ກົດໝາຍພາສີສະບັບປັບປຸງ ບໍ່ຖືກ ຮັບຜ່ານ

ສົມເນ
2014.07.29
F-pany ປະທານ ສະພາ ແຫ່ງ ສປປ ລາວ ຍານາງ ປານີ ຍາທໍຕູ້
LPDR

 

ກອງປະຊຸມ ສະພາ ແຫ່ງຊາຕ ສມັຍ ສາມັນ ຄັ້ງທີ່ 7 ທີ່ ຫາກໍ່ ປິດລົງ ເມື່ອ ວັນທີ 25 ກໍຣະກະດາ ນີ້ ໄດ້ລົງ ມະຕິ ບໍ່ຮັບເອົາ ຮ່າງ ກົດໝາຍ ພາສີ ສະບັບ ປັບປຸງ ຍ້ອນ ສະມາຊິກ ສະພາ ຫລາຍຄົນ ເຫັນວ່າ ຮ່າງກົດໝາຍ ດັ່ງກ່າວ ສລັບ ສັບຊ້ອນ ແລະ ບໍ່ຮັດກຸມ. ຕາມຣາຍງານ ໜັງສືພິມ ຂອງ ທາງການລາວ.

ຮ່າງກົດໝາຍ ດັ່ງກ່າວ ຖືກສະເໜີ ຂຶ້ນສະພາ ໂດຍກະຊວງ ການ ຄັງ ທີ່ ມີ ຈຸດປະສົງ ປັບປຸງ ມາຕຣາ 3, 69, 70, 74, 75, 76, 110 ແລະ 111. ການ ຖົກຖຽງກັນ ໃນສະພາ ໄດ້ ສຸມໃສ່ ການ ປ່ຽນ ຫນ່ວຍງານ ພາສີພາກ ມາເປັນ ຫນ່ວຍງານ ພາສີ ແຂວງ ແລະ ນະຄອນຫລວງ ວຽງຈັນ ຊຶ່ງ ກໍານົດ ຢູ່ໃນ ມາຕຣາ  75, 110, ແລະ 111.

ສະມາຊິກ ສະພາ ມີ ຄວາມເຫັນ ແຕກຕ່າງ ກັນ ໃນຈຸດ ທີ່ວ່າ ໃຫ້ ຫນ່ວຍງານ ພາສີ ຢູ່ພາຍໃຕ້ ກະຊວງ ການຄັງ ໂດຍກົງ ຫຼືບໍ່? ຫລື ວ່າ ໃຫ້ຢູ່ພາຍໃຕ້ ອໍານາດ ການປົກຄອງ ແຂວງ. ກົດໝາຍ ພາສີ ສະບັບ ປັດຈຸບັນ ແມ່ນ ແບ່ງອອກເປັນ 5 ພາກ ຢູ່ພາຍໃຕ້ ການປົກ ຄອງ ແລະ ກວດສອບ ຂອງ ກະຊວງ ການຄັງ ຊື່ງເຫັນວ່າ ເປັນການ ເກັບຣາຍຮັບ ພາສີ ເຂົ້າ ສູນ ກາງ ຍ້ອນວ່າ ຫລາຍແຂວງ ຍັງບໍ່ ສາມາດ ສ້າງຣາຍຮັບ ຈາກການເກັບ ພາສີ ໄດ້ເທື່ອ.

ສະມາຊິກ ສະພາ ທີ່ປະກອບ ຄວາມເຫັນ ບໍ່ລົງຮອຍກັນ ໃນຫລາຍຈຸດ. ໃນທີ່ສຸດ ປະທານ ສະພາ ຍານາງ ປານີ ຢາທໍຕູ້ ໄດ້ສະເໜີ ທາງອອກ 3 ທາງ. 1-ໃຫ້ເຍີ້ນ ການຜ່ານ ກົດໝາຍ ສະບັບ ປັບປຸງ ເພື່ອໃຫ້ ທາງກະຊວງ ນໍາໄປ ສຶກສາ ໃຫ້ຣະອຽດ. 2-ຮັບຜ່ານ ກົດໝາຍ ຕາມຫລັກການ ຂອງ ກະຊວງ ການຄັງ, 3-ຫລືວ່າ ຈະມອບໝາຍ ໃຫ້ຄນະ ກັມມະການ ປະຈໍາ ສະພາ ອອກແຈ້ງການ ເພື່ອ ທົດລອງ ປະຕິບັດ ກົດໝາຍ ນີ້ຢູ່ ຣະດັບ ແຂວງ ເສັຽກ່ອນ ກ່ອນຈະກາຍ ເປັນ ກົດໝາຍ ປັບປຸງ. ແຕ່ສຽງ ສ່ວນຫລາຍ ເຫັນດີ ໃຫ້ເຍີ້ນ ເວລາ ຮັບເອົາ ຮ່າງ ກົດໝາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.