ພະນັກງານ ນ້ຳປະປາ ຈຳນວນນຶ່ງ ບໍ່ໄດ້ເງິນເດືອນ
2022.10.29

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ຄົບຮອບ 23 ປີ ຂະບວນການ ນັກສຶກສາ 26 ຕຸລາ, ຈີນ ສັມປະທານ ນ້ຳຕົກ ຄອນພະເພັງ, ພະນັກງານ ຣັຖວິສາຫະກິຈ ນ້ຳປະປາ ແຂວງຈຳປາສັກ ຈຳນວນນຶ່ງ ບໍ່ໄດ້ເງິນເດືອນ ຫຼາຍເດືອນແລ້ວ ແລະ ຂ່າວອື່ນໆ.
ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:
ກ່ຽວກັບ ຂ່າວ “ພະນັກງານ ຣັຖວິສາຫະກິຈ ນ້ຳປະປາ ແຂວງຈຳປາສັກ ຈຳນວນນຶ່ງ ບໍ່ໄດ້ເງິນເດືອນ ຫຼາຍເດືອນແລ້ວ”
“ບໍລິສັດ ນໍ້າປະປາ ແຂວງຈໍາປາສັກ ບໍ່ໄດ້ເບີກເງິນເດືອນ ໃຫ້ພະນັກງານ ແລະ ກັມມະກອນ ມາເປັນເວລາ 8 ເດືອນແລ້ວ, ແຕ່ພວກເຂົາເຈົ້າ ບໍ່ກ້າຟ້ອງ ເພາະຖືກຂູ່ວ່າ ຊິໄລ່ອອກ, ສນັ້ນ ທາງພັກລັດ ຄວນເຫັນໃຈ ເຂົາເຈົ້າແດ່..”
“ເປັນຍອ້ນ ສາເຫດໃດ ຕ້ອງຄົ້ນຫາເຫດແລະຜົນ ເພາະ ດີຕົນພະນັກງານ ຜູ້ຫາເຊົ້າກິນຄໍ່າ ຄວນເບິ່ງຄືນ ພາກສວ່ນທີ່ກ່ຽວຂອ້ງ, ກໍດຽວວ່າ ຜູ້ໃຊ້ ນ້ຳປະປາ ມີຂໍ້ຜູກຂາດ ທັງບ້ານເມືອງ ຖ້າໃຜ ບໍຈ່າຍຄ່ານ້ຳເກີນ 2 ເດືອນ ທາງບໍລິສັດ ນໍ້າປະປາ ຈະສັ່ງອັດນ້ຳທັນທີ ເຮັດຈັ່ງໃດ ຈິ່ວ່າບໍ່ມີເງີນຈ່າຍ ພະນັກງານ ມັນແມ່ນແທ້ບໍ?”
…
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)
ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!