ວັນທີ່ 26 ກັນຍາ ຂອງທຸກປີ ຖືກກໍານົດໃຫ້ເປັນວັນ ຄຸມກໍາເນີດສາກົລ ເພື່ອສ້າງຈິຕສໍານຶກ ກ່ຽວກັບການຄຸມກໍາເນີດ ແລະເພື່ອເຮັດໃຫ້ຄູ່ຜົວ-ເມັຍ ມີຄວາມເຂົ້າໃຈ ໃນການຕັດສິນໃຈ ກ່ຽວກັບການສ້າງຄອບຄົວ ແລະການວາງແຜນ ໃນອະນາຄົຕຂອງເຂົາເຈົ້າ, ຂະນະທີ່ວຽກງານ ການເຂົ້າເຖິງ ການບໍຣິການຢາ ຄຸມກໍາເນີດໃນລາວ ໂດຍສະເພາະ ຢູ່ແຂວງອຸດົມໄຊ, ແຂວງຫົວພັນ ແລະແຂວງສວັນນະເຂດ ໃນປັດຈຸບັນນີ້ ຍັງພົບສິ່ງທ້າທາຍ ຂາດອຸປກອນ, ຢາຄຸມກໍາເນີດ ເຊັ່ນ ຢາເມັດ, ຢາຝັງ, ຢາສັກ ແລະຖົງຢາງອະນາມັຍ ເພື່ອບໍຣິການໃຫ້ແມ່ຍິງຊົນເຜົ່າ ແລະແມ່ຍິງລາວ.
ສະເພາະຢູ່ແຂວງຫົວພັນ ຕັ້ງແຕ່ເດືອນມິຖຸນາ ເປັນຕົ້ນມາ ໄດ້ເກີດສະພາບ ຂາດຢາຄຸມກໍານເນີດທຸກຊະນິດ ທັງຢາຄຸມກໍາເນີດແບບເມັດ (ຊະນິດຮໍໂມນດຽວ ແລະຊະນິດຮໍໂມນຮວມ), ຂາດຫ່ວງຄຸມກໍາເນີດ, ຂາດຢາຝັງຄຸມກໍາເນີດ, ຂາດຢາສັກຄຸມກໍາເນີດ ແລະຂາດຖົງຢາງອະນາມັຍ ຍ້ອນສູນກາງ ອາຈບໍ່ມີງົປມານ ໃນການຈັດສົ່ງຢາ, ແລ້ວອາຈເຮັດໃຫ້ແມ່ຍິງ ທີ່ຄຸມກໍາເນີດຢູ່ ຈະຖືພາທັນທີ ຫາກຂາດຢາຄຸມກໍາເນີດ ຊະນິດຕ່າງໆ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນແຂວງຫົວພັນ ຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ່ 26 ກັນຍາ ນີ້ວ່າ:
“ກິນ ໂດຍສະເພາະແມ່ນປະສົມ ດຽວນີ້ຢາກໍຂາດຢູ່ຫົວພັນ ບໍ່ແມ່ນສະເພາະຫົວພັນ ທົ່ວປະເທດແຫຼະຂາດ ມັນຂາດແຕ່ສູນ ເພາະວ່າເພິ່ນເຮັດແຜນ ຈະແຈກຢາຍແລ້ວ ແຕ່ວ່າ ເພິ່ນເວົ້າເຣື່ອງແຜນ ເຣື່ອງງົປມານໃນການຂົນສົ່ງນີ້ຕິເບາະ ແມ່ນຍັງແຕ່ຫ່ວງຄຸມນໍາເນີດ ສ່ວນສໍາລັບອື່ນໆແມ່ນຂາດເບິດ ກະຢ້ານວ່າຢູ່ເດີ້ ກໍສ່ຽງກັບການຖືພາອີກຫັ້ນແຫຼະ.”
ຍານາງກ່າວຕື່ມວ່າ ແມ່ຍິງຊົນເຜົ່າພາຍໃນແຂວງຫົວພັນ ຈະບໍ່ນິຍົມໃຊ້ການຄຸມກໍາເນີດ ແບບໃສ່ຫ່ວງ ເນື່ອງຈາກ ມີຄວາມອາຍທີ່ຈະເປີດຊ່ອງຄອດ ໃຫ້ທີມແພດໃສ່ຫ່ວງຄຸມກໍາເນີດໃຫ້, ຂະນະທີ່ ການຄຸມກໍາເນີດ ແບບໃສ່ຫ່ວງນັ້ນ ແມ່ນເປັນການຄຸມກໍາເນີດ ທີ່ຄຸ້ມກັນການຖືພາ ໄດ້ 10-12 ປີ ແຕ່ແມ່ຍິງຊົນເຜົ່າ ກໍບໍ່ຕ້ອງການ ໃສ່ຫ່ວງຄຸມກໍາເນີດ ຍ້ອນຍັງຕ້ອງໄດ້ເສັຍຄ່າ ບໍຣິການຄ່າເຄື່ອງມືແພດ ໃນການໃສ່ຫ່ວງຄຸມນໍາເນີດ 25,000 – 30,000 ກີບຕໍ່ຄົນ ເຊິ່ງແມ່ຍິງຊົນເຜົ່າສ່ວນຫຼາຍ ກໍທຸກຍາກຢູ່ແລ້ວ, ຂະນະທີ່ງົບປະມານ ຈາກພາກສ່ວນອື່ນ ກໍບໍ່ມີຊ່ອຍເຫຼືອ ດ້ານຄ່າໃຊ້ຈ່າຍບ້ວງນີ້ ຈຶ່ງເຮັດໃຫ້ ພາຍໃນແຂວງຫົວພັນ ຍັງມີຫ່ວງຄຸມກໍາເນີດເຫຼືອຢູ່ ສ່ວນວິທີການຄຸມກໍາເນີດ ຊະນິດອື່ນ ແມ່ນໝົດແລ້ວ.
ຢູ່ແຂວງອຸດົມໄຊ ກໍມີສະພາບຂາດ ຢາຄຸມກໍາເນີດແບບເມັດຮໍໂມນຮວມ ເນື່ອງຈາກເປັນວິທີການ ຄຸມກໍາເນີດ ທີ່ນິຍົມໃຊ້ຫຼາຍໃນແມ່ຍິງລາວ ແລະແມ່ຍິງຊົນເຜົ່າທົ່ວແຂວງ ເຊິ່ງຕາມແຜນງານນັ້ນ ປັດຈຸບັນຢາຄຸມກໍາເນີດ ທຸກຊະນິດ ທີ່ຈະໄດ້ໃຊ້ແຕ່ເດືອນຕຸລາ ຫາເດືອນ ທັນວາ ປີນີ້ ແຂວງຈະຕ້ອງໄດ້ຮັບ ຈາກສູນກາງແລ້ວ, ຂະນະທີ່ພາຍໃນອາທິດນີ້ ແຂວງຈະຕ້ອງໄດ້ຈັດສົ່ງຢາ ໃຫ້ໂຮງໝໍເມືອງ ແລະຄາດວ່າ ຢາຄຸມກໍາເນີດ ທຸກຊະນິດ ຈະບໍ່ພຽງພໍທົ່ວແຂວງ ກໍຈະເຮັດໃຫ້ແມ່ຍິງລາວ ຊົນເຜົ່າມົ້ງ ໂດຍສະເພາະແມ່ຍິງມົ້ງທີີ່ເຄີຍ ໄດ້ຮັບຢາຄຸມກໍາເນີດ ແບບເມັດຮໍໂມນຮວມ ຈະຖືພາ ຍ້ອນເຂົາເຈົ້າບໍ່ເງິນ ຊື້ຢາຄຸມກໍາເນີດ ແຜງລະ 5,000-6,000 ກີບ ຄືກັບແມ່ຍິງລາວໃນເມືອງ ແລ້ວຈະພາໃຫ້ເຂົາເຈົ້າ ເປັນແມ່ສ່ຽງພັຍ ຍ້ອນແມ່ຍິງລາວ ຊົນເຜົ່າມົ້ງ ມັກຈະບໍ່ໄປຝາກທ້ອງ ຢູ່ຈຸດບໍຣິການຝາກທ້ອງ ແຕ່ມັກເກີດລູກຢູ່ເຮືອນ.
ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນແຂວງອຸດົມໄຊ ກ່າວໃນມື້ດຽວກັນນີ້ວ່າ:
“ແຕ່ລະເທື່ອເຂົາເຈົ້າກໍສົ່ງ ແຕ່ວ່າຊຸດນີ້ ເຂົາເຈົ້ານານສົ່ງຫັ້ນນ່າ ເພາະວ່າຢາເຮົາມີຢູ່ສາງ ກໍຍັງໜ້ອຍແລ້ວຫັ້ນນ່າ ເຂົາເຈົ້າຖືພາຫັ້ນແຫຼະ ຖ້າສົມມຸດວ່າ ບາງຄົນເຂົາເຈົ້າຢູ່ຊົນນະບົດເນາະ ເຂົາໄປຊື້ຢູ່ນອກ ເຂົາເຈົ້າກໍບໍ່ຢາກຊື້ຫັ້ນນ່າ ແຜງນຶ່ງ 5-6 ພັນກີບຫັ້ນນ່າ ບໍ່ຢາກໄດ້ຂອງເຮົາແຈກຟຣີ ຄືຈະມາແຕ່ຝາກທ້ອງໄຕມາດນຶ່ງ ຫຼືໄຕມາດສາດມໍ່ຊິເກີດ ແລ້ວເຂົາເຈົ້າມາສ່ວນຫຼາຍຄວາມສ່ຽງ ເຮັດໃຫ້ແມ່ຕາຍຫັ້ນເນາະ ຢູ່ແຖວນອກ ເຂົາເຈົ້າເກີດລູກຢູ່ບ້ານເອງກໍມີເນາະ.”
ຍານາງກ່າວຕື່ມວ່າ ບໍ່ພຽງແຕ່ຂາດຢາຄຸມກໍາເນີດ ຊະນິດເມັດເທົ່ານັ້ນ ແຕ່ຍັງຂາດຢາຄຸມກໍາເນີດແບບສັກ ແລະແບບຝັງນໍາດ້ວຍ ອີກທັງວຽກງານ ໂຄສະນາສຸຂສຶກສາ ການວາງແຜນຄອບຄົວ ໃຫ້ແມ່ຍິງຊົນເຜົ່າພາຍໃນແຂວງ ໂດຍສະເພາະແມ່ຍິງລາວຊົນເຜົ່າມົ້ງ ຈະພົບຄວາມຫຍຸ້ງຍາກ ເຖິງແມ່ນວ່າໃນກອງປະຊຸມໃຫ້ສຸຂສຶກສາ ແມ່ຍິງຊົນເຜົ່າມົ້ງຈະເຂົ້າໃຈ ແຕ່ພັດປະຕິບັດໂຕຈິງບໍ່ໄດ້ ເນື່ອງຈາກວັທນະທັມ ຂອງຊົນເຜົ່າມົ້ງ ຈະນິຍົມມີລູກຫຼາຍຄົນ ບາງຄອບຄົວຂອງຊົນເຜົ່າມົ້ງ ມີລູກ 7-8 ຄົນ ເພື່ອໃຫ້ໄດ້ລູກຊາຍ ເພື່ອເອົາໄວ້ລ້ຽງພໍ່ແມ່ ໃນຍາມເຖົ້າ ຈຶ່ງເຮັດໃຫ້ແມ່ຍິງຊົນເຜົ່າມົ້ງ ຈໍານວນນຶ່ງ ບໍ່ສາມາດມີລູກຫ່າງໄດ້ ແລະຕົກເປັນແມ່ສ່ຽງພັຍ ຍ້ອນມີລູກຫຼາຍຄົນແບບຫົວປີທ້າຍປີ.
ຢູ່ເມືອງນອງ ແຂວງສວັນນະເຂດ ແມ່ຍິງລາວກຸ່ມຊົນເຜົ່າ ຈະນິຍົມຄຸມກໍາເນີດແບບຢາຝັງ ເພາະສາມາດຄຸມກໍາເນີດໄດ້ 3-5 ປີ ບໍ່ຕ້ອງທຽວໄປໂຮງໝໍ ຍ້ອນເດີນທາງລໍາບາກ ເສັ້ນທາງບໍ່ອໍານວຍຄວາມສະດວກ ແຕ່ປັດຈຸບັນ ຢາຝັງແມ່ນບໍ່ມີແລ້ວ ແລ້ວອາຈເຮັດໃຫ້ໃນອະນາຄົຕ ແມ່ຍິງລາວ ແລະແມ່ຍິງຊົນເຜົ່າພາຍໃນແຂວງມີລູກຫຼາຍຄົນ ຍ້ອນປ່ອຍເປັນໄປຕາມທັມມະຊາຕ ແລ້ວຈະເຮັດໃຫ້ເປັນແມ່ ທີ່ສຸຂພາບທີ່ບໍ່ດີ ແລະລູກກໍອາຈສ່ຽງ ຂາດສານອາຫານ ຍ້ອນມີລູກຖີ່.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນເມືອງນອງ ແຂວງສວັນນະເຂດ ກ່າວໃນມື້ດຽວກັນນີ້ວ່າ:
“ຄັນວ່າສິ່ງທ້າທາຍ ສ່ວນຫຼາຍເຂົາຢາກໃຫ້ອັນໃດ ເຂົາກໍໃຊ້ອັນນັ້ນນ່າ ສ່ວນຫຼາຍແລ້ວເຂົາຈະໃຊ້ແຕ່ປະເພດຢາຝັງ ແມ່ນຫຍັງຫັ້ນນ່າ ມັນໄດ້ໄລຍະຍາວ ເຮົາພັດຂໍຢາຝັງມາໄດ້ ໄດ້ເທື່ອ 10 ໄດ້ເທື່ອລະ 20 ແມ່ນຫຍັງຫັ້ນນ່າ ບາງເທື່ອເຂົາກໍຂາດສາງເລີຍ ບໍ່ມີເລີຍ ແລ້ວມັນກໍເຮັດໃຫ້ຄຸມກໍາເນີນຫັ້ນ ຫຼຸດລົງ ຜູ້ຖີ່ຂຶ້ນອີກຫັ້ນແຫຼະ ເພາະວ່າ ເຂົາກໍໃຊ້ແບບທັມມະຊາດໄປແບບນີ້ ຖ້າວ່າຫົວປີທ້າຍປີ ຮວ້າຍສຸຂພາບບໍ່ແຂງແຮງ ແມ່ຍິງຊົນເຜົ່າເຂົາເຈົ້າ ແຫ່ງເຮັດແຕ່ວຽກຢູ່ແລ້ວ ເຂົາເຈົ້າເຮັດວຽກໜັກຢູ່ແລ້ວເນາະ ເສັຍເວລາກັບລູກອີກ ລະກະມາແທ້ງອີກ.”
ບົດຮຽນກ່ຽວກັບ ການຄຸມກໍາເນີດ ເດັກນ້ອຍນັກຮຽນລາວ ຈະຮຽນແຕ່ຊັ້ນ ມ.4 ຫາ ມ.7 ແລະພາຍໃນນະຄອນຫຼວງວຽງຈັນ ເດັກນ້ອຍນັກຮຽນແຕ່ຊັ້ນ ມ.2 ຂຶ້ນໄປ ຈະຮູ້ຈັກ ແລະເຂົ້າໃຈ ເຖິງວິທີການການຄຸມກໍາເນີດແລ້ວ ຮວມເຖິງນັກຮຽນຊົນເຜົ່າ ທີ່ໄດ້ຮັບການສຶກສາ ຢູ່ພາຍໃນ ນະຄອນຫຼວງວຽງຈັນ ແຕ່ສະພາບໂຕຈິງ ນັກຮຽນຊົນເຜົ່າຜູ້ຍິງ ກໍພາກັນອອກໄປແຕ່ດອງ ແຕ່ອາຍຸຍັງນ້ອຍ ເນື່ອງຈາກເປັນວັທນະທັມ ຂອງຊົນເຜົ່າ ທີ່ສືບຕໍ່ກັນມາແຕ່ດົນ.
ດັ່ງນັກຮຽນຊັ້ນ ມ.6 ຈາກນະຄອນຫຼວງວຽງຈັນ ກ່າວໃນມື້ດຽວກັນນີ້ວ່າ:
“ຜູ້ຍິງກໍແບບໄປຝັງເຂັມບໍ ຫຼືວ່າໄປໃສ່ຫ່ວງ ໂຕນັ້ນນີ້ ເພາະວ່າແບບຜູ້ຊາຍ ກໍມີແຕ່ແບບຕອນທີ່ເຮົາຈະມີເພດສັມພັນກັນ ໃສ່ຖົງຢາງ ເພື່ອເປັນການປ້ອງກັນ ເພື່ອບໍ່ໃຫ້ເກີດຂໍ້ຜິດພາດອິຫຍັງ ນ້ອງກໍມີຜູ້ເປັນຄົນຊົນເຜົ່າ ເຂົາມາຢູ່ນໍານ້ອງ. ສ່ວນຫຼາຍເຂົາເຈົ້າ 14-15 ປີ ເຂົາເຈົ້າກໍອອກໂຮງຮຽນ ແລ້ວກໍໄປເອົາຜົວ ມີລູກແລ້ວຫັ້ນນ່າ. ເຫັນເຂົາເຈົ້າແບບວ່າ 15 ປີ ເຂົາເຈົ້າອອກໄປເອົາຜົວ ເຫັນເຂົາເຈົ້າເຮັດຕາມກັນໄປ.”
ວຽກງານຄຸມກໍາເນີດ ເປັນສ່ວນນຶ່ງ ຂອງແຜນງານການ ວາງແຜນຄອບຄົວ ເຊິ່ງການເຂົ້າເຖິງການບໍຣິການ ຢາຄຸມກໍາເນີດທຸກຊະນິດ ກ່ອນການຣະບາດ ຂອງເຊື້ອໂຄວິດ-19 ແມ່ນມີຄວາມໝັ້ນທ່ຽງ ແລະປະເທດລາວ ພ້ອມກ້າວໄປສູ່ ການບັນຫຼຸເປົ້າໝາຍທີ່ວາງໄວ້ ເຖິງຢ່າງໃດກໍຕາມ ການເຂົ້າເຖິງການວາງແຜນ ຄອບຄົວຫຼຸດລົງ ຢ່າງຫຼວງຫຼາຍ ໃນໄລຍະການຣະບາດ ຂອງໂຄວິດ-19, ອີງຕາມຄວາມເວົ້າ ຂອງທ່ານ ບົວແກ້ວ ສຸວັນທອງ ໄດ້ກ່າວຕໍ່ກອງປະຊຸມ ທົບທວນຄືນ ວຽກງານສຸຂພາບ ຈະເຣີນພັນ, ການວາງແຜນຄອບຄົວ ແລະອຸປະກອນ, ຢາຄຸມກໍາເນີດ ປະຈໍາປີ 2021-2022 ທີ່ກ່າວໃນວັນທີ່ 21-22 ມິຖຸນາ 2022 ໃນປີນີ້ ຢູ່ນະຄອນຫຼວງວຽງຈັນ. ປະເທດລາວ ກໍໄດ້ສເລີມສລອງ ວັນຄຸມກໍາສາກົລ ຄົບຮອບ 15 ປີ ດ້ວຍການຈັດກິຈກັມແລ່ນ 5 ກິໂລແມັຕ ໂດຍມີກອງທຶນ ສໍາລັບປະຊາກອນ ແຫ່ງສະຫະປະຊາຊາຕ ຫຼື UNFPA ແລະກະຊວງ ສາທາຣະນະສຸຂ ຮ່ວມກັນຈັດງານ ໃນຄັ້ງນີ້ ພາຍໃນງານ ໄດ້ມີການຈັດກິຈກັມ ປູກຈິຕສໍານຶກ ໃຫ້ແກ່ຊາວໜຸ່ມ, ແມ່ຍິງ ແລະຜູ້ຊາຍ ກ່ຽວກັບການຄຸມກໍາເນີດ, ນໍາໃຊ້ຂໍ້ມູນ ແລະບໍຣິການ ໃຫ້ຄໍາປຶກສາ ທາງໂທຣະສັບ ເພື່ອຜົລປໂຍດ ຂອງການວາງແຜນ ຄອບຄົວ ສໍາລັບບຸກຄົນ, ຄູ່ຜົວ-ເມັຍ ແລະສັງຄົມ ສ່ວນແຂວງອື່ນ ບໍ່ໄດ້ມີການຈັດກິຈກັມ ສເລີມສລອງ ແຕ່ຢ່າງໃດ.