ເຣື້ອງທີ່ເກັບບັນທຶກໄວ້
2022-09-27
ກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 77 ຂອງສະຫະປະຊາຊາຕ ທີ່ນະຄອນນິວຢ໊ອກ ຄະນະຜູ້ແທນພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ມີໂອກາດໄດ້ເຂົ້າຮ່ວມ ແລະທັງໄດ້ຈັດກອງປະຊຸມ ນອກເວທີໃຫຍ່ 2 ຄັ້ງ, ປະເມີນບົດຣາຍງານ ຂອງ ສປປ ລາວ ວ່າເປັນຣາຍງານດອກໄມ້.
2022-09-27
ຣົຖຕູ້ ທີ່ມີຄົນງານລາວ 11 ຄົນ ໄດ້ເກີດອຸບັດຕິເຫດ ຕຳທ້າຍຣົຖ 10 ລໍ້ ຢູ່ແຂວງຣະຍອງ ປະເທໄທຍ ເຮັດໃຫ້ມີຜູ້ເສັຽຊີວິຕ 3 ຄົນ, ສ່ວນວ່າສາເຫດ ຂອງອຸບັດຕິເຫດ, ຄ່າຊົດເຊີຍ ໃຫ້ຜູ້ທີ່ໄດ້ຮັບບາດເຈັບ ແລະເສັຽຊີວິຕນັ້ນ ຍັງຢູ່ໃນຂັ້ນຕອນ ການດຳເນີນງານ.
2022-09-27
ປະເທດລາວ ຂາດດຸນການຄ້າ 166 ລ້ານໂດລ້າຣ໌ສະຫະຣັຖ ເຊິ່ງມູນຄ່າການສົ່ງອອກ ມີປະມານ 427 ລ້ານ ໂດລ້າຣ໌ ສະຫະຣັຖ ໃນຂະນະທີ່ການນຳເຂົ້າ ມີຈຳນວນ 593 ລ້ານ ໂດລ້າຣ໌ສະຫະຣັຖ ແລະສິນຄ້າ ທີ່ນຳເຂົ້າ ຈາກຕ່າງປະເທດ ຍິ່ງມີລາຄາສູງຂຶ້ນ ຢ່າງຕໍ່ເນື່ອງ.
2022-09-27
ຊາວບ້ານຈຳນວນຫຼາຍ ຄອບຄົວທີ່ຖືກຜົລກະທົບ ໂຄງການກໍ່ສ້າງເຂື່ອນ ເຊກອງຕອນລຸ່ມ ເອ ໃນເມືອງສນາມໄຊ ແຂວງອັດຕະປື ຍັງລໍຖ້າຮັບເງິນຊົດເຊີຍ ເນື່ອງຈາກຊາວບ້ານ ໄດ້ສູນເສັຽຊັພສິນ ແລະທີ່ດິນທຳການກະເສຕໃຫ້ກັບໂຄງການໄປແລ້ວ ແຕ່ປັດຈຸບັນ ຍັງບໍ່ທັນມີທ່າທີວ່າ ໂຄງການດັ່ງກ່າວ ຈະມອບເງິນຊົດເຊີຍໃຫ້.
2022-09-27
ການຊ່ອຍເຫຼືອ ປະຊາຊົນທີ່ຖືກນ້ຳຖ້ວມ ຢູ່ແຂວງອຸດົມໄຊ ຍັງຖືວ່າຫຼ້າຊ້າ ພໍສົມຄວນ ເນື່ອງຈາກ ອຸປກອນ ໃນການປຸກສ້າງ ແລະສ້ອມແປງ ພື້ນຖານໂຄງຮ່າງ ບໍ່ພຽງພໍ ທາງການລາວ ຈຶ່ງໄດ້ຕັດໄມ້ ມາສ້າງຕູບນ້ອຍ ສຳລັບໃຊ້ເປັນບ່ອນພັກ ໃຫ້ແກ່ປະຊາຊົນຊົ່ວຄາວ ຂະນະທີປະຊາຊົນ ກໍຍັງບໍ່ເຫັນຄວາມຫວັງ ໃນການຟື້ນຟູຊີວິຕເທື່ອ.
2022-09-26
ວັນຄຸມກໍາເນີດ ສາກົລທຸກປີ ເປັນວັນທີ່ ສ້າງຈິຕສໍານຶກ ກ່ຽວກັບການຄຸມກໍາເນີດ, ຄວາມເຂົ້າໃຈ ໃນການຕັດສິນໃຈ ກ່ຽວກັບການ ສ້າງຄອບຄົວ ແລະການວາງແຜນ ຄອບຄົວໃນອະນາຄົຕ ຂະນະທີ່ ສປປ ລາວ ຍັງມີບັນຫາ ການຄຸມກຳເນີດ ທີ່ບໍ່ທົ່ວເຖິງ ໂດຍສະເພາະ ກຸ່ມແມ່ຍິງ ຜູ້ທຸກຍາກ ແລະ ຍາກຕໍ່ການເຂົ້າເຖິງ ການຄຸມກຳເນີດ.
2022-09-26
ມີການລັກຂົນສົ່ງແຮ່ທາຕ ເພື່ອອອກໄປປະເທດວຽດນາມ ແຕ່ຖືກກວດພົບ ແລະຖືກຍຶດໄວ້ໄດ້ກ່ອນ ໂດຍຄົນຂັບຣົຖບັນທຸກ ທະບຽນວຽດນາມ ປະຕິເສດການເປັນເຈົ້າຂອງ ແລະໃຫ້ເຫດຜົລວ່າ ເປັນພຽງຄົນຂັບຣົຖ ຕາມການຈ້າງເທົ່ານັ້ນ ໃນຂະນະທີ່ປະຊາຊົນລາວ ຢາກເຮັດບົດລົງໂທດ ທີ່ຈິງຈັງຕໍ່ກັບບັນຫາເຫຼົ່ານີ້.
2022-09-26
ຮອງນາຍົກ ສປປ ລາວ ໄດ້ກ່າວຄໍາເຫັນ ຕໍ່ກອງປະຊຸມ ສະມັດຊາໃຫຍ່ ຄັ້ງທີ 77 ຂອງສະຫະ ປະຊາຊາຕ ໂດຍເວົ້າເຖິງ ຫຼາຍບັນຫາ ຮວມທັງຜົລກະທົບ ຂອງໂຄວິດ-19 ຕໍ່ການພັທນາ ເສຖກິຈ-ສັງຄົມ ຂອງລາວ ຂະນະທີ່ ປະຊາຊົນ ບໍ່ໄດ້ໃຫ້ຄວາມສົນໃຈ ປານໃດ.
2022-09-26
ຄົນງານຍັງ ເຂົ້າໄປເຮັດວຽກຢູ່ໄທຍ ຢ່າງຕໍ່ເນື່ອ ເພາະວ່າຢູ່ລາວ ຫາວຽກເຮັດ ງານທຳຍາກ ຈຶ່ງເປັນສາເຫດນຶ່ງ ທີ່ຄົນງານລາວ ສືບຕໍ່ໄປເຮັດວຽກ ຢູ່ປະເທດໄທຍ ເພີ່ມຂຶ້ນໃນປັຈຸບັນ ໂດຍຜ່ານ MOU ຈຳນວນ 200,000 ປາຍຄົນແລ້ວ.
2022-09-26
ນາຍຕໍາຣວດ 11 ຄົນ ທີ່ເຮັດຜິດ ກົດລະບຽບ ກະຊວງ ປ້ອງກັນຄວາມສງົບ ຄືສໍ້ຣາສບັງຫລວງ ຖືກລົງໂທດ ໂດຍປົດຈາກຕໍາແໜ່ງ, ໂຍກຍ້າຍບ່ອນປະຈໍາການ, ໂຈະການຍ້ອງຍໍ ແລະການເລື່ອນຊັ້ນ ຂະນະທີ່ ປະຊາຊົນຄິດວ່າ ເປັນເຣື່ອງດີ ທີ່ສາມາດປະຕິບັດໄດ້ ແລະຂໍໃຫ້ເທົ່າທຽມກັນ.
2022-09-26
ການຂັດແຍ້ງ ລະຫວ່າງ ຣັຖບານ ແລະ ຝ່າຍແນວລາວ ກໍຍັງມີຢູ່ຕໍ່ໄປ ເຖິງແມ່ນວ່າ ຈະມີການປະຊຸມເຈຣະຈາກັນ ແລ້ວກໍຕາມ.
2022-09-25
ສປປລາວ ມີປະຊາທິປະໄຕ ແບບຂອງລາວ, ຫຼວງພຣະບາງ ຫ້າມເກັບ ຄ່າທຳນຽມ ເຂົ້າໂຮງຮຽນ, ບັນຫາ ຄົນແອບອ້າງ ແລ່ນເອົາເຂົ້າ ເປັນຣັຖກອນ.
2022-09-24
ທ່ານ ຮຸນ ມາເນ່ ລູກຊາຍຂອງທ່ານ ຮຸນ ເຊນ ຜູ້ນໍາກັມພູຊາ ປະຕິເສດວ່າບໍ່ມີສ່ວນ ກ່ຽວຂ້ອງ ກັບຂໍ້ຕົກລົງທີ່ດິນ ຊຶ່ງມີການຂັດແຍ່ງ ແຕ່ນັກເຄື່ອນໄຫວ ເພື່ອສິ່ງແວດລ້ອມ ເວົ້າວ່າ ທ່ານມີຄວາມຜູກພັນ ກັບບໍຣິສັດ ທີ່ຢູ່ເບື້ອງຫລັງ ແຜນການພັທນາ ປ່າໄມ້ອັນມີຄຸນຄ່າສູງ.
2022-09-24
ຄວາມທຸກຍາກ, ບໍ່ສເມີພາບ ແລະ ດ້ອຍໂອກາດໃນສັງຄົມ ເປັນບັນຫາທ້າທາຍ ຕໍ່ການແກ້ໄຂ ຄວາມທຸກຍາກ ໃນສປປລາວ, ຊຶ່ງສົ່ງຜົລໃຫ້ໂຕເລຂ ລົບລ້າງຄວາມທຸກຍາກ 4 ປີຜ່ານມາ ບໍ່ໄດ້ເຖິງເຄິ່ງນຶ່ງ.
2022-09-23
ຄະນະກັມມາທິການ ແມ່ນໍ້າຂອງ ຫຼື Mekong River Commission (MRC) ໄດ້ຈັດການປະຊຸມ ຄະນະກັມມະການ ກຳກັບການດຳເນີນໂຄງການ ຮ່ວມມືລະຫວ່າງ ໄທຍ-ລາວ ວ່າດ້ວຍການເດີນເຮືອ ໃນແມ່ນໍ້າຂອງ ຈາກຫຼວງພຣະບາງ ໄປຫາຄອນພະເພັງ ໂດຍມີຜູ້ແທນ ຈາກປະເທດລາວ ແລະປະເທດໄທຍ ເຂົ້າຮ່ວມ.