10 ປີ ຊາວບ້ານຢຶບຕໍ່ສູ້ ຊອກຫາ ຄວາມເປັນທັມ
2019.08.13

ການຈັບຕົວຊາວບ້ານຢຶບ ເມືອງທ່າແຕງ ແຂວງເຊກອງ 15 ຄົນ ໃນເດືອນ ກໍຣະກະກາ 2017 ກ່ຽວກັບເລື້ອງຂໍ້ຂັດແຍ່ງທີ່ດິນ ກັບບໍຣິສັດ ຢາງພາຣາຂອງວຽດນາມ, ແລະ ຕໍ່ມາຈຶ່ງມີການປ່ອຍ ຕົວຊາວບ້ານ 5 ຄົນ ແລະ ຊາວບ້ານອີກຄົນນຶ່ງ ເສັຽຊີວິດ ແລະ ຍັງເຫລືອ 9 ຄົນ ຢູ່ໃນຄຸກ.
ຈົນມາຮອດວັນທີ 27 ມິຖຸນາ 2019, ສານປະຊາຊົນແຂວງເຊກອງ ໄດ້ຕັດສິນ ປະຊາຊົນ 9 ຄົນຈຳຄຸກແຕ່ 2-6 ປີ. ເປັນເວລາຫຼາຍກວ່າ 10 ປີ ທີ່ຊາວບ້ານຢືບເມືອງທ່າແຕງ ໄດ້ຕໍ່ສູ້ຮຽກຮ້ອງ ເອົາສິດທີ່ດິນ ຂອງຕົນເອງຄືນ.
• ຊາວບ້ານຢຶບ ຖືກຢຶດທີ່ດິນ ແຕ່ປີ 2006 ເປັນຕົ້ນມາ ຊາວບ້ານຢຶບ ເມືອງທ່າແຕງ ໄດ້ສິດຄອບຄອງທີ່ດິນ ທຳກິນ ຈາກຣັຖບານ ໃນປີ 1997 ຕາມນະໂຍບາຍ ມອບດິນ ມອບປ່າ ຂອງຣັຖບານ. ຕໍ່ມາປີ 2006 ອຳນາດການປົກຄອງ ແຂວງເຊກອງ ໄດ້ອະນຸຍາດ ໃຫ້ບໍຣິສັດ ຢາງພາຣາ ວຽດນາມ ສຳປະທານທີ່ດິນ ຢູ່ໃນເຂດບ້ານຢຶບ ແລະ ສັນຍາວ່າ ຈະໃຫ້ປະຊາຊົນ ເຮັດວຽກນໍາບໍຣິສັດ.
ໃນເບື້ອງຕົ້ນ ຊາວບ້ານອະນຸຍາດ ໃຫ້ບໍຣິສັດ ສຳປະທານ 42 ເຮັກຕາ, ແຕ່ໃນຕົວຈິງ ບໍຣິສັດ ບຸກເບີກເນື້ອທີ່ດິນເກີນ 163 ເຮັກຕາ ແລ້ວໄປກວມເອົາດິນສວນ ດິນນາຂອງຊາວບ້ານ ແລະ ຊາວບ້ານ ຮຽກຮ້ອງ ທີ່ດິນຂອງເຂົາເຈົ້າຄືນ.
ຫລັງຈາກທີ່ເຂົ້າເຈົ້າບໍ່ມີທີ່ຢູ່ທຳກິນມາໄດ້ຫລາຍປີ ຊາວບ້ານພຍາຍາມຮ້ອງທຸກ ຢູ່ຂັ້ນເມືອງ ແລະ ແຂວງຫລາຍຄັ້ງ. ຊາວບ້ານກ່າວວ່າ ໄປຫາເຈົ້າໜ້າທີ່ ຂັ້ນເມືອງ, ເຈົ້າໜ້າທີ່ເມືອງບອກວ່າ ໃຫ້ໄປຫາ ເຈົ້າໜ້າທີ່ ແຂວງ, ໃນເມື່ອໄປຫາ ເຈົ້າໜ້າທີ່ແຂວງ ເຈົ້າໜ້າທີ່ແຂວງ ກໍບອກໄປຫາເຈົ້າໜ້າທີ່ເມືອງ.
ຫລັງຈາກນັ້ນ ຊາວບ້ານຈຶ່ງພາກັນຂຶ້ນມາຮ້ອງທຸກ ສໍານັກງານນາຍົກຣັຖມົນຕຼີ ແລະ ສະພາແຫ່ງຊາດ.
• ໃນວັນທີ 6 ຕຸລາ 2011 ຕ່າງໜ້າໃຫ້ຊາວບ້ານຢຶບ ຄື ທ້າວ ສຸວັນ ຈຶ່ງໄດ້ໃຫ້ສຳພາດ ຕໍ່ຣາຍການລົມເລື້ອງຂ່າວ ຢູ່ນະຄອນຫຼວງ ວຽງຈັນ ໃນເວລານັ້ນ.
ອັນນັ້ນເປັນການສຳພາດຂອງ ທ. ສຸວັນ ກ່ຽວກັບການຄວາມເປັນມາ ບັນຫາຂໍ້ຂັດແຍ່ງທີ່ດິນ ບ້ານຢຶບ ທີ່ໄດ້ສຳພາດເອົາໄວ້ ໃນ ເວລານັ້ນ.
• ເດືອນກໍຣະກະດາ ປີ 2012 ຊາວບ້ານຢຶບ 7 ຄົນຖືກຈັບ: ຫລັງຈາກທີ່ຊາວບ້ານຂຶ້ນມາ ຢື່ນໜັງສືຕໍ່ຫ້ອງການ ສຳນັກງານນາຍົກຣັຖມົນຕຼີ ແລະ ສຳນັກນັກງານນາຍົກຣັຖມົນຕຼີ ມີໜັງສືແຈ້ງການໄປຫາ ແຂວງເຊກອງ ເພື່ອໃຫ້ແກ້ໄຂບັນຫາທີ່ດິນ ບ້ານຢຶບຢ່າງຂາດຕົວ.
ອຳນາດການປົກຄອງແຂວງເຊກອງ ບໍ່ໄດ້ແກ້ໄຂບັນຫາ ທີ່ດິນ ແຕ່ ໄດ້ສັ່ງຈັບຊາວບ້ານ 7 ຄົນ ຂັງຄຸກ ຢູ່ເມືອງທ່າແຕງ ເປັນເວລາ 15 ວັນ ຍ້ອນວ່າ ອຳນາດການປົກຄອງ ແຂວງເຊກອງ ໃນເວລາ ຮູ້ຂາຍຂາຍໜ້າ ບໍ່ພໍໃຈຊາວບ້ານ, ອີງຕາມຄຳເວົ້າ ຂອງຊາວບ້ານຄົນນຶ່ງ.
ເວລາຢູ່ໃນຄຸກ ຊາວບ້ານບາງຄົນ ໂດຍສະເພາະ ທ້າວ ສຸວັນ ກໍຖືກຈັບໃສ່ຄຸກມືດ ຍ່ຽວກັບບ່ອນ ຖ່າຍກັບບ່ອນ. ໃຫ້ ທ່ານ ໄປຟັງ ສຽງ ທ. ສຸວັນ ຫລັງຈາກທີ່ ລາວຖືກປ່ອຍ ອອກຄຸກມາ ແລະ ລາວໄດ້ໃຫ້ ສຳພາດ ເອົາໄວ້ໃນປີ 2012.
ສຸວັນ ກ່າວວ່າ: ແຕ່ວ່າ ເຂົ້າໃຫ້ກິນເຂົ້າ 8 ຄາບທໍ່ນັ້ນ 15 ວັນຫັ້ນນ່າ ເຂົາຂູ່ໃຫ້ເມືອເອົາເອກກະສານ ກົດໝາຍອີ່ຫຍັງໝົດເຂົາຄົ້ນເອົາ ຂັ້ນຢາກກິນເຂົ້າຕ້ອງຍອມເຂົາວ່ານະ ຂັ້ນສ້າງບົດບັນທຶກກະໃຫ້ເຊັນໄດ໋ ແຕ່ມີເອກກະສານ ກົດໝາຍ ອີ່ຫຍັງໝົດ ທັງເອກກະສານຮູບ ອີ່ຫຍັງເຂົາເອົາເມືອ ຖະຜອງຊູ່ມື້ນີ້ ເຂົາບໍ່ເອົາມາສົ່ງ.
ໃນເວລານັ້ນ ລາວ ຖືກໃສ່ກັບມືຂັດຫລັງ ແລະ ຖືກເຈົ້າໜ້າທີ່ຕຳຫລວດຕີ. ໂຕເອງເຂົາກະໃສ່ ກັບມືລະໄດ໋ ນຳປືນຕິດແອວນີ້ ເຂົາຈີ້ ເຈົ້າຕ້ອງມີຄົ້ນເອກສານ..ບໍ່ມີນ່າເອກກະສານນ່າ ມີເອກກະສານ ກົດໝາຍ ສິ່ງທີ່ນ້ອງຮູ້ກົດໝາຍ ຣັຖທຳມະນນູນ ມັນບໍ່ຢັ້ງຢືນ ໃຫ້ນ້ອງຜິດໄດ໋ຊູ່ມື້ນີ້ ແຕ່ວ່າ ນ້ອງເຊື່ອວ່າ ກົດໝາຍມີຜົນສັກສິດ ໂອຍໝໍນັ້ນເຕະ ເຕະໂຕກັບໃສ່ມືແມວຈົນເຊັດນ້ຳຕາ.
ຫລັງຈາກຖືກຂັງຄຸກຢູ່ 15 ວັນ ເຈົ້າໜ້າທີ່ຕຳຫລວດປ່ອຍຕົວອອກມາ ແລະ ປະຕິເສດວ່າ ບໍ່ໄດ້ມີການຈັບຕົວ. ເຂົາປ່ອຍລະພໍດີເຂົາເມືອສົ່ງ ກອງບັນຊາການ ເມື່ອສົ່ງຮອດເຮືອນ ລະປັບປຸງຈິດໃຈ ລະດຽວນີ້ ພວກເຮົາ ເຮັດຫັ້ນນ່າ ຢ່າຊິວ່າ ພວກເຮົາຈັບເຂົ້າຄຸກ ໃຫ້ຮ້ອງວ່າ ພວກເຮົານີ້ ພຽງສອບສວນຊື່ໆ ຫວິດພາຍຫລັງປ່ອຍຕົວນ້ອງ ມີການປະຕິເສດເລີຍນະ.
ການຖືກຂັງຄຸກ ແລະ ຖືກເຈົ້າໜ້າທີ່ຕຳຣວດຕີນັ້ນສົ່ງຜົນກະທົບ ຕໍ່ສະພາບຮ່າງກາຍ ແລະ ຈິດໃຈຂອງລາວ.
ແຕ່ອອກມາແຕ່ຄຸກຫັ້ນ ພໍດີປະມານ ຢູ່ເດືອນນຶ່ງ ຈຶ່ງຮູ້ສຶກວ່າ ມີອາການຢູ່ໃນຮ່າງກາຍ ເປັນວິນ ມື້ນຶ່ງມັນເປັນສອງເທື່ອ ເປັນວິນເປັນຫຍັງ ຈົນບາດເວລາມັນຂຶ້ນມາລົມບາດດຽວ ລົ້ມແບບສະບັ້ນໄດ໋ດົນໆ ຈັ່ງຮູ້ສຶກນະ
• ແຕ່ 2013 ໄປຫາ ປີ 2016 ຊາວບ້ານຍັງຄົງຍັງຮຽກຮ້ອງຂໍຄວາມເປັນທຳ:
ຫລັງຈາກຖືກປ່ອຍອອກຈາກຄຸກແລ້ວ, ນັບແຕ່ປີ 2013 ຈົນມາເຖີງປີ 2016 ຊາວບ້ານຢຶບ ຍັງຄົງເດີນທາງຂຶ້ນ ມາທ້ວງຖາມຄວາມ ຄືບໜ້າ ແລະ ຮຽກຮ້ອງໃຫ້ທັງສະພາແຫ່ງຊາດ ແລະຫ້ອງການ ສຳນັກງານ ນາຍົກຣັຖມົນຕຼີ ເລັ່ງແກ້ໄຂບັນຫາທີ່ດິນໃຫ້ເຂົາເຈົ້າ ໂດຍ ຊາວບ້ານຮຽກຮ້ອງ-ຢາກໄດ້ທີ່ດິນຂອງເຂົາເຈົ້າຄືນ ແຕ່ຖ້າບໍ່ໄດ້ ເຂົາເຈົ້າຂໍຍົກຍ້າຍ ໄປຢູ່ແຂວງຈຳປາສັກ.
ໃນເວລານັ້ນ ອຳນາດການປົກຄອງແຂວງເຊກອງ ໄດ້ສົ່ງເຈົ້າໜ້າທີ່ຕຳຣວດ ແລະ ທະຫານ ໄປຍາມ ແລະ ຕິດຕາມ ຄົນເຂົ້າຄົນອອກ ພາຍໃນບ້ານ ຢ່າງເຄັ່ງຄັດ ແລະ ນອກຈາກນີ້ ຍັງ ມີເຈົ້າໜ້າທີ່ຕຳຣວດ ຈາກໜ່ວຍງານສັນຕິບານແຂວງເຊກອງ ແລະ ກະຊວງປ້ອງກັນ ຄວາມສະຫງົບ ລົງມາກວດປະຈຳຢູ່ບ້ານດັ່ງກ່າວ ອີງຕາມຂໍ້ມູນຈາກປະຊາຊາຊົນ.
ໃນເດືອນ ກໍຣະກະດາ 2017 ຊາວບ້ານ 15 ຄົນ ຖືກຈັບ:
ຊາວບ້ານພາກັນໄປຢຶດເອົາທີ່ດິນ ສວນຢາງພາຣາ ຄືນຍ້ອນວ່າ ທາງການບໍ່ແກ້ໄຂບັນຫາໃຫ້ເຂົາເຈົ້າ.
ຊາວບ້ານຜູ່ເຫັນເຫດການ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ ເຈົ້າໜ້າທີ່ທະຫານ ແລະ ຕຳຣວດ ມີຈຳນວນຫລາຍ 10 ຄົນ ເຂົ້າມາຈັບຕົວຊາວບ້ານ 15 ຄົນ ໃນເວລານັ້ນ.
ຊາວບ້ານຖືກຈັບເປັນເວລາ 2 ປີ, ທາງການແຂວງເຊກອງ ຈຶ່ງເອົາເຂົາເຈົ້າມາຂຶ້ນສານ ແລະ ຕັດສິນຈຳຄຸກ ແຕ່ 2-6 ປີ ໃນຂໍ້ຫາ:
1.ການແບ່ງແຍກຄວາມສາມັກຄີ.
2.ການເຕົ້າໂຮມກຸ່ມຄົນສ້າງຄວາມປັ່ນປ່ວນ.
3. ການທຳລາຍຊັບສິນພົລເມືອງ.
4.ການທຳລາຍເຄື່ອງປູກຂອງຝັງ.
5.ການຂັດຂວາງການປະຕິບັດງານຂອງເຈົ້າໜ້າທີ່.
6. ການຫມິ່ນປະໝາດເຈົ້າໜ້າທີ່.
ຊາວບ້ານທີ່ຖືກສານຕັດສິນຈຳຄຸກ 6 ປີ ລວມມີ ທ້າວ ສຸວັນ, ທ້າວ ວິຄຳ, ທ້າວ ບຸນເຕັ້ຽ, ແລະ ທ້າວ ບຸນແລງ.
ສ່ວນວ່າຊາວບ້ານຄົນອື່ນໆ ທີ່ຖືກຕັດສິນລວມມີ ທ້າວ ບຸນສົດ ຖືກຕັດສິນຈຳຄຸກ 4 ປີ, ທ້າວ ສົນ ຖືກຕັດສິນຈຳຄຸກ 3 ປີ, ທ້າວ ບຸນແທ່ນ ແລະ ທ້າວ ໄນ ແລະ ທ. ບຸນໂປກ ຖືກຕັດສິນຈຳຄຸກຜູ້ລະ 2 ປີ.
ແຕ່ ຫລ້າສຸດ ທ້າວ ບຸນໂປກ ຖືກປ່ອຍຕົວ ວັນທີ 21 ກໍຣະກະດາ ປີ 2019 ທີ່ຜ່ານມາ ແລະ ຂໍ້ມູນຫລ້າສຸດ ກໍຄື ປັດຈຸບັນ ເຫລືອຊາວບ້ານຍັງຖືກງຂັງຄຸກຢູ່ 8 ຄົນ.
ປະຊາຊົນຜູ້ທີ່ຖືກ່າວຫາ ບໍ່ມີສິດທີ່ຈະເຂົ້າເຖີງຂະບວນການຍຸຕິທັມ ໂດຍສະເພາະ ການເຂົ້າເຖີງທະນາຍຄວາມ ຫລື ຜູ້ປົກປ້ອງສິດ ຂອງເຂົາເຈົ້າ ຕາມຂະບວນການຍຸຕິທັມ.
ເຈົ້າໜ້າທີ່ຜູ້ປະຕິບັດ ກົດໝາຍ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີວ່າ: ທໍາມະດາ ຕ້ອງມີບຸກຄົນ ທີ່ເປັນຜູ້ປົກປ້ອງສິດ ຜູ້ຕ້ອງຫາ ແລະ ທະນາຍຄວາມ ຜູ້ຖືກຫາ ຄໍາພິພາກສາ ກໍຕ້ອງໃຫ້ຜູ້ທີ່ຖືກຫາທັງໝົດ ເພື່ອໃຫ້ເຂົາເຈົ້າຮັບຮູ້ ຫັ້ນນ່າ ຕາມຫລັກການຂອງມັນ.
ນອກຈາກນີ້ ນັກກົດໝາຍອີກທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະສຽງ ໄດ້ກ່າວຕໍ່ເອ ເຊັຽເສຣີ ວ່າ:
ການຕັດສິນຈຳຄຸກປະຊາຊົນທີ່ລຸກຂື້ນ ປົກປ້ອງແຜ່ນດິນເກີດຕົນເອງຈາກການ ມາ ຂອງທຶນຕ່າງຊາດມັນ ສະແດງ ໃຫ້ເຫັນຢ່າງຊັດເຈນວ່າ ເປັນການລະເມີດກົດໝາຍ ແລະ ສິດທິມະນຸດຢ່າງເປີດແປນ ການຕັດສິນຈຳຄຸກ ແລະ ໃສ່ຂໍ້ກ່າວຫາທາງດ້ານການເມືອງ.