ຜູ້ປົກຄອງນັກຮຽນ ບໍ່ສະບາຍໃຈ ທີ່ຄຣູໃຊ້ຄວາມຮຸນແຮງ ຕໍ່ນັກຮຽນ
2022.10.28
ຜູ້ປົກຄອງແລະນັກຮຽນຫຼາຍຄົນ ບໍ່ສະບາຍໃຈ ທີ່ນາຍຄຣູດຶງເສື້ອ ແລະບັງຄັບນັກຮຽນ ໄປຫ້ອງການໂຮງຮຽນ ດ້ວຍການໃຊ້ຄວາມຮຸນແຮງ ຈາກກໍຣະນີ ຜູ້ໃຊ້ເຟສບຸກຄ໌ “ນະໂມຕະສະ ພະຄະວະໂຕ” ໂພສຕ໌ ຄລິບວິດິໂອ ພ້ອມລະບຸວ່າ ນາຍຄຣູ ຢູ່ໂຮງຮຽນ ມສ ລ້ອງຊານ ເມືອງລ້ອງຊານ ແຂວງໄຊສົມບູນ ດຶງເສື້ອນັກຮຽນຈົນຂາດ ແລະທໍາຮ້າຍຮ່າງກາຍນັກຮຽນ ພ້ອມທັງບັງຄັບໃຫ້ນັກຮຽນ ໄປຫ້ອງການປົກຄອງຂອງໂຮງຮຽນ ຍ້ອນນັກຮຽນຄົນດັ່ງກ່າວ ໄດ້ເປົ່າໝາກຫວີດ ໃນເວລາເລີກຮຽນ.
ພາຍຫຼັງຄລິບດັ່ງກ່າວ ໄດ້ຖືກເຜີຍແຜ່ລົງທາງເຟສບຸກຄ໌ ກໍມີຊາວລາວຈໍານວນຫຼາຍຄົນ ມາສະແດງຄວາມຄິດເຫັນ ຫຼາກຫຼາຍຄວາມຄິດເຫັນ, ເຊິ່ງສ່ວນໃຫຍ່ ເຫັນວ່າ ອາຈານ ບໍ່ຄວນດຶງເສື້ອນັກຮຽນແບບນັ້ນ ຍ້ອນເປັນການໃຊ້ຄວາມຮຸນແຮງ ທີ່ລະເມີດສິດທິເດັກນ້ອຍ ເຖິງແມ່ນວ່າ ນັກຮຽນຄົນນັ້ນຈະເຮັດກໍຕາມ ແຕ່ກໍບໍ່ຄວນໃຊ້ຄວາມຮຸນແຮງ ຄວນລົມກັນກັບນັກຮຽນກ່ອນ ແລ້ວພາໄປຫ້ອງປົກຄອງຂອງໂຮງຮຽນ ເພື່ອຫາທາງແກ້ໄຂບັນຫານໍາກັນ, ອີງຕາມຄວາມເວົ້າ ຂອງຜູ້ປົກຄອງນັກຮຽນທ່ານນຶ່ງ ຢູ່ນະຄອນຫຼວງວຽງຈັນ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 28 ຕຸລານີ້ວ່າ:
“ບາງຄົນເຫັນມາຄອມເມັ້ນ ກໍວ່າ ອັນອີສັງກໍ ມັນມີຕົ້ນປາຍສາເຫດວ່າ ອ່າບາງທີນັກຮຽນ ອັນບໍ່ໃຫ້ເຄົາຣົບອາຈານ ເຄົາຣົບຫຼືບໍ່ເຄົາຣົບກະ ສິດທິຂອງນັກຮຽນ ແຕ່ຫາກຄັນຊິເວົ້າແລ້ວນັກຮຽນກໍບໍ່ຖືກ ຖ້າວ່າ ບໍ່ເຄົາຣົບເນາະ ແຕ່ວ່າມີຫຍັງກໍ ເຮົາເປັນຜູ້ໃຫຍ່ ເປັນອາຈານກະຕ້ອງ ຖ້າບໍ່ເຮັດບໍ່ຖືກ ກໍເອີ້ນຂຶ້ນຫ້ອງການຫັັ້ນແຫຼະ ກໍບໍ່ຄວນລົງໄມ້ລົງມືຫັ້ນແຫຼະ ໃຊ້ຄວາມແຮງຈັ່ງຊີ້ ມັນກໍບໍ່ຖືກຫັ້ນແຫຼະ ເວົ້າວ່ານ່າ ເຮົາເປັນຜູ້ໃຫຍ່ ເປັນອາຈານເນາະ ຄຣູອາຈານກໍບໍ່ຈັກເດ້ ມາຕີມາດຶງເນາະ ເດັກມັນກໍສູ້ຄືນ.”
ນອກຈາກນີ້ ຜູ້ປົກຄອງນັກຮຽນອີກຄົນນຶ່ງ ກໍມີທັສນະຕໍ່ເຫດການດັ່ງກ່າວ ວ່າ ການດຶງເສື້ອນັກຮຽນຂາດນັ້ນ ເປັນການກະທໍາທີ່ບໍ່ຄວນເຮັດໃນຍຸກສມັຍນີ້ ເນື່ອງຈາກ ເປັນຍຸກທີ່ບໍ່ໃຊ້ຄວາມຮຸນແຮງລົງໂທດນັກຮຽນ ທີ່ເຮັດຜິດລະບຽບໂຮງຮຽນ ຄືສມັຍກ່ອນແລ້ວ ອີກທັງ ແມ້ແຕ່ໂຕຜູ້ປົກຄອງຈໍານວນນຶ່ງ ກໍບໍ່ນິຍົມໃຊ້ຄວາມຮຸນແຮງນໍາລູກ ດ້ວຍການດຶງ, ການບັງຄັບ ໃນສິ່ງທີ່ລູກບໍ່ຕ້ອງການນໍາດ້ວຍ ຍ້ອນເດັກນ້ອຍ ຈະໄດ້ຮັບຄວາມຮຸນແຮງທາງຮ່າງກາຍ ແລະຈິຕໃຈໄປພ້ອມກັນ.
ດັ່ງຜູ້ປົກຄອງນັກຮຽນ ຢູ່ນະຄອນປາກເຊ ແຂວງຈໍາປາສັກ ກ່າວໃນມື້ດຽວກັນນີ້ວ່າ:
“ເອື້ອຍເປັນແມ່ຫັ້ນນ່າເນາະ ແບບຖ້າວ່າ ຜູ້ປົກຄອງເຫັ້ນຫັ້ນນ່າ ມັນກໍແບບວ່າບໍ່ພໍໃຈເນາະ ທີ່ວ່າ ມາເຮັດໃຫ້ລູກເຮົາແບບນັ້ນແຫຼະນ່າ ແທນທີ່ທາງໂຮງຮຽນ ມັນກໍຕ້ອງມີກົດລະບຽບ ແຕ່ລະບຽບແຕ່ລະໂຮງຮຽນຢູ່ແລ້ວເນາະ ແບບນັ້ນ ຄືແບບປານໄລ່ຕີລູກໂຕເອງ ລູກໂຕເອງ ຄັນວ່າພໍ່ແມ່ ກໍບໍ່ໄດ້ໄລ່ຕີລູກໂຕເອງ ປານນັ້ນຫັ້ນນ່າ ຄັນຊິເວົ້າແລ້ວ ຖ້າເຫັນແບບນັ້ນ ມັນຄືສມັຍແຕ່ກີ້ ແບບທີ່ວ່າຍັງໃຊ້ລົງໂທດນັກຮຽນ ແບບຊັ້ນຫັ້ນນ່າ.”
ທາງດ້ານນັກຮຽນ ຢູ່ແຂວງຫຼວງພຣະບາງ ກໍເຫັນວ່າ ປັດຈຸບັນ ຍັງພົບເຫັນໂຮງຮຽນບາງແຫ່ງ ພາຍໃນແຂວງຫຼວງພຣະບາງ ທີ່ນາຍຄຣູມັກໃຊ້ຄວາມຮຸນແຮງກັບນັກຮຽນ ເປັນຕົ້ນ ໃຊ້ໄມ້ຕີນັກຮຽນ ພ້ອມທັງເອີ້ນໄປຫ້ອງການຂອງໂຮງຮຽນ ເພື່ອຕັດຄະແນນຄຸນລັກສະນະ 5-10 ຄະແນນ ຈາກຄະແນນເຕັມ 300 ຄະແນນ ແລະໂຕເອງຄິດວ່າ ຄວນເອີ້ນໄປຕັດຄະແນນ ແລະລົມກັນດ້ວຍເຫດຜົລຊື່ໆ ບໍ່ຄວນໃຊ້ຄວາມຮຸນແຮງ.
ດັ່ງນັກຮຽນຊັ້ນ ມ.4 ຈາກແຂວງຫຼວງພຣະບາງ ກ່າວໃນມື້ດຽວກັນນີ້ວ່າ:
“ມັນກໍບໍ່ສົມຄວນປານນັ້ນ ໂຮງຮຽນນ້ອງ ກໍມີແຕ່ເອີ້ນຂຶ້ນໄປຫ້ອງການ ໄປເວົ້າກັນດີໆ ເຮັດໄປສໍາຣວດບໍ ຈັ່ງຊີ້ກໍໄດ້ຢູ່ ບໍ່ຄວນໄປທໍາຮ້າຍຮ່າງກາຍ ມັນເຈັບຈັ່ງຊີ້ນ່າ ມັນກໍຊິຂີ້ຢ້ານ ຍັງນ້ອຍຢູ່ ເຮົາກໍມີຄວາມຮູ້ສຶກ ວ່າຢ້ານກົວ.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຂອງເມືອງລ້ອງຊານ ຊີ້ແຈງວ່າ ນາຍຄຣູ ທີ່ດຶງເສື້ອນັກຮຽນຈົນຂາດ ແລະບັງຄັບໃຫ້ນັກຮຽນໄປຫ້ອງການນັ້ນ ບໍ່ໄດ້ເປັນໄປຕາມດັ່ງທີ່ ຫາງສຽງໃນສື່ສັງຄົມອອນລາຍນ໌ ໄດ້ພາກັນສະແດງຄວາມຄິດເຫັນ ແຕ່ນາຍຄຣູຕ້ອງການຈັບມືຂອງນັກຮຽນ ໄປຫ້ອງການໂຮງຮຽນ ຍ້ອນນັກຮຽນຄົນດັ່ງກ່າວ ເປົ່າໝາກຫວີດໃນເວລາເຂົ້າຮຽນ ແຕ່ນາຍຄຣູ ຈັບບໍ່ຖືກມືຂອງນັກຮຽນ ແຕ່ໄປຈັບຖືກເສື້ອແທນ ຈຶ່ງເຮັດໃຫ້ເສື້ອຂອງນັກຮຽນຜູ້ນັ້ນຫຼຸດອອກ ດັ່ງທີ່ເຫັນໃນຄລິບ ແລະເກີດເຫດການດັ່ງກ່າວຂຶ້ນ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂອງເມືອງລ້ອງຊານ ແຂວງໄຊສົມບູນ ກ່າວໃນມື້ດຽວກັນນີ້ວ່າ:
“ໂຕຈິງຫັ້ນນ່າ ນັກຮຽນເອົາໂຕເປົ່າເຊັຽ ເຊັຽກິລາ ຄືກິລາບານໂລກນີ້ນ່າ ມາເປົ່າຣົບກວນຫ້ອງ ແລ້ວກໍບໍ່ໄດ້ເຂົ້າໃນຫ້ອງອີກນ່າ ມັນນອກລະບຽບ ແລ້ວປ້ອງກັນໂຮງຮຽນມາວ່າ ໃຜສັ່ງເຈົ້າມາເປົ່າຢູ່ນີ້ ໃຜໃຫ້ເຈົ້າມາຣົບກວນແນວນີ້ ຣົບກວນເຂົາເຂົ້າຮຽນ ແລ້ວສູ່ມາເປົ່າຈັ່ງຊີ້ເດີ້ ຈັບມືເພິ່ນ ມາອະທິບາຍຢູ່ຫ້ອງ ວ່າໃຜໃຫ້ເຈົ້າໄປເຮັດແນວນີ້ຊື່ໆ ຈັບບໍ່ໄດ້ມື ຈັບໄດ້ເສື້ອ ແລ້ວເດັກນ້ອຍດຶງອອກ ເດັກນ້ອຍແກ້ເສື້ອອອກ ແລ້ວມີແຕ່ແນວນັ້ນຊື່ໆນ່າ ບໍ່ໄດ້ຕີກັນນ່າ.”
ຫຼ້າສຸດນາຍຄຣູ ແລະຜູ້ປົກຄອງຂອງນັກຮຽນ ທີ່ຢູ່ໃນເຫດການດັ່ງກ່າວ ກໍໄດ້ເຂົ້າມາພົບກັບຜູ້ອໍານວຍການໂຮງຮຽນ ມສ ລ້ອງຊານ ແລະໄດ້ເຂົ້າໃຈກັນແລ້ວ ວ່າສາເຫດເກີດມາຈາກຫຍັງ ນາຍຄຣູ ກໍສາມາດເຂົ້າຫ້ອງສອນໄດ້ຕາມປົກກະຕິ ສ່ວນນັກຮຽນ ກໍສາມາດເຂົ້າຮຽນໄດ້ປົກກະຕິເຊັ່ນກັນ.
ດັ່ງທ່ານເຈົ້າໜ້າທີ່ ທ່ານດຽວກັນນີ້ ກ່າວຕື່ມວ່າ:
“ຫຼ້າສຸດ ພໍ່ແມ່ບໍ່ໄດ້ເວົ້າຫຍັງຫັ້ນນ່າ ມີແຕ່ວ່າ ເຂົາປ່ອຍແຫຼະ ປ່ອຍແນວນັ້ນເໝິດ ແລ້ວກໍແລ້ວແນວນັ້ນໝົດຫັ້ນນ່າ ບໍ່ມີຕີກັນ ບໍ່ໄດ້ຈັບໄມ້ແສ້ ບໍ່ໄດ້ຍັດກໍ້າປັ້ນໃສ່ກັນນ່າ ບໍ່ໄດ້ເຮັດຫຍັງໃສ່ຊໍ້ານ່າ ມີແຕ່ວ່າຈັບເສື້ອ ລະແລ່ນໜີ ນັກຮຽນແກ້ເສື້ອ ເລີຍນາຍຄຣູໄປຫ້ອງການ ໄປອະທິບາຍໃຫ້ຜູ້ອໍານວຍການ ຄະນະໂຮງຮຽນວ່າ ຜູ້ໃດໃຫ້ເຈົ້າມາເປົ່າແນວນີ້ເດ້ ແລ້ວນັກຮຽນຢ້ານ ນັກແລ່ນໜີແກ້ເສື້ອເລີຍ.”
ຢ່າງໃດກໍຕາມ ການໃຊ້ຄວາມຮຸນແຮງທຸກຮູບແບບ ຕໍ່ແມ່ຍິງແລະເດັກນ້ອຍ ແມ່ນເປັນສິ່ງທີ່ຮັບບໍ່ໄດ້ ແລະມີກົດໝາຍ ວ່າດ້ວຍການສະກັດກັ້ນ ແລະຕ້ານການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງແລະເດັກນ້ອຍ ປີ 2014 ຕາມມາດຕຣາ 13-16 ທີ່ລະບຸຄວາມຮຸນແຮງມີ 4 ປະເພດ ຄື: ຄວາມຮຸນແຮງທາງດ້ານຮ່າງກາຍ, ທາງຈິຕໃຈ, ທາງເພດ ແລະ ທາງຊັບສິນ ເຊິ່ງແມ່ຍິງແລະເດັກນ້ອຍຜູ້ໃດກໍຕາມ ທີ່ຜະເຊີນກັບຄວາມຮຸນແຮງດັ່ງກ່າວນັ້ນ ມີສິດໃນການຮ້ອງຂໍຄວາມຊ່ອຍເຫຼືອ ຈາກສັງຄົມ ເພື່ອຊອກວິທີແກ້ໄຂ ຄວາມຮຸນແຮງທຸກຮູບແບບ.