ພາສີ-ອາກອນ ສໍ້ຣາສບັງຫຼວງ ຊາວບ້ານວ່າ
2020.11.25

ເຈົ້າໜ້າທີ່ ຜແນກການເງິນ, ໂດຍສະເພາະ ເຈົ້າໜ້າທີ່ ພາສີ-ອາກອນ ສໍ້ຣາສບັງຫຼວງ ຕ້ອງການຢາກໃຫ້ ມີການປາບປາມ ແລະ ແກ້ໄຂ. ດັ່ງທ່ານ ພັນຄຳ ວິພາວັນ, ຮອງປະທານປະເທດລາວ ກ່າວໃນໂອກາດ ເຂົ້າຮ່ວມກອງປະຊຸມ ອົງຄນະພັກ ກະຊວງການເງິນ ໃນມື້ວັນທີ 19-20 ເດືອນພຶສຈິກາ ຜ່ານມາວ່າ ຢາກຝາກຄວາມຫວັງ ຄວາມເຊື່ອໝັ້ນ ໃຫ້ກັບພນັກງານ ຊຸດໃຫມ່ ຂອງຂແນງການເງິນ ຈະບໍ່ເຮັດ ໃຫ້ຣັຖຜິດຫວັງ ໃນການຊຳຣະ ສະສາງ ປະກົດການຫຍໍ້ທໍ້ ໃນບັນຫາ ເຈົ້າຫນ້າທີ່ ການເງິນ ຂົ່ມຂູ່ເອົາເງິນ ນຳປະຊາຊົນ ທີ່ເຮັດໃຫ້ປະຊາຊົນ ຂາດສັດທາ ຕໍ່ພນັກງານ ຂແນງການເງິນ. ດັ່ງທ່ານເວົ້າວ່າ:
"ເຫັນພະນັກງານພາສີມາ ປະຊາຊົນ ບາງຄົນກໍວ່າ ພຸ້ນເສື້ອຫາກິນມາແລ້ວ ເຂົາເວົ້າແນວນັ້ນເດ, ເຫັນອາກອນມາ ເຂົາມີທັສນະ ແບບດຽວກັນ ກໍຕິເຂົາບໍ່ໄດ້. ບາງເທື່ອເຮົາ ກໍເຮັດແທ້. ຂະພະເຈົ້າວ່າ ຄັນວ່າສີ່ງສັກສິດມີຈິງ ລອງໄປສາບານແມ໋, ຢ້ານຕາຍຫຼາຍກວ່າ. ປະຊາຊົນ ເຂົາລະແວງ ເປັນສິດຂອງເຂົາ, ແຕ່ວ່າ ການແກ້ໄຂ ເຣື່ອງນີ້ ບໍ່ແມ່ນໜ້າທີ່ ຂອງເຂົາ, ຕ້ອງແມ່ນ ໜ້າທີ່ເຮົາເອງ."
ທ່ານກ່າວຕື່ມວ່າ ເມືອປີກາຍ ເຈົ້າໜ້າທີ່ການເງິນ ຖືກລົງວິນັຍ 20 ປາຍຄົນ ພາຍຫຼັງຂົ່ມຂູ່ ເອົາເງິນປະຊາຊົນ, ເຈົ້າໜ້າທີ່ ບາງຄົນ ລືມໂຕເອງ ບໍ່ປະຕິບັດ ຕາມຣະບຽບ ຫຼັກການ, ຈຶ່ງໃຊ້ກົດໝາຍ ແບບບໍ່ຖືກຕ້ອງ. ຂໍໃຫ້ສະຫາຍ ຂແນງການເງິນ ສຳນຶກໂຕເອງ ໃຫ້ຫຼາຍຂຶ້ນ ໃນການຊ່ອຍເຫຼືອ ປະຊາຊົນ ແລະ ຮັບໃຊ້ປະເທດຊາດ.
ໃນຂະນະດຽວກັນ, ປະຊາຊົນລາວ ທ່ານນື່ງ ຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ກໍກ່າວກ່ຽວກັບ ການສໍ້ຣາສບັງຫຼວງ ຂອງເຈົ້າຫນ້າທີ່ຣັຖ, ໂດຍສະເພາະ ເຈົ້າໜ້າທີ່ ພາສີ-ອາກອນ ວ່າ:
"ພະນັກງານອາກອນ ຫຼືວ່າ ພະນັກງານ ພາສີທີ່ດິນ ຈັ່ງຊີ້ ມັນກໍອາຈແຕກຕ່າງ ພະນັກງານຄຣູ. ລື່ນກັນຂາດຂັ້ນພູ້ນແຫຼະ ເພາະວ່າ ມັນກໍມີຊ່ອງຫວ່າງ ການຫາຢູ່ ຫາກິນຂະເຈົ້າ. ໂຮງງານຈັ່ງຊີ້, ບາງເທື່ອຂະເຈົ້່າ ເກັບຄ້າງຫຼາຍໆປີ ຈັ່ງຊີ້ ຄືພາສີທີ່ດີນ 5 ປີ ຂະເຈົ້າມາເສັຽຊື່ໆ ເອົາແຕ່ເສັຽ 2 ປີ 3 ປີຄືນຫຼັງ ຂະເຈົ້າກໍເຂົ້າຖົງ. ຢາກວ່າເປັນ ທັງນະຄອນຫຼວງ. ມາແຕ່ບໍ່ແກ້ວ ມາປຸກເຮືອນຫຼັງຄະຣຶຫາດ ຢູ່ບ້ານອ້າຍກໍມີ. ມັນຢາກໃຫຍ່ເກີນໄປ 2 ໄຣ່ ເຕັມພຸ້ນແຫຼະ."
ຊາວບ້ານ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເວົ້າຄືກັນວ່າ ເຈົ້າໜ້າທີ່ ຜແນກການເງິນ, ໂດຍສະເພາະ ເຈົ້າໜ້າທີ່ ພາສີດ່ານ ຢູ່ເມືອງຫາດຊາຍຟອງ ແມ່ນລວຍກວ່າ ຜູ້ທີ່ເຮັດວຽກ ອາຊີພທະຫານ, ແພດ, ໝໍ ແລະ ຄຣູ ພວກຂະເຈົ້າມີດິນ, ມີຣົດ, ມີເຮືອນເປັນຂອງໂຕເອງ ຈຳນວນຫຼາຍ ເນື່ອງຈາກ ສາມາດຮຽກເງິນ ຈາກແມ່ຄ້າ ເພື່ອເກັບພາສີ ສິນຄ້າ ຂ້າມຂົວມິຕພາບ ລາວ-ໄທຍ ແຫ່ງທີ 1 ວຽງຈັນ-ໜອງຄາຍ ໄດ້ຫຼາຍກີບ.
"ພວກລວຍກວ່າຫມູ່ ມີແຕ່ພາສີນະ ເຂົາເອົາພາສີ ນຳດິນນຳດ່ານດ້ວຍ ມີເງີນມີຄຳ ມີດິນມີດອນຫຼາຍ. ຂະເຈົ້າມາເຮັດວຽກ ຂະເຈົ້າກໍມີບ່ອນ ທີ່ຮຽກເງິນ ຈາກແມ່ຄ້າ ແມ່ຂາຍ ຜ່ານເຊັນ ເອກະສານຕ່າງໆ ນະໂຍບາຍ ມິຫຍັງຕ່າງໆ ຂະເຈົ້າມີການ ແບ່ງປັນກັນກິນ. ທະຫານນີ້, ຄົນທຸກ, ຄຣູນີ້ກໍທຸກ, ໝໍນີ້ກໍທຸກ."
ຊາວບ້ານ ຢູ່ເມືອງປາກງື່ມ ນະຄອນຫຼວງວຽງຈັນ ທ່ານນຶ່ງ ເວົ້າເຖິງສະພາບການ ໂຍກຍ້າຍຕຳແໜ່ງ ຂອງເຈົ້າໜ້າທີ່ ການເງິນວ່າ ເຈົ້າໜ້າທີ່ການເງິນ ພາຍໃນ 5 ຫົວເມືອງໃຫຍ່ໆ ນະຄອນຫຼວງວຽງຈັນ ຄືເມືອງສີໂຄດຕະບອງ, ໄຊເສດຖາ, ເມືອງສີສັຕນາກ, ເມືອງຈັນທະບູຣີ ແລະ ເມືອງໄຊທານີ ຈະບໍ່ຢາກຍ້າຍຕຳແໜ່ງ ມາຢູ່ເມືອງສັງທອງ ແລະ ເມືອງປາກງື່ມ ທີ່ເປັນເມືອງ ຂນາດນ້ອຍ ແລະ ຢູ່ເຂດຊົນນະບົດ ຍ້ອນຈະບໍ່ໄດ້ເປີເຊັນ ຈາກການເກັບ ພາສີ-ອາກອນ ຫຼາຍຄືເມືອງໃຫຍ່ ທີ່ມີຣາຍຮັບ ເຂົ້າງົບປະມານ ຈາກໂຮງຈັກ, ໂຮງງານ, ໂຮງແຮມ, ຫ້າງຮ້ານ ຫຼາຍກວ່າ.
"ອັນອາກອນ ຢູ່ເມືອງສີໂຄດຕະບອງ ພວກນັ້ນນ່າ, ເຂົາກໍເວົ້າຢູ່ ຊິເອົາເຮົາ ມາຢູ່ເມືອງປາກງື່ມ ເຮົາກໍບໍ່ມາແລ້ວ. ພວກເມືອງສີໂຄດ ພວກເມືອງໃຫຍ່ ເພາະວ່າ ຣາຍໄດ້ເກັບໄດ້ຫຼາຍ ກໍໄດ້ເປີເຊັນຫຼາຍ."
ກ່ຽວກັບເຣື່ອງນີ້, ເຈົ້າຫນ້າທີ່ ຜແນກການເງິນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ກ່າວວ່າ ພາຍໃນເມືອງໄຊທານີ ບໍ່ມີເຈົ້າໜ້າທີ່ ການເງິນ ລ່ຳລວຍກວ່າໝູ່ ແລະ ເຣື່ອງດັ່ງກ່າວ ເປັນພຽງຫາງສຽງ ທາງສັງຄົມຊື່ໆ. ເຈົ້າໜ້າທີ່ການເງິນ ພາຍໃນເມືອງ ຈະເກັບຣາຍຮັບ ແລະ ຄຸ້ມຄອງຣາຍຈ່າຍ ຕາມຫນ້າທີ່ ຮັບຜິດຊອບ.
"ການເງິນ ເຮັດໜ້າທີ່ ເຮັດວຽກງານ ການຈັດເກັບຣາຍຮັບ ຄຸ້ມຄອງເງິນ ບໍ່ແມ່ນມີເງິນ. ຄຸ້ມຄອງເງິນຊື່ໆ ບໍ່ໄດ້ເອົາເງິນ ໄປໃຊ້ຈ່າຍຫຍັງດອກ. ອັນນັ້ນ, ເງິນພັກເງິນຣັຖ, ແຕ່ໂຕຈິງ ມັນບໍ່ມີດອກ. ອັນນັ້ນ ຫາງສຽງສັງຄົມ ຂະເຈົ້າວ່າຊື່ໆ."
ໃນປີ 2019, ກະຊວງການເງິນ ອອກແຈ້ງການ ເລຂທີິ 3548/ກງ ນະຄອນຫຼວງວຽງຈັນ ລົງວັນທີ 28 ສິງຫາ ປີ 2019 ໄດ້ງົດ ປະຕິບັດໜ້າທີ່ ຊົ່ວຄາວ ຕໍ່ພະນັກງານ ສັງກັດຢູ່ກົມພາສີ ຈຳນວນ 4 ຄົນ ຍ້ອນຜູ້ກ່ຽວ ລະເມີດກົດໝາຍ ແລະ ຫຼາຍຄົນ ຖືກລົງວິນັຍ ແລະ ໃຫ້ອອກການ ຍ້ອນສໍ້ຣາສບັງຫຼວງ.