງ ເພື່ອ ກວດກາວິນັຍ ຖານຣະເມີດ ກົດໝາຍ ຕໍ່ການປະຕິບັດ ວຽກງານ ໃນລະຍະຜ່ານມາ ໃຫ້ມີຜົນບັງຄັບໃຊ້ ແຕ່ວັນທີ 28 ສິງຫານີ້ ແລະກະຊວງ ຈະຫັກເງິນເດືອນ ແລະ ເງິນອຸດໜູນ 50% ໄວ້ ຈົນກວ່າວ່າ ຜົນສລຸບ ການກວດກາວິນັຍ ຈະສໍາເຣັດຕາມ ຂະບວນການ ຊຶ່ງມາຮອດປັດຈຸບັນຍັງກວດກາບໍ່ທັນ ແລ້ວເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.