ແອບອ້າງ ແລ່ນເອົາຄົນ ເຂົ້າເປັນ ຣັຖກອນ
2022.09.25

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ຫຼວງພຣະບາງ ຫ້າມເກັບ ຄ່າທຳນຽມ ເຂົ້າໂຮງຮຽນ, ບັນຫາ ຄົນແອບອ້າງ ແລ່ນເອົາຄົນ ເຂົ້ ເປັນ ຣັຖກອນ, ປະເທດລາວ ມີປະຊາທິປະໄຕ ແບບຂອງລາວ ແລະ ຂ່າວອື່ນໆ.
ຄວາມເຫັນບາງຕອນ ຈາກຜູ້ຟັງ:
ກ່ຽວກັບ ຂ່າວ “ບັນຫາ ຄົນແອບອ້າງ ແລ່ນເອົາຄົນ ເຂົ້າເປັນຣັຖກອນ”
“ໃນນະຄອນຫລວງວຽງຈັນ ໄທບ້ານໜອງໜ່ຽງ ເມືອງໄຊເສດຖາ ຫ້າປີຜ່ານມາ ເອົາເງີນຈ້າງ ມູນຄ່າ ສີບລ້ານກີບ ເພື່ອເຂົ້າທະຫານ ນີ້ເປັນເລື່ອງຈີງ”
“ໃນຄວາມພ້ອມ ເຂົ້າຮັບໃຊ້ຊາດ ເປັນສີ່ງ ທີ່ດີ ແຕ່ຄວນມີ ວຸດທິການສຶກສາ ທີ່ໃຊ້ໄດ້ ທຸກການບັນຈຸ ເຂົ້າຮັບໃຊ້ຊາດ ພວກເຂົາ ທຸກໜວ່ຍງານ ມີການສອບຂັດເລຶອກ ແລະ ນັ້ນ ເປັນບ່ອນ ທີ່ສາມາດ ຢື່ນເອກະສານ ຂໍເຂົ້າຂັດເລືອກໄດ້ ແຕ່ຫາກຄວາມຈຳເປັນ ບ້ານເມືອງ ອັນຮິບຮ້ອນ ສາມາດບັນຈຸ ໄດ້ກ່ອນ ເພຶ່ອແກ້ໄຂບັນທາ ບ້ານເມຶອງ ຂາດກຳລັງພົນ ນັ້ນ ຮັບໄປກ່ອນເລີຍ.”
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)
ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!